ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ 1.7 ລ້ານ ຄົນ ເສຍຊີວິດຍ້ອນ ມົນລະພິດ


ສອງຄົນໃສ່ໜ້າກາກປ້ອງກັນ ຢູ່ໃກ້ໆກັບເຂດ Bund ໃນລະຫວ່າງມື້ທີ່ມີມົນລະພິດ ໃນອາກາດ ຢູ່ທີ່ນະຄອນ Shanghai, ຂອງຈີນ, ວັນທີ 19 ມັງກອນ 2016.
ສອງຄົນໃສ່ໜ້າກາກປ້ອງກັນ ຢູ່ໃກ້ໆກັບເຂດ Bund ໃນລະຫວ່າງມື້ທີ່ມີມົນລະພິດ ໃນອາກາດ ຢູ່ທີ່ນະຄອນ Shanghai, ຂອງຈີນ, ວັນທີ 19 ມັງກອນ 2016.

ມົນລະພິດໃນສິ່ງແວດລ້ອມ ໄດ້ເອົາຊີວິດ ພວກເດັກນ້ອຍ ນຶ່ງໃນສີ່ຄົນໃດ ທີ່ມີອາຍຸ ຕ່ຳ
ກວ່າ 5 ປີ ຫຼາຍກວ່າ 1 ລ້ານ 7 ແສນ ຄົນ ແຕ່ລະປີ ໃນທົ່ວໂລກ.

ອົງການອະນາໄມໂລກ ຫຼື WHO ເຕືອນວ່າ ການເສຍຊີວິດຂອງພວກເດັກນ້ອຍເຫຼົ່ານີ້
ຈະເພີ່ມຂຶ້ນຢ່າງຫຼວງຫຼາຍ ຖ້າບໍ່ເອົາມາດຕະການອັນໃດ ເພື່ອທີ່ຈະຫລຸດຜ່ອນຄວາມ
ສ່ຽງຕ່າງໆ ໃນສິ່ງແວດລ້ອມ.

WHO ໄດ້ກວດສອບເບິ່ງຜົນກະທົບ ຂອງໄພອັນຕະລາຍ ໃນສິ່ງແວດລ້ອມຕໍ່ສຸຂະພາບ
ຂອງພວກເດັກນ້ອຍ ແລະ ສະເໜີແນະຂໍ້ແກ້ໄຂຫຼາຍຢ່າງ ໃນການສຶກສາຄົ້ນຄວ້າສອງ
ສະບັບ ໃນຫົວຂໍ້ “Inheriting a Sustainable World: Atlas on Chidren’s
Health and the Environment”
ແລະ ບົດລາຍງານສະບັບຄູ່ມື ໃນຫົວຂໍ້ “Don’t
pollute my future! The impact of the environment on children’s health.”

ບັນດາຜູ້ຂຽນບົດລາຍງານ ເຫັນດີນຳກັນວ່າ ມົນລະພິດໃນອາກາດ ແມ່ນຄາດຕະກອນ
ທີ່ໃຫຍ່ທີ່ສຸດ ແລະ ມັນຮັບຜິດຊອບຕໍ່ການເສຍຊີວິດ ກ່ອນກຳນົດ ຂອງ 6 ລ້ານ 5 ແສນ
ຄົນ ໃນແຕ່ລະປີ ລວມທັງ ການເສຍຊີວິດໃນບັນດາພວກເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ
ຈຳນວນ 600,000 ຄົນ.

ທ່ານນາງ Magaret Chan ຜູ້ອຳນວຍການໃຫຍ່ຂອງ WHO ຊີ້ໃຫ້ເຫັນວ່າ ພວກເດັກ
ນ້ອຍ ແມ່ນມີຄວາມສຽງສູງສຸດ ຂອງການຕາຍ ຈາກສິ່ງແວດລ້ອມ ທີ່ເປັນພິດ ຍ້ອນສາ
ເຫດ “ການພັດທະນາຂອງອະໄວຍະວະ ແລະ ລະບົບພູມຕ້ານທານ ແລະ ຮ່າງກາຍ
ທີ່ນ້ອຍຫຼາຍ ແລະ ຫລອດລົມ ຂອງພວກເຂົາເຈົ້າ.”

ໃນຂະນະດຽວກັນ ການເສຍຊີວິດ ຂອງພວກເດັກນ້ອຍເຫຼົ່ານີ້ ກໍເກີດຂຶ້ນໃນບັນດາ
ປະເທດທີ່ກຳລັງພັດທະນາ ທ່ານນາງ Maria Neira ອຳນວຍການ WHO ຈາກ
ກະຊວງສາທາລະນະສຸກ ສິ່ງແວດລ້ອມ ແລະ ການກຳນົດສຸຂະພາບຂອງສັງຄົມ
ໄດ້ບອກວີໂອເອ ວ່າ ມົນລະພິດໃນອາກາດ ເປັນລະດັບທີ່ໂຕນກັນຫຼາຍ ລະຫວ່າງ
ບັນດາປະເທດທີ່ຮັ່ງມີ ກັບ ພວກທຸກຍາກ.

ທ່ານນາງໄດ້ກ່າວວ່າ “ທ່ານສາມາດເປັນລູກຄົນຮັ່ງມີຫຼາຍ ພໍ່ແມ່ຮັ່ງມີຫຼາຍ ແຕ່ອາໄສ
ຢູ່ໃນພື້ນ ທີ່ແຫ່ງນຶ່ງ ໃນເມືອງ ຊຶ່ງມີມົນລະພິດຫຼາຍ ເວລານັ້ນ ມັນມີໜ້ອຍຫຼາຍ
ທີ່ທ່ານຈະສາມາດເຮັດຫຍັງໄດ້ ຍ້ອນວ່າພວກເຮົາຕ້ອງໄດ້ຫາຍໃຈເອົາອາກາດ.”

ທ່ານນາງໄດ້ກ່າວຕື່ມວ່າ "ສະນັ້ນແລ້ວ ເຖິງແມ່ນວ່າ ທ່ານຈະຮັ່ງມີ ຫຼື ທຸກຍາກ ທ່ານ
ກໍຕ້ອງຫາຍໃຈ ແລະ ອັນນີ້ເປັນອັນຕະລາຍທີ່ສຸດ. ມົນລະພິດໃນອາກາດ ແມ່ນມີທຸກ
ຫົນແຫ່ງ."

WHO ລາຍງານວ່າ ສາເຫດທີ່ເຮັດໃຫ້ເສຍວິດຫຼາຍທີ່ສຸດ ພາຍໃນກຸ່ມພວກເດັກນ້ອຍ
ທີ່ມີອາຍຸ ລະຫວ່າງ ນຶ່ງເດືອນ ຫາ 5 ປີ ແມ່ນພະຍາດຖອກທ້ອງ ໄຂ້ຍຸງ ແລະ ໂຣກປອດບວມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG