ບັນດາຜູ້ນໍາ ອີຈິບ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແກ່ບັນດາ
ເຈົ້າໜ້າທີ່ຂັ້ນສູງຂອງຣັດເຊຍທີ່ໄດ້ເດີນທາງໄປເຖິງກຸງໄຄໂຣ
ໃນວັນພະຫັດວານນີ້ ເພື່ອເຈລະຈາ ໃນອັນທີ່ນັກການທູດຂັ້ນ
ສູງຂອງມົສກູ ບັນລະຍາຍວ່າ ເປັນ “ການຮ່ວມມືທາງທະຫານ.”
ລາຍລະອຽດການເຈລະຈາບໍ່ໄດ້ມີການເປີດເຜີຍໃຫ້ຊາບ. ແຕ່
ລັດຖະມົນຕີຕ່າງ ປະເທດຣັດເຊຍ ທ່ານ Sergei Lavrov ຕໍ່
ມາ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ພວກທ່ານ ໄດ້ເພັ່ງເລັງໃສ່
ການຮ່ວມມືດ້ານທະຫານ ແລະດ້ານເທັກນິກ ອັນເປັນຄຳເວົ້າ
ແບບສຸພາບທີ່ຣັດເຊຍມັກໃຊ້ ສຳລັບການຂາຍອາວຸດທາງ
ທະຫານ.
ການຢ້ຽມຢາມຂອງ ທ່ານ Lavrov ແລະ ລັດຖະມົນຕີ ປ້ອງກັນ
ປະເທດ ຣັດເຊຍ ທ່ານ Sergei Shoigu ມີຂື້ນ ຫລັງຈາກມີ
ການໂຕ້ແຍ້ງທາງການທູດ ກັບພັນທະມິດເປັນເວລາດົນນານ
ຂອງອີຈິບ ຄື ສະຫະລັດ ກ່ຽວກັບການທີ່ທະ ຫານ ໄດ້ຂັບໄລ່
ປະທານາທິບໍດີ ພັກອິສລາມ ທ່ານ Mohammed Morsi
ອອກຈາກຕຳແໜ່ງ ໃນເດືອນກໍລະກົດຜ່ານມາ.
ໃນການຕອບໂຕ້ຕໍ່ການຂັບໄລ່ ທ່ານ Morsi ນັ້ນ ລັດຖະບານ ທ່ານ Obama ໄດ້ໂຈະ
ການສົ່ງເຮືອບິນ ເຮລີຄອບເຕີ Apache ແລະເຮືອບິນລົບ F-16 ໃຫ້ແກ່ລັດຖະບານ
ຊົ່ວຄາວຂອງອີຈິບ. ການເຄື່ອນໄຫວທີ່ວ່ານີ້ ໄດ້ບັນລະຍາຍໂດຍ ເຈົ້າໜ້າທີ່ສະຫະລັດ
ໃນເດືອນແລ້ວນີ້ວ່າ ເປັນການພະຍາຍາມຊຸກຍູ້ ໃຫ້ເກີດ “ຄວາມກ້າວໜ້າ ທີ່ໜ້າເຊື່ອ
ຖືໄດ້” ໄປສູ່ການເລືອກຕັ້ງຢ່າງເສລີຢູ່ໃນອີຈິບ ແລະການມີລັດຖະບານພົນລະເຮືອນ
ທີ່ເປັນປະຊາທິປະໄຕ.
ການພົບປະກັນທີ່ກຸງໄຄໂຣ ໃນວັນພະຫັດວານນີ້ ເຫັນວ່າ ເປັນການພົບປະຂັ້ນສູງດ້ານ
ປ້ອງກັນປະເທດເທື່ອທຳອິດ ລະຫວ່າງກຸງມົສກູ ແລະກຸງໄຄໂຣ ນັບແຕ່ປີ 1970 ເປັນ
ຕົ້ນມາເວລາລັດຖະບານອີຈິບໄດ້ໄລ່ບັນດາທີ່ປຶກສາທາງທະຫານ ຂອງສະຫະພາບ
ໂຊຫວຽດ ອອກຈາກປະເທດ ແລະຕໍ່ມາ ໄດ້ເຊັນສັນຍາສັນຕິ ພາບ ຄັ້ງປະຫວັດສາດ
ກັບ ອິສຣາແອລ ໃນປີ 1979.