ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ມີການຄົ້ນພົບຢາໃໝ່ ສຳຫລັບປົວ ໂຣກຕັບອັກເສບຊ້ຳເຮື້ອ ແຕ່ລາຄາຍັງແພງຫລາຍ (ວີດີໂອ ພາສາລາວ)


ແພດຍິງກຳລັງສັກຢາ ວັກຊີນ ຕໍ່ຕ້ານພະຍາດຕັບອັກເສບ ໃຫ້ແກ່ເດັກນ້ອຍຄົນນຶ່ງ ເປັນການປ້ອງກັນໂຣກ ຢູ່ໃນເມືອງ Constitucion ປະເທດ Chile.

ອົງການ​ອະນາ​ໄມ​ໂລກ ຫຼື ​WHO ລາຍ​ງານ​ວ່າ ​ໂຣ​ກ​ຕັບ​ອັກ​ເສບ
ທີ່​ເກີດ​ຈາກ​ເຊື້ອ​ໄວຣັສສະ​ເພາະ​ ຊຶ່ງເອົາ​ຊີວິດຄົນ ​ເກືອບ 1 ລ້ານ
5 ​ແສນ​ຄົນ​ໃນ​ປີ​ນຶ່ງໆ​ນັ້ນ ອາດສາ​ມາດ​ກຳຈັດ​ໄດ້. ​ໃນ​ຄຳ​ຖະ​ແຫຼງ​
ເນື່ອງ​ໃນ​ວັນ ພະຍາດ​ຕັບ​ອັກ​ເສບ​ໂລກ ຫຼື World Hepatitis
Day ກົງ​ກັບ​ວັນ​ທີ 28 ກໍລະກົດ​ທີ່​ຜ່ານ​ມາ​ນີ້ WHO ກ່າວ​ວ່າ ການ
​ດຳ​ເນີນຄວາມ​ພະຍາຍາມ ທຳການທົດ​ລອງ​ຢ່າງ​ຂຸ້ນຂ້ຽວ​ຂຶ້ນ
ພ້ອມກັນ​ກັບການ​ປ້ອງ​ກັນ ​ແລະປິ່ນ​ປົວ ​ແມ່ນ​ສຳ​ຄັນຕໍ່ການ​ຮັບ​ມື​
ກັບ​ໂຣ​ກ​ນີ້ ຊຶ່ງ​ຮວມຢູ່​ໃນ​ຈຳພວກ​ພະຍາດ​ ທີ່​ອັນຕະລາຍ​ ທີ່​ສຸດ​
ຂອງໂລກ. ຜູ້​ສື່​ຂ່າວວີ​ໂອ​ເອ Lisa Schlein ມີ​ລາຍ​ງານ​ຈາກ​ສຳ
ນັກງານ​ໃຫຍ່​ຂອງອົງການ​ອະນາ​ໄມ​ໂລກ ຊຶ່ງ ​ໄຊ​ຈະ​ເລີ​ນສຸກ ຈະ​
ນຳມາສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ໂຣກ​ຕັບ​ອັກ​ເສບ ຫຼື hepatitis ຖື​ວ່າເປັນ​ພະຍາດ​ທີ່ພະຍາດ​ທີ່​ຖືກ​ຫຼົງ ລືມ​ເປັນສ່ວນ​ໃຫຍ່. ມັນ​ອາດ​ຈະເປັນ​ເລື້ອງ​ ທີ່ໜ້າ​ແປກ​ໃຈ ​ເພາະວ່າ​ ໂຣກທີ່ອັນຕະລາຍ​ ແລະ​ ຕິດ​ແປດ​ກັນ​ໄດ້ ງ່າຍ​ໂຣກນີ້ ທີ່​ມີ​ຫຼາຍປະ​ເພດ ​ແລະ​ ແຕ່ລະ​ປະ​ເພດ​ ມີ​ຊື່​ເປັນຕົວອັກສອນປະ​ເພດ ເຊັ່ນ ຕັບອັກ​ເສບ A B C D ​ແລະ E ນັ້ນ ​ໄດ້ເອົາ​ຊີວິດ​ຜູ້​ຄົນ​ ເປັນ​ຈຳນວນ ​ຫຼວງຫຼາຍ ເກືອບ​ເທົ່າກັນກັບ​ໂຣກ HIV/AIDS. ພະຍາດ​ຕັບ​ອັກ​ເສບ B ​ແລະ C ເປັນ​ທີ່​ຮູ້ຈັກ​ກັນ​ດີ​ສຸດ ​ແລະ ຢ້ານກົວກັນຫຼາຍ ​ເພາະວ່າ​ພວກ​ມັນ​ເຮັດ​ໃຫ້ເປັນ​ໂຣກຕັບ​ແຂງຊ້ຳ​ເຮື້ອ ​ແລະ ກາຍ​ເປັນມະ​ເຮັງໄດ້ ​ໂດຍ​ສ່ວນຫຼາຍ ມັກ​ຈະ​ນຳ​ໄປ​ສູ່​ການ​ເສຍ​ຊີວິດ.

ພະຍາດຕັບອັກເສບ B ​ແມ່ນ​ຕິດ​ແປດຈາກແມ່ຜູ້ທີ່​ເປັນ​ໂຣກນີ້ ໄປຫາລູກເກີດໃໝ່​ໄດ້ ຫຼືຕິດ
​ແປດ​ຈາກ​ຄົນ​ນຶ່ງ​ໄປ​ຫາ​ອີກ​ຄົນ​ນຶ່ງ ຜ່ານການສຳຜັດກັບເລືອດທີ່ມີເຊື້ອພະຍາດນີ້ຢູ່​ແລ້ວ
ແລະ ການມີເພດສຳພັນ ໂດຍບໍ່ປ້ອງກັນຕົນ​ເອງ. ພວກຕິດຢາເສບຕິດ ທີ່ໃຊ້ເຂັມສັກຢາ
ເສບຕິດ​ໃສ່ນັ້ນ ແມ່ນເປັນພວກ ທີ່ມີຄວາມສ່ຽງສູງທີ່ສຸດ ຕໍ່​ການ​ຕິດພະຍາດ​ຕັບອັກເສບ
ປະ​ເພດ C ​ເພາະວ່າມັນແຜ່ຜາຍອອກ​ໄປ ຜ່ານ​ການ​ໃຊ້ເຂັມ ທີ່ບໍ່ປອດໄພ ຮ່ວມກັນ.

ທ່ານ Samuel So ​ເປັນໝໍຜ່າຕັດປ່ຽນຕັບ ຢູ່ມະຫາວິທະຍາໄລ ສະແຕນ​ເຝີດ ຫຼື Stanford University ໃນສະຫະລັດ. ທ່ານກ່າວ ວ່າ ການປ້ອງກັນ ແມ່ນເປັນວິທີຮັກສາ ທີ່ດີທີ່ສຸດ ສຳຫຼັບໂຣກມະເຮັງຕັບ ​ເພາະວ່າ​ ມັນ​ບໍ່ມີການປິ່ນປົວດ້ວຍ​ເຄມີບຳບັດອັນ​ໃດ ​ທີ່ໃຊ້​ໄດ້ຜົນ ກັບພະຍາດນີ້ ຊຶ່ງ​ເປັນສາ​ເຫດ​ອັນ​ດັບສອງ ຂອງການເສຍຊີວິດຍ້ອນໂຣກມະເຮັງ ຫຼັງຈາກ ພະຍາດມະເຮັງໃນປອດ.

​ແຕ່ເຖິງຈະເປັນແນວນັ້ນກໍຕາມ ດອກເຕີ້ ໂສ ກ່າວວ່າ ​ເຮົາສາມາດ ເອົາຊະນະ ພະຍາດຕິດ
ແປດຕັບອັກເສບນີ້ໄດ້ ຊຶ່ງ​ເປັນຄຳເຫັນ ທີ່​ໄດ້ຮັບ​ການຢືນຢັນໂດຍບັນດາລັດຖະມົນຕີວ່າ ການ ກະຊວງສາທາລະ​ນະ​ສຸກ ຜູ້ທີ່ໄດ້ເຂົ້າຮ່ວມກອງປະຊຸມອະນາ​ໄມໂລກ ຫຼື World Health Assembly ປະຈຳປີນີ້. ດອກເຕີ້ ໂສ ໄດ້ຮຽກຮ້ອງ​ໃຫ້ປະເທດທັງ ຫຼາຍ ຈົ່ງ​ເພີ້ມ ທະວີກິດຈະກຳຕ່າງໆຂຶ້ນ ນະບັດນີ້ ເພື່ອກຳຈັດພວກພະຍາດ ທີ່ອັນຕະລາຍເຖິງແກ່ຄວາມ ຕາຍເຫຼົ່ານີ້.

ດອກເຕີ້ ໂສ ເວົ້າວ່າ “ພວກເຮົາມີຢາວັກຊີນ ທີ່ມີປະສິດທິພາບຫຼາຍ ສຳຫລັບ 30 ປີ
ຕໍ່ໄປ ເພື່ອປ້ອງກັນພາລະ​ແບກ​ຫາບໃນອະນາຄົດຂອງ ພະຍາດຕັບອັກເສບ B
​ເພື່ອ​ບໍ່​ໃຫ້​ມັນ​ກາຍ​ມາ​ເປັນ​ໂຣກຕັບ​ອັກ​ເສບ​ຊ້ຳ​ເຮື້ອ ແລະເປັນຕັບແຂງໃນ​ເວລາຕໍ່
ໄປ ແລະ ໃນທີ່ສຸດ ກໍ​ເປັນມະເຮັງ ຕັບ…ນອກຈາກນັ້ນແລ້ວ ດຽວນີ້ ກໍຍັງມີຢາ
ຫຼາຍໆຢ່າງ ທີ່​ໄດ້ຜົນ​ຫຼາຍ ​ໃນການຮັກສາພະຍາດຕັບອັກເສບ B ທີ່ຊ້ຳເຮື້ອ ຊຶ່ງ
ມັນເປັນຢາທີ່ກິນ ມື້ລະເມັດແບບງ່າຍໆ ແລະຄືກັນກັບ HIV ​ເຮົາສາມາດ ປ້ອງກັນ
ການຂະຫຍາຍຕົວຂອງພະຍາດ ໄປ​ເປັນຕັບແຂງແລະມະເຮັງໃນຕັບໄດ້.”

ອົງການອະນາໄມໂລກ ຫຼື WHO ລາຍງານວ່າ ມີຄົນ ຈຳນວນຫຼາຍກວ່າ 500 ລ້ານຄົນໃນ
ທົ່ວໂລກ ທີ່ດຳລົງຊີວິດຢູ່ກັບ ພະຍາດຕັບອັກເສບຊ້ຳເຮື້ອທີ່ຕິດແປດກັນໄດ້ງ່າຍນັ້ນ. ປະ
ມານ 2 ສ່ວນ 3 ຂອງ ການເສຍຊີວິດໃນທົ່ວໂລກ ແມ່ນເກີດຢູ່ພາກພື້ນເອເຊຍ. ເຊື້ອໄວຣັສ
ຂອງພະຍາດຕັບ​ອັກ​ເສບ​ນີ້ ຍັງແຜ່ລາມໂດຍທົ່ວໄປບັນດາປະເທດໃນ ອາຟຣິກາ.

ພວກຄົນສ່ວນຫຼາຍທີ່​ມີ​ພະຍາດຕັບອັກເສບ ບໍ່ຮູ້ວ່າຕົນໄດ້ຕິດພະຍາດ ນີ້​ແລ້ວ. ອາການ ຕ່າງໆ ໂດຍທົ່ວໄປ​ແລ້ວ ຈະເກີດຂຶ້ນຫຼາຍສິບ​ປີຕໍ່ມາ ຫຼັງຈາກພະຍາດຕັບ ອັນຮ້າຍແຮງນີ້
ໄດ້ກໍ່​ຕົວຂຶ້ນມາແລ້ວ. ດ້ວຍເຫດນີ້ WHO ຈຶ່ງຊຸກຍູ້ບັນດາລັດຖະບານ ໃຫ້ລົງທຶນໃສ່ມາດ
ຕະການປ້ອງກັນ ຕ່າງໆ ທີ່ມີປະສິດທິພາບ.

ຢ່າງໃດກໍຕາມ ຫົວໜ້າໂຄງການພະຍາດຕັບອັກເສບ​ໃນ​ທົ່ວ​ໂລກ ຂອງ WHO ທ່ານ Stefan Wiktor ກ່າວວ່າ ພວກຄົນເຫຼົ່ານັ້ນ ມີເຫດຜົນ ທີ່ຈະເບິ່ງໂລກໃນແງ່ດີ​ໄດ້ ​ເພາະວ່າ​ກຳລັງມີການ​ທຳຄວາມກ້າວໜ້າ ຢ່າງໃຫຍ່ຫລວງ ໃນດ້ານວິທີການປິ່ນປົວແບບໃໝ່ໆ.

ທ່ານ Wiktor ເວົ້າວ່າ “ສ່ວນ​ໃຫຍ່​ຂອງຄວາມຕື່ນເຕັ້ນ ທີ່ມີ​ຂຶ້ນ​ເມື່ືອ ບໍ່ດົນມານີ້ ​ກ່ຽວ​
ກັບພະຍາດຕັບອັກເສບນັ້ນ ແມ່ນຍ້ອນການປະຕິວັດ​ໃນ​ດ້ານວິທີການຮັກສາ ​ໂຣກ
ຕັບອັກເສບປະ​ເພດ C. ພວກເຮົາມີຢາ ໃໝ່ໆ ຈຳນວນນຶ່ງ ທີ່ໄດ້ຮັບການອະນຸມັດ​
ໃຫ້​ໃຊ້​ແລ້ວ ຫຼືມີອີກຫຼາຍທີ່ ກຳລັງຈະໄດ້ຮັບການອະນຸມັດເຊັ່ນກັນ ຊຶ່ງເວົ້າແທ້​ໆ
ແລ້ວ ​ແມ່ນເປັນການປະຕິວັດ​ ໃນວິທີການ ທີ່ພວກເຮົາຮັກສາ​ ໂຣກຕັບອັກເສບນີ້.
ຄືມັນຕັດລະຍະ​ເວລາ ການຮັກສາ ລົງມາ​ເຫຼືອພຽງແຕ່ 12 ອາທິດເທົ່ານັ້ນ ແລະ
ອາດຈະ​ໃຊ້​ເວລາສັ້ນກ່ວາ​ນັ້ນ ອີກກໍ​ໄດ້ ໃນອະນາຄົດ. ​ແລະ​ກໍ​ບໍ່​ຕ້ອງ​ໄດ້ສັກຢາ
ອີກແລ້ວ. ພວກຢາເຫຼົ່ານີ້ ປອດໄພ ແລະຮັກສາເກືອບ ໝົດທຸກຄົນໄດ້ ຄືຮັກ​ສາ​ໃຫ້​
ເຊົາ​ໄດ້​ເຖິງ 90 ຫາ 95 ສ່ວນຮ້ອຍຂອງ ພວກ​ຄົນ​ທີ່​ເປັນ​ໂຣກນີ້.”

ແຕ່ບັນຫາແມ່ນເງິນ. ພວກຄົນເຈັບໃນສະຫະລັດ ຕ້ອງຈ່າຍເງິນ​ເປັນ ຈຳນວນ 84,000 ດອລລ່າ ສຳຫລັບການ​ຮັກສາ​ດ້ວຍ​ການ​ກິນ​ຢາ​ນີ້ ​ເປັນ​ເວລາ 12 ອາທິດ. ທ່ານ Wiktor ເຫັນພ້ອມນຳ ທີ່ວ່າ ລາຄານີ້​ແມ່ນ​ແພງ​ເກີນ​ກ່ວາ​ທີ່​ຈະ​ຈ່າຍ​ໄດ້ ສຳ​ຫຼັບຄົນສ່ວນຫຼາຍ ໃນ
ໂລກນີ້ ໂດຍສະເພາະຢູ່ໃນບັນດາປະເທດ ພວມພັດທະນາ. ​ແຕ່ທ່ານກ່າວວ່າ ທ່ານຄາດວ່າ
ລາຄາຈະຫຼຸດລົງມາຢ່າງໄວວາ.

ທ່ານ Wiktor ໃຫ້ຂໍ້ສັງເກດວ່າ ພຽງ​ເມື່ອເດືອນມິຖຸນາ​ຜ່ານ​ມານີ້ ປະ​ເທດອີຈິບ ໄດ້ເຈລະຈາ​
ເຮັດຂໍ້ຕົກລົງ ກັບບໍລິສັດຜູ້ຜະລິດຢາໃໝ່ນີ້ ເພື່ອຮັບເອົາຢາມາ ໃນລາຄາພຽງ 900 ດອລລ່າ
ຕໍ່ການ​ຮັກສາ ຄົນເຈັບຜູ້ນຶ່ງ ​ເປັນ​ເວລາ 12 ອາທິດນັ້ນ. ຢາ​ໃໝ່​ທີ່​ວ່າ​ນີ້ ຊື່ຢາ​ ​ໂຊ​ຟົສບູ​ເວ​ຍ
(sofosbuvir) ຜະລິດ​ໂດ​ຍບໍລິສັດ ກິລ​ລີ​ແອດ (Gilead).

ເບິ່ງວີດີໂອ ພາສາລາວ ກ່ຽວກັບການທົດລອງໃຊ້ ຢາ sofosbuvir:

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG