ແມ່ນແຕ່ໃນຂະນະທີ່ ພາກພື້ນຢູໂຣບກໍາລັງປະເຊີນກັບວິກິດການໜີ້ສິນ ທີ່ຂົ່ມຂູ່ໄປທົ່ວຂົງເຂດ ແລະຈີນກໍພະຍາຍາມຖ່ວງການເຕີບໂຕຂອງເສດ ຖະກິດ ທີ່ກໍາລັງຊັກຊ້າລົງຢູ່ໃນເວລານີ້ ການເລືອກຕັ້ງຂອງສະຫະລັດກໍກໍາລັງເປັນຫົວຂໍ້ຂ່າວໃຫຍ່ຢູ່ທົ່ວໂລກ. ຄືຊາວໂລກຢາກຮູ້ວ່າ ຊາວອະເມຣິກັນຈະເລືອກເອົາໃຜເປັນຜູ້ນໍາຄົນໃໝ່ຂອງພວກເຂົາເຈົ້າ. ຍ້ອນວ່າ ຕາມທີ່ຜູ້ສື່ຂ່າວວີໂອເອ Mil Arcega ລາຍງານນັ້ນ ກໍແມ່ນວ່າ ຜູ້ໃດກໍຕາມທີ່ຊະນະການເລືອກຕັ້ງໃນມື້ນີ້ ແມ່ນຈະຄວບຄຸມກະເປົ໋າເງິນທີ່ໃຫຍ່ທີ່ສຸດໃນໂລກ ແລະ ພ້ອມດຽວກັນ ກໍມີຄວາມສາມາດທີ່ຈະນໍາພາເສດຖະກິດໂລກໄດ້.
ຖ້າຜົນການຢັ່ງຫາງສຽງມະຫາຊົນຖືກຕ້ອງ ການເລືອກຕັ້ງປີ 2012 ແມ່ນຈະຖືກຕັດສິນ ໂດຍຄະແນນສຽງສໍາຄັນບໍ່ເທົ່າໃດສຽງ ຢູ່ໃນບັນດາລັດທີ່ມີ ການແຂ່ງຂັນກັນຢ່າງດຸເດືອດ ເພາະຜູ້ສະມັກເລືອກຕັ້ງມີຄະແນນສູສີກັນ. ແຕ່ ທ່ານ Bruce Stokes ປະຈໍາສູນກາງຄົ້ນຄວ້າ Pew ກ່າວວ່າ ແທນທີ່ຈະພຽງເປັນການປ່ອນບັດພາຍໃນປະເທດເທົ່ານັ້ນ ການເລືອກຕັ້ງໃນສະຫະລັດຄັ້ງນີ້ ຈະມີຜົນກະທົບຕໍ່ທົ່ວໂລກ.
ທ່ານ ສະໂຕ໊ກ ເວົ້າວ່າ“ແນ່ນອນທີ່ສຸດ ຊາວອະເມຣິກັນກໍຕ້ອງພາກັນອອກໄປປ່ອນບັດໃນການເລືອກຕັ້ງຄັ້ງນີ້ ແຕ່ທົ່ວທັງໂລກຈະຕ້ອງຮັບມື ກັບຜົນທີ່ຈະຕາມມາ.”
ສະຫະລັດມີຜະລິດຕະພັນລວມພາຍໃນປະເທດ ຫຼື GDP ທີ່ທຽບເທົ່າກັບປະມານນຶ່ງສ່ວນສີ່ຂອງຜະລິດຕະພັນລວມທັງໝົດຂອງໂລກ ຊຶ່ງບໍ່ມີປະເທດໃດທີ່ຈະມີເສດຖະກິດທີ່ໃຫຍ່ໄປກວ່ານີ້. ຄໍາເວົ້າທີ່ເວົ້າກັນຢູ່ເລື້ອຍໆ ໃນກຸ່ມນັກເສດຖະສາດທັງຫຼາຍນັ້ນ ກໍຄືວ່າ ເວລາສະຫະລັດຈາມອອກມາເຂດອື່ນໆຂອງໂລກກໍຈະມີອາການເປັນຫວັດເປັນໄຂ້ ໄປຕາມໆກັນ.
Desmond Lachman ເປັນຊ່ຽວຊານຝ່າຍເສດຖະກິດມະຫາພາກປະຈໍາສະຖາບັນວິສາ ຫະກິດອະເມຣິກັນ ທີ່ຂ້ອນຂ້າງຫົວອະນຸລັກນິຍົມ.
ທ່ານ ລັກມັນ ກ່າວວ່າ: “ພວກເຮົາໄດ້ຮູ້ເຫັນຢ່າງແຈ້ງຂາວແລ້ວ ໃນຊ່ວງ ທີ່ເກີດສະພາວະເສດຖະກິດຖົດຖອຍຄັ້ງຍິ່ງໃຫຍ່ ໃນປີ 2008-2009 ນັ້ນ ເຫດການທີ່ເກີດຂຶ້ນໃນລະບົບການທະນາຄານຂອງສະຫະລັດ ໄດ້ສົ່ງຜົນກະທົບອອກໄປທົ່ວໂລກ.”
ໃນການອອກໂຄສະນາຫາສຽງນັ້ນ ຜູ້ສະມັກເລືອກຕັ້ງປະທານາທິບໍດີທັງ ສອງທ່ານ ເຫັນພ້ອມກັນວ່າ ເສດຖະກິດສະຫະລັດທີ່ເຂັ້ມແຂງນັ້ນແມ່ນ ເປັນສິ່ງສໍາຄັນທີ່ສຸດຕໍ່ສະຖຽນລະພາບຂອງໂລກ. ທັງສອງທ່ານໄດ້ກ່າວ ຮັບປະກັນແກ່ຊາວອະເມຣິກັນທັງຫຼາຍວ່າ ພວກເຂົາເຈົ້າມີແຜນການທີ່ຈະກະຕຸກຊຸກຍູ້ເສດຖະກິດສະຫະລັດ ຄືເລີ່ມດ້ວຍທ່ານ ມິຕ ຣອມນີ ຜູ້ສະມັກຈາກພັກຣີພັບບລິກັນ ທີ່ສັນຍາວ່າ ທ່ານຈະເຮັດໃຫ້ເວທີເສດຖະກິດຫລິ້ນຕາມ ກົດເກນທີ່ສະເໝີພາບກັນ ໂດຍຈະເອົາທ່າທີເຂັ້ມແຂງເດັດຂາດກັບຈີນ.
ທ່ານ ຣອມນີ ກ່າວວ່າ: “ມື້ທໍາອິດນັ້ນ ຂ້າພະເຈົ້າຈະໝາຍກາຈີນວ່າ ເປັນຜູ້ປັບຄ່າເງິນຕາຂອງຕົນຕາມໃຈຊອບ ຊຶ່ງຈະອໍານວຍໃຫ້ຂ້າພະເຈົ້າໃນຖານະປະທານາ ທິບໍດີ ສາມາດນໍາໃຊ້ ຖ້າເຫັນວ່າຈໍາເປັນ ການເກັບ ພາສີ ໃນບ່ອນທີ່ຂ້າພະເຈົ້າເຊື່ອວ່າ ຈີນເອົາປຽບພວກບໍລິສັດຜູ້ຜະລິດທັງຫລາຍຂອງພວກເຮົາ.”
ໃນການດິ້ນຮົນຕໍ່ສູ້ເພື່ອໃຫ້ຊະນະການເລືອກຕັ້ງສະໄໝທີ່ສອງນັ້ນ ປະທານາທິບໍດີໂອບາມາ ກ່າວວ່າ ມູນຄ່າການຄ້າແມ່ນໄດ້ເພີ່ມຂຶ້ນຢ່າງຫລວງ ຫລາຍ ພາຍໃຕ້ການນໍາພາຂອງທ່ານ ແລະເງິນຕາທີ່ໄດ້ຖືກປັບໃຫ້ຕໍ່າລົງ ຂອງຈີນ ກໍໄດ້ເພີ່ມຂຶ້ນເຖິງ 11 ເປີເຊັນ ນັບຕັ້ງແຕ່ທ່ານເຂົ້າດໍາລົງຕໍາແໜ່ງປະທານາທິບໍດີເປັນຕົ້ນມາ. ທ່ານໂອບາມາ ກ່າວອີກວ່າ ລູກກະແຈໄປສູ່ເສດຖະກິດທີ່ເຂັ້ມແຂງ ກໍຄືນໍາເອົາວຽກງານການຜະລິດທັງຫຼາຍກັບຄືນມາສະຫະລັດ ແຕ່ທ່ານກ່າວວ່າ ທ່ານ ມິຕ ຣອມນີ ບໍ່ແມ່ນຜູ້ເໝາະສົມ ທີ່ຈະເຮັດເຊ່ນນັ້ນ.
ທ່ານ ໂອບາມາ ກ່າວວ່າ: “ຢ່າລືມວ່າ ທ່ານ ຣອມນີ ໄດ້ມີການລົງທຶນຢູ່ໃນຫຼາຍບໍລິສັດ ທີ່ເປັນພວກບຸກເບີກໃນການສົ່ງໜ້າວຽກຈາກສະຫະລັດ ໄປຍັງຈີນ. ທ່ານ ຣອມນີ ທ່ານຫັ້ນຫຼ່ະເປັນຄົນສຸດທ້າຍທີ່ຈະຈັດການຢ່າງເດັດຂາດ ກັບຈີນ.”
ແຕ່ຈີນກໍເປັນພຽງເປັນສ່ວນນຶ່ງຂອງບັນຫາທີ່ກ້ວາງໃຫຍ່ກ່ວານັ້ນ. ວິກິດການໜີ້ສິນຢູ່ໃນພາກພື້ນຢູໂຣບ ໄດ້ເຮັດໃຫ້ຄວາມຮຽກຮ້ອງຕ້ອງການສິນຄ້າຈາກສະຫະລັດ ຫລຸດຕໍ່າລົງ ຊຶ່ງທ່ານ Lachman ກ່າວວ່າ ບັນຫາທີ່ກໍາລັງໜັກໜ່ວງຂຶ້ນໄປນັບມື້ຢູ່ ໃນກຸ່ມ 17 ປະເທດທີ່ໃຊ້ເງິນ ຕາຢູໂຣນັ້ນ ອາດສາມາດເຮັດໃຫ້ການເຕີບໂຕຂອງເສດຖະກິດ ຊັກຊ້າລົງໄປກວ່ານີ້ອີກໄດ້ ຢູ່ໃນທົ່ວໂລກ.
ທ່ານ ລັກມັນ ກ່າວວ່າ: “ການຄາດໜາຍຂອງຂ້າພະເຈົ້ານັ້ນ ກໍແມ່ນວ່າ ພາກພື້ນຢູໂຣບ ທີ່ເປັນພາຄີການຄ້າທີ່ໃຫຍ່ທີ່ສຸດຂອງສະຫະລັດນັ້ນ ເປັນ ເປັນຕົວທ້າທາຍ ທີ່ແທ້ຈິງຕໍ່ສະຫະລັດ ໃນຫຼາຍປີຕໍ່ໜ້າ.”
ທ່ານ ລັກມັນ ກ່າວອີກວ່າ ທ່ານຣອມນີແມ່ນສະເໜີ ວິທີການແກ້ໄຂທີ່ດີ ສໍາລັບທຸລະກິດ ຫຼາຍກວ່າທ່ານໂອບາມາ ເພື່ອຊ່ວຍແກ້ໄຂບັນຫາອັດຕາການຫວ່າງງານສູງແບບຊໍາເຮື້ອຂອງປະເທດ. ແຕ່ທ່ານ Bruce Stokes ປະຈໍາສູນກາງ PEW ກ່າວວ່າ ຍ້ອນຄວາມນິຍົມຕໍ່ທ່ານໂອບາມາ ທີ່ມີຢູ່ໃນຫຼາຍພາກສ່ວນຂອງໂລກນັ້ນ ພາບພົດຂອງສະຫະລັດອາດຈະບໍ່ດີ ຄືເກົ່າ ພາຍໃຕ້ການເປັນປະທານາທິບໍດີຂອງທ່ານຣອມນີ.
ທ່ານ ສະໂຕ໊ກ ກ່າວວ່າ: “ເວົ້າເຖິງຈີນແລ້ວກໍໜ້າສົນໃຈຫຼາຍ. ຂ້າພະເຈົ້າ ຄິດວ່າ ສໍານວນໂວຫານຂອງຣອມນີນັ້ນ ອາດສ້າງຄວາມເສຍຫາຍໃນໄລຍະສັ້ນຕໍ່ພາບພົດອະເມຣິກາ ຢູ່ໃນຈີນ. ແຕ່ຄວາມເສຍຫາຍຢ່າງໃຫຍ່ ຈະແມ່ນຢູ່ໃນພາກພື້ນຢູໂຣບ.”
ຜົນການສໍາຫຼວດເມື່ອບໍ່ດົນມານີ້ ໂດຍສູນກາງ PEW ພົບວ່າ ຂົງເຂດຢູ ໂຣບຕາເວັນຕົກແມ່ນສະໜັບສະໜຸນຢ່າງຖ້ວມລົ້ນ ໃຫ້ທ່ານໂອບາມາໄດ້ ເປັນປະທານາທິບໍດີອີກສະໄໝ ນຶ່ງ ຄືຝຣັ່ງ 92 ເປີເຊັນ, ເຢຍຣະມັນ 89 ເປີເຊັນ ແລະອັງກິດ 73 ເປີເຊັນ. ແຕ່ວ່າ ປະທາ ນາທິບໍດີໂອບາມາ ມີ ຄະແນນນິຍົມຕໍ່າຫຼາຍ ຢູ່ໃນປະເທດກຣີສ ຄືມີຊາວກຣີສພຽງ 22 ເປີເຊັນເທົ່ານັ້ນ ທີ່ເຫັນດີກັບວິທີຈັດການກັບເສດຖະກິດໂລກຂອງທ່ານ.
ທ່ານ ລັກມັນ ກ່າວວ່າ ເຖິງແມ່ນຜູ້ໃດຈະຊະນະໃນການເລືອກຕັ້ງຄັ້ງນີ້ກໍຕາມ ມັນກໍມີເດີມພັນຫຼາຍພໍສົມຄວນຢູ່ ໂດຍສະເພາະ ຖ້າຫາກວ່າສະພາຄອງແກຣສ ທີ່ແບ່ງແຍກກັນຢ່າງຮຸນແຮງນັ້ນ ບໍ່ສາມາດຕົກລົງກັນໄດ້ກ່ຽວ ກັບການຕັດງົບປະມານການໃຊ້ຈ່າຍລົງຢ່າງຫຼວງຫລາຍຂອງລັດຖະບານໃນທ້າຍປີນີ້.
ທ່ານ ລັກມັນ ກ່າວໃນທີ່ສຸດວ່າ: “ຖ້າຫາກວ່າ ມີສິ່ງໃດເກີດຜິດພາດໄປຢູ່ ໃນສະຫະ ລັດ ແນ່ນອນວ່າ ມັນຈະສົ່ງຜົນສະທ້ອນອອກໄປທົ່ວໂລກ ໂດຍສະເພາະໃນປັດຈຸບັນນີ້ ທີ່ເຂດອື່ນໆຂອງໂລກຕົກຢູ່ໃນສະພາບທີ່ບໍ່ຄ່ອຍດີ ປານໃດນັ້ນ. ສິ່ງສຸດທ້າຍທີ່ພວກເຂົາເຈົ້າຕ້ອງການ ກໍຄື ສະຫະລັດທີ່ຕົກຢູ່ໃນສະພາບທີ່ລົ້ມລຸກຄຸກຄານ.”
ປະຫວັດສາດຊີ້ແນະວ່າ ໂລກຈະປັບຕົວເຂົ້າກັບໃຜກໍຕາມທີ່ອະເມຣິກາ ເລືອກຕັ້ງຂຶ້ນ ມາເປັນປະທານາທິບໍດີ. ບັນດາຊ່ຽວຊານກ່າວວ່າ ສິ່ງທີ່ແຈ້ງຂາວ ກໍຄືວ່າ ຜົນທີ່ອອກມານັ້ນ ແມ່ນຈະຊ່ວຍຫຼໍ່ຫຼອມ ເສດຖະກິດແລະ ທ່າທີດ້ານພູມິສາດການເມືອງ ຢູ່ໃນທົ່ວໂລກໃນຫຼາຍໆປີຕໍ່ໜ້າ.
ເບິ່ງວີດີໂອກ່ຽວກັບຄວາມເຫັນຂອງຊາວຢູໂຣບ ເລື້ອງການເລືອກຕັ້ງຢູ່ສະຫະລັດ: