ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຄາໄຟຟ້າໃນລາວ ເພີ້ມຂຶ້ນ ໃນຂະນະທີ່ ໜີ້ສາທາລະນະຂອງລັດຖະບານ ເພີ້ມຂຶ້ນເກີນ 88 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ


ສຳນັກງານໃຫຍ່ ຂອງບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ທີ່ ນະຄອນຫຼວງ ວຽງຈັນ, ສປປ ລາວ, ວັນທີ 22 ກໍລະກົດ 2022.
ສຳນັກງານໃຫຍ່ ຂອງບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ທີ່ ນະຄອນຫຼວງ ວຽງຈັນ, ສປປ ລາວ, ວັນທີ 22 ກໍລະກົດ 2022.

ຂະນະທີ່ລາວ ກໍາລັງປະເຊີນໜ້າ ກັບໜີ້ສາທາລະນະເພີ້ມຂຶ້ນ ເກີນກວ່າ 88 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ຫຼື GDP, ບໍລິສັດລັດວິສາຫະກິດໄຟຟ້າລາວ ທີ່ຮັບພາລະໜີ້ລັດຖະບານຫລາຍກວ່າໝູ່ ໃນຈໍານວນວິສາຫະກິດຂອງລັດນັ້ນ ຈໍາເປັນຈະຕ້ອງໄດ້ຂຶ້ນຄ່າໄຟຟ້າ ເມື່ອບໍ່ມີທາງເລືອກອື່ນ ເຖິງແມ່ນວ່າມັນຈະເຮັດໃຫ້ຄ່າຄອງຊີບຂອງປະຊາຊົນທີ່ສູງຢູ່ແລ້ວຖີບຕົວສູງຂຶ້ນຕື່ມ ກໍຕາມ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ເນື່ອງຈາກລັດຖະບານລາວຕ້ອງໄດ້ໃຊ້ໜີ້ຕ່າງປະເທດ ຈໍານວນ 1 ພັນ 3 ຮ້ອຍລ້ານໂດລາ ໃນແຕ່ລະປີ ຈົນເຖິງ ປີ 2025 ຊຶ່ງສູງກວ່າຈໍານວນເງິນຕາຕ່າງປະເທດ ທີ່ ສປປ ລາວ ມີຢູ່ໃນຄັງສໍາຮອງ 1 ພັນ 2 ຮ້ອຍລ້ານໂດລານັ້ນ ລັດວິສາຫະກິດໄຟຟ້າລາວ ທີ່ມີໜີ້ສາທາລະນະຫລາຍເກືອບຮອດ 2 ພັນລ້ານໂດລາ ທີ່ຖືວ່າຫລາຍກວ່າໝູ່ໝົດ ໃນຈໍານວນລັດວິສາຫະກິດນັ້ນ ຕ້ອງໄດ້ດີ້ນຮົນແກ້ໄຂບັນຫານີ້. ນາຍົກລັດຖະມົນຕີລາວ ເມື່ອເດືອນພຶດສະພາຜ່ານມາ ໄດ້ອອກຄໍາສັ່ງໃຫ້ຈັດຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ຫລື EDL ທີ່ມີ. ແຕ່ໃນຄວາມເປັນຈິງແລ້ວບາງຄົນໃຫ້ທັດສະນະວ່າ ບັນຫາຂອງມັນໃຫຍ່ກວ່າຄວາມສາມາດຂອງຄະນະປະຕິຮູບ ຈະແກ້ໄຂໄດ້ ດັ່ງການໃຫ້ສໍາພາດຂອງພະນັກງານຂັ້ນສູງ ໃນບໍລິສັດໄຟຟ້າລາວ ໃຫ້ຄໍາເຫັນວ່າ:

“ແກ້ໄຂກະຄືວ່າເພິ່ນມາເບິ່ງໂຄງສ້າງໄຟຟ້າລາວຄືຫ່ວງພວກເຮົາວ່າ ເກື້ອກູນກັນ ທີ່ຈິງມັນແຄ່ໜ້ອຍດຽວ. ເພິ່ນເວົ້າໄຟຟ້າລາວ ພະນັກງານຫລາຍໂພດ ໃຫ້ປັບລົງແນວນີ້ແນວນັ້ນ. ດຽວນີ້ ເພິ່ນກະມາປັບເລື້ອງໂຄງສ້າງຈາກຫົກພັນຄົນ ເພິ່ນຢາກໃຫ້ເຫລືອເທົ່ານີ້ພັນຄົນນີ້ນະ. ແຕ່ວ່າມັນປັບບໍ່ໄດ້ ປັບບໍ່ໄດ້ ຄັນເຈົ້າເອົາຄົນອອກເປັນພັນສອງພັນຄົນ ເຂົາເຈົ້າຊິໄປຢູ່ໃສ ມັນບໍ່ແມ່ນອັນນັ້ນໄດ໋. ມັນທຸກວຽກທຸກງານ ມັນມີວຽກເຮັດໝົດທຸກຄົນຫັ້ນນະ ຈົນຍອມລະເດ ຄະນະປະຕິຮູບຈົນອອກປາກແລ້ວ. ປະຕິບັດຕົວຈິງແມ່ນບໍ່ສາມາດເຮັດໄດ້ຄືເພິ່ນຄິດ ແລະເພິ່ນຊິສະເໜີ ຄືວ່າ ຈະເຮັດແບບຈີນ ຫລືແບບຫວຽດ.”

ຂະນະທີ່ ສຣີລັງກາ ກໍາລັງປະເຊີນກັບວິກິດການເສດຖະກິດຢ່າງຮ້າຍແຮງ ລາວ ທີ່ມີໜີ້ສາທາລະນະກວມເອົາຫລາຍກວ່າ 88 ເປີເຊັນຂອງຍອດຜະລິດຕະພັນ ລວມພາຍໃນຫລື GDP ໃນປີ 2021 ນັ້ນ ເປັນ 1 ໃນ 4 ປະເທດຕໍ່ໄປທີ່ອາດຈະມີຊະຕາກໍາດຽວກັນ, ອີງຕາມຄໍາເຕືອນ ຂອງທ່ານນາງ Kristalina Geor​gieva, ຫົວໜ້າບໍລິຫານຂອງກອງທຶນສາກົນ ຫລື IMF ກ່າວຢູ່ໃນກອງປະຊຸມ ລັດຖະມົນຕີກະຊວງການເງິນ ແລະຜູ້ວ່າທະນາຄານກາງຂອງກຸ່ມ 20 ປະເທດ ຫລື G20 ທີ່ຈັດຂຶ້ນ ໃນກາງເດືອນນີ້ ທີ່ອິນໂດເນເຊຍ. ໃນນັ້ນຈໍານວນໜີ້ຂອງລັດຖະບານ ຕໍ່ຕ່າງປະເທດ 14 ພັນ 5 ຮ້ອຍລ້ານໂດລານັ້ນ ໜີ້ບໍລິສັດວິສາຫະກິດໄຟຟ້າລາວ ມີເກືອບຮອດ 2 ຕື້ໂດລາ. ເພື່ອຊ່ວຍຄວບຄຸມ ຫລືແກ້ໄຂສະພາບໜີ້ສິນໃຫ້ໄດ້ ໃນລະດັບໃດນຶ່ງ ທາງບໍລິສັດຈໍາເປັນຕ້ອງໄດ້ເກັບຄ່າໄຟຟ້າເພີ້ມຂຶ້ນ ເຖິງແມ່ນວ່າ ມັນຈະເຮັດໃຫ້ຄ່າຄອງຊີບຂອງປະຊາຊົນທົ່ວໄປທີ່ສູງຢູ່ແລ້ວ ນັບມື້ຈະຖີບຕົວສູງຂຶ້ນກໍຕາມ, ດັ່ງທີ່ນັກທຸລະກິດທ່ານນຶ່ງອະະທິບາຍ ວ່າ:

“ເຮົາກະເອົາເງິນມາຖົມຄ່າໄຟຟ້າ ສ່ວນນຶ່ງລັດຖະບານຕ້ອງຊ່ວຍ ລັດຖະບານເພິ່ນບໍ່ມີເງິນມາຊ່ວຍເຂົາ ກືນບໍ່ເຂົ້າຄາຍບໍ່ອອກແລ້ວດຽວນີ້. ມັນເປັນແນວນັ້ນ ບາດນີ້ມັນກະເລີຍເກັບຂຶ້ນປີນີ້ແພງໄດ໋. ຢູ່ເຮືອນເດືອນແລ້ວຫ້າແສນ ເດືອນນີ້ດຽວນີ້ ຂຶ້ນຮອດລ້ານສອງພຸ້ນ. ມັນເປັນການແກ້ໄຂ ສະພາບອັນນັ້ນຫັ້ນແລ້ວ ລັດຖະບານຖົມຂຸມບໍ່ໄດ້ອີກແລ້ວເດ. ຂຸມນຶ່ງແມ່ນຂຸມໂຄວິດ ຊ່ວຍໂຄວິດ ບັດນີ້ມັນກະມີບັນຫາຫລາຍ, ແກ້ໄຂບໍ່ຕົກກະເລີຍ ໃຫ້ເຂົາເກັບເຕັມຮ້ອຍເລີຍ. ບັດນີ້ເອົາມາເຮັດຕາມລະບົບເລີຍ ເຮັດໃຫ້ມັນລາຄາສູງແນວນັ້ນໄດ໋. ແກ້ຍາກ ແກ້ຍາກໄດ໋. ໄຟຟ້າຂຶ້ນ, ນໍ້າປະປາກະຂຶ້ນ ເງິນກະເພີ້ ເງິນຄັງສໍາຮອງບໍ່ມີ. ອັນດັບສີ່ແລ້ວ ມັນກະຍາກໄດ໋.”

ທ່ານອະທິບາຍຕໍ່ໄປວ່າ ເຖິງແມ່ນລາວ ຈະມີແຫລ່ງຜະລິດໄຟຟ້າຫລາຍເຖິງ 90 ແຫ່ງກໍຕາມ ແຕ່ວ່າການສ້າງແຫລ່ງຜະລິດໄຟຟ້າເຫລົ່ານັ້ນ ກໍເປັນຂອງຜູ້ລົງທຶນຕ່າງປະເເທດ ສ່ວນລັດຖະບານລາວ ມີລາຍຮັບຈາກການສ້າງເຂື່ອນເຫລົ່ານີ້ພຽງຫນ້ອຍດຽວ ຊຶ່ງຕົ້ນຕໍແລ້ວ ແມ່ນໄດ້ມາຈາກການເກັບພາສີເທົ່ານັ້ນ.

ສະຫລຸບແລ້ວ ເນື່ອງຈາກລັດວິສາຫະກິດໄຟຟ້າລາວ ກູ້ຢືມເງິນຕ່າງປະເທດມາ ລົງທຶນໃນການສ້າງຕາຂ່າຍໄຟຟ້າ ແລະບັນຫາອື່ນໆ ໂດຍສະເພາະແມ່ນການບໍລິຫານໃນລະບົບລັດຖະບານ ໂດຍລວມ ທີ່ບໍ່ຄ່ອຍມີປະສິດທິພາບນັ້ນ ເຮັດໃຫ້ມີໜີ້ສິນຕໍ່ຕ່າງປະເທດ ຢ່າງຫລວງຫລາຍ ແລະໃນໄລຍະນີ້ ແມ່ນຍັງບໍ່ທັນມີທາງເລືອກອື່ນ ນອກຈາກການເກັບຄ່າໄຟຟ້າເພີ້ມຂຶ້ນ ເທົ່ານັ້ນ.

ໃນສະພາບການທີ່ກ່າວມານັ້ນ ປະຊາຊົນກໍບໍ່ມີທາງເລືອກ ນອກຈາກຈະປະຕິບັດຕາມການຂຶ້ນລາຄາຂອງທາງບໍລິສັດໄຟຟ້າລາວ.

XS
SM
MD
LG