ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກອະນຸລັກ​ນິຍົມ ໄດ້ຄະແນນນໍາໜ້າ ໃນການ ເລືອກຕັ້ງ ປະທານາທິບໍດີ ຮອບຮອງ ສຸດທ້າຍ ຢູ່ໂຄລອມເບຍ


ທ່ານ ກັສຕາ​ໂວ ​ເພ​ໂຕຣ (Gustavo Petro) (ຊ້າຍ) ຈາກ​ຝ່າຍ​ຊ້າຍ ແລະທ່ານທ່ານ ອີ​ວານ ດຸກ (Ivan Duque) ກໍາລັງ
ຈະກ້າວໄປສູ່ການເລືອກຕັ້ງ ຮອບຕັດສິນຊີ້ຂາດ ໃນສາມ ອາທິດຂ້າງໜ້ານີ້.
ທ່ານ ກັສຕາ​ໂວ ​ເພ​ໂຕຣ (Gustavo Petro) (ຊ້າຍ) ຈາກ​ຝ່າຍ​ຊ້າຍ ແລະທ່ານທ່ານ ອີ​ວານ ດຸກ (Ivan Duque) ກໍາລັງ ຈະກ້າວໄປສູ່ການເລືອກຕັ້ງ ຮອບຕັດສິນຊີ້ຂາດ ໃນສາມ ອາທິດຂ້າງໜ້ານີ້.

ການ​ເລືອກຕັ້ງປະທານາທິບໍດີ ທີ່​ມີ​ຄວາມ​ເຄັ່ງ​ຕຶງ ​ແຕ່ດໍາ​ເນີນ​ໄປ​ຢ່າງສັນຕິ ຢູ່ໃນ​ໂຄ​
ລອມ​ເບຍນັ້ນ ປາກົດ​ວ່າ ຈະ​ກ້າວ​ເຂົ້າສູ່​ຮອບ​ຕັດສິນ​ຊີ້ຂາດລະຫວ່າງ​ຝ່າຍ​ຊ້າຍ ​ທີ່
​ເຄີ​ຍ​ເປັນ​ຝ່າຍກະບົດ ​ແລະ​ຝ່າຍ​ອະນຸລັກ​ນິຍົມ ທີ່​ຢາກ​ຂຽນສັນຍາ​ສັນຕິພາບ​ກັບພວກ​
ຕໍ່ຕ້ານ​ລັດຖະບານນັ້ນ​ຄືນ​ໃໝ່.

​ໂດຍ​ທີ່​ມີ​ການ​ນັບ​ຄະ​ແນນ​ສຽງ​ເກືອບໝົດ​ແລ້ວນັ້ນ ອະດີດ​ສະມາ​ຊິກ​ສະພາ​ສູງ​ຈາກ​
ພັກອະນຸລັກ​ນິຍົມ ທ່ານ ອີ​ວານ ດຸກ (Ivan Duque) ຄາດ​ວ່າ ​ຈະ​ຈົບລົງດ້ວຍການ​
ໄດ້​ຮັບ​ຄະ​ແນນ​ສຽງ 39 ​ເປີ​ເຊັນ ຊຶ່ງ​ເປັນ​ຄະ​ແນນ​ນໍາໜ້າ​ ໄກ​ຈາກໝູ່ຫລາຍ, ຕິດຕາມ​
ມາ​ດ້ວຍທ່ານ ກັສຕາ​ໂວ ​ເພ​ໂຕຣ (Gustavo Petro) ຈາກ​ຝ່າຍ​ຊ້າຍໂດຍ​ໄດ້​ຮັບ​ຄະ
ແນນ​ສຽງ 25 ​ເປີ​ເຊັນ.

​ແຕ່​ວ່າ​ ຈະ​ບໍ່ມີໃຜ ໄດ້ຮັບຄະ​ແນນ​ສຽງຫລາຍ​ເຖິງ 50 ​ເປີ​ເຊັນ ​ເພື່ອ​ໃຫ້​ພຽງພໍ ​ທີ່​ຈະ​ຫລີກ
​ເວັ້ນ ບໍ່ໃຫ້ມີການເລືອກ​ຕັ້ງຮອບ​ຕັດສິນ​ຊີ້ຂາດ ໃນ​ວັນ​ທີ 17 ມິຖຸນາ​ນີ້​ໄດ້.

ພວກ​ເຈົ້າໜ້າທີ່​ເລືອກ​ຕັ້ງ​ເວົ້າວ່າ ການ​ລົງ​ຄະ​ແນນ​ສຽງ​ແມ່ນ "ທໍາ​ມະ​ດາ" ​ໂດຍ​ມີ​ຜົນ
​ການ​ເລືອກ​ຕັ້ງສູງ ​ຢູ່​ໃນ​ບາງ​ຕົວ​ເມືອງ​ໃຫຍ່​ຕ່າງໆ.

ການ​ເລືອກ​ຕັ້ງ ທີ່​ດໍາ​ເນີນ​ໄປ ​ໃນ​ວັນ​ອາທິດ​ວານ​ນີ້ ​ເປັນ​ການ​ເລືອກ​ຕັ້ງຄັ້ງທໍາ​ອິດນັບ
​ແຕ່ໂຄ​ລອມ​ເບຍ​ໄດ້​ເຊັນ​ສັນຍາ​ສັນຕິພາບ​ກັບພວກກຸ່ມ​ເອັຟ​ເອອາຊີ (FARC) ທີ່ຕໍ່
ຕ້ານ​ລັດຖະບານ ​ທີ່ນິຍົມ​ລັດທິ​ມາກ ໃນ​ປີ 2016 ນັ້ນ. ສັນຍາ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້ການ​ລຸກ​ຮືຂຶ້ນ ​ຂອງກອງ​ໂຈນທີ່ແກ່ຍາວ​ເປັນ​ເວລານານ​ກວ່າ 50 ປີ ​ແລະ​ໄດ້ເຮັດ​ໃຫ້​ຫລາຍ​ກວ່າ 220,000 ຖືກ​ຂ້າ​ຕາຍ​ນັ້ນ ຢຸດ​ລົງ.

ພວກ​ທີ່​ເຄີຍ​ເປັນ​ກະບົດ​ໄດ້​ພາກັນ​ຍອມ​ວາງ​ປືນ​ ​ແລະ​ກຸ່ມ​ເອັຟ​ເອອາຊີ (FARC) ​ໄດ້​ຫັນປ່ຽນຕົນ​ເອງ​ ໃຫ້​ກາຍ​ເປັນ​ພັກ​ການ​ເມືອງທີ່​ຊອກ​ຫາ​ວິທີຍາດ​ເອົາ​ບ່ອນ​ນັ່ງ​ໃນ​ລັດ
ຖະສະພາ.

ທ່ານ ດຸກ (Duque) ທີ່​ອຽງຂວາ ​ໄດ້​ໂຄສະນາ​ຫາ​ສຽງວ່າ ​ຈະ​ຂຽນສັນຍາ​ສັນຕິພາບກັບ
ກຸ່ມ​ເອັຟ​ເອອາຊີ (FARC) ຄືນ​ໃໝ່ ​ໂດຍ​ເອີ້ນມັນວ່າ ​ເປັນ​ສັນຍາ​ທີ່ອ່ອນ​ຫລາຍ​ເກີນ​ໄປ. ທ່ານ​ກ່າວ​ວ່າ ພວກ​ທີ່​ເປັນ​ອະດີດຜູ້​ບັນຊາ​ການ​ຂອງ​ກອງ​ໂຈນ ຕ້ອງ​ໄດ້ໄປ​ຢູ່​ໃນ​ຄຸກ ບໍ່​ແມ່ນຈະ​ມາ​ຢູ່​ໃນ​ລັດຖະສະພາ.

ທ່ານ ດຸກ (Duque) ຍັງ​ເປັນ​ຄົນ​ ໃຫ້ການ​ສະໜັບສະໜຸນ​ ແກ່​ການ​ເຮັດ​ທຸລະ​ກິດ ອີກ
ດ້ວຍ ​ໂດຍໄດ້​ໃຫ້​ຄໍາໝັ້ນສັນຍາ​ວ່າ​ ຈະ​ຕັດ​ພາສີ​ລົງສຳລັບ​ບໍລິສັດ​ຕ່າງໆ ເພື່ອ​ເປັນ​ການ
​ກະຕຸ້ນ​ເສດຖະກິດວິທີ​ນຶ່ງ.

ທ່ານ​ເພໂຕຣ ​ແມ່ນ​ອະດີດ​ສະມາຊິກ​ຂອງ​ກຸ່ມ​ກະບົດ M19 ທີ່​ສະຫລາຍ​ຕົວ​ໄປແລ້ວ ​ແລະ​ເປັນ​ຄົນ​ທີ່​ສະໜັບສະໜຸນ ​ໃຫ້​ມີ​ສັນຍາ​ສັນຕິພາບ​ກັບກຸ່ມ​ເອັຟ​ເອອາຊີ (FARC).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG