ລິ້ງ ສຳຫລັບເຂົ້າຫາ

logo-print

ໄພພິບັດ ເບິ່ງຄືວ່າ ຈະເປັນການທົດສອບ ຄວາມໂປ່ງໃສ ຂອງ ລັດຖະບານ ລາວ


ພວກຊາວບ້ານ ໜີຈາກໄພນ້ຳຖ້ວມ ຂຶ້ນໄປຢູ່ເທິງຫລັງຄາ ເຮືອນ ຢູ່ໃນເມືອງນຶ່ງ ຂອງແຂວງ ອັດຕະປື ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງລາວ, ວັນທີ 24 ກໍລະກົດ 2018.

ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ບັນດານັກຄົ້ນຄວ້າກຳລັງຮຽກຮ້ອງໃຫ້
ລັດຖະບານລາວ ຮັບປະກັນຄວາມໂປ່ງໃສ ໃນການສືບສວນສອບສວນຂອງຕົນ ກ່ຽວ
ກັບຜົນກະທົບຕໍ່ປະຊາຊົນລາວ ຍ້ອນໄພນ້ຳຖ້ວມ ຂະໜາດໃຫຍ່ ຈາກທີ່ຝາເຂື່ອນ ຫຼື
ສັນເຂື່ອນໄຟຟ້າພະລັງນ້ຳ ແຕກ ຈຶ່ງໄດ້ເຮັດໃຫ້ປະຊາຊົນ 20 ກວ່າຄົນ ເສຍຊີວິດ
ເມື່ອເດືອນແລ້ວນີ້ ຢູ່ໃນເຂດພາກໃຕ້ ຂອງລາວ.

ເມືອງນຶ່ງ ໃນແຂວງອັດຕະປື ທາງພາກໃຕ້ຂອງລາວ ໄດ້ຮັບຜົນກະທົບໜັກທີ່ສຸດ ຈາກ
ນ້ຳທີ່ໄຫລອອກມາຈາກຝາກັ້ນນ້ຳ ຫຼັງຈາກທີ່ສ່ວນນຶ່ງ ຂອງຝາກັ້ນນ້ຳເຂື່ອນ ຫຼື ສັນເຂື່ອນ
ເຊປຽນ ເຊນ້ຳນ້ອຍ ໄດ້ພັງລົງ ເມື່ອວັນທີ 23 ກໍລະກົດ ຜ່ານມາ. ນອກຈາກ ຜູ້ທີ່ໄດ້ເສຍ
ຊີວິດແລ້ວ ກໍມີປະຊາຊົນອີກຫຼາຍຄົນ ທີ່ຍັງຫາຍສາບສູນຢູ່ ແລະ ມີຢ່າງໜ້ອຍ 6,000
ຄົນ ໄດ້ຖືກຍົກຍ້າຍຖິ່ນຖານ ຍ້ອນກະແສນ້ຳໃນປະລິມານມະຫາສານ ໄຫລອອກມາ.

ພວກຊາວບ້ານ ຖືກຍົກຍ້າຍໄປອາໄສ ຢູ່ໃນສະຖານທີ່ພັກຊົ່ວຄາວ ຫຼັງຈາກເຂື່ອນໄຟຟ້າພະລັງນ້ຳ ໄດ້ແຕກ ຢູ່ໃນແຂວງອັດຕະປື ຂອງລາວ, ວັນທີ 24 ກໍລະກົດ 2018.
ພວກຊາວບ້ານ ຖືກຍົກຍ້າຍໄປອາໄສ ຢູ່ໃນສະຖານທີ່ພັກຊົ່ວຄາວ ຫຼັງຈາກເຂື່ອນໄຟຟ້າພະລັງນ້ຳ ໄດ້ແຕກ ຢູ່ໃນແຂວງອັດຕະປື ຂອງລາວ, ວັນທີ 24 ກໍລະກົດ 2018.

ທ່ານ ຄິດຟ໌ ບາຣນີ (Keith Barney) ນັກວິຊາການ ໃນດ້ານນະໂຍບາຍການ ຄົ້ນຄວ້າ
ສິ່ງແວດລ້ອມ ແລະຊັບພະຍາກອນທຳມະຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຢູ່ທີ່
ມະຫາວິທະຍາໄລແຫ່ງຊາດຂອງອອສເຕຣເລຍ ກ່າວວ່າ ໃນເວລາປະເຊີນກັບໄພພິບັດ
ແລະເຫດໂສກນາດຕະກຳອື່ນໆ ບັນດາລັດຖະບານ ຈະເຄື່ອນໄຫວ ເພື່ອປິດແຫລ່ງຂ່າວ
ຕ່າງໆຂອງຂໍ້ມູນ.

ການກໍ່ສ້າງສະຖານທີ່ຄວບຄຸມນ້ຳ ຂອງເຂື່ອນໄຟຟ້ານ້ຳເທີນ 2 ໃນພາຍຖ່າຍນີ້ ເມື່ອວັນທີ 28 ມິຖຸນາ 2007, ຢູ່ໃນເຂດຮາບສູງ ນາກາຍ ຂອງລາວ.
ການກໍ່ສ້າງສະຖານທີ່ຄວບຄຸມນ້ຳ ຂອງເຂື່ອນໄຟຟ້ານ້ຳເທີນ 2 ໃນພາຍຖ່າຍນີ້ ເມື່ອວັນທີ 28 ມິຖຸນາ 2007, ຢູ່ໃນເຂດຮາບສູງ ນາກາຍ ຂອງລາວ.

ທ່ານ ບາຣນີ ໄດ້ກ່າວບອກວີໂອເອ ວ່າ “ແນວໂນ້ມໃນຫຼາຍໆກໍລະນີ ເມື່ອປະເຊີນກັບ
ບັນຫາຫຍຸ້ງຍາກ ຫຼື ການຖືກຕຳໜິຈາກພາຍນອກ ກໍແມ່ນວ່າ ຈະປົກປິດ ແລະ ປິດ
ໄວ້ ແລະ ກີດກັນ ການໄຫລອອກຂອງຂໍ້ມູນ ແລະ ມັນແມ່ນການບົ່ງຊີ້ໃຫ້ເຫັນວ່າ
ບາງສ່ວນດັ່ງກ່າວ ແມ່ນໄດ້ດຳເນີນໄປແລ້ວ ແຕ່ອັນນີ້ ເປັນທີ່ແນ່ນອນ ກຳລັງກໍ່ໃຫ້
ເກີດມີ ຫຼາຍໆຄຳຖາມ ທີ່ສຳຄັນ ແລະການວິພາກວິຈານ ຂອງຍຸດທະສາດ.”

ພາບຖ່າຍຕ່າງໆຈາກດາວທຽມ ສະແດງໃຫ້ເຫັນ ແຂວງອັດຕະປື ໂດຍມີແມ່ນ້ຳທີ່ຄົດ
ລ້ຽວໄປ ພ້ອມກັບຖະໜົນຫົນທາງຫຼາຍສາຍ ກ່ອນວິກິດການ ຈະເກີດຂຶ້ນ ແຕ່ພາບ
ຫຼັງຈາກນັ້ນ ສະແດງໃຫ້ເຫັນພື້ນທີ່ຖືກນ້ຳຖ້ວມ ເປັນສີຂີ້ຕົມຂະໜາດກວ້າງໃຫຍ່ ໂດຍ
ຈະບໍ່ສາມາດເຫັນສິ່ງປຸກສ້າງ ຫລົງເຫຼືອຢູ່ເລີຍ.


ທ່ານ ບາຣນີ ກ່າວວ່າ “ພວກປະຊາຊົນເຫຼົ່ານີ້ ເປັນຄົນທຸກຍາກ. ພວກເຂົາເຈົ້າສ່ວນ
ຫຼາຍ ເປັນຊົນເຜົ່າກຸ່ມນ້ອຍ ທີ່ວ່າ ໄດ້ຮັບຜົນກະທົບໜັກຢູ່ແລ້ວ ຈາກຂະບວນການ
ກໍ່ສ້າງເຂື່ອນ ໃນເບື້ອງຕົ້ນ ໂດຍຜ່ານການໄດ້ຮັບຜົນກະທົບຈາກການຢູ່ລຸ່ມແມ່ນ້ຳ
ຫຼື ຜ່ານການຍົກຍ້າຍໄປຕັ້ງຖິ່ນຖ່ານໃໝ່ ແລະອັນນີ້ ພຽງຈະຊ້ຳເຕີມ ຕໍ່ຄວາມທຸກ
ຍາກລຳບາກ ຂອງພວກເຂົາເຈົ້າ ໃນປີຕໍ່ໆໜ້າ.”

ເຂື່ອນໄຟຟ້າພະລັງນ້ຳ ເຊປຽນ ເຊນ້ຳນ້ອຍ ມີກຳລັງຜະລິດໄຟຟ້າໄດ້ເຖິງ 410 ເມກາວັດ
ທີ່ຕັ້ງຢູ່ໃກ້ກັບ ຊາຍແດນປະເທດກຳປູເຈຍ ເປັນສ່ວນນຶ່ງຂອງຫຼາຍໆເຂື່ອນລຽນຕິດກັນ
ທີ່ປະເທດ ລາວ ໄດ້ວາງແຜນ ຫຼືໄດ້ກໍ່ສ້າງເພື່ອເສີມຂະຫຍາຍ ເສດຖະກິດຂອງຕົນ ແລະ
ໃຫ້ເປັນ “ຫລອດໄຟ ຂອງເອເຊຍຕາເວັນອອກສຽງໃຕ້” ໂດຍຜ່ານການຂາຍໄຟຟ້າ
ໃຫ້ແກ່ບັນດາປະເທດເພື່ອນບ້ານ.

ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ ໄດ້ເປັນກະບອກສຽງໃນການຄັດຄ້ານ ຂອງການ
ເລັ່ງພັດທະນາດ້ານເຂື່ອນພະລັງນ້ຳ ໂດຍປາດສະຈາກ ການຄ້ຳປະກັນທີ່ພຽງພໍ ກ່ຽວກັບ
ຜົນກະທົບທາງດ້ານສັງຄົມ ແລະສິ່ງແວດບ້ອມ ຈາກໂຄງການຕ່າງໆເຊັ່ນນັ້ນ.

ເຊປຽນ ເຊນ້ຳນ້ອຍ ຈະໄຫລລົງສູ່ແມ່ນ້ຳເຊກອງ ຊຶ່ງຖືວ່າ “ເປັນສາຂາທີ່ສຳຄັນສຸດ
ອັນນຶ່ງຂອງແມ່ນ້ຳຂອງ”
ອີງຕາມກຸ່ມທີ່ບໍ່ຂຶ້ນກັບລັດຖະບານ ທີ່ຊື່ວ່າ Save the
Mekong.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG