ບັນດານັກອະນຸລັກສິ່ງແວດລ້ອມທໍາມະຊາດສືບຕໍ່ການເຄື່ອນໄຫວຄັດຄ້ານໂຄງການ
ກໍ່ສ້າງເຂື່ອນປາກແບງໃນແມ່ນ້ຳຂອງ ຢູ່ໃນລາວ ທີ່ລົງທຶນໂດຍກຸ່ມບໍລິສັດໄຟຟ້າຈາກ
ຈີນ.
ທ່ານນິວັດ ຮ້ອຍແກ້ວ ແກນນໍາເຄືອຂ່າຍປະຊາຊົນໄທ ເພື່ອອະນຸລັກສິ່ງແວດລ້ອມທໍາ
ມະຊາດໃນແມ່ນໍ້າຂອງ ໃຫ້ການຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ແລະອົງການອະນຸ
ລັກສິ່ງແວດລ້ອມທໍາມະຊາດໃນອາຊ່ຽນ ແລະສາກົນ ຍັງຄົງສືບຕໍ່ການເຄື່ອນໄຫວຮ່ວມ
ກັນເພື່ອຄັດຄ້ານ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າໃນແມ່ນໍ້າຂອງ ໂດຍສະເພາະແມ່ນໂຄງການເຂື່ອນປາກແບງໃນແມ່ນ້ຳຂອງທີ່ຕັ້ງຢູ່ໃນເຂດ ສປປ ລາວ. ໂດຍທີ່ໃນ
ໄລຍະຜ່ານມາເຄືອຂ່າຍປະຊາຊົນໄທກໍໄດ້ຟ້ອງຮ້ອງຕໍ່ສານປົກຄອງໃນໄທ ເພື່ອຂໍໃຫ້
ມີຄໍາສັ່ງບັງຄັບໃຫ້ລັດຖະບານໄທ ຕ້ອງສະແດງການຄັດຄ້ານ ໂຄງການດັ່ງກ່າວໃນ
ກອງປະຊຸມຄະນະກຳມາທິການແມ່ນໍ້າຂອງ ຫລື MRC ທີ່ໄທເປັນສະມາຊິກຮ່ວມກັບ
ກຳປູເຈຍ, ຫວຽດນາມ, ແລະລາວນັ້ນ.
ທັງນີ້ກໍເນື່ອງຈາກວ່າໂຄງການກໍ່ສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງໃນລາວນັ້ນ ຈະສົ່ງຜົນ
ກະທົບຕໍ່ການອົບພະຍົບຂອງປາ ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດທໍາມະຊາດໃນ
ແມ່ນໍ້າຂອງ ຕະຫລອດທັງສາຍ ໃນເຂດຕອນຫລ່າງຂອງແມ່ນໍ້າຂອງອີກດ້ວຍ. ຫາກແຕ່
ວ່າກໍເປັນການຍາກທີ່ຈະຄັດຄ້ານໂຄງການເຂື່ອນປາກແບງ ໂດຍທາງການໄທ ເພາະໂຄງ
ການດັ່ງກ່າວຕັ້ງຢູ່ໃນເຂດອະທິປະໄຕຂອງລາວ. ດ້ວຍເຫດນີ້ ປະເທດສະມາຊິກຂອງ
MRC ດ້ວຍກັນຈຶ່ງບໍ່ສາມາດ ທີ່ຈະເຂົ້າໄປແຊກແຊງໄດ້ ນອກຈາກການພິຈາລະນາຂໍ້ມູນ
ຕ່າງໆ ຕາມທີ່ທາງການລາວ ແລະຜູ້ລົງທຶນໃນໂຄງການໄດ້ນໍາສະເໜີເທົ່ານັ້ນ ດັ່ງທີ່ທ່ານ
ພາດົນ ຖາວອນກຣິສຣັດ ຮອງອະທິບໍດີ ກົມຊັບພະຍາກອນນໍ້າຂອງໄທ ໄດ້ໃຫ້ການຢືນ
ຢັນວ່າ:
“ການດໍາເນີນການໃດກໍຕາມ ເຮົາຕ້ອງບໍ່ລ່ວງລໍ້າອໍານາດອະທິປະໄຕໃນກົດໝາຍ
ຂອງປະເທດນັ້ນໆ ຂະນະດຽວກັນ ຖ້າຫາກບໍ່ມີ MRC ທາງ ສປປ ລາວ ກໍສາມາດ
ດໍາເນີນການໄດ້ເອງຢູ່ແລ້ວ ແຕ່ວັນນີ້ ຕາມກົດໝາຍທີ່ເຮົາມີກໍຄື ໃນເລື່ອງຂອງ MRC
ທີ່ເຮົາມີລະບຽບປະຕິບັດ ຊຶ່ງມັນມີການພູດຄຸຍກັນ ໃນເລື່ອງຂອງການຮັບຜິດຊອບ
ມັນມີຊ່ອງທາງດຽວ ນະເວລານີ້ ຊຶ່ງໃນເລື່ອງນີ້ ເອົາຂໍ້ມູນກັງວົນນັ້ນນະ ມາພິຈາລະນາ
ຮ່ວມກັນມັນຕ້ອງອາໄສວິຊາການ ອາໄສວິທະຍາສາດ ຄືຈະເອົາຄວາມຮູ້ສຶກບໍ່ໄດ້.”
ບໍລິສັດ ຕ້າຖັງ ຈາກຈີນ ຜູ້ລົງທຶນໃນໂຄງການກໍ່ສ້າງເຂື່ອນປາກແບງເທິງແນວແມ່ນ້ຳຂອງ
ໄດ້ວາງເປົ້າໝາຍທີ່ຈະເລີ່ມລົງມືກໍ່ສ້າງເຂື່ອນໃນພາກຕົວຈິງໃຫ້ໄດ້ພາຍໃນປີ 2017 ນີ້
ພາຍຫລັງທີ່ບໍລິສັດໄດ້ສະເໜີເອກະສານສຳຄັນຕ່າງໆ ທີ່ກ່ຽວຂ້ອງໄປຍັງປະເທດສະມາ
ຊິກຂອງຄະນະກຳມາທິການແມ່ນໍ້າຂອງ ຫລື MRC ຢ່າງຄົບຖ້ວນແລ້ວນັບແຕ່ເດືອນມິຖຸ
ນາປີ 2017 ເປັນຕົ້ນມາ ນີ້ໝາຍຄວາມວ່າ ທາງການກຳປູເຈຍ, ໄທ, ຫວຽດນາມ, ແລະ
ລາວໄດ້ຮັບຊາບເຖິງລາຍລະອຽດທີ່ກ່ຽວຂ້ອງກັບແຜນການໃນດ້ານຕ່າງໆ ຂອງໂຄງການ
ເຂື່ອນປາກແບງດັ່ງກ່າວຢ່າງເປັນທາງການແລ້ວນັ້ນເອງ.
ໂຄງການເຂື່ອນປາກແບງໃນແມ່ນ້ຳຂອງທີ່ຕັ້ງຢູ່ລະຫວ່າງເມືອງ ເງິນ, ແຂວງໄຊຍະບູ
ລີ ກັບເມືອງ ປາກແບງ, ແຂວງອຸດົມໄຊ ຈະມີຕົວເຂື່ອນຍາວ 1,000 ແມັດ ສັນເຂື່ອນສູງ
64 ແມັດ ປະກອບມີຈັກປັ່ນໄຟຟ້າຈຳນວນ 16 ເຄື່ອງ, ມີກຳລັງຕິດຕັ້ງລວມ 912 ເມກາ
ວັດ ມີລະບົບປ່ອຍຂີ້ຕົມຮອດພື້ນອັດຕະໂນມັດ, ມີຊ່ອງທາງເດີນເຮືອແບບ LIFT ຍົກ
ນໍ້າໜັກໄດ້ປະມານ 500 ໂຕນ ທັງກໍຍັງຈະມີຊ່ອງທາງສຳລັບປາຂຶ້ນ-ລົງຢູ່ດ້ານຂ້າງຂອງ
ເຂື່ອນ ທີ່ກວ້າງປະມານ 15 ແມັດ ແລະ ຍາວ 1,000 ແມັດ ເຮັດໃຫ້ປາສາມາດຂຶ້ນ-ລົງ ໄດ້ຢ່າງສະດວກອີກດ້ວຍ. ຈຶ່ງເຮັດໃຫ້ຈະຕ້ອງໃຊ້ເງິນລົງທຶນກໍ່ສ້າງຫຼາຍກວ່າ 2,000 ລ້ານໂດລາ.
ນອກຈາກໂຄງການເຂື່ອນປາກແບງເທິງແນວແມ່ນ້ຳຂອງດັ່ງກ່າວແລ້ວ ກຸ່ມບໍລິສັດຈີນ
ຍັງໄດ້ລົງທຶນກໍ່ສ້າງເຂື່ອນເທິງແນວແມ່ນໍ້າອູອີກ 7 ໂຄງການ ຊຶ່ງເປັນການລົງທຶນຂອງ
ກຸ່ມບໍລິສັດ Power China ຈຳກັດ ທີ່ໄດ້ວາງເປົ້າໝາຍໄວ້ວ່າ ຈະກໍ່ສ້າງເຂື່ອນນ້ຳອູທັງ
7 ໂຄງການໃຫ້ແລ້ວສຳເລັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ 2,800 ລ້ານໂດ
ລາ ມີກຳລັງຕິດຕັ້ງລວມ 1,272 ເມກະວັດ ໂດຍຈະຂາຍໃຫ້ລັດວິສາຫະກິດໄຟຟ້າ
ລາວ EDL ໃນຕະຫຼອດໄລຍະສຳປະທານ 29 ປີ.
ທັງນີ້ການກໍ່ສ້າງເຂື່ອນໄຟຟ້ານ້ຳອູໄດ້ແບ່ງອອກເປັນ 2 ໄລຍະ ໂດຍໄລຍະທີ 1 ໄດ້ເລີ່ມ
ການກໍ່ສ້າງໃນປີ 2012 ໂດຍມາເຖິງປະຈຸບັນນີ້ກໍໄດ້ກໍ່ສ້າງສຳເລັດແລ້ວ 3 ໂຄງການຄື
ເຂື່ອນໄຟຟ້ານ້ຳອູ 2, 5 ແລະ 6 ທີ່ມີກຳລັງຕິດຕັ້ງລວມ 540 ເມກາວັດ. ສ່ວນໄລຍະທີ 2 ປະກອບດ້ວຍເຂື່ອນໄຟຟ້ານ້ຳອູ 1,3,4 ແລະ 7 ທີ່ໄດ້ຄືບໜ້າໄປແລ້ວເກີນກວ່າ 50 ເປີ
ເຊັນຂອງແຜນການ ແລະຄາດວ່າຈະກໍ່ສ້າງໃຫ້ສຳເລັດທັງ 4 ໂຄງການພາຍໃນປີ 2020 ຊຶ່ງຈະເຮັດໃຫ້ເຂື່ອນໄຟຟ້ານ້ຳອູທັງ 7 ໂຄງການສາມາດຜະລິດກະແສໄຟຟ້າເພື່ອຂາຍ
ໃຫ້ EDL ໄດ້ເກີນກວ່າ 2,59 ລ້ານກິໂລວັດ/ໂມງຕໍ່ປີ ນັບແຕ່ປີ 2020 ເປັນຕົ້ນໄປ.