ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບພະຍົບ ເອທິໂອເປຍ ໃນ ອີຈິບ ຖືກຮາວີລົບກວນ ຍ້ອນບັນຫາເຂື່ອນ ໃນແມ່ນໍ້າໄນລ໌


Egypt Refugees Nile Dam
please wait

No media source currently available

0:00 0:03:11 0:00

ຄວາມຂັດແຍ້ງທີ່ແກ່ຍາວມາດົນນານລະຫວ່າງ ປະເທດ ອີຈິບ ກັບ ເອທິໂອເປຍ ກ່ຽວກັບການສ້າງເຂື່ອນເທິງແມ່ນໍ້າ ໄນລ໌ ແມ່ນຍັງຄົງບໍ່ໄດ້ ຮັບການແກ້ໄຂ, ແລະຢູ່ຕາມຖະໜົນຫຼາຍສາຍຂອງ ອີຈິບ ນັ້ນ, ບັນດາຜູ້ມາອາໄສຢູ່ຊາວ ເອທິໂອເປຍ ເວົ້າວ່າການແບ່ງແຍກເຊື້ອຊາດ ແລະການກະທຳ ທີ່ມຸ່ງຮ້າຍຕໍ່ເຂົາເຈົ້າແມ່ນກຳລັງຮຸນແຮງຂຶ້ນ. ປາກົດການທີ່ວ່ານີ້ໄດ້ມີຂຶ້ນໃນຂະນະທີ່ນໍ້າຝົນໃນປະ ເທດເອທິໂອເປຍ ແມ່ນກຳລັງເຮັດໃຫ້ນໍ້າໃນອ່າງເກັບນໍ້າຂອງເຂື່ອນທີ່ຕັ້ງຢູ່ເທິງລຳແມ່ນໍ້ານັ້ນ ມີບັນ ຫາສູງຂຶ້ນ, ຊຶ່ງເປັນສະພາບການທີ່ປະຊາຊົນອີຈິບ ເຫັນວ່າເປັນໄພຂົ່ມຂູ່ ທີ່ມີຢູ່ໃນປັດຈຸບັນ. ນັກຂ່າວວີໂອເອ ເຮເຕີ ເມີດັອກ ມີລາຍງານ ເພີ່ມເຕີມຈາກນະຄອນ ອີສຕານບູລ ປະເທດ ເທີກີ ພ້ອມກັບ ຮາຣາດາ ແອລຣາຊາມ ໃນນະຄອນ ຫຼວງ ໄຄໂຣ ປະເທດ ອີຈິບ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ປະຊາຊົນ 300 ລ້ານຄົນໄດ້ເພິ່ງພາອາໄສແມ່ນໍ້າ ໄນລ໌ ເພື່ອການຢູ່ລອດ ແລະ ໃນ ອີຈິບ, ປະຊາກ ອນ 95 ເປີເຊັນແມ່ນອາໄສຢູ່ຕາມແມ່ນໍ້າດັ່ງກ່າວ.

ຢູ່ຕົ້ນແມ່ນໍ້າຂອງ ອີຈິບ ແມ່ນປະເທດ ເອທິໂອເປຍ.

ເອທິໂອເປຍ ມີໂຄງການສ້າງເຂື່ອນມູນຄ່າເກືອບ 5 ພັນລ້ານໂດລາ ທີ່ເຂົາເຈົ້າເວົ້າວ່າຈະສະໜອງໄຟຟ້າໃຫ້ປະຊາຊົນ 65 ລ້ານຄົນ ແລະ ຈະຊ່ວຍເຫຼືອປະເທດໃຫ້ຫຼຸດພົ້ນຈາກຄວາມທຸກຍາກ. ອີຈິບ ເຫັນ ຄວາມໄປໄດ້ຂອງລະດັບນໍ້າທີ່ຕໍ່າກວ່າເກົ່າ ດັ່ງກັບໄພຂົ່ມຂູ່ຕໍ່ການຢູ່ລອດຂອງເຂົາເຈົ້າ.

ທ້າວ ຕາເຮີ ໂອມາ ຮູຣູ ກ່າວວ່າ “ພວກເຮົາຫຼົບໜີຈາກລັດຖະບານ ເອທິໂອເປຍ ມາທີ່ນີ້ຍ້ອນຄວາມບໍ່ຍຸຕິທຳຂອງເຂົາເຈົ້າ, ແຕ່ຢູ່ພີ້ພວກເຮົາຖືກຮາວີລົບກວນ ເພາະວ່າພວກເຮົາແມ່ນຄົນ ເອທິ ໂອເປຍ.”

ທ້າວ ຕາເຮີ ໂອມາ ຮູຣູ ແມ່ນອົບພະຍົບຊາວ ເອທິໂອເປຍ ແລະ ຜູ້ນຳຊຸມຊົນອົບພະຍົບໃນທ້ອງ ຖິ່ນໃນນະຄອນຫຼວງ ໄຄໂຣ. ລາວເວົ້າວ່າມັນໄດ້ມີການໃຊ້ຄຳເວົ້າທີ່ເປັນການລັງກຽດຫຼາຍຂຶ້ນກວ່າເກົ່າ, ການຮາວີລົບກວນ ແລະ ຄວາມຮຸນແຮງຕໍ່ຊາວ ເອທິໂອເປຍ ຫຼື ປະຊາຊົນທີ່ເຂົ້າໃຈວ່າເປັນຊາວ ເອທິໂອເປຍ, ເຮັດໃຫ້ຊາວອົບພະຍົບທີ່ວ່ານັ້ນມີຄວາມຢ້ານກົວຫຼາຍຂຶ້ນ.

ອີຈິບ ໄດ້ຕ້ອນຮັບເອົາອົບພະຍົບຫຼາຍກວ່າ 100,000 ຄົນຈາກເຂດລຸ່ມທະເລຊາຍ ຊາຮາຣາ ແລະ ຫຼາຍຄົນໃນນັ້ນເວົ້າວ່າ ເຂົາເຈົ້າໄດ້ເປັນເປົ້າໝາຍຂອງການມຸ່ງຮ້າຍຕາມຖະໜົນ ຍ້ອນຄວາມຂັດແຍ້ງ ກ່ຽວກັບ ເຂື່ອນ.

ດ້ວຍການແບ່ງແຍກເຊື້ອຊາດໄດ້ຂະຫຍາຍຂຶ້ນ, ແມ່ນກະທັ້ງ ສິ່ງທີ່ງ່າຍໆແມ່ນຈະມີຄວາມຫຍຸ້ງ ຍາກຂຶ້ນ ກວ່າເກົ່າ, ອີງຕາມການກ່າວຂອງບັນດາຜູ້ສະໜັບສະໜູນອົບພະຍົບ.

ທ້າວ ນົວ ຄາລິລ ກ່າວວ່າ “ຕົວຢ່າງຜູ້ຊາຍ ຊູດານ ຄົນນຶ່ງພະຍາຍາມຂຶ້ນລົດເມ ແລ້ວຄົນຂັບລົດບອກລາວວ່າເຈົ້າແມ່ນຄົນ ເອທິໂອເປຍ ແລະ ເຈົ້າຢາກກັກນໍ້າຂອງພວກເຮົາໄວ້ ຄົນດຳບໍ່ໄດ້ຮັບອະນຸຍາດໃຫ້ຂຶ້ນລົດເມນີ້.”

ນີ້ແມ່ນທ່ານ ນົວ ຄາລິລ, ທີ່ປຶກສາດ້ານກົດໝາຍສຳລັບອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານ. ທ່ານ ເວົ້າວ່າ ອົບພະຍົບຄົນຜິວດຳທົ່ວໄປແລ້ວຈະຖືກແບ່ງແຍກ ແລະ ລັງກຽດ ເພາະຄົນໃນທ້ອງ ຖິ່ນເດົາວ່າ ເຂົາເຈົ້າແມ່ນຊາວ ເອທິໂປເປຍ ແລະ ເຂົາເຈົ້າ “ຢາກກີດກັນນໍ້າ.”

ໃນສັງຄົມອອນໄລນ໌ ປະຊາຊົນເອທິໂອເປຍ ໄດ້ເວົ້າສຽດສີກັນເອງ. ຜູ້ໃຊ້ແອັບພລີເຄຊັ້ນ TikTok ຄົນນຶ່ງໄດ້ຊີ້ແນະວ່າ ອີຈິບ ຈະຖືກຕັດຂາດຈາກແມ່ນໍ້າໄນລ໌ ຢ່າງສິ້ນເຊີງ. ຜູ້ໃຊ້ຊາວ ອີຈິບ ກໍໄດ້ ຕອບຄືນ ກ່ຽວກັບ ວ່າ ອີຈິບ ແມ່ນຖືກພິຈາລະນາວ່າມີຄວາມກ້າຫານທາງທະຫານ.

ທ້າວ ໄມເກິລ ທາເບັດ ກ່າວວ່າ “ວິດີໂອໄດ້ຍຸແຍ່ໃຫ້ຄົນໃຈຮ້າຍ. ມັນໄດ້ສະແດງໃຫ້ເຫັນຄົນອ້າງວ່າ ເຂົາເຈົ້າສາມາດຢຸດບໍ່ໃຫ້ປະເທດຂອງເຮົາເອົານໍ້າໄດ້.”

ນີ້ແມ່ນທ້າວ ໄມເກິລ ທາເບັດ, ຜູ້ອາໄສຢູ່ນະຄອນຫຼວງ ໄຄໂຣ. ລາວເວົ້າວ່າ ການໂຕ້ຖຽງກັນໃນສັງຄົມ ອອນໄລນ໌ແມ່ນກຳລັງເຕີມເຊື້ອໄຟໃຫ້ຄວາມເຄັ່ງຕຶງທີ່ກຳລັງເພີ່ມຂຶ້ນຢູ່ ກ່ຽວກັບ ສະຖານະ ການດັ່ງກ່າວ.

ບັນດານັກວິຈານຂອງ ອີຈິບ ເວົ້າວ່າປະເທດດັ່ງກ່າວໄດ້ໃຊ້ອຳນາດຂອງເຂົາເຈົ້າ ເພື່ອຄຸກຄາມເພື່ອບ້ານຂອງເຂົາເຈົ້າມາດົນນານ ແລະ ການຄວບຄຸມແມ່ນໍ້າໄນລ໌.

ບັນດານັກວິຈານຂອງ ເອທິໂປເປຍ ເວົ້າວ່າຖ້າບໍ່ມີຂໍ້ຕົກລົງທີ່ຜູກພັນກັນຢ່າງຖືກຕ້ອງຕາມກົດ ໝາຍ ເພື່ອຄວບຄຸມການໃຊ້ເຂື່ອນທີ່ວ່ານັ້ນ, ປະເທດດັ່ງກ່າວອາດທຳລາຍປະເທດເພື່ອນບ້ານທີ່ຕັ້ງຢູ່ລຸ່ມແມ່ນໍ້າ ແລະ ລະເມີດກົດໝາຍສາກົນ.

ອີຈິບ, ເອທິໂອເປຍ ແລະ ຊູດານ ພວມຢູ່ໃນການເຈລະຈາກັນ ເພື່ອພະຍາຍາມເຈະລຈາຂໍ້ຕົກ ລົງ, ໃນຂະນະທີ່ອ່າງເກັບນໍ້າກຳລັງມີນໍ້າຂຶ້ນຢ່າງຊ້າໆ.

ແຕ່ບັນດາອົບພະຍົບຈາກລຸ່ມເຂດທະເລຊາຍ ຊາຮາຣາ ໃນ ອີຈິບ ເວົ້າວ່າຄວາມໂມຕໍ່ສະຖານະ ການນັ້ນ ແມ່ນໄດ້ແນໃສ່ເຂົາເຈົ້າຢ່າງບໍ່ຖືກຕ້ອງ. ເຂົາເຈົ້າເວົ້າວ່າ “ຖ້າປະຊາຊົນ ອີຈິບ ຫິວນໍ້າ,​ ພວກເຮົາກໍຈະຫິວ ນໍ້າຄືກັນ.”

The long-running dispute between Egypt and Ethiopia over the Nile River dam remains unresolved, and on the streets of Cairo, Ethiopian residents say racism and hostility against them are intensifying. This comes as rains in Ethiopia are filling the reservoir of the controversial dam upstream, a development Egyptians see as an existential threat. VOA’s Heather Murdock has more from Istanbul with Hamada Elrasam in Cairo.

Three hundred million people depend on the Nile River to survive and in Egypt, 95% of the population lives along the river.

Upstream from Egypt is Ethiopia.

Ethiopia has built a nearly $5 billion dam project it says will provide electricity to 65 million people and help lift the country out of poverty. Egypt sees the possibility of lower water levels as a threat to its very existence.

Ethiopian refugees in Egypt are caught in the middle.

Taher Omar Huru is an Ethiopian refugee and a local refugee community leader in Cairo. He says there has been a rise in hate speech, harassment and violence against Ethiopians or people perceived to be Ethiopian – raising fear among the refugees.

Egypt hosts more than 100,000 refugees from sub-Saharan Africa, and many of them say they are the target of open hostility on the streets because of the dispute over the dam.

With increased racism, even simple things are more difficult, say refugee advocates.

This is Nour Khalil, a legal consultant for refugees and migrants. He says Black refugees are commonly discriminated against because locals assume they are Ethiopian and they “want to block the water.”

Online, Egyptians and Ethiopians taunt each other. Ethiopian TikTok users suggest Egypt will be completely cut off from the Nile. Egyptian users retort with posts about Egypt’s considerable military prowess.

This is Michael Thabet, a Cairo resident. He says the online bickering is fueling growing tensions on the ground.

Egypt’s critics say the country has long used its power to bully its neighbors and control the Nile.

Critics of Ethiopia say that without a legally binding agreement regulating use of the dam, the country could devastate its downstream neighbors and violate international law.

Egypt, Ethiopia and Sudan are still in talks trying to negotiate a deal, as the reservoir is slowly being filled up.

But sub-Saharan refugees in Egypt say the anger on the ground is misdirected against them. They say: “If Egyptians go thirsty, we will go thirsty too.”

XS
SM
MD
LG