ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸ​ປະ​ກອ​ນ​ໄຟ​ຟ້າ​ ຍືດ​ຢຸ່ນ ນະ​ວັດ​ຕະ​ກຳ​ໃໝ່ ​ທີ່​ກ້າວ​ເຂົ້າ​ສູ່​ ອະ​ນາ​ຄົດ


Electronics Flexes Into the Future
please wait

No media source currently available

0:00 0:02:00 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັ​ບ ລາຍ​ງານນີ້.

ຄວາມ​ກ້າວ​ໜ້າ​ໃນ​ການ​ພິມ​ດ້ວຍ​ລະ​ບົບ​ດິ​ຈິ​ຕອ​ລ ​ໄດ້​ນຳ​ໄປ​ສູ່​ການ​ມີ​ອີ​ເລັກ​ໂທ​ຣ​ນິກ​
ທີ່ມີຄວາມຍືດຢຸ່ນ ແລະ ທັນສະໄໝ ເຊິ່ງສາມາດປ່ຽນແປງວິທີ ການດຳລົງຊີວິດຂອງ
ພວກເຮົາ ແລະ ວີທີທີ່ພວກເຮົາໃຊ້ເທັກໂນໂລຈີ. ນັກຂ່າວວີໂອເອ ດີນາ ມິດແຊລ
(Deana Mitchell) ຈະພາເຮົາໄປເບິ່ງນະວັດຕະກຳເທັກໂນໂລຈີໃໝ່ຫຼ້າສຸດ ຢູ່ສູນ
ຄົ້ນຄວ້າໃນເມືອງ ແຊນ ໂຮເຊ, ລັດຄາລິຟໍເນຍ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເສົາ​ອາ​ກາດ​ທີ່​ສາ​ມາດກົ່ງ ແລະ ພັບ​ໄດ້​ຄື​ເຈ້ຍ.

ທ່ານ​ນາງ ອາ​ບິ​ເກ​ລ ຈູ​ລ, ນັກ​ວິ​ສະ​ວະ​ກອນ​ຄົ້ນ​ຄວ້າ​ວັດ​ທຸ​ຕ່າງໆ, ທີ່​ຖານ​ທັບ​ອາ​ກາດ
ແພັດເທີສັນ ກ່າວວ່າ “ມັນແມ່ນເສົາອາກາດທີ່ຖືກພິມອອກມາ ທີ່ເປັນແບບພັບເຈ້ຍ
ໂອຣິກາມິ.”

ຫຼື ແຜ່ນຖ່ານ​ໄຟ​ຟ້າສີ​ເງິນ ທີ່​ກໍ້​ເຂົ້າໄດ້.

ມັນ​ຄື​ກັບ​ນິ​ຍາ​ຍ​ວິ​ທະ​ຍາ​ສາດ ແຕ່ນີ້​ແມ່ນ​ຕົວ​ຢ່າງ​ ຂອງ​ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ​ປະ​ສົມ​..
ເຄື່ອງອີເລັກໂທຣນິກ ທີ່ເຮັດດ້ວຍສິ່ງຍືດຢຸ່ນ, ຄົດງໍໄດ້, ແລະ ເປັນວົງຈອນໄຟຟ້າທີ່
ບາງທີ່ສຸດ.

ທ່ານ ຈອນ ວິ​ລ​ລຽມ ນັກ​ວິ​ສະ​ວະ​ກອນ​ບໍ​ລິ​ສັດ ໂບ​ອິງ ກ່າວ​ວ່າ “ບໍ​ລິ​ສັດ ໂບ​ອິງ ໄດ້​ສະ​
ເໜີວ່າ ພວກເຮົາສາມາດສ້າງເສົາອາກາດທີ່ມັນບາງຫຼາຍ, ອ່ອນ ຫຼາຍ ແລະ ສາມາດ
ປະຕິບັດການໄດ້ກັບຄື້ນຄວາມຖີ່ທີ່ແຕກຕ່າງຫຼາຍຄື້ນ.”

ບັນ​ດາ​ນັກ​ຄົ້ນ​ຄວ້າ​ເວົ້າ​ວ່າ ມັນ​ຍັງ​ເຮັດ​ໄດ້​ງ່າຍກວ່າ ແລະ ຖືກກວ່າ​ດ້ວຍ.

ທ່ານ ມ​າ​ລ​ຄອມ ທັອມ​ສັນ ຜູ້​ອຳ​ນວຍ​ການ​ໃຫຍ່ຂອງ​ບໍ​ລິ​ສັດ Nextflex ກ່າວ​ວ່າ “ມັນ
ແມ່ນເທັກໂນໂລຈີ ດິຈິຕອລທັງໝົດ. ເຈົ້າອອກແບບມັນ ແລະ ເຈົ້າເອົາຂໍ້ມູນນັ້ນເຂົ້າ
ໃສ່ໃນເຄື່ອງພິມ ແລ້ວກໍ ພິມມັນອອກມາ.”

ບໍ​ລິ​ສັດ​ NextFlex, ເປັນ​ບໍ​ລິ​ສັດ​ຮ່ວມ​ມື​ ລະ​ຫວ່າງ​ປະ​ເທດ ທີ່​ຖືກ​ຕັ້ງ​ຂຶ້ນ​ ເພື່ອ​ພັດ​ທະ​
ນາແອັບພລີເຄຊັນໃໝ່ ສຳລັບເທັກໂນໂລຈີຍືດຢຸ່ນ, ແມ່ນກຳລັງເຮັດວຽກຢ່າງໃກ້ຊິດ
ກັບກະຊວງປ້ອງກັນປະເທດ ສະຫະລັດ. ອຸປະກອນຂອງເຂົາເຈົ້າລວມມີເຄື່ອງພິມ
ທີ່ຖືກອອກແບບມາເປັນພິເສດຈາກປະເທດ ຍີ່ປຸ່ນ ທີ່ແຜ່ນພິມຂອງມັນມີຂະໜາດ 1
ສ່ວນ 10 ຂອງຂະໜາດເສັ້ນຜົມມະນຸດ.

ມັນ​ສາ​ມາດ​ຖືກ​ໃຊ້​ຢູ່​ບ່ອນທີ່​ຕ້ອງ​ການ​ຄວາມ​ແຂງ​ແຮງຂະ​ໜາດ​ເບົາ ແລະ ຍືດ​ຢຸ່ນໄດ້.

ທ່ານ ທັອ​ມ​ມັ​ສ ອາ​ມາ​ໂຕ, ຜູ້​ຈັດ​ການ​ຫ້ອງ​ທົດ​ລອງ, ບໍ​ລິ​ສັດ NextFlex ກ່າວ​ວ່າ “ມັນ​
ສາມາດຕັ້ງໃສ່ກັບຂອບຂອງຕຶກ. ພວກເຮົາສາມາດແທກຄວາມກົດດັນ ແລະ ຮ່ອງ
ຮອຍຂອງຕຶກໃນສະພາບທີ່ມີລົມພັດແຮງ ເພື່ອສະແດງໃຫ້ເຫັນວ່າ ພາຍຸຈະກາຍເປັນ
ຄວາມຫາຍານະ ກ່ອນທີ່ຄວາມຫາຍານະນັ້ນຈະເກີດຂຶ້ນ.”

ມັນ​ຍັງ​ສາ​ມາດ​ຖືກ​ໃຊ້ ເພື່ອ​ຕິດ​ຕາມ​ເຫດການ ​ທີ່ຈະເປັນ​ອັນ​ຕະ​ລາຍ​ຕ່າງໆ.

ທ່ານ ປ​ຣາ​ດີບ ລາ​ລ, ຈາກ​ພະ​ແນກວິ​ສະ​ວະ​ກອນ​ກົນ​ຈັກ, ມະ​ຫາ​ວິ​ທະ​ຍາ​ໄລ ອໍ​ເບີນ
ກ່າວວ່າ “ນີ້ແມ່ນແຜ່ນໄບໂອເມທຣິກ. ສິ່ງທີ່ແຜ່ນນີ້ເຮັດກໍແມ່ນ ຕິດຕາມພະນັກງານທີ່
ເຮັດວຽກຢູ່ຫ່າງໄກ. ຖ້າມີຄົນທີ່ເຮັດວຽກໃສ່ສິ່ງແວດລ້ອມອັນຕະລາຍ ເຂົາເຈົ້າອາດ
ຈະໃສ່ສິ່ງນີ້ ແລະ ມັນຈະຕິດຕາມກາຍະພາບຂອງເຂົາເຈົ້າໄປຢ່າງຕໍ່ເນື່ອງ ແລະ ສົ່ງ
ມັນເຂົ້າໄປໂທລະສັບສະຫຼາດ.”

ມັນ​ແມ່ນ​ເທັກ​ໂນ​ໂລ​ຈີ​ໃໝ່ ທີ່​ມັນ​ຈະເຮັດ​ວຽກ​ເຂົ້າກັບ​ມະ​ນຸດ ແລະ ບໍ່​ແມ່ນ​ໃນ​ທາງ​ກົງ
ກັນຂ້າມກັນ.

Advancements in digital printing are leading to more sophisticated, flexible electronics capable of changing the way we live and the way we use technology.Reporter Deana Mitchell takes a look at the latest technological innovations at a research center in San Jose, California.

Antennas that bend and fold like paper..

"It is a printed antennae that is on an origami substrate."

OR a lithium ion battery that rolls up...

It sounds like science-fiction—but these are examples of Flexible Hybrid Electronics... electronics made with flexible, bendable, super-thin circuitry.

"Boeing proposed that we could create antennas that would be very thin, very flexible and could be operated on multiple different frequencies."

Researchers say they're also easier and cheaper to make.

"It's all digital technology—you design it and you put that information straight into the printer and it prints."

NextFlex - a consortium of companies formed to develop new applications for flexible technology is working closely with U.S. Defense Department.Their arsenal includes a specially designed printer from Japan that print circuits 1/10th the width of a human hair.

It can be used on applications that require lightweight strength and flexibility.

"This could be mounted on the edge of a building. We can measure the stress and strain of a building in high wind conditions to show if the storm is going to be catastrophic before the catastrophe happens."

It can also be used to monitor dangerous activities.

"This is a biometric band. What the band does, is it monitors a remote worker- If someone is working in a hazardous environment they might be wearing this and it would be monitoring their physiological continuously and sending that to a paired smart phone. "

It's a new technology that promises to conform to humans and not the other way around.

XS
SM
MD
LG