ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອີ​ຈິບ ໃຫ້​ອະ​ໄພ​ຍະ​ໂທດ ແກ່​ນັກ​ໂທດ ຫຼາຍ​ຮ້ອຍ​ຄົນ ຮວມ​ທັງ​ນັກ​ຂ່າວ ທີ່​ສຳ​ຄັນ​ຄົນ​ນຶ່ງ


ທ່ານອັບ​ແດ​ລ ຮາ​ລິມ ການ​ດິ​ລ (Abdel Halim Qandil) ​ບັນ​ນາ​ທິ​ການ ຂອງ​ວາ​ຣະ​ສານ​ລາຍ​ສັບ​ປະ​ດາ ອາ​ລ-ກາ​ຣາ​ມາ.
ທ່ານອັບ​ແດ​ລ ຮາ​ລິມ ການ​ດິ​ລ (Abdel Halim Qandil) ​ບັນ​ນາ​ທິ​ການ ຂອງ​ວາ​ຣະ​ສານ​ລາຍ​ສັບ​ປະ​ດາ ອາ​ລ-ກາ​ຣາ​ມາ.

ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ແດ​ລ ຟັ​ຕ​ຕາ ແອ​ລ-ຊີ​ຊີ ແຫ່ງ​ອີ​ຈິບ ໄດ້​ໃຫ້​ອະ​ໄພ​ຍະ​ໂທດ ແກ່​ພວກ​ນັກ​ໂທດຫຼາຍ​ຮ້ອຍ​ຄົນ ແລະ​ນັກ​ຂ່າວ​ທີ່ສຳ​ຄັນ​ຄົນ​ນຶ່ງ ທີ່​ໄດ້​ຕ້ອງ​ຕິ​ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ຢູ່​ໃນ​ອີ​ຈິບ.

ນັກ​ຂ່າວ ອັບ​ແດ​ລ ຮາ​ລິມ ການ​ດິ​ລ (Abdel Halim Qandil) ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຍະ​ໂທດ ຫຼັງ​ຈາກ​ໄດ້​ຮັບ​ໂທດ​ຈຳ​ຄຸກ​ມາ​ໄດ້ 3 ປີ ຫຼັງ​ຈາກ​ການ​ຕັດ​ສິນ​ໂທດ​ໃນ​ເດືອນ​ທັນ​ວາ ປີ 2017 ຍ້ອນ “ໝິ່ນ​ປະ​ໝາດ​ຕໍ່​ລະ​ບົບ​ຕຸ​ລາ​ການ” ອີງ​ຕາມ​ລາຍ​ງານ​ຂອງວາ​ຣະ​ສານ Arab Republic of Egypt ໃນ​ມື້​ວັນ​ພະ​ຫັດ​ຜ່ານ​ມານີ້.

ນັກ​ຂ່າວການ​ດິ​ລ ໄດ້​ຖືກ​ດຳ​ເນີນ​ຄະ​ດີ ໃນ​ຂໍ້​ຫາ​ດຽວ​ກັນ​ນີ້ ພ້ອມ​ກັບ​ຈຳ​ເລີຍ​ຄົນ​ອື່ນໆ​ອີກ 17 ຄົນ ຮວມ​ທັງ​ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຮຳ​ເມັດ ມໍ​ຊີ ຈາກ​ພັກ​ພະ​ລາ​ດອນ​ພາບ​ມຸ​ສ​ລິມ​ທີ່​ຖືກ​ໂຄ່ນ​ລົ້ມ​ລົງ​ຈາກ​ຕຳ​ແໜ່ງນັ້ນ.

ທ່ານການ​ດິ​ລ ຊຶ່ງ​ຄັດ​ຄ້ານ​ຕໍ່​ພັກ​ພະ​ລາ​ດອນ​ພາບ​ມຸ​ສ​ລິມນັ້ນ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ເຮັດ​ລັດ​ຖະ​ປະ​ຫານ​ໂຄ່ນ​ລົ້ມ​ທ່ານ​ມໍ​ຊີ ໃນ​ປີ 2013. ເຖິງ​ແມ່ນ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ລັດ​ຖະ​ບານ​ທ່ານ​ແອ​ລ-ຊີ​ຊີ​ກໍ​ຕາມ ນັກ​ຂ່າວ​ອາ​ຍຸ 65 ປີ​ທ່ານນີ້​ກໍ​ໄດ້​ຖືກ​ຈັບ ຫ້າມ​ເດີນ​ທາງ ແລະ​ໜັງ​ສື​ພິມ​ຂອງ​ທ່ານ​ຖືກ​ຢຶດ. ທ່ານ​ໄດ້​ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ໃນ​ຖານ​ໝິ່ນ​ປະ​ໝາດ​ຕໍ່​ລະ​ບົບ​ຕຸ​ລາ​ການ ຫຼັງ​ຈາກ​ການ​ໃຫ້​ສຳ​ພາດ​ທາງ​ໂທ​ລະ​ພາບ​ໃນ​ປີ 2011 ເວ​ລາ​ທ່ານ​ໄດ້​ຕ້ອງ​ຕິ​ພວກ​ທະ​ຫານ​ທີ່​ຮັບ​ມື​ກັບ​ກາ​ນ​ສໍ້​ລາດ​ບັງ​ຫຼວງ ຕໍ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໂຮ​ສ​ນີ ມູ​ບາ​ຣັກ.

ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ກຳ​ອຳ​ນາດ​ໃນ​ປີ 2013 ຫຼັງ​ຈາກ​ໄດ້​ໂຄ່ນ​ລົ້ມ​ຜູ້​ທີ່​ເຂົ້າ​ກຳ​ອຳ​ນາດ​ແທນ​ທ່ານ​ມູ​ບາ​ຣັກ​ແລ້ວ ທ່ານ​ແອ​ລ-ຊີ​ຊີ ກໍ​ໄດ້​ທຳ​ການ​ປາ​ບ​ປາມ​ພວກ​ທີ່​ບໍ່​ພໍ​ອົກ​ພໍ​ໃຈ​ຢ່າງ​ໜັກ ໂດຍ​ໄດ້​ຈັບ​ກຸມ​ຫຼາຍໆ​ພັນ​ຄົນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ພວກ​ນັກ​ເຄື່ອນ​ໄຫວ​ອິ​ສ​ສ​ລາມ ແລະ​ພວກ​ທີ່​ບໍ່​ພັກ​ໄຝ່​ນຳ​ສາ​ສະ​ໜາ ແລ້ວ​ກໍ​ໄດ້​ຕັດ​ຮອນ​ອິດ​ສະ​ຫຼະ​ພາບ​ໄດ້​ຮັບ​ມາ ຫຼັງ​ຈາກ​ການ​ກໍ່​ກະ​ບົດ​ໃນ​ປີ 2011.

Egyptian President Abdel-Fattah el-Sissi has pardoned hundreds of prisoners and a prominent journalist who had criticized the country's establishment.

Journalist Abdel Halim Qandil was pardoned after receiving a three-year jail sentence following a December 2017 conviction for "insulting the judiciary," the official journal of the Arab Republic of Egypt reported Thursday.

Qandil was tried on the same charges with 17 other defendants, including ousted Muslim Brotherhood President Mohamed Morsi.

Qandil, an opponent of the Muslim Brotherhood, supported the coup against Morsi in 2013. Despite his support of el-Sissi's government, the 65-year-old journalist was detained, banned from travel, and had his newspaper confiscated. He was convicted of insulting the judiciary following a 2011 television interview when he criticized it and the military for their handling of a corruption case against former President Hosni Mubarak.

Since coming to power in 2013 after Mubarak's ouster, el-Sissi has waged a harsh crackdown on dissent, arresting thousands of mostly Islamist and secular activists and curtailing freedoms that were won after the 2011 rebellion.

The pardons repeal all verdicts and related jail sentences that were handed down since 2013 and coincide with the Muslim holy month of Ramadan, when authorities traditionally release prisoners as a goodwill gesture.

Human Rights Watch estimates at least 60,000 people have been arrested in Egypt on political grounds since el-Sissi came to power. El-Sissi has denied there are any political prisoners in the North African country.

XS
SM
MD
LG