ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Hybrid ແປວ່າ ພັນປະສົມ ເຊັ່ນ: ສັດ ຫຼືພືດ


ຍານພາຫະນະ hybrid ແມ່ນສິ່ງນຶ່ງທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ແລະ ນໍ້າມັນເຊື້ອໄຟ.

Welcome to the Voive of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word was seen at this year’s Washington Auto Show.

ຄໍາສັບໃນຂ່າວນີ້ ຖືກພົບເຫັນຢູ່ທີ່ງານວາງສະແດງຍານພາຫະນະປະຈໍາປີ ໃນຄອນຫຼວງວໍຊິງຕັນ.

HYBRID: HYBRID

The Washington Auto Show was filled with shiny new cars and, and for fun, a car simulator.

ງານສະແດງຍານພາຫະນະໃນນະຄອນຫຼວງວໍຊິງຕັນ ແມ່ນເຕັມໄປດ້ວຍລົດ ໃໝ່ທີ່ເງົາງາມ, ແລະ ລົດ​ຈຳ​ລອງ, ເພື່ອຄວາມມ່ວນຊື່ນ.

There was a lot of interest in the fully electric and hybrid electric cars.

ມັນມີຄວາມສົນໃຈຢ່າງຫຼວງຫຼາຍ ໃນຍານພະຫະນະໄຟຟ້າເຕັມຮູບແບບ ແລະ ຍານພາຫະນະປະ​ສົມໄຟ​ຟ້າ.

A hybrid is something that is formed by combining two or more things.

Hybrid ແມ່ນບາງສິ່ງທີ່ສ້າງຂຶ້ນມາໂດຍການປະສົມປະສານສອງຢ່າງ ຫຼື ຫຼາຍກວ່ານັ້ນ.

A hybrid vehicle is one that is powered by both electricity and liquid fuel gasoline.

ຍານພາຫະນະ hybrid ແມ່ນສິ່ງນຶ່ງທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ແລະ ນໍາມັນເຊື້ອໄຟ.

In biology, a hybrid is an animal or plant produced from two different species.

ໃນຊີວະວິທະຍາ, hybrid ແມ່ນສັດ ຫຼື ພືດ ທີ່ຜະລິດຈາກສອງສາຍພັນທີ່ ແຕກຕ່າງກັນ.

XS
SM
MD
LG