ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄຳສັບ ແລະສຳນວນພາສາ ອັງກິດແບບ ອາເມຣິກັນ - ບົດຮຽນທີ 7: Hit the Road & Have a Hissy fit


ຄຳ​ສັບ ແລະ​ສຳ​ນວນພາ​ສາອ​ັງ​ກິດ ແບບ​ອາ​ເມ​ຣິ​ກັນ - American Slang Idioms
ຄຳ​ສັບ ແລະ​ສຳ​ນວນພາ​ສາອ​ັງ​ກິດ ແບບ​ອາ​ເມ​ຣິ​ກັນ - American Slang Idioms

ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບ ວີໂອເອ ພາກພາສາ ລາວ ພູມໃຈສະເໜີ ລາຍການ​ສອນພາສາອັງກິດ Popular American Slangs and Idioms ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ ລະຫວ່າງ​ເພື່ອ​ນນັກ​ສຶກສາຄົນລາວ ກັບ ຄົນອາ​ເມຣິກັນ ເພື່ອອະທິບາຍຄໍາສັບ ​ແລະ ສໍານວນພາ​ສາ​ອັງກິດ​ຕ່າງໆ ທີ່​ຄົນອາ​ເມຣິກັນ ນິຍົມ​ໃຊ້​ກັນ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ແລະ ນ້ອງໆນັກສຶກສາທີ່ຮັກ ແພງທັງຫລາຍ. ຂໍຕ້ອນຮັບເຂົ້າສູ່ລາຍການສອນພາສາອັງກິດ Popular American Slangs and Idioms ຂອງ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ທີ່​ນະຄອນ​ຫລວງ​ວຽງ​ຈັນ ສປປ ລາວ ຮ່ວມ​ກັບ ວີໂອເອພາກ ພາສາລາວ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ ສະຫະລັດອາເມຣິກາ​. ໃນ ບົດຮຽນທີ 7 ນີ້ ພວກເຮົາ​ຈະ​ພາທ່ານ​ຮຽນ​ສຳນວນ Hit the road ກັບ have a hissy fit. ເພື່ອບໍ່ໃຫ້ເສຍເວລາ ໄປຟັງ Ly ກັບ Larry ລົ​ມ​ກັນເລີຍ ເພື່ອຮຽນຄວາມໝາຍຂອງມັນ.


Larry and Ly are fixing to leave to visit Larry’s parents for the weekend. ທ່ານຜູ້ຟັງ ແລະ ນ້ອງໆນັກສຶກສາ ຄົງ ຍັງຈື່ໄດ້ຕິເນາະ ສຳນວນ fix to do something ທີ່ພວກເຮົາໄດ້ສອນ ທ່ານ ເມື່ອສອງສາມບົດຮຽນຜ່ານມາ ທີ່ແປວ່າ ກຽມຕົວຈະເຮັດອັນນັ້ນ ອັນນີ້? Larry and Ly are fixing to leave to visit Larry’s parents for the weekend ກໍ່ແປວ່າ ແລຣີ ກັບ ລີ ກຳລັງກຽມຈະ ອອກເດີນທາງໄປຢາມ ພໍ່ແມ່ຂອງແລຣີ ໃນຍາມສຸດສັບປະດາ. ແລຣີ ບອກລີວ່າ It’s time to hit the road! ລອງເດົາເບິ່ງວ່າ ມັນມີຄວາມ ໝາຍແນວໃດ?

LL: Come on, Ly. It’s time to hit the road! We’ve got a long drive a head of us.

Ly: It’s time to what? Why would we hit the road?

LL: To hit the road means to leave. It’s time for us to leave.

Ly: But we can’t hit the road yet! I’m not finished packing!

LL: Ly, I told you that we need to hit the road by 9:00 am if we’re going to make it to my parents’ house before dark.

Ly: I just need a few more minutes. I promise we can hit the road soon.

LL: All right, but please hurry up. I hate driving on country roads after dark. It can be dangerous.

Ly: I am hurrying! Hey, can we stop somewhere for breakfast?

LL: I don’t want to stop right after we hit the road. You can have a snack now and then we’ll stop for lunch.

Ly: But I’m hungry and I don’t have anything to eat. I knew we’d be gone this weekend, so I didn’t bother to go grocery shopping.

LL: How about this: If you can be ready to hit the road in five minutes, then we can stop for breakfast. Otherwise, you’re just going to have to wait until lunch.

Ly: Okay, I’m almost ready. I just need to find my bathing suit and my sunscreen.

LL: Are you sure you have everything you need?

Ly: I think that’s everything. Okay! Let’s hit the road!

LL: It’s about time! I’ll go and put your suitcase in the car.

Ly: Don’t forget that we have to stop at MacDonald’s for breakfast!


ໃນບົດຮຽນຜ່ານໆມາ ພວກເຮົາໄດ້ຮຽນສອງສາມສຳນວນທີ່ມີຄຳ ວ່າ to hit ທີ່ແປວ່າ ຕີ ຫລື ຕີຖືກ ເຊັ່ນ hit the sack ທີ່ແປວ່າ ຕີຖົງ ແຕ່ມີຄວາມໝາຍວ່າ ໄປນອນ ກັບ hit pay dirt ຕີດິນ ຫລື ຂຸດ​ຖືກ​ດິນ ທີ່ຈ່າຍເງິນໃຫ້ເຮົາ ກໍ່ຄື ພົບດິນທີ່ເປັນເງິນເປັນຄຳ ແປວ່າໄດ້ຜົນ ຮັບ ຜົນສຳເລັດ ເປັນເງິນເປັນຄຳ ຢ່າງບໍ່ຄາດຝັນ. ສຳນວນ hit the road ກໍ່ຄືກັນ ຕີຖະໜົນຫົນທາງ ແຕ່ມີຄວາມໝາຍວ່າ ອອກເດີນທາງ. ແຕ່ວ່າ ຖ້າມີຄົນມາລົບກວນໃຫ້ທ່ານລຳຄານໃຈ ທ່ານຈະບອກເຂົາວ່າ hit the road ກໍ່ໄດ້ ກໍ່ຄືບອກໃຫ້ຜູ້ກ່ຽວໜີໄປໄກໆນັ້ນເອງ. ໄປຟັງບົດ ສົນທະນາ ເມື່ອກີ້ນີ້ ອີກເທື່ອໜຶ່ງ ພ້ອມກັບຄຳແປ ເພື່ອໃຫ້ເຂົ້າໃຈຄັກໆ.

LL: Come on, Li. It’s time to hit the road! We’ve got a long drive a head of us.

ຮີບມາ ລີ. ໄດ້ເວລາ hit the road ແລ້ວ. ເຮົາຕ້ອງໄດ້ຂັບລົດໄກໄດ໋.

Ly: It’s time to what? Why would we hit the road? ໄດ້ເວລາເຮັດຫຍັງເກາະ? ເປັນຫຍັງ ພວກເຮົາຈຶ່ງຕ້ອງຕີຖະໜົນຫົນທາງ ລະ?

LL: To hit the road means to leave. It’s time for us to leave. To hit the road ແປວ່າ ອອກເດີນທາງ. ໄດ້ເວລາທີ່ພວກ ເຮົາຕ້ອງໄປແລ້ວ.

Ly: But we can’t hit the road yet! I’m not finished packing! ແຕ່ວ່າພວກເຮົາຍັງໄປບໍ່ໄດ້ເທື່ອ! ຂ້ອຍຍັງຈັດຫີບບໍ່ແລ້ວເທື່ອ!

LL: Li, I told you that we need to hit the road by 9:00 am if we’re going to make it to my parents’ house before dark. ລີ ຂ້ອຍບອກເຈົ້າແລ້ວເດ້ ວ່າ ພວກເຮົາຕ້ອງອອກເດີນ ທາງ ພາຍໃນເວລາ 9 ໂມງເຊົ້າ ຖ້າຫາກເຮົາຢາກໄປຮອດເຮືອນພໍ່ແມ່ ຂ້ອຍ ກ່ອນຄ່ຳ.

Ly: I just need a few more minutes. I promise we can hit the road soon. ຂ້ອຍຕ້ອງການເວລາອີກພຽງ 3-4 ນາທີ ເທົ່ານັ້ນແຫລະ. ຂ້ອນສັນຍາວ່າ ພວກເຮົາຈະໄດ້ອອກເດີນທາງ ໃນໄວໆ ນີ້ແຫລະ.

LL: All right, but please hurry up. I hate driving on country roads after dark. It can be dangerous.

ໂອເຄ... ແຕ່ວ່າ ໄວໆແດ່ເດີ້. ຂ້ອຍບໍ່ມັກຂັບລົດຢູ່ຖະໜົນບ້ານນອກ ໃນຍາມຄ່ຳ​ເລີຍ. ມັນເປັນອັນຕະລາຍໄດ້ເດ້.

Ly: I am hurrying! Hey, can we stop somewhere for breakfast? ຂ້ອຍກໍາລັງຟ້າວຢູ່ແລ້ວ. ເອີ່ ພວກເຮົາຢຸດແວ່ກິນເຂົ້າເຊົ້າ ບອ່ນໃດບ່ອນໜຶ່ງ ໄດ້ບໍ່?

LL: I don’t want to stop right after we hit the road. You can have a snack now and then we’ll stop for lunch. ຂ້ອຍບໍ່ຢາກຢຸດ ທັນທີທີ່ພວກເຮົາອອກເດີນທາງ​ໄປ. ເຈົ້າຈະກິນ ຫຍັງຮອງທ້ອງຕອນນີ້ກ່ອນກໍ່ໄດ້ເລີຍ ແລ້ວພວກເຮົາຈຶ່ງຢຸດແວ່ກິນເຂົ້າ ທ່ຽງ ບາດດຽວ.

Ly: But I’m hungry and I don’t have anything to eat. I knew we’d be gone this weekend, so I didn’t bother to go grocery shopping. ແຕ່ວ່າ ຂ້ອຍຫິວເຂົ້າ ແລະ ຂ້ອຍກໍ່ບໍ່ມີຫຍັງ ກິນ. ຂ້ອຍຮູ້ວ່າ ພວກເຮົາຈະບໍ່ຢູ່ທ້າຍອາທິດນີ້ ຂ້ອຍກໍ່ເລີຍບໍ່ສົນໃຈທີ່ຈະ ໄປຊື້ຂອງກິນມາໄວ້.

Ly: How about this: If you can be ready to hit the road in five minutes, then we can stop for breakfast. ເຮັດຈັ່ງຊີ້ສາຊັ້ນ: ຄັນເຈົ້າພ້ອມທີ່ຈະອອກເດີນທາງໄດ້ ໃນ 5 ນາທີ ພວກເຮົາກໍ່ຈະຢຸດແວ່ກິນເຂົ້າເຊົ້າໄດ້. Otherwise, you’re just going to have to wait until lunch. ບໍ່ດັ່ງນັ້ນແລ້ວ ເຈົ້າຄົງກໍ່ຈະ ຕ້ອງໄດ້ລໍຖ້າ ຈົນຮອດຍາມກິນເຂົ້າທ່ຽງ ພຸ້ນແຫລະ.

Ly: Okay, I’m almost ready. I just need to find my bathing suit and my sunscreen. ຕົກລົງ ຂ້ອຍເກືອບຈະພ້ອມ ແລ້ວ. ຂ້ອຍພຽງແຕ່ຕ້ອງຊອກຫາຊຸດອາບນ້ຳ ກັບ ຄຣີມກັນແດດຂ້ອຍ ເທົ່ານັ້ນ.

LL: Are you sure you have everything you need? ເຈົ້າແນ່ໃຈບໍວ່າ ເຈົ້າມີທຸກຢ່າງທີ່ເຈົ້າຕ້ອງການແລ້ວ.

Ly: I think that’s everything. Okay! Let’s hit the road! ຂ້ອຍຄິດວ່າ ມີໝົດແລ້ວ. ໂອເຄ ໄປ໊ ອອກເດີນທາງບັດນີ້!

LL: It’s about time! I’ll go and put your suitcase in the car. ມັນກໍ່ສົມຄວນແກ່ເວລາແລ້ວ! ຂ້ອຍຈະເອົາຫີບເຈົ້າໄປໄວ້ໃນລົດເດີ້.

Ly: Don’t forget that we have to stop at MacDonald’s

for breakfast! ຢ່າລືມເດີ້ ວ່າເຮົາຕ້ອງຢຸດແວ່ກິນເຂົ້າເຊົ້າ ຢູ່ຮ້ານ MacDonald’s!

So to hit the road means to leave ສະຫລຸບແລ້ວ to hit the road ແປວ່າອອກເດີນທາງ. Larry wants to hit the road before 9 so that they will make it to his parents’ house before dark ແລຣີຢາກອອກເດີນທາງກ່ອນ 9 ໂມງເຊົ້າ ເພື່ອ ຈະໄດ້ໄປຮອດເຮືອນພໍ່ແມ່ລາວ ກ່ອນຄ່ຳ. To make it to some place ແປວ່າໄປຮອດໄປເຖິງ. ເປັນສຳນວນທີ່ນິຍົມໃຊ້ກັນຫລາຍ. ຕົວຢ່າງ: ຖ້າທ່ານຄິດວ່າ ທ່ານຈະບໍ່ຮອດ ຫລື ບໍ່ໄດ້ໄປງານຄືນນີ້ ທ່ານ ກໍ່ຈະເວົ້າວ່າ I don’t think I can make it tonight ຫລື I don’t think I can make it to your party ຂ້ອຍຄິດວ່າ ຂ້ອຍຄົງຈະບໍ່ ໄດ້ໄປ ຫລື ໄປບໍ່ຮອດງານເຈົ້າດອກ ມື້ຄໍ່ານີ້; ຫລື ໃນປະໂຫຍກນີ້ She made it on time ລາວໄປຮອດຫັ້ນທັນເວລາ. ເອົ້າ ບັດນີ້ ໄປຟັງ ລີ ກັບ ແລຣີ ລົມກັນຕໍ່ ໃນລະຫວ່າງເດີນທາງ. ໃຫ້ສັງເກດຄຳວ່າ hissy fit ແລະ ຟັງຄໍາອະທິບາຍຂອງແລຣີ ໃຫ້ຄັກໆ.

Ly: You passed MacDonald’s! You promised we’d stop for breakfast!

LL: Sorry, I missed the turn. We can turn around and go back. There’s no need to have a hissy fit.

Ly: Have a what? What’s a hissy fit?

LL: To have a hissy fit means to get really upset about something and throw a tantrum.

Ly: I’m not having a hissy fit! I was just upset because I thought you weren’t going to stop.

LL: Well, look, I’m going to stop. See? You’re going to get what you want, so there is no need to have a hissy fit.

Ly: I told you that I wasn’t having a hissy fit!

LL: Oh great. Now, you’re going to have a hissy fit because I asked you not to have a hissy fit.

Ly: What? This is getting confusing.

LL: Yeah, let’s just forget about the whole thing and go get some breakfast. I’m actually a little hungry, too.

Ly: Hey, look, it looks as though that little boy is having a hissy fit about something. He’s crying and screaming.

LL: Maybe he didn’t get the toy that he wanted in his Happy Meal.

So what is a hissy fit? a hissy fit – hissy H-I-S-S-Y ກັບ fit F-I-T ​ແປ​ວ່າຫຍັງ? To have a hissy fit means to get really upset about something and throw a tantrum. To have a hissy fit - ແປວ່າ ໂມໂຫ ບໍ່ພໍໃຈຢ່າງແຮງ ກ່ຽວກັບເລື່ອງໃດເລື່ອງໜຶ່ງ ແລ້ວກໍ່ throw a tantrum T-A-N-T-R-U-M ສົ່ງສຽງດັງໂວຍວາຍ ຄືກັນກັບ ເດັກນ້ອຍທີ່ບໍ່ໄດ້ດັ່ງ ໃຈ. And who’s having a hissy fit, and why? ແລ້ວແມ່ນໃຜ ທີ່ສົ່ງສຽງໂວຍວາຍ ແລະ ເປັນຫຍັງ? ເອົາ ໄປຟັງບົດສົນທະນາ ເມື່ອກີ້ ນີ້ອີກ ພ້ອມກັບ ຄຳແປ.

Ly: You passed MacDonald’s! You promised we’d stop for breakfast! ເຈົ້າກາຍຮ້ານ MacDonald’s ​ໄປ​ແລ້ວ! ​ໃສ​ວ່າ ເຈົ້າ ສັນຍາວ່າ ພວກເຮົາຈະຢຸດກິນເຂົ້າເຊົ້າ ກ່ອນ!

LL: Sorry, I missed the turn. We can turn around and go back. There’s no need to have a hissy fit. ​ໂອ ຂໍ​ໂທດ ຂ້ອຍກາຍບ່ອນລ້ຽວຊ້ຳ. ເຮົາຈະອ່ວາຍລົດ ແລ້ວກັບຄືນໄປ​ໃໝ່ກໍ່ໄດ້. ບໍ່ ຈຳ​ເປັນຈະຕ້ອງມີ hissy fit ເລີຍ.

Ly: Have a what? What’s a hissy fit? ມີຫຍັງເກາະ? ແມ່ນຫຍັງ a hissy fit?

LL: To have a hissy fit means to get really upset about something and throw a tantrum. To have a hissy fit ແປວ່າ ໂມໂຫ ບໍ່ພໍໃຈຢ່າງແຮງ ກ່ຽວກັບເລື່ອງໃດເລື່ອງໜຶ່ງ ແລ້ວກໍ່ສົ່ງ ສຽງດັງໂວຍວາຍ ຄືກັນກັບ ເດັກນ້ອຍທີ່ບໍ່ໄດ້ດັ່ງໃຈ.

Ly: I’m not having a hissy fit! I was just upset because I thought you weren’t going to stop. ຂ້ອຍບໍ່ໄດ້ມີ hissy fit! ຂ້ອຍພຽງແຕ່ຢາກຮ້າຍ ເພາະຂ້ອຍຄິດວ່າ ເຈົ້າຈະບໍ່ຢຸດລົດ.

LL: Well, look, I’m going to stop. See? You’re going to get what you want, so there is no need to have a hissy fit. ເອົາ ເບິ່ງແມ້ ຂ້ອຍກໍ່ກໍາລັງຈະຢຸດຢູ່ນີ້ເດ້ ເຫັນບໍ່? ເຈົ້າຈະ ໄດ້ໃນສິ່ງທີ່ເຈົ້າຢາກໄດ້ຢູ່​ດອກ ດັ່ງນັ້ນ ຈຶ່ງບໍ່ຈຳເປັນຕ້ອງໂວຍວາຍ​ເລີຍ.

Ly: I told you that I wasn’t having a hissy fit! ຂ້ອຍບອກເຈົ້າແລ້ວ​ເດ້ ຂ້ອຍບໍ່ໄດ້ໂວຍວາຍ!

LL: Oh great. Now, you’re going to have a hissy fit because I asked you not to have a hissy fit. ຈັ່ງແມ່ນຄັກ​ເນາະ. ບັດນີ້ ເຈົ້າຊ້ຳຜັດຊິໂວຍວາຍ ຍ້ອນຂ້ອຍຂໍບໍ່ໃຫ້ເຈົ້າໂວຍວາຍ.

Ly: What? This is getting confusing. ແມ່ນຫຍັງເກາະ? ຄື​ວ່າ ມັນກຳລັງສັບສົນຂຶ້ນໄດ໋ນີ່.

LL: Yeah, let’s just forget about the whole thing and go get some breakfast. I’m actually a little hungry, too. ຫັ້ນແຫລະ ລືມເລື່ອງທັງໝົດສາ​ເນາະ ແລ້ວໄປກິນເຂົ້າເຊົ້າກັນ. ຄວາມ ຈິງແລ້ວ ຂ້ອຍກໍ່ຫິວແດ່ໜ້ອຍໜຶ່ງຄືກັນ. Hey Ly, look at that little boy. He is having a hissy fit. ເອີ່ ລີ ເບິ່ງໝໍນ້ອຍໆຄົນນັ້ນ​ແມ້ ມັນກຳລັງຮ້ອງ​ໄຫ້ໂວຍວາຍ.

Ly: Maybe he didn’t get the toy that he wanted in his

Happy Meal. ບາງທີ ມັນອາດບໍ່ໄດ້ເຄື່ອງຫລິ້ນ ທີ່ມັນຢາກໄດ້ ໃນຊຸດອາຫານ Happy Meal ຂອງມັນ ຕິ​ເບາະ.

ແລະ ນັ້ນກໍ່ຄືລາຍການບົດຮຽນພາສາອັງກິດ Popular American Slangs and Idioms ທີ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ ຢູ່ນະຄອນຫລວງ​ວຽງ​ຈັນ ສປປ ລາວ ຮ່ວມກັບ ວີໂອເອ ພາກ ພາສາລາວ ທີ່​ນະຄອນຫລວງວໍ​ຊິງ​ຕັນ ດີ​ຊີ ສະຫະລັດອາ​ເມຣິກາ ນຳມາ ສະເໜີທ່ານເປັນປະຈໍາ ທາງສະຖານີແຫ່ງນີ້ ໃນລະບົບ AM ທຸກໆວັນ ອັງຄານ ແລະ ວັນເສົາ ເວລາ 9.30 ໂມງ ຫາ 9:45 ໂມງ ຕອນເຊົ້າ ແລະ ໃນລະບົບ FM 103.7 Mhz (ຮ້ອຍສາມຈຸດເຈັດເມກາເຮີ້ສ) ເວລາບ່າຍ 14.00 ໂມງ ຫາ 14.15 ໂມງ ທຸກໆວັນເສົາ ແລະ ວັນ ອາທິດ. ໂປດຕິດຕາມບົດຮຽນໃໝ່ຂອງພວກເຮົາໄດ້ໃນຄັ້ງຕໍ່ໄປ. ສຳລັບ ມື້ນີ້ ທິມງານຂອງພວກເຮົາ ຂ້າພະເຈົ້າ ດາຣາ ກັບ ສຸກພະໃສ ແລະ ເພັດສະໝອນ ພ້ອມດ້ວຍນາຍຊ່າງເຕັກນິກອັດສຽງ ສົມຄິດ ວິໄລເງິນ ແລະ ອັດສະລາ ຂໍຂອບໃຈທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງແຕ່ຕົ້ນຈົນ ຈົບ. ພົບກັນໃໝ່ໃນໂອກາດໜ້າ - ສະບາຍດີ!

XS
SM
MD
LG