ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

El Salvador ປຸກລະດົມ ເພື່ອປ້ອງກັນ ການແຜ່ລາມ ໄຂ້ເລືອດອອກ (ວີດິໂອ)


ຍຸງລາຍ ທີ່ເປັນຕົວນໍາເຊື້ອໄຂ້ເລືອດອອກ
ຍຸງລາຍ ທີ່ເປັນຕົວນໍາເຊື້ອໄຂ້ເລືອດອອກ
ປະ​ເທດ El Salvador ​ໄດ້​ເປີດ​ສາກ​ທໍາ​ການ​ປຸກລະດົມ​ຢ່າງ​ໃຫຍ່ ​ເພື່ອ​ປ້ອງ​ກັນ​ເດັກ​ນັກ ຮຽນ ບໍ່​ໃຫ້​ຕິດ​ເຊື້ອ​ໄຂ້​ເລືອດ​ອອກ ​ທີ່​ອັນຕະລາຍ​ເຖິງ​ແກ່​ຊີວິດ​ໄດ້ ທີ່​ແຜ່​ລາມ​ອອກ​ໄປ​ຈາກ​ຍຸງ​ທີ່​ມີ​ເຊື້ອ​ນີ້​ຢູ່​ແລ້ວ.

ພວກ​ຄົນ​ງານ ​ໄດ້​ໃຊ້​ເວລາ​ປະຕິບັດ​ງານ​ໃນ​ວັນ​ສຸກ ສີດຢາຂ້າ​ແມງ ຢູ່​ຕາມ ຂຸມ​ນໍ້າ ​ແລະ ບ່ອນ​ມີ​ນໍ້າ​ຂັງຢູ່ ທີ່​ຍຸງໄປ​ແຜ່ພັນ​ໃສ່ນັ້ນ. ​ໂຣກ​ໄຂ້​ເລືອດ​ອອກ​ເປັນສາ​ເຫດ​ສໍາຄັນອັນນຶ່ງ ທີ່​ເຮັດ​ໃຫ້​ພວກ​ຄົນ​ເຈັບ​ປ່ວຍ ​ແລະ​ເສຍ​ຊີວິດ​ຢູ່ໃນທົ່ວປະ​ເທດ​ເຂດ​ຮ້ອນ​ແຫ່ງ​ນີ້​ຂອງ​ໂລກ.

ພວກ​ຍຸງ​ລາຍ​ທີ່ເປັນ​ຕົວ​ນໍາ​ເຊື້ອ​ໄວຣັສນີ້ ມັກຈະ​ພົບ​ເຫັນ​ຢູ່​ໃນ​ເຂດ​ທີ່​ມີ​ປະຊາ​ຊົນ​ອາ​ໄສ​ຢູ່ ຢ່າງ​ໜາ​ແໜ້ນ​. ບໍ່​ມີ​ຢາ​ວັກ​ຊີ​ນປ້ອງ​ກັນ ​ແລະ​ຢາປິ່ນ ປົວ​ໂຣກ​ໄຂ້​ເລືອດອອກ​ນີ້​ເທື່ອ. ພວກ​ຄົນ​ທີ່​ຕິດ​ເຊື້ອ​ດັ່ງກ່າວ​ນີ້ ມັກຈະ​ມີ​ອາການ ຄື​ເປັນ​ໄຂ້ຫວັດ.

El Salvador - Dengue
please wait
Embed

No media source currently available

0:00 0:00:40 0:00

El Salvador has launched an aggressive campaign aimed at protecting school children from the potentially fatal dengue spread by infected mosquitoes.

Workers spent part of Friday spaying insecticides at puddles and standing water where mosquitoes breed. Dengue is one the main causes of sickness and death across the tropical country.

The mosquitoes carrying the virus are usually found in densely populated areas. There is no vaccine or cure for dengue. People who contract the virus usually display flu-like systems.
XS
SM
MD
LG