ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ນາງ ໄອລີນ ກູ ໄດ້ຊະນະຫຼຽນຄຳຄັ້ງປະຫວັດສາດ ສຳລັບ ຈີນ ຢູ່ກິລາໂອລິມປິກລະດູໜາວ ປັກກິ່ງ 2022


ນາງ ໄອລີນ ກູ, ຈາກ ຈີນ, ແຂ່ງຂັນໃນລະຫວ່າງການແຂ່ງຂັນຮອບຊິງຊະນະເລີດປະເພດ Freestyle Skiing Big Air ຂອງກິລາໂອລິມປິກລະດູໜາວ 2022. 8 ກຸມພາ, 2022.
ນາງ ໄອລີນ ກູ, ຈາກ ຈີນ, ແຂ່ງຂັນໃນລະຫວ່າງການແຂ່ງຂັນຮອບຊິງຊະນະເລີດປະເພດ Freestyle Skiing Big Air ຂອງກິລາໂອລິມປິກລະດູໜາວ 2022. 8 ກຸມພາ, 2022.

ນັກສກີທີ່ເກີດຢູ່ ສະຫະລັດ ນາງ ໄອລີນ ກູ ໄດ້ສ້າງປະຫວັດສາດໃນວັນອັງ ຄານວານນີ້ຢູ່ກິລາໂອລິມປິກລະດູໜາວ ປັກກິ່ງ 2022 ດ້ວຍການໄດ້ຊະນະຫຼຽນຄໍາໃຫ້ປະເທດ ຈີນ ໃນການເປີດຕົວການແຂ່ງຂັນສກີສະແດງທ່າ ຈາກການໂດດທີ່ສູງ ຫຼື Freestyle Big Air.

ນາງ ກູ ອາຍຸ 18 ປີໄດ້ເຮັດທ່າ 1620 ປິ່ນສີ່ຮອບເຄິ່ງຢູ່ກາງອາກາດ ໃນການໂດດຄັ້ງສຸດທ້າຍໃນການແຂ່ງຂັນຂອງລາວ, ໄດ້ຄະແນນ 94.50 ໃນການແຂ່ງ ຂັນ Big Air. ມັນເປັນຄັ້ງທຳອິິດ ທີ່ການແຂ່ງຂັນດັ່ງກ່າວ ໄດ້ຖືກຈັດຂຶ້ນຢູ່ກິລາໂອລິມປິກ, ເຊິ່ງຈະຮຽກຮ້ອງໃຫ້ນັກກິລາ ເຮັດທ່າທີ່ໃຫຍ່ທີ່ສຸດຂອງເຂົາເຈົ້າ ໃນການໂດດທີ່ສູງຄັ້ງດຽວ.

ສຳລັບກິລາ ເຄີລລິງ (Curling) ປະເທດ ອິຕາລີ ໄດ້ຊະນະຫຼຽນຄັ້ງທຳອິດຂອງເຂົາເຈົ້າ ເວລາທີ່ນາງ ສເຕຟີນາ ຄອນແຕນທີນີ (Stefina Constantini) ແລະ ທ້າວ ອາມອສ ໂມຊາເນີ (Amos Mosaner) ໄດ້ຊະນະນັກກິລາຈາກປະເທດ ນໍເວ ນາງ ຄຣິສຕິນ ສກາລຽນ (Kristin Skalien) ແລະ ທ້າວ ແມກນຸສ ເນດເຣກັອດເທັນ (Magnus Nedregotten) 8 ຕໍ່ 5 ຄະແນນເພື່ອຊະນະຫຼຽນຄຳ ໃນການແຂ່ງຂັນປະເພດຄູ່ປະສົມ. ນາງ ສກາລຽນ ແລະ ທ້າວ ເນດເຣກັອດເທັນ, ເຊິ່ງແມ່ນຄູ່ສາມີພັນລະຍານັ້ນ, ໄດ້ຊະນະຫຼຽນຄຳ ແລະ ໄດ້ພັດທະນາຈາກຕຳແໜ່ງທີ 3 ຂອງເຂົາເຈົ້າໃນການແຂ່ງຂັນກິລາໂອລິມປິກ ພຽງຈາງ ປີ 2018, ເຊິ່ງເຂົາເຈົ້າໄດ້ຮັບຫຼັງຈາກຄູ່ແຂ່ງຊາວ ຣັດເຊຍ ທ້າວ ອາເລັກແຊນເດີ ຄຣູແຊັລນິດສກີ (Alexander Krushelnitsky) ຖືກກວດພົບສຳລັບສານຕ້ອງຫ້າມ.

ໃນກິລາ ສເກັດຄວາມໄວ ຫຼື Speedskating ທ້າວ ແຈລ ນຸຍ (Kjeld Nuis) ຈາກປະເທດ ເນເທີແລນ ໄດ້ຊະນະຫຼຽນຄຳໃນການແຂ່ງຂັນ 1,500 ແມັດຂອງເພດຊາຍ, ລາວເປັນນັກກິລາ ສເກັດຄວາມໄວ ຄົນທຳອິດທີ່ສາມາດປ້ອງກັນຕຳແໜ່ງແຊັ້ມໃນກິລາໂອລິມປິກນັບຕັ້ງແຕ່ປີ 1994. ທ້າວ ນຸຍ ໄດ້ຊະນະເພື່ອນຮ່ວມທີມ ທ້າວ ທອມມັສ ຄຣອລ໌ (Thomas Krol) ຜູ້ທີ່ໄດ້ທຳ ລາຍສະຖິຕິດົນ 20 ປີໃນການແຂ່ງຂັນ 3 ¾ ສາມຮອບ ອ້ອມສະໜາມກິລາຮູບໄຂ່ Ice Ribbon. ໃນການແຂ່ງຂັນຕໍ່ມາ, ທ້າວ ນຸຍ ໄດ້ກາຍເສັ້ນໄຊໄວກວ່າເກົ່າ 1 ນາທີ 43.21 ວິນາທີ. ຫຼຽນທອງເປັນຂອງນັກກິລາ ເກົາຫຼີໃຕ້ ທ້າວ ກິມ ມິນຊັອກ.

ໃນການແຂ່ງຂັນປະເພດ ສກີ Cross-country ນັກກິລາ ນໍເວ ທ້າວ ໂຈຮານເນັສ ໂຮສຟລັອດ ຄລາເອໂບ (Johannes Hoesflot Klaebo) ຜູ້ປ້ອງກັນ ແຊັ້ມ Cross-country ໄລຍະສັ້ນກິລາໂອລິມປິກ, ໄດ້ນຳໜ້າໝູ່ໃນການແຂ່ງ ຂັນຮອບຊິງຊະນະເລີດສຳລັບຕະຫຼອດການແຂ່ງຂັນ. ທ້າວ ຄລາເອໂບ ໄດ້ຊະ ນະການແຂ່ງຂັນພາຍໃນ 2​ ນາທີ 58.06 ວິນາທີ.

ນາງ ຈອນນາ ຊັນລິງ ຈາກ ສວີເດັນ ໄດ້ຊະນະການແຂ່ງຂັນ Cross-country ໄລຍະສັ້ນຂອງແມ່ຍິງໃນ 3 ນາທີ 09.68 ວິນາທີ, ເຊິ່ງແມ່ນ 2.88 ວິນາທີໄວກວ່າເພື່ອນຮ່ວມທີມຂອງລາວ ນາງ ມາຢາ ດາລຄວິສ (Maja Dahlqvist).

ສຳລັບກິລາ ສກີ ລົງພູ ຫຼື Alpine Skiing ທ້າວ ມາເຕຍສ໌ ມາເຢີ (Matthias Mayer) ໄດ້ຊະນະຫຼຽນຄຳໃນການແຂ່ງຂັນ Super-G ຂອງຜູ້ຊາຍ ດ້ວຍເວລາ 1 ນາທີ, 19.94 ວິນາທີ, ເປັນການປ້ອງກັນຫຼຽນຄຳທີ່ລາວໄດ້ຊະນະໃນກິລາໂອລິມປິກລະດູໜາວ ພຽງຈາງ 2018 ຢູ່ປະເທດ ເກົາຫຼີໃຕ້.

ທ້າວ ເບັນຈາມິນ ຄາລ໌ (Benjamin Karl) ຈາກ ອອສເຕຣຍ ເຊັ່ນກັນໃນທີ່ສຸດກໍໄດ້ຊະນະຫຼຽນຄຳທຳອິດ ໃນກິລາໂອລິມປິກຂອງລາວ ຫຼັງຈາກໄດ້ຊະນະ ການແຂ່ງ Giant Slalom ຂອງເພດຊາຍໃນວັນອັງຄານວານນີ້, ໂດຍເອົາຊະນະທ້າວ ທິມ ມາສນັກ (Tim Mastnak) ຈາກປະເທດ ສໂລເວເນຍ, ຜູ້ທີ່ໄດ້ຫຼຽນເງິນ, ແລະ ຫຼຽນທອງແດງເປັນຂອງທ້າວ ວິກຕໍ ໄວລ໌ (Victor Wild) ຈາກຄະນະກຳມະການໂອລິມປິກ ຣັດເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG