ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄຳສັບພາສາອັງກິດໃນຂ່າວ Gridlock


ຮຽນຄຳສັບພາສາອັງກິດໃນຂ່າວ Gridlock
please wait

No media source currently available

0:00 0:01:01 0:00

ຮຽນຄຳສັບພາສາອັງກິດໃນຂ່າວ Gridlock

NEWS WORDS: Gridlock

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຊຶ່ງ​ພວກ​ເຮົາ​ຈະ​ສອນ​ທ່ານ​ກ່ຽວກັບ​ ຄຳ​ສັບ​ທີ່​ໃຊ້​ໃນ​ຂ່າວ​.

You might hear this in stories about the American Congress.

ທ່ານອາດໄດ້ຍິນເລື້ອງນີ້ ກ່ຽວກັບສະພາອາເມຣິກັນ.

GRIDLOCK

GRIDLOCK: ກຣິດລັອກ

The short-term political impact could lead to more congressional gridlock on a host of issues, says Dallek.

ຜົນກະທົບການເມືອງໄລຍະສັ້ນ ສາມາດນຳໄປສູ່ຄວາມບໍ່ໄປບໍ່ມາໃນຫຼາກຫຼາຍບັນຫາຂອງລັດຖະສະພາຕື່ມອີກ, ອີງຕາມການກ່າວຂອງທ່ານ ດາເລັກ.

I think it does deepen the animosity between not just the executive and legislative branches but between Democrats and Republicans.

ຂ້າພະເຈົ້າຄິດວ່າ ມັນເຮັດໃຫ້ເກີດຄວາມບໍ່ເປັນມິດຫຼາຍຍິ່ງຂຶ້ນ ລະຫວ່າງບໍ່ພຽງແຕ່ສາຂາບໍລິຫານ ແລະ ນິຕິບັນຍັດເທົ່ານັ້ນ ແຕ່ລະຫວ່າງ ພັກເດໂມແຄຣັດ ແລະຣີພັບບລິກັນດ້ວຍ.

Gridlock is when traffic is blocked and cars cannot move.

ກຣິດລັອກ ແມ່ນເວລາການສັນຈອນຖືກຕັນ ແລະ ລົດບໍ່ສາມາດເຄື່ອນຍ້າຍໄດ້.

In our story, it means nothing is getting done.

ຢູ່ໃນຂ່າວຂອງພວກເຮົາ ມັນໝາຍຄວາມວ່າ ບໍ່ມີຫຍັງທີ່ເຮັດແລ້ວສຳເລັດ.

The two political parties cannot agree, legislation is blocked, so not much lawmaking is happening on Capitol Hill.

ສອງພັກການເມືອງທີ່ວ່ານັ້ນ ບໍ່ສາມາດຕົກລົງກັນໄດ້, ຮ່າງກົດໝາຍນິຕິບັນຍັດ ຖືກກີດກັ້ນ ເພາະສະນັ້ນມັນຈິ່ງບໍ່ມີການຮ່າງກົດໝາຍຍັງຫຼາຍເກີດຂຶ້ນຢູ່ຫໍລັດຖະສະພາ.

Now, when you hear the word gridlock, you will know what does this word means.

ບັດນີ້ ເວລາທ່ານໄດ້ຍິນຄຳວ່າ ກຣິດລັອກ ທ່ານຈະຮູ້ວ່າຄຳສັບນີ້ໝາຍຄວາມວ່າຫຍັງ.

XS
SM
MD
LG