ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ແລະ ສປປ ລາວ ເປີດກອງປະຊຸມ ປຶກສາຫາລື ສອງຝ່າຍ ປະຈຳປີ ຄັ້ງທີ 8


ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ແລະ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ພົບ​ປະ ປຶກສາຫາລື ຮອບດ້ານສອງຝ່າຍ ປະຈຳປີ ຄັ້ງທີ 8 ໃນວັນທີ 25 ກໍລະກົດຜ່ານ​ມາ ຢູ່ໃນນະຄອນຫຼວງ
ວໍຊິງຕັນ ຂອງສະຫະລັດ.
ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ແລະ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ພົບ​ປະ ປຶກສາຫາລື ຮອບດ້ານສອງຝ່າຍ ປະຈຳປີ ຄັ້ງທີ 8 ໃນວັນທີ 25 ກໍລະກົດຜ່ານ​ມາ ຢູ່ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ.

ສະຫະລັດ ແລະ ສປປ ລາວ ໄດ້ຈັດກອງປະຊຸມ ພົບ​ປະ ປຶກສາຫາລື ຮອບດ້ານ
ສອງຝ່າຍ ປະຈຳປີ ຄັ້ງທີ 8 ຂຶ້ນໃນວັນທີ 25 ກໍລະກົດຜ່ານ​ມາ ຢູ່ໃນນະຄອນຫຼວງ
ວໍຊິງຕັນ ຂອງສະຫະລັດ ອີງ​ຕາມ​ຖະ​ແຫຼງຂ່າວ​ກະຊວງ​ການ​ຕ່າງປະ​ເທດ.

ຄະນະ​ຜູ້​ແທນ​ສະຫະລັດ ​ແມ່ນນຳພາໂດຍທ່ານນາງ Susan Thornton ຮັກສາການ
ລັດຖະມົນຕີຊ່ວຍວ່າການ ​ກະຊວງ​ການຕ່າງປະເທດ ຮັບຜິດຊອບກ່ຽວ​ກັບກິດຈະການ
ເອເຊຍຕາເວັນອອກ ແລະ ຍ່ານ​ມະຫາ​ສະໝຸດປາຊີຟິກ ຊຶ່ງຍັງຮວມທັງບັນດາ ຜູ້ຕາງ
ໜ້າ ຈາກກະຊວງການຕ່າງປະເທດ ກະຊວງປ້ອງກັນປະ ເທດ ແລະກະຊວງການຄ້າ
ຕະຫຼອດທັງຫ້ອງການຜູ້ຕາງໜ້າທາງ​ດ້ານການຄ້າ ແລະ ອົງການພັດທະນາສາກົນ
ຂອງສະຫະລັດ. ສຳລັບ​ຝ່າຍ ສປປ ລາວ​ນັ້ນ​ແມ່ນ​ນຳພາ​ໂດຍ ຮອງລັດຖະມົນຕີ
ກະຊວງ ການຕ່າງປະເທດ ທ່ານ ທອງຜ່ານ ສະຫວັນເພັດ.

ທັງສອງຝ່າຍ ຕ່າງ​ກໍ​ໃຫ້ການ​ຢືນຢັນວ່າ ສາຍພົວພັນລະຫວ່າງສະຫະລັດ ແລະ ລາວ
ແມ່ນນັບມື້ແໜ້ນແຟ້ນຫຼາຍຂຶ້ນ ກວ່າທີ່ເຄຍມີມາ ແລະ ໄດ້ສະແດງຄວາມເພິ່ງພໍໃຈ
ຕໍ່ຄວາມກ້າວໜ້າໃນການຮ່ວມມືທີ່ຂະຫຍາຍວົງ​ກວ້າງອອກ ດັ່ງທີ່ໄດ້ລະບຸໄວ້ ໃນ
ຄຳ​ປະກາດຮ່ວມ ວ່າດ້ວຍການຮ່ວມມືຮອບດ້ານ ປີ 2016.

​ເຈົ້າໜ້າ​ທີ່​ສະຫະລັດ ​ແລະ ສປປ ລາວ​ໄດ້​ຫາລືກັນ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ
ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ພູມີພາກ ​ໄພຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດຮວມ
ທັງ​ໄພ​ຂົ່ມຂູ່ ​ຈາກ​ເກົາຫຼີ​ເໜືອ​ ນຳ​ດ້ວຍ. ທ່ານ​ນາງ Thornton ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ
ຄວາມ​ໝັ້ນໝາຍ​ແບບ​ຍາວ​ນານ ຕໍ່​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ
ເຂດເອ​ເຊຍ​ປາຊີ​ຟິກ ​ແລະ​ສືບ​ຕໍ່​ການ​ມີຄວາມ​ສຳພັນ​ອັນ​ໃກ້ຊິດ​ກັບລາວ.

ນອກ​ນັ້ນ ສະຫະລັດ​ແລະ ສປປ ລາວ​ຍັງ​ໄດ້​ທົບ​ທວນ​ເບິ່ງ​ຄວາມ​ກ້າວໜ້າ ​ໃນການ
​ເກັບ​ກູ້​ລະ​ເບີດທີ່​ບໍ່​ທັນ​ແຕກ​ຢູ່​ລາວ ​ແລະ​ ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ໃນ​ການ​ສືບ​ຕໍ່​
ໃຫ້​ຄວາມ​ສະໜັບສະ​ໜູນ ​ຂອງ​ສະຫະລັດ ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ ດັ່ງກ່າວ
ໂດຍ​ເນັ້ນຢ້ຳ​ເຖິງ​ຄວາມ​ກ້າວໜ້າ​ໃນ​ການ​ສຳ​ຫຼວດ​ແຫ່ງ​ຊາດ​ເບິ່ງ​ລະ​ເບີດລູກ​ຫວ່ານ
​ໃນເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໜັກ​ທີ່​ສຸດ. ​ເຈົ້າໜ້າ​ທີ່​ສະຫະລັດ ​ແລະ ​ລາວຍັງ​ໄດ້​ທົບ​
ທວນ​ເບິ່ງ ​ການ​ຮ່ວມ​ມື ​ກ່ຽວ​ກັບການ​ພັດທະນາ ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ໃນ​ດ້ານ
​ສຸຂະພາບ ​ໂພຊະ​ນາ​ການ ​ແລະ​ ການ​ສຶກສາ ຕະຫລອດ​ທັງ​ການຫາລື​ ກ່ຽວ​ກັບ​ສິດ
​ເສລີພາບ​ໃນ​ການ​ປາກ​ເວົ້າ ສິດ​ເສລີພາບ​ໃນ​ການ​ນັບຖື​ສາສະໜາ ​ແລະ​ ສິດທິ​ໃນ
​ດ້ານ​ແຮງ​ງານ ​ໂດ​ຍ​ໄດ້​ກ່າວ​ຢ້ຳ​ ເຖິງ​ບົດບາດ​ອັນ​ສຳຄັນ​ຂອງ​ກຸ່ມ​ສັງຄົມພົນລະ​ເຮືອນ
ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ ຕະຫລອດ​ທັງ​ ການປົກຄອງ​ທີ່​ດີ​ ການ​ແບ່ງປັນ​
ຄວາມ​ອຸດົມ​ຮັ່ງມີ​ແລະ​ການ​ມີ​ສະຖຽນ​ລະ​ພ​າບຢູ່​ໃນ​ຂົງເຂດ. ຄະນະ​ຜູ້​ແທນ​ຂອງ​
ທັງ​ສອງ​ຝ່າຍ ​ຍັງ​ໄດ້​ໃຫ້ການ​ຢືນຢັນ​ອີກ​ຄັ້ງນຶ່ງ​ໃນ​ການ​ໃຫ້​ຄວາມ​ສະໜັບສະໜູນ​ຕໍ່
​ຂໍ້​ລິ​ເລີ່​ມລຸ່ມ​ແມ່​ນ້ຳຂອງ ການ​ຕົກລົງ​ຮ່ວມ​ມື​ລະຫວ່າງ ສະຫະລັດ ລາວ ກຳປູ​ເຈຍ
ມຽນມາ ​ໄທ ​ແລະ ​ຫວຽດນາມ ​ເພື່ອ​ອຳນວຍຄວາມສະດວກ​ ໃນ​ການ​ພັດທະນາ​
ຂ້າມ​ຊາຍ​ແດນ ​ແລະ​ ການ​ຮວມຕົວ​ ຂອງ​ພາກພື້ນ. ພ້ອມ​ນີ້ ສະຫະລັດ​ຍັງ​ໄດ້​ຂອບ​ໃຈ
​ລັດຖະບານ​ລາວ ທີ່​ໄດ້​ຕົກລົງ​ເປັນ​ເຈົ້າພາບ​ ຈັດ​ກອງ​ປະຊຸມ​ຄະນະ​ປະຕິບັດ​ງານຂອງ​
ກຸ່ມ​ລິ​ເລີ່​ມລຸ່ມ​ແມ່​ນ້ຳຂອງທີ່​ນະຄອນ​ວຽງຈັນ ​ໃນ​ລະດູ​ໃບ​ໄມ້​ຫລົ່ນ​ປີນີ້. ນອກ​ນັ້ນທັງ
​ສອງ​ຝ່າຍ​ຍັງ​ໄດ້​ຊີ້​ໃຫ້​ເຫັນຄວາມສຳ ຄັນ​ຂອງ​ສິດທິພວກ​ທີ່​ອ່ອນ​ໄຫວ ຮວມທັງ​ພວກ​
ຄົນ​ພິການ ຕະຫລອດທັງ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ ສປປ ລາວ ​ທີ່​ຈະ​ຈັດ
ຕັ້ງປະຕິບັດ​ແຜນ​ປະຕິບັດ​ງານແຫ່ຊາດ ​ເພື່ອ​ປາບ​ປາມ​ການ​ຄ້າ​ມະນຸດ.

ທັງ​ສອງ​ຝ່າຍ​ຍັງ​ໄດ້​ຕົກລົງທີ່​ຈະ​ຮ່ວມ​ມື​ກັນ ກ່ຽວ​ກັບ​ການຈັດ​ສົ່ງ​ຊາວ​ລາວ​ ທີ່​ໄດ້​ຮັບ​ຄຳ
​ສັ່ງ​ໃຫ້​ຍົກ​ຍ້າຍ​ຂັ້ນສຸດ​ທ້າຍ ​ໂດຍ​ໃຫ້​ຄຳ​ໝັ້ນສັນຍາ ​ທີ່​ຈະ​ສ້າງຕັ້ງຂັ້ນຕອນ ທົບ​ທວນ
​ເບິ່ງ​ກໍລະນີ​ຕ່າງໆ​ ແລະ ​ອຳນວຍ​ຍຄວາມ​ສະ​ດວກ​ໃນ​ການຈັດ​ສົ່ງ​ພວກ​ກ່ຽວ​ໂດຍ​ໄວ.

ຄະນະ​ຜູ້​ແທນສະຫະລັດ​ ແລະ ​ລາວ ຍັງ​ໄດ້​ຕົກລົງ​ກັນ ​ເຖິງ​ຄວາມ​ສຳຄັນ ​ໃນ​ການ
​ລົງ​ເລິກ​ຂະຫຍາຍ​ຄວາມ​ສຳພັນ​ ລະຫວ່າງ ​ປະຊາຊົນ​ ກັບ ​ປະຊາຊົ​ສ ​ໂດຍ​ໃຫ້​ຂໍ້​ສັງ
​ເກດ​ ກ່ຽວ​ກັບ ​ຄວາ​ມ​ເປັນ​ໄປ​ໄດ້ ​ໃນແລກປ່ຽນ​ການ​ຝຶກ​ອົບຮົມ​ພາສາ​ອັງກິດ
ການ​ສຶກສາ ວິຊາ​ຊີບ ​ແລະ​ ພວກ​ຊາວ​ໜຸ່ມ ​ແລະ ​ການ​ຮ່ວມ​ມື​ຂອງ​ມະຫາວິທະຍາ​ໄລ
​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ພວກເຈົ້າໜ້າທີ່ຂອງທັງສອງຝ່າຍ
ຍັງໄດ້ທົບທວນເບິ່ງກົນໄກ ອຳນວຍຄວາມສະດວກໃນການຄ້າຂອງຝ່າຍ ຮວມທັງຂໍ້
ຕົກລົງວ່າດ້ວຍຂອບການຄ້າແລະການລົງທຶນ ແລະໃຫ້ຂໍ້ສັງເກດກ່ຽວກັບໂອກາດໃນ
ການຄ້າຂາຍລະຫວ່າງປະເທດທັງສອງ.

The United States and the Lao People’s Democratic Republic held their 8th annual Comprehensive Bilateral Dialogue on July 25 in Washington. Acting Assistant Secretary of State for East Asia and Pacific Affairs Susan Thornton led the U.S delegation, which included representatives from the U.S. Departments of State, Defense, and Commerce; Office of the U.S. Trade Representative; and the United States Agency for International Development. Lao PDR Vice Minister of Foreign Affairs Thongphane Savanphet led the Lao delegation. The two sides affirmed that the U.S.-Lao relationship is stronger than ever and expressed satisfaction at progress in forging greater cooperation as outlined in the 2016 Joint Declaration on the Comprehensive Partnership.

U.S. and Lao officials discussed broader regional developments and threats to regional security, including those posed by the DPRK. Thornton reiterated the enduring U.S. commitment to Southeast Asia, ASEAN, and the Asia Pacific region and to continued close relations with Laos.

The U.S. and Lao delegations reviewed progress in removing unexploded ordnance (UXO) in Laos and welcomed continued U.S. support for clearance efforts, highlighting progress made on a national cluster munition survey which will define and quantify contamination in the most heavily impacted areas. U.S. and Lao officials also reviewed wide-ranging development cooperation in health, nutrition, and education and discussed freedom of expression, religious freedom, and labor rights, emphasizing the important role of civil society and rule of law to good governance, shared prosperity, and stability in the region. The two delegations reaffirmed their support for the Lower Mekong Initiative (LMI), a collaborative agreement between the United States, Laos, Cambodia, Myanmar, Thailand, and Vietnam that facilitates transboundary development and regional integration. The United States thanked the Lao government for agreeing to host the upcoming LMI Regional Working Group in Vientiane in the fall. The two sides pointed to the importance of human rights of vulnerable groups, including disabled persons, as well as the Lao PDR’s efforts to implement its National Action Plan to combat trafficking in persons.

The two delegations agreed to cooperate on the repatriation of Lao nationals subject to final orders of removal, pledging to establish a standing process to review cases and facilitate speedy removals.

The U.S. and Lao delegations agreed on the importance of deepening people-to-people ties, noting the potential of English language training; academic, professional, and youth exchanges; and university partnerships to enhance mutual understanding. They also reviewed mechanisms to facilitate bilateral trade and investment, including their Trade and Investment Framework Agreement, and noted the opportunities for increased business between the two countries. Both delegations look forward to holding the ninth Comprehensive Bilateral Dialogue next year.

XS
SM
MD
LG