ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກ ທີ່ກຳລັງ ພົ້ນຕຳແໜ່ງ ຂອງອິນເດຍ ຍ້າຍອອກ ຈາກຫ້ອງການ ແລ້ວ (ສະໄລດ໌/ວີດີໂອ)


ທ່ານ Narendra Modi ຜູ້ນຳພັກຝ່າຍຄ້ານ Bharatiya Janata ຊຶ່ງຈະເປັນນາຍົກ ຄົນຕໍ່ໄປຂອງອິນເດຍ ຈັບມື ແລະໂອ້ລົມກັບຝູງຊົນ ທີ່ສະໜາມບິນນິວເດລີ (17 ພຶດສະພາ 2014)
ທ່ານ Narendra Modi ຜູ້ນຳພັກຝ່າຍຄ້ານ Bharatiya Janata ຊຶ່ງຈະເປັນນາຍົກ ຄົນຕໍ່ໄປຂອງອິນເດຍ ຈັບມື ແລະໂອ້ລົມກັບຝູງຊົນ ທີ່ສະໜາມບິນນິວເດລີ (17 ພຶດສະພາ 2014)
ທ່ານ Manmohan Singh ນາຍົກລັດຖະມົນຕີ ທີ່ກຳລັງຈະພົ້ນ
ຈາກຕຳແໜ່ງຂອງອິນເດຍໄດ້ອອກຈາກຫ້ອງການຂອງທ່ານໄປ
ແລ້ວ ຫຼັງຈາກພັກຄອງແກຣັສແຫ່ງຊາດຂອງທ່ານ ໄດ້ຮັບຄວາມ
ປະລາໄຊ ໃນການເລືອກຕັ້ງສະພາແຫ່ງຊາດ.

ໃນການຖະແຫຼງສັ້ນໆໃນວັນເສົາມື້ນີ້ ທ່ານ Singh ເວົ້າວ່າ ຊາວ
ອິນເດຍທັງມວນຕ້ອງໃຫ້ການເຄົາລົບຕໍ່ການຕັດສິນຂອງບັນດາ
ຜູ້ມີີສິດປ່ອນບັດ ທີ່ໄດ້ມອບໄຊຊະນະ ຢ່າງຖ້ວມລົ້ນ ໃຫ້ແກ່ພັກ
Bharatiya Janata ຊຶ່ງເປັນພັກຝ່າຍຄ້ານ ຂອງອິນເດຍນັ້ນ.
ທ່ານກ່າວວ່າ ອິນເດຍເປັນປະເທດທີ່ເຂັ້ມແຂງ ຂຶ້ນກວ່າເມື່ອນຶ່ງ
ທົດສະວັດກ່ອນ.
Historic Rout in India Comes With Opposition's Victory
please wait

No media source currently available

0:00 0:02:53 0:00

ພັກຄອງແກຣັສໄດ້ປົກຄອງປະເທດອິນເດຍ ໃນໄລຍະ 10 ປີຜ່ານມາ ແຕ່ໄດ້ປະເຊີນ
ກັບຂ່າວນອງນັນ ກ່ຽວກັບ ການສໍ້ລາດບັງຫຼວງທີ່ໃຫຍ່ໆ ເປັນລຳດັບມາ ພ້ອມກັບໄພ ເງິນເຟີ້ຢ່າງຮ້າຍແຮງ ແລະເສດຖະກິດບໍ່ເຕີບໂຕ.

ນາຍົກລັດຖະມົນຕີ ທີ່ໄດ້ຮັບເລືອກຄົນໃໝ່ຂອງປະເທດ ທ່ານ Narendra Modi ໄດ້ ຖືກຫ້ອມໂດຍພວກສະໜັບສະໜຸນ ທີ່ໂບກທຸງຊາດ ຂະນະທີ່ທ່ານເດີນທາງໄປເຖິງນະ
ຄອນຫຼວງນິວເດລີ ໃນວັນເສົາມື້ນີ້.
CN- Landslide Vote for Modi Raises Expectations for Change in India
please wait

No media source currently available

0:00 0:02:44 0:00

ທ່ານ Modi ໄດ້ເດີນທາງ ແຕ່ລັດ Gujarat ໃນພາກຕາເວັນຕົກຂອງປະເທດ ບ່ອນທີ່ ທ່ານເປັນຜູ້ປົກຄອງລັດ ມາຕັ້ງແຕ່ປີ 2001 ໄປຍັງນະຄອນຫຼວງຂອງອິນເດຍ.

ທ່ານ Modi ຊຶ່ງເປັນຜູ້ນຳຝ່າຍຄ້ານມາເປັນເວລາດົນນານແລ້ວນັ້ນ ເວລານີ້ ພວມກະ ກຽມເຂົ້າຮັບຕຳແໜ່ງສະໄໝທຳອິດເປັນເວລາ 5 ປີ ຫລັງຈາກພັກ BJP ຂອງທ່ານໄດ້ ຮັບໄຊຊະນະທີ່ໃຫຍ່ທີ່ສຸດ ໃນຮອບ 30 ປີ.
INDIA ELECTION CNPK
please wait
Embed

No media source currently available

0:00 0:02:10 0:00

ໃນວັນສຸກວານນີ້ ທ່ານ Modi ໄດ້ກ່າວຄຳປາໄສ ຕໍ່ຝູງຊົນທີ່ໂຫ່ຮ້ອງ ສະໜັບສະໜຸນ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ສະພາບເສດຖະກິດດີຂຶ້ນແລະປະຕິຍານວ່າລັດ ຖະບານຂອງທ່ານ ຈະນຳອົາທຸກໆຄົນໃນອິນເດຍ ໄປພ້ອມ.

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາໄດ້ໂທລະສັບໄປຫາທ່ານ Modi ຜູ້ຊຶ່ງ ຈະໄດ້ເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງອິນເດຍໃນວັນສຸກວານນີ້ແລະໄດ້ເຊື້ອເຊີນ ໃຫ້ທ່ານເດີນທາງມາຢ້ຽມຢາມວໍຊິງຕັນ.

Outgoing Indian Prime Minister Manmohan Singh has left office after his ruling Indian National Congress party was crushed in parliamentary elections.

In a brief address Saturday, Mr. Singh said all Indians must respect the verdict of voters who handed the opposition Bharatiya Janata Party (BJP) a landslide victory. He said India is a far stronger country than it was a decade ago.

Congress has led India for the past 10 years, but has been hit by a series of high-profile corruption scandals, high inflation and lagging economic growth.

India's prime minister-elect, Narendra Modi was mobbed by flag-waving supporters as he arrived in New Delhi Saturday.

Mr. Modi arrived in the Indian capital from western Gujarat state, which he has governed since 2001.

The long-time opposition leader is now preparing for his five-year term in office after his BJP secured the biggest win by a single party in 30 years.

On Friday, Mr. Modi addressed a crowd of cheering supporters, promising a better economy and vowing his government will take "everyone" in India along.

U.S. President Barack Obama phoned the incoming Indian prime minister Friday and invited him to visit Washington.

India's five-week election wrapped up Monday, with the BJP winning the first one-party majority in parliament in 30 years. That means it can create a government without forming a coalition with regional leaders.

The Election Commission of India says a record 66 percent of the country's 815 million registered voters cast ballots.

Controversy has swirled around Mr. Modi since 2002 when Hindu-Muslim rioting in his state killed more than 1,000 people. But India's Supreme Court cleared Mr. Modi of charges that he incited the violence.

Mr. Modi has since cast himself as an able administrator and decisive leader who has energized the economy of Gujarat and holds the promise of doing the same for the rest of the country.
XS
SM
MD
LG