ວັນຕໍ່ຕ້ານໂຣກເອດສ໌ໂລກ ປີນີ້ ຄືວັນທີ 1 ທັນວາ ມື້ວານນີ້
ແມ່ນເພ່ງເລັງໃສ່ເລື່ອງທີ່ວ່າ ເຮັດແນວໃດຈຶ່ງຈະເຮັດໃຫ້ຄົນ
ລຸ້ນຕໍ່ໄປ ປອດຈາກໂຣກເອດສ໌ໄດ້. ອົງການສະຫະປະຊາ
ຊາດທຳນາຍວ່າ ຖ້າຫາກມີການເພີ້ມທະວີ ການບໍລິການ
ດ້ານການປ້ອງກັນແລະປິ່ນປົວ ໃຫ້ຫລາຍຂຶ້ນແລ້ວ ການລະ
ບາດຂອງໂຣກນີ້ກໍຈະບໍ່ເປັນໄພຂົ່ມຂູ່ຕໍ່ໂລກໄດ້ຕໍ່ໄປ ໃນອີກ
15 ປີຂ້າງໜ້າ. ແຕ່ຖ້າຫາກວ່າ ບໍ່ສາມາດບັນລຸເປົ້າໝາຍ
ຕ່າງໆທີ່ໄດ້ຕັ້ງໄວ້ນັ້ນໄດ້ ໂຣກລະບາດອັນນີ້ ກໍອາດສາມາດ
ຮ້າຍແຮງໜັກຂຶ້ນໄດ້. ຜູ້ສື່ຂ່າວວີໂອເອ Carol Pearson
ມີລາຍງານ ຊຶ່ງດາຣາຈະນຳມາສະເໜີທ່ານ.
ເປັນເວລາ 30 ປີມາແລ້ວ ທີ່ Dr. Anthony Fauci ໄດ້ດຳລົງ
ຕຳແໜ່ງຜູ້ອຳນວຍການຂອງສະຖາບັນໂຣກພູມແພ້ແລະພະຍາດທີ່ມາຈາກການຕິດເຊື້ອໄວຣັສ ແຫ່ງຊາດ. ໃນປີ 1984 ນັ້ນ ບໍ່ມີຢາອັນໃດເລີຍ ທີ່ແນໃສ່ເພື່ອປິ່ນປົວໂຣກ HIV/AIDS ໂດຍສະເພາະ. ມາບັດນີ້ ແມ່ນມີຫລາຍກ່ວາ 30 ຊະນິດ.
ດອກເຕີ້ Fauci ກ່າວເຖິງຄວາມກ້າວໜ້າ ໃນການຄອບຄຸມໂຣກ HIV/AIDS ວ່າ
“ໜ້າອັດສະຈັນຫລາຍ.” ທ່ານກ່າວວ່າ:
“ຖ້າຫາກທ່ານສາມາດເອົາຄົນໆໜຶ່ງ ມາປິ່ນປົວດ້ວຍຢາຕໍ່ຕ້ານການກັບຄືນມາ
ຂອງເຊື້ອໄວຣັສ ໃນຕອນຕົ້ນໆທີ່ເຂົາເຈົ້າຕິດເຊື້ອໂຣກ...ຄືສົມມຸດວ່າ ເອົາຜູ້ຊາຍ
ຫລືແມ່ຍິງອາຍຸປະມານ 25 ປີສະເນາະ ທ່ານກໍຈະສາມາດມອງຕາເຂົາເຈົ້າໄດ້
ຄືກັນກັບທີ່ຂ້າພະເຈົ້າເຮັດ ເວລາຂ້າພະເຈົ້າກວດເຂົາເຈົ້າຢູ່ໃນຄະລີນິກຂອງຂ້າ
ພະເຈົ້າ ອາທິດລະສາມຄັ້ງນັ້ນ ແລະບອກເຂົາເຈົ້າໄດ້ວ່າ ຖ້າຫາກເຂົາເຈົ້າກິນ
ຢານີ້ຕໍ່ໄປ ເຂົາເຈົ້າກໍສາມາດຄາດການໄດ້ເລີຍວ່າ ຈະສາມາດມີຊີວິດຍືນ ຢູ່ຕໍ່
ໄປໄດ້ຕື່ມ ອີກຮອດ 50 ປີ ຊຶ່ງນີ້ແຫລະແປໄດ້ວ່າ ແມ່ນຜົນສຳເລັດທີ່ມະຫັດສະ
ຈັນທີ່ສຸດອັນໜຶ່ງ ຂອງການຄົ້ນຄ້ວາດ້ານຊີວະແພດ.”
ແຕ່ລາຍງານສະບັບຫລ້າສຸດ ສະແດງໃຫ້ເຫັນວ່າ ໃນຈຳນວນຊາວອາເມຣິກັນທີ່ຕິດເຊື້ອ HIV ມີພຽງແຕ່ 30 ເປີເຊັນເທົ່ານັ້ນ ທີ່ກຳລັງໄດ້ຮັບການປິ່ນປົວເຊື້ອ HIV ຢ່າງຖືກຕ້ອງ. ແຕ່ສຳລັບພວກທີ່ມີອາຍຸໃນລະຫວ່າງ 18 ຫາ 24 ປີນັ້ນ ຕົວເລກດັ່ງກ່າວຫລຸດລົງເຖິງເຄິ່ງໜຶ່ງ ຄືມີພຽງປະມານ 15 ເປີເຊັນເທົ່ານັ້ນ.
ຊ່ຽວຊານບາງຄົນໂທດວ່າ ເປັນຄວາມຜິດຂອງມະນຸດເອງ ເພາະວ່າ ບາງຄົນມີຄວາມຢ້ານກົວ ບໍ່ຢາກຮູ້ຜົນການກວດຂອງຕົນ ສ່ວນຄົນອື່ນໆອີກກໍເໝື່ອຍທີ່ຈະກິນຢາຢູ່ເລື້ອຍໆ ບໍ່ມັກໃຊ້ຖົງຢາງອະນາໄມ ແລະກັງວົນນຳຄວາມອັບອາຍຂາຍໜ້າ ທີ່ມານຳການຕິດເຊື້ອ HIV ນັ້ນ.
ວີດີໂອເລື້ອງ ນະຄອນນິວຢອກ ປຸກລະດົມ ການກວດໂຣກເອດສ໌:
ມະຫາວິທະຍາໄລ Howard ໃນນະຄອນຫລວງ Washington ໃຫ້ການອຸບປະຖຳ ຈັດ
ກອງປະຊຸມຂຶ້ນເປັນປະຈຳທຸກໆປີ ເພື່ອພິຈາລະນາ ສຶກສາເລື່ອງມົນທິນແລະຄວາມອັບ
ອາຍຂາຍໜ້າ ທີ່ມາກັບໂຮກເອດສ໌. Rod McCoy ທີ່ມີເຊື້ອ HIV ເຮັດວຽກໃຫ້ອົງການໜຶ່ງ ທີ່ໃຫ້ການສິດສອນກ່ຽວກັບເຊື້ອ HIV ແລະໃຫ້ການກວດນຳ. ທ່ານ McCoy ເວົ້າວ່າ:
“ໜຶ່ງໃນຫລາຍໆຢ່າງ ທີ່ຂ້າພະເຈົ້າເປັນຫ່ວງນຳ ໃນຖານະຜູ້ສິດສອນເລື່ອງສຸຂະ
ພາບນັ້ນ ກໍຄືຢາກໃຫ້ຜູ້ຄົນກິນຢາຂອງເຂົາເຈົ້າຕໍ່ໄປເລື້ອຍໆ ນອກນັ້ນແລ້ວ ຂ້າພະ
ເຈົ້າກໍຍັງມີຄວາມເປັນຫ່ວງນຳ ພວກຄົນທີ່ບໍ່ໄດ້ຕິດເຊື້ອໄວຣັສນີ້ ແຕ່ມີແນວຄິດ
ແບບວ່າ ‘ໂອ ຜູ້ອື່ນພາກັນກິນຢາແລ້ວ ເພາະສະນັ້ນ ຖ້າຂ້ອຍຕິດເຊື້ອ ຂ້ອຍກໍຈະ
ບໍ່ເປັນຫຍັງດອກ.’ ຄວາມກັງວົນຂອງຂ້າພະເຈົ້າແມ່ນຢູ່ທີ່ ຄວາມເຢັນໃຈ ບໍ່ຮ້ອນ
ໃຈນຳການປ້ອງກັນ ຍ້ອນເຂົາເຈົ້າຄິດວ່າ ມີການປິ່ນປົວທີ່ສຳເລັດຜົນແລ້ວ.”
Dr. Fauci ບອກບັນດາຜູ້ໄປຮ່ວມໃນກອງປະຊຸມຕ່າງໆ ຄືກັນກັບ ກອງປະຊຸມຢູ່ທີ່
ສູນກາງການສຶກສາຍຸທະສາດແລະນາໆຊາດ ໃນວໍຊິງຕັນວ່າ ຄວາມເຢັນໃຈ ບໍ່ຮ້ອນ
ໃຈນັ້ນແຫລະ ຄືເຫດຜົນທີ່ວ່າເປັນຫຍັງ ຈຶ່ງມີຄວາມຈຳເປັນແທ້ໆ ສຳຫລັບຢາວັກຊີນ
ປ້ອງກັນເຊື້ອ HIV. ທ່ານກ່າວວ່າ:
“ເວລາໃດທີ່ພວກເຮົາເລີ້ມມອງເຫັນວ່າ ມີການຕິດເຊື້ອໃນລະດັບຕ່ຳຫລາຍ
ແລະໂຕເລກກໍເບິ່ງດີຫລາຍ ແມ່ນເວລານັ້ນແຫລະ ທີ່ມັນຈະກັບຄືນມາ. ເພາະ
ສະນັ້ນ ການລົງຄວາມເຫັນຂອງຂ້າພະເຈົ້າກໍແມ່ນວ່າ ມັນຈຳເປັນແທ້ໆທີ່ຈະ
ຕ້ອງມີຢາວັກຊີນປ້ອງກັນ ເພື່ອທີ່ຈະສາມາດ ຄວບຄຸມໂຣກເອດສ໌ໃຫ້ໄດ້ຢ່າງ
ຖາວອນ ແລະຍຸດຕິການລະບາດຂອງມັນ.”
ເຖິງແມ່ນຈະໄດ້ມີຄວາມກ້າວໜ້າຢ່າງມະຫັດສະຈັນ ໃນການປິ່ນປົວໂຣກເອດສ໌ ທີ່ກຳລັງ
ຮັດໃຫ້ຈຳນວນຄົນຕິດເຊື້ອໂຣກນີ້ ຫລຸດນ້ອຍລົງຢ່າງຫລວງຫລາຍກໍຕາມ ແຕ່ກໍຍັງມີປະຊາຊົນ ກ່ວາ 35 ລ້ານຄົນຢູ່ໃນທົ່ວໂລກ ທີ່ດຳລົງຊີວິດຢູ່ ກັບເຊື້ອໄວຣັສ HIV ແລະອົງການສະຫະປະຊາຊາດລາຍງານວ່າ ອີກ 1 ລ້ານ 5 ແສນຄົນໄດ້ເສຍຊີວິດ ໄປຍ້ອນໂຣກນີ້ ໃນປີ 2012 ຊຶ່ງເປັນຈຳນວນທີ່ຫລວງຫລາຍເກີນກ່ວາ ທີ່ພວກເຮົາຈະເຮັດໃຈເຢັນຢູ່ໄດ້.
ເບິ່ງວີດີໂອ ກ່ຽວກັບ ແມ່ຍິງທີ່ເປັນໂຣກເອດສ໌ ຢູ່ກຳປູເຈຍ
For 30 years, Dr. Anthony Fauci has been the director of the National Institute of Allergy and Infectious Diseases. In 1984, there were no drugs that targeted HIV/AIDS. There are now more than 30.
Fauci describes the progress in controlling HIV/AIDS as “extraordinary.”
"If you can put someone on anti-retrovirals relatively early in the course of their infection ... let us say they are a 25-year-old man or woman, you could look them in the eye as I do when I see them in my clinic three times a week, and tell them if they stay on their drug, you could project that they could live an additional 50, five-zero, years, which is one of the most extraordinary accomplishments in biomedical research in translation," said Fauci.
But the latest study shows only 30 percent of Americans with HIV are getting the right treatment for HIV. The number drops by half for those between the ages of 18 and 24.
Some experts blame the human factor: some people are afraid to find out their test results, others are tired of taking pills, don't feel like using condoms, and worry about the stigma that comes from having HIV.
Howard University in Washington sponsors a yearly conference to examine the stigma associated with this disease. Rod McCoy, who is HIV-positive, works with an organization that provides HIV education and testing.
"One of the things I am concerned about as a health educator is people staying on their meds, but also people who are not infected having the mentality of, 'Oh, people take medication, so if I get infected, I will be fine.' My concern is around the complacency around prevention because of the success of treatment,” said McCoy.
Dr. Fauci tells people at forums like those at the Center for Strategic and International Studies in Washington that complacency is why a vaccine against HIV is so needed.
"When we start seeing that there is such a low level of infection and the numbers look good, that is when we are going to have a rebound. My conclusion, then, is that it really is essential to durably control and end the AIDS epidemic is to have a vaccine," he said.
Even with extraordinary accomplishments in AIDS treatments that are driving down the numbers of people who get HIV, more than 35 million people around the world still have the virus, and the United Nations reports another 1.5 million people died from it in 2012, far too many lives to become complacent.