ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜນການ​ຮັບ​ມື​ສຸກ​ເສີນ ດ້ານພະລັງງານ ພວມມີ​ການ​ເຄື່ອນ​ໄຫວ ທ່າມກາງວິກິດການ ​ລະ​ຫວ່າງຣັດເຊຍ​ ກັບຢູເຄຣນ


ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ຊ້າຍ ແລະ ອາເລັກເຊ ມິລເລີຣ ຫົວໜ້າບໍລິສັດຍັກໃຫຍ່ Gazprom ເຂົ້າຮ່ວມກອງປະຊຸມ ທີ່ເມືອງ Novobureyskiy, ຣັດເຊຍ ວັນທີ 3 ສິງຫາ 2017.
ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ຊ້າຍ ແລະ ອາເລັກເຊ ມິລເລີຣ ຫົວໜ້າບໍລິສັດຍັກໃຫຍ່ Gazprom ເຂົ້າຮ່ວມກອງປະຊຸມ ທີ່ເມືອງ Novobureyskiy, ຣັດເຊຍ ວັນທີ 3 ສິງຫາ 2017.

ລັດຖະບານທ່ານໄບເດັນ ໄດ້ເຮັດວຽກກັບບັນດາປະເທດໃນຢູໂຣບ ແລະຜູ້ຜະລິດພະລັງງານທັງຫຼາຍຢູ່​ໃນທົ່ວໂລກ ເພື່ອຊອກຫາທາງ ສົ່ງເຊື້ອ​ໄຟ​ໄປ ໃຫ້ບັນດາປະເທດ​ໃນຢູໂຣບຕາ​ເວັນ​ຕົກ ຖ້າຫາກປະທານາທິບໍດີຣັດເຊຍທ່ານ ວລາດີເມຍ ປູຕິນ ຕັດການສົ່ງອອກນໍ້າມັນ ແລະແກັສ ​ໄປ​ໃຫ້​ປະ​ເທ​ດ​ເຫຼົ່າ​ນີ້ ເພື່ອ​ເປັນການຕອບໂຕ້ ຕໍ່ການລົງໂທດທີ່ໄດ້ມີຂຶ້ນຍ້ອນການຮຸກຮານຕໍ່ຢູເຄຣນ.

ເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ໄດ້ກ່າວຕໍ່ພວກນັກຂ່າວ ໃນວັນອັງຄານວານນີ້ວ່າ “ພວກເຮົາໄດ້ເຮັດວຽກເພື່ອລະ​ບຸປະລິ​ມານເພີ້ມເຕີມຂອງແກັສທຳມະຊາດທີ່ບໍ່ແມ່ນຂອງຣັດເຊຍ ຈາກເຂດຕ່າງໆຂອງໂລກ ຈາກອາຟຣິກາເໜືອ ແລະພາກຕາເວັນອອກກາງ ແລະສະຫະລັດ.”

ແຜນ​ຮັບ​ມື​ສຸກ​ເສີນ​ດັ່ງ​ກ່າວ​ແມ່ນ​ແນໃສ່​ເພື່ອ​ໃຫ້ການຄໍ້າປະກັນແກ່​ປະ​ເທດພັນທະມິດ​ໃນຢູໂຣບ ທີ່ມີຄວາມເປັນຫ່ວງຕໍ່ຜົນກະທົບ ຈາກການໃຊ້ພະລັງງານເປັນອາ ວຸດ. ມົສກູໄດ້ສະ​ໜອງປະມານ 40 ເປີເຊັນຂອງແກັສທຳມະຊາດໃຫ້ແກ່ຢູໂຣບ ແລະການ​ເກັບສະສົມພະລັງງານ​ຂອງຢູໂຣບໃນໄລ​ຍະສອງສາມເດືອນທີ່ຜ່ານມານີ້ ໄດ້ຫລຸດຕໍ່າລົງຢ່າງຫຼວງຫຼາຍ ເພາະວ່າຣັດ​ເຊຍ ໄດ້ຫລຸດຜ່ອນ​ການ​ສະ​ໜອງ​ແກັ​ສ​ໃຫ້.

ເຈົ້າໜ້າທີ່ລັດຖະບານຄົນທີສອງໄດ້ເນັ້ນໜັກວ່າ ການສົ່ງອອກນໍ້າມັນ ແລະແກັສ ​ປະ​ກອບ​ເປັນລາຍໄດ້ປະມານເຄິ່ງນຶ່ງ​ສຳ​ລັບງົບປະມານ​ຂອງລັດຖະບານກາງຣັດ ເຊຍ ຊຶ່ງໝາຍຄວາມວ່າ ມົສກູພຽງແມ່ນ​ກາງ​ຕໍ່ລາຍໄດ້ຈາກພະລັງງານ ດັ່ງ​ດຽວ ກັບທີ່ຢູໂຣບກາງ​ຕໍ່​ການ​ສະ​ໜອງ​ພະ​ລັງ​ງານ​ດັ່ງ​ກ່າວ.

ເຈົ້າໜ້າທີ່ກ່າວວ່າ “ຖ້າຫາກຣັດເຊຍຕັດສິນໃຈໃຊ້ການ​ສະ​ໜອງແກັສທຳມະຊາດ ຫຼືນໍ້າມັນດິບເປັນອາວຸດ ມັນກໍຈະບໍ່ປາດສະຈາກ​ຜົນທີ່ຈະຕິດຕາມມາ ຕໍ່ເສດຖະ ກິດຂອງຣັດເຊຍ.”

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກິ ໄດ້ປະຕິເສດ ທີ່ຈະຢືນຢັນລາຍງານ ທີ່ວ່າ ​ປະ​ເທດກາຕາ (Qatar) ແມ່ນນຶ່ງຂອງບັນດາປະເທດທີ່ສະຫະລັດ ແລະ ພັນທະມິດ​ໃນຢູໂຣບໄດ້​ໂອ້​ລົມ​ນຳ.

“ການຕິ​ດ​ຕໍ່ຂອງພວກເຮົາບໍ່ກ່ຽວກັບປະເທດໃດປະເທດນຶ່ງຫຼື​ອົງ​ການໃດ​ອົງ​ການ ນຶ່ງ” ທ່ານນາງໄດ້ກ່າວ ໃນລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ ​ໃນ​ວັນ​ອັງ​ຄານ​ວານນີ້ ແລະ​ກ່າວເພີ້ມອີກວ່າ ລັດຖະບານກຳລັງພົວພັນ ກັບບັນດາຜູ້ຊື້ ແລະຜູ້​ສະ​ໜອງແກັສທຳມະຊາດທີ່ເປັນຂອງ​ແຫຼວ ເພື່ອຄໍ້າປະກັນການປ່ຽນແປງໃນ​ສັນ​ຍາທີີ່ມີຢູ່​ໃນ​ເວ​ລານີ້ ເພື່ອ​ໃຫ້​ມີ​ແຫຼ່ງ​ສະ​ໜອງ​ທີ່​ຫຼາກ​ຫຼາຍ ຖ້າຢູໂຣບ ຫາກມີຄວາມຕ້ອງ ການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG