ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄູ​ອາ​ຈານ ຮຽກ​ຮ້ອງ​ໃຫ້ ​ສະ​ພາ​ແກ້​ໄຂ ໃນ​ຂະ​ນະ​ທີ່​ ພວກ​ນັກ​ສຶກ​ສາ​ ຕ່າງ​ປະ​ເທດ ຊອກ​ຫາ​ບ່ອນຮຽນ ຢູ່​ແຫ່ງ​ອື່ນ


ທ້າວ​ຊີວ​າ ໂກ​ປາ​​ລານ ນັກສຶກສາ​ວິ​ສະ​​ວະ​ກອນ ຄອມ​ພິວ​ເຕີ ​ຈາກ​ມະ​ຫາ​ວິທະໄລ ​​Texas A&M (ຂວາ) ລະ​ຫວ່າງ​ການ​ຄົ້ນ​ຄວ້າ ທີ່​ນະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ ວັນ​ທີ 14 ມິ​ຖຸ​ນາ 2015.
ທ້າວ​ຊີວ​າ ໂກ​ປາ​​ລານ ນັກສຶກສາ​ວິ​ສະ​​ວະ​ກອນ ຄອມ​ພິວ​ເຕີ ​ຈາກ​ມະ​ຫາ​ວິທະໄລ ​​Texas A&M (ຂວາ) ລະ​ຫວ່າງ​ການ​ຄົ້ນ​ຄວ້າ ທີ່​ນະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ ວັນ​ທີ 14 ມິ​ຖຸ​ນາ 2015.

ບັນ​ດາ​ນັກສຶກ​ສາ​ຕ່າງ​ປະ​ເທດ ພາ​ກັນ​ມີ​ຄວາມ​ຮູ້​ສຶກ​ບໍ່​ຄ່ອຍ​ສະ​ບາຍ​ໃຈ​ປານ​ໃດ​ຕໍ່ການ
ປ່ຽນ​ແປ​ງ ທາງ​ດ້ານການ​ເມືອງ​ຢູ່​ໃນ​ສະ​ຫະ​ລັດທີ່​ເຮັດ​ໃຫ້ການ​ເຂົ້າ​ມາ​ໃນ​ສະຫະ​ລັດ ແລະ
ການ​ສຶກ​ສາ​ຮ່ຳ​ຮຽນຢູ່​ທີ່ນີ້ ມີ​ຄວາມຫຍຸ້ງຍາກ​ຫຼາຍ​ຂຶ້ນ​ ​ອີງ​ ຕາມສະ​ມາ​ຄົມຄູ​ອາ​ຈານ ຜູ້​ທີ່
​ໄດ້​ຮຽກ​ຮ້ອງ ​ໃຫ້​ສະ​ພາ​ຕອບ​ຮັບ. ກິ່ງ​ສະ​ຫວັນ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ
ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ອົງ​ການ NAFSA ຊຶ່ງ​ໝາຍ​ເຖິງ ສະ​ມາ​ຄົມ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ ກ່າວ​ຢູ່ໃນ​ລາຍ​ງານ
​ທີ່ນຳ​ອອກ​ເຜີຍ​ແຜ່ໃນອາ​ທິ​ດ​ແລ້ວ​ນີ້ວ່າ “ພວ​ກ​ນັກສຶກ​ສາ​ຕ່າງ​ປະ​ເທດ​ສ້າງວຽກ​ເຮັດ​
ງານ​ທຳ ຊຸກ​ຍູ້​ການ​ຄົ້ນ​ຄວ້າ ເຮັດ​ໃຫ້​ຫ້ອງ​ຮຽນ​ຂອງ​ພວກ​ເຮົາມີ​ຊີ​ວິດ​ຊີ​ວາ​ຫຼາຍ​ຂຶ້ນ
ເພີ້​ມ​ຄວາມເຂັ້ມແຂງ​ໃຫ້ແກ່​ຄວາມ​ປອດ​ໄພ​ປະ​ເທດ ແລະ​ກາຍມ​າ​ເປັນ​ຊັບ​ສົມ​ບັດ
​ສຳ​ລັບນະ​ໂຍ​ບາຍຕ່າງ​ປະ​ເທດທີ່​ໃຫຍ່​ສຸດ​ຂອງ​ອາ​ເມ​ຣິ​ກາ. ແຕ່ການ​ເຂົ້າ​ມາ​ຮຽນ​
ຂອງ
ພວກ​ສຶກ​ສາ​ຕ່າງ​ປະເທດ​ໄດ້​ຫລຸດ​ລົງ​ຢ່າງ​ໜ້າ​ວິ​ຕົກ​ຢູ່​ໃນ​ທົ່ວ​ສະ​ຫະ​ລັດ.”

ສະ​ຫະ​ລັດ​ໄດ້​ເປັນ​ຜູ້​ນຳ​ພາ​ໃນ​ການດຶງ​ດູດເອົາ​ພວກ​ສຶກ​ສາ​ຮຽນ​ຕ່າງ​ປະ​ເທດເຂົ້າ​ມາ​ສູ່
ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ. ມີ​ນັກ​ສຶກ​ສາຕ່າງ​ປະ​ເທດ​ກວ່ານຶ່ງ​ລ້ານ​ຄົນຢູ່​ໃນ​ສະ​ຫະ​ລັດ
ເຄິ່ງ​ນຶ່ງ​ມາ​ຈາກ​ຈີນ ຫຼື​ອິນ​ເດຍ ອີງ​ຕາມ​ສະ​ຖິ​ຕິ​ປະ​ຈຳ​ປີທີ່​ໄດ້ເກັບ​ກຳຈາກສະ​ຖາ​ບັນ
​ການ​ສຶກ​ສາ​ຕ່າງ​ປະ​ເທດ ຫຼື IIE.

ການ​ສຶກ​ສາ​ຕ່າງ​ປະ​ເທດ​ແມ່ນ​ອຸດ​ສາ​ຫະ​ກຳ 39 ພັນ​ລ້ານ​ໂດ​ລາ ແລະ​ເປັນ​ລາຍ​ໄດ້ທີ່​
ສຳ​ຄັນ​ສຳ​ລັບ​ບັນ​ດາ​ເມືອງ ແລະ​ລັດ​ຕ່າງໆ. ນຶ່ງ​ໃນ​ຈຳ​ນວນສຶກ​ສາ​ຕ່າງ​ປະ​ເທດ​ສາມ​ຄົນ​
ໃດ​ ​ແມ່ນພາ​ກັນ​ຮຽນ​ຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ ນິວ​ຢອກ ຫຼື​ເທັກ​ຊັ​ສ ໃນ​ຂະ​ນະ​ທີ່​ແມັ​ສ​ຊາ​ຈູ
​ແຊັ​ສ ອິ​ລ​ລີ​ນອຍ ເພັນ​ຊິ​ລ​ເວ​ເນຍ ຟ​ລໍ​ຣິ​ດາ ໂອ​ຮາຍ​ໂອ ມີ​ຊີ​ແກນ ແລະ​ອິນ​ເດຍ​ນາ ມີ
ຈຳ​ນວນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນໆ​ເ​ຊັ່ນ​ກັນ ອີງຕາມ​ລາຍ​ງານ​ຂອງ​ອົງ​ການ IIE.

ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ດັດ​ແປງ​ນະ​
ໂຍ​ບາຍ​ຄົນ​ເຂົ້າ​ເມືອງສຳ​ລັບພວກ​ນັກ​ຮຽນ ເລີ້ມ​ຕົ້ນ​ໂດຍ​ອອກດຳ​ລັດ​ໃນ​ປີ 2017 ທີ່​
ໄດ້​ຈຳ​ກັດ​ການ​ເຂົ້າ​ມາ​ສະ​ຫະ​ລັດ ​ຂອງ​ປະ​ຊາ​ຊົນ​ຈາກ​ເຈັດ​ປະ​ເທດ​ທີ່​ສ່ວນ​ໃຫຍ່​ເປັນ
​ຊາວ​ມຸ​ສ​ລິມ. ເວ​ລາອອກດຳ​ລັດ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ກ່​າວ​ວ່າ ເປັນມາດ​ຕະ​ການ​ດ້ານ
ຄວາມ​ປອດ​ໄພ​ຂອງ​ປະ​ເທດ​. ຈຳ​ນວນພວກ​ນັກ​ສຶກ​ສາ​ເຂົ້າຮຽນ​ໄດ້​ຫລຸດ​ລົງ​ ຢູ່​ໃນ​ບັນ​
ດາ​ມະ​ຫາ​ວິ​ທ​ະ​ຍາ​ໄລ​ຕ່າງໆ​ໃນ​ສະ​ຫະ​ລັດ ​ຊຶ່ງ​ມີ​ຂຶ້ນ​ພ້ອມ​ດຽວ​ກັນ​ກັ​ບ​ອັນ​ທີ່​ຮ້ອງວ່າ
​ການຫ້າມ​ການ​ເດີນ​ທາງ ​ຊຶ່ງ​ບັນ​ດາ​ຄູ​ອາ​ຈານ​ຫຼາຍ​ຄົນ ແລະ​ພວກ​ນັກ​ສຶກ​ສາ ​ໄດ້​ປະ
​ນາ​ມ​ລັດ​ຖະ​ບານ.

ນັບ​ແຕ່​ນັ້ນ​ມາ ລັດ​ຖະ​ບານ​ໄດ້​ຂົ່ມ​ຂູ່​ທີ່​ຈະ​ຈຳ​ກັດກຳ​ນົດ​ເວ​ລາ​ ໃນ​ການ​ອອກວີ​ຊາ
ໃຫ້ພວກ​ສຶກ​ສາ​ຈຳ​ນວນ​ນຶ່ງ ໂດຍ​ສະ​ເພາະພວກ​ນັກ​ຮຽນ​ມາຈາກ​ປະ​ເທດ​ຈີນ.

ຄຳ​ສັ່ງດັ່ງ​ກ່າວ​ໄດ້ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ກະ​ຕື​ລື​ລົ້ນ​ຂອງບັນ​ດາ​ນັກສຶກ​ສາ​ຕ່າ​ງ​ປະ​ເທດ
​ສຳ​ລັບ​ສະ​ຫະ​ລັດ ອີງ​ຕາມ​ຄຳ​ເວົ້າ​ ຂອງບັນ​ດາ​ນັກ​ຊ່ຽວ​ຊານ. ຖ້​າ​ຫາກວີ​ຊາ​ຂອງພວກ
ນັກ​ສຶກ​ສາ ​ຖືກຍົກ​ເລີກ​ກ່ອນ​ຮຽນ​ຈົບ ເຂົາ​ເຈົ້າ​ອາດ​ເລີ້ມຮຽນ​ຄື​ນ​ໃໝ່​ຢູ່​ໃນ​ປະ​ເທ​ດ​ອື່ນ
ເສຍ​ຄ່າ​ໂຮງ​ຮຽນ ​ຄ່າທຳ​ນຽມ ເສຍຄະ​ແນນ ສູນ​ເສຍການ​ຕິດ​ຕໍ່ ​ສູນ​ເສຍການ​ຄົບ​ຄ້າ
ສະ​ມາ​ຄົມ​ແລະ​ບາງທີ​ອາດ​ສູນ​ເສຍໂຄງ​ການ​ຄົ້ນ​ຄວ້າ​ຕ່​າງໆ​.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG