ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂະຫຍາຍ ສາຍສົ່ງໄຟຟ້າ ໃນລາວ ຫລ້າຊ້າ ກວ່າແຜນການ ທີ່ລັດໄດ້ວາງໄວ້


ລັດຖະມົນຕີພະລັງງານຂອງລາວ ໄທ ມາເລເຊຍ ແລະ ສິງກະໂປ ມີກຳນົດຈະລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມ (MOU) ວ່າດ້ວຍການເຊື່ອມຕໍ່ ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງກັນ ໃນປີ 2016 ຫາກແຕ່ ກໍບໍ່ສາມາດ ຈັດການລົງນາມໄດ້ ຈົນເຖິງຂະນະນີ້.
ລັດຖະມົນຕີພະລັງງານຂອງລາວ ໄທ ມາເລເຊຍ ແລະ ສິງກະໂປ ມີກຳນົດຈະລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມ (MOU) ວ່າດ້ວຍການເຊື່ອມຕໍ່ ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງກັນ ໃນປີ 2016 ຫາກແຕ່ ກໍບໍ່ສາມາດ ຈັດການລົງນາມໄດ້ ຈົນເຖິງຂະນະນີ້.

ການຂະຫຍາຍໂຄງຂ່າຍສາຍສົ່ງກະແສໄຟຟ້າໃນລາວ ສາມາດຈັດຕັ້ງປະຕິບັດໄດ້
ຊັກຊ້າກວ່າເປົ້າໝາຍ ແຜນການຂອງລັດຖະບານ ໃນຂະນະທີ່ ໂຄງການກໍ່ສ້າງເຂື່ອນ
ໄຟຟ້າຕ່າງໆ ຍັງຄືບໜ້າໄປຢ່າງວ່ອງໄວ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ຍອມ
ຮັບວ່າ ການຂະຫຍາຍໂຄງຂ່າຍສາຍສົ່ງກະແສໄຟຟ້າໃນລາວ ຍັງສາມາດຈັດຕັ້ງ
ປະຕິບັດໄດ້ ຢ່າງຊັກຊ້າກວ່າເປົ້າໝາຍແຜນການ ທີ່ລັດຖະບານລາວ ໄດ້ວາງເອົາໄວ້
ກໍຄືການຂະຫຍາຍໂຄງຂ່າຍ ຫຼື ຕາໜ່າງສາຍສົ່ງກະແສໄຟຟ້າໃຫ້ໄດ້ 95 ເປີເຊັນ ຂອງ
ຄົວເຮືອນທັງໝົດໃນປີ 2017 ແລະ ໃຫ້ຄົບທັງ 100 ເປີເຊັນ ພາຍໃນປີ 2020 ນັ້ນ ຫາກແຕ່ວ່າໃນການຈັດຕັ້ງປະຕິບັດຕົວຈິງ ໃນປັດຈຸບັນ ຍັງສາມາດຂະຫຍາຍຕາໜ່າງ
ສາຍສົ່ງກະແສໄຟຟ້າ ໄດ້ພຽງ 90 ເປີເຊັນ ຂອງຄົວເຮືອນທັງໝົດເທົ່ານັ້ນ.

ພະນັກງານ ບໍລິສັດລັດວິສາຫະກິດໄຟຟ້າລາວ ກຳລັງກວດກາ ເກັບກຳຂໍ້ມູນ ກ່ຽວກັບການນຳໃຊ້ ພະລັງກະແສໄຟຟ້າ ຢູ່ໃນລາວ
ພະນັກງານ ບໍລິສັດລັດວິສາຫະກິດໄຟຟ້າລາວ ກຳລັງກວດກາ ເກັບກຳຂໍ້ມູນ ກ່ຽວກັບການນຳໃຊ້ ພະລັງກະແສໄຟຟ້າ ຢູ່ໃນລາວ

ໂດຍເຖິງແມ່ນວ່າ ການກໍ່ສ້າງໂຄງການເຂື່ອນໄຟຟ້າຕ່າງໆ ໃນລາວ ຈະຄືບໜ້າໄປ
ຢ່າງວ່ອງໄວ ກໍຕາມ ຫາກແຕ່ວ່າ ທາງການລາວ ກໍບໍ່ສາມາດຂະຫຍາຍຕາໜ່າງ
ສາຍສົ່ງກະແສໄຟຟ້າໄດ້ເທົ່າທັນກັບການເພີ່ມຂຶ້ນ ຂອງໂຄງການເຂື່ອນໄຟຟ້າຕ່າງໆ
ແຕ່ຢ່າງໃດ ດັ່ງທີ່ທ່ານຄຳມະນີ ໄດ້ໃຫ້ການຢືນຢັນວ່າ:

“ເນື່ອງຈາກວ່າ ການພັດທະນາເຂື່ອນໄຟຟ້ານີ້ ມັນວ່ອງໄວ ຊຶ່ງເຮັດໃຫ້ການພັດທະນາ ສາຍສົ່ງ ມັນບໍ່ໄປຕາມລະບົບ ມັນຊຶ່ງໄດ້ມີການຊັກຊ້າ ຈຳນວນນຶ່ງ ຊຶ່ງມາຮອດປັດຈຸ
ບັນນີ້ ສາຍສົ່ງຂອງພວກເຮົາລວມທັງໝົດ ທັງແຮງ ກາງ ແຮງຕ່ຳ ແຮງສູງ ລວມກັນ
ແລ້ວ ກະປະມານ 52,000 ກິໂລແມັດ ທີ່ສຳເລັດການກໍ່ສ້າງແລ້ວ ແລະ ໄດ້ນຳໃຊ້
ສະຖານີ ມີ 60 ແຫ່ງ ໃນປັດຈຸບັນນີ້.”

ທ່ານຄຳມະນີ ບອກວ່າ ພາຍໃນປີ 2021 ລາວ ຈະມີເຂື່ອນໄຟຟ້າ ເຖິງ 100 ໂຄງການ
ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້
67,000 ລ້ານກິໂລວັດ/ໂມງ/ປີ ໂດຍໃນນີ້ແບ່ງເປັນແຫລ່ງຜະລິດພະລັງງານໄຟຟ້າ ທີ່ມີ
ຢູ່ແລ້ວ 46 ໂຄງການ ມີກຳລັງຕິດຕັ້ງ 6,444 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າ
ໄດ້ເຖິງ 35,000 ລ້ານກິໂລວັດ/ໂມງ ແລະກຳລັງກໍ່ສ້າງ 54 ໂຄງການ ມີກຳລັງຕິດຕັ້ງ
ລວມ 6,618 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ 32,000 ລ້ານກິໂລວັດ/ໂມງ
ເຊິ່ງສ່ວນໃຫຍ່ ມີກຳນົດການກໍ່ສ້າງແລ້ວເສັດ ໃນຊ່ວງປີ 2020-2021.

ສະຖານີສົ່ງກະແສໄຟຟ້າ ແຫ່ງນຶ່ງ ຢູ່ໃນລາວ
ສະຖານີສົ່ງກະແສໄຟຟ້າ ແຫ່ງນຶ່ງ ຢູ່ໃນລາວ

ທັງນີ້ ໂດຍທາງການລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມ
ເຂົ້າໃຈ (MOU) ຮ່ວມກັບບໍລິສັດເອກກະຊົນລາວ ແລະ ຕ່າງປະເທດ ກ່ຽວກັບ ການພັດ
ທະນາແຫລ່ງພະລັງງານໄຟຟ້າ ໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງລວມ 26,147
ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ ລວມກັນເຖິງ 115,118 ລ້ານກິໂລວັດ/ໂມງ
ພາຍໃຕ້ເປົ້າໝາຍເພື່ອພັດທະນາລາວໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່
ໃນກຸ່ມອາຊຽນ ກໍຄືການເປັນໝໍ້ໄຟຂອງອາຊຽນ (Battery of ASEAN) ໃຫ້ໄດ້
ຢ່າງແທ້ຈິງນັ້ນເອງ.

ກ່ອນໜ້ານີ້ ລັດຖະມົນຕີພະລັງງານຂອງລາວ ໄທ ມາເລເຊຍ ແລະ ສິງກະໂປ ມີກຳນົດ
ຈະລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມ (MOU) ວ່າດ້ວຍການເຊື່ອມຕໍ່ລະບົບສາຍສົ່ງ
ກະແສໄຟຟ້າ ລະຫວ່າງກັນ ໃນປີ 2016 ຫາກແຕ່ກໍບໍ່ສາມາດຈັດການລົງນາມໄດ້ ເນື່ອງ
ຈາກ ລັດຖະບານມາເລເຊຍ ຕ້ອງການສຶກສາ-ສຳຫຼວດ ກ່ຽວກັບຜົນກະທົບ ຈາກການ
ເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງ ມາເລເຊຍ ກັບສິງກະໂປ ທີ່ໄດ້ມາດຕະ
ຖານສາກົນ ເສຍກ່ອນ ແລະ ຈົນເຖິງປັດຈຸບັນນີ້ ການສຶກສາ-ສຳຫຼວດດັ່ງກ່າວ ກໍຍັງບໍ່
ແລ້ວເສັດ ຈຶ່ງເຮັດໃຫ້ທັງ 4 ປະເທດຍັງບໍ່ສາມາດລົງນາມຮ່ວມກັນໄດ້ ຈົນເຖິງຂະນະນີ້.

ແຕ່ຢ່າງໃດກໍຕາມ ການພັດທະນາແຫລ່ງຜະລິດພະລັງງານໄຟຟ້າໃນລາວ ກໍບໍ່ໄດ້ມີ
ເປົ້າໝາຍ ພຽງເພື່ອການສົ່ງອອກໄປຕ່າງປະເທດເທົ່ານັ້ນ ເພາະວ່າ ຄວາມຕ້ອງການ
ຊົມໃຊ້ພະລັງງານໄຟຟ້າພາຍໃນຂອງລາວ ກໍມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ.

ໂດຍອີງຕາມລາຍງານ ຂອງລັດວິສາຫະກິດໄຟຟ້າລາວ ລະບຸວ່າ ການຊົມໃຊ້ພະລັງ
ງານໄຟຟ້າຂອງລາວ ໃນປີ 2015 ຢູ່ທີ່ລະດັບ 989 ເມກາວັດແລ້ວ ກໍເພີ່ມຂຶ້ນເປັນ
1,180 ເມກາວັດໃນປີ 2016 ຄິດເປັນອັດຕາການເພີ່ມ 20 ເປີເຊັນ ແລະ ໃນປີ 2017
ຄາດໝາຍວ່າ ການຊົມໃຊ້ໄຟຟ້າໃນລາວ ຈະເພີ່ມຂຶ້ນເປັນ 1,579 ເມກາວັດ ເພີ່ມຂຶ້ນ
ເຖິງ 33 ເປີເຊັນ ທຽບໃສ່ປີ 2016 ທັງຍັງເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ພະລັງ
ງານໄຟຟ້າຂອງລາວ ຈະເພີ່ມຂຶ້ນເປັນ 2,862 ເມກາວັດໃນປີ 2020 ແລະ 7,093
ເມກາວັດ ໃນປີ 2030 ຕາມລຳດັບ ສ່ວນໃນດ້ານການຂະຫຍາຍຕາໜ່າງສາຍສົ່ງ
ກະແສໄຟຟ້າ ກໍໄປເຖິງປະຊາຊົນແລ້ວ 1,010,100 ຄົວເຮືອນ ຄິດເປັນ 90 ເປີເຊັນ
ຂອງຄົວເຮືອນທັງໝົດ ຈຶ່ງຍັງເຫຼືອອີກ 122,800 ກວ່າຄົວເຮືອນ ທີ່ຈະຕ້ອງຂະຫຍາຍ
ຕາໜ່າງສາຍສົ່ງກະແສໄຟຟ້າໄປໃຫ້ເຖິງທັງໝົດ ໃນປີ 2020 ແຕ່ກໍຄົງຈະເປັນໄປ
ໄດ້ຍາກ ຍ້ອນການຊັກຊ້າດັ່ງກ່າວ.

XS
SM
MD
LG