ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດວິສາຫະກິດໄຟຟ້າລາວ EDL ຍັງປະເຊີນກັບບັນຫາຂາດທຶນຕໍ່ໄປ ເພາະບໍ່ມີເຂື່ອນເປັນຂອງຕົນເອງ ແລະຂາຍໄຟຟ້າ ໃນລາຄາຕ່ຳກວ່າຕົ້ນທຶນ


ສະຖານີໄຟຟ້າ ຜາອຸດົມ ແຂວງບໍ່ແກ້ວ ຂອງລັດວິສາຫະກິດໄຟຟ້າລາວ ຫຼື EDL
ສະຖານີໄຟຟ້າ ຜາອຸດົມ ແຂວງບໍ່ແກ້ວ ຂອງລັດວິສາຫະກິດໄຟຟ້າລາວ ຫຼື EDL

ລັດວິສາຫະກິດໄຟຟ້າລາວ ຍັງຈະຕ້ອງປະເຊີນກັບບັນຫາຂາດທຶນຕໍ່ໄປ ເພາະນອກຈາກຈະບໍ່ມີເຂື່ອນເປັນຂອງຕົນເອງແລ້ວ ຍັງຕ້ອງຂາຍໄຟຟ້າໃນລາຄາຕ່ຳກວ່າຕົ້ນທຶນ ເພື່ອສະໜອງການຊົມໃຊ້ພາຍໃນດ້ວຍ ຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານຈັນທະບູນ ສຸກອະລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (EDL) ຖະແຫລງຢືນຢັນວ່າ ການດຳເນີນທຸລະກິດຂອງ EDL ຍັງຈະຕ້ອງປະເຊີນກັບບັນຫາຂາດທຶນຕໍ່ໄປ ເພາະວ່າ EDL ບໍ່ມີເຂື່ອນຫຼືແຫລ່ງຜະລິດໄຟຟ້າທີ່ເປັນຂອງຕົນເອງ ຈຶ່ງເຮັດໃຫ້ຕ້ອງຊື້ໄຟຟ້າຈາກໂຄງການຕ່າງໆ ຊຶ່ງເປັນການລົງທຶນຂອງບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດເພື່ອຕອບສະໜອງໃຫ້ກັບການຊົມໃຊ້ພາຍໃນ ຕາມນະໂຍບາຍຂອງລັດຖະບານ ກໍຄືການຄວບຄຸມລາ ຄາໄຟຟ້າໃຫ້ຢູ່ໃນລະດັບທີ່ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃຫ້ໜ້ອຍທີ່ສຸດ ຊຶ່ງເຮັດໃຫ້ EDL ຕ້ອງຂາຍໄຟຟ້າໃນລາຄາ ທີ່ຕໍ່າກວ່າລາຄາຕົ້ນ ທຶນທີ່ເປັນຈິງ ອັນເຮັດໃຫ້ຕ້ອງຂາດທຶນເລື້ອຍມານັ້ນເອງ ດັ່ງທີ່ທ່ານຈັນທະບູນ ໄດ້ໃຫ້ການຢືນຢັນວ່າ:

“ລາຍຮັບຂອງໄຟຟ້າລາວນີ້ ເກືອບວ່າ 99 ເປີເຊັນ ລ່ະແມ່ນມາຈາກການຂາຍໄຟ ສ່ວນວ່າ ລາຍຈ່າຍບັດນີ້ ໄຟຟ້ານີ້ ສັງຄົມນີ້ ເຂົ້າໃຈວ່າ ປະເທດລາວນີ້ ມີ 100 ເຂື່ອນເປັນໝໍ້ໄຟອາຊຽນ ແລ້ວເປັນຫຍັງຄ່າໄຟ ຈຶ່ງວ່າ ແພງ ຄວາມຈິງນີ້ ໄຟຟ້າລາວນີ້ ບໍ່ມີເຂື່ອນເປັນຂອງຕົນເອງ ປັດຈຸບັນນີ້ ພວກເຮົາໄດ້ຊື້ໄຟຈາກເຂື່ອນຕ່າງໆ ແລ້ວມາຂາຍຕໍ່ ແລະຕົ້ນທຶນໃນການຊື້ກັບລາຍຮັບ ຈາກການຂາຍໄຟນີ້ ມັນບໍ່ສົມຄູ່ກັນ ແລະເປັນຫຍັງ ເຮົາຈຶ່ງບໍ່ໃຫ້ສົມຄູ່ກັນໄດ້ ກະອິງໃສ່ວ່າ ລາຍໄດ້ຂອງປະຊາກອນເຮົາຫັ້ນ ຍັງຢູ່ໃນເກນຕ່ຳ ສະນັ້ນລັດຖະບານ ໃນແຕ່ລະໄລຍະທີ່ຜ່ານມາ ຈຶ່ງໃຫ້ວ່າ ລາຄາໄຟນີ້ ຕ່ຳກວ່າຕົ້ນທຶນມາຕະຫຼອດ.”

ນອກຈາກນັ້ນ ລັດວິສາຫະກິດໄຟຟ້າລາວ (EDL) ກໍຍັງຕ້ອງປະເຊີນກັບບັນຫາຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງອີກດ້ວຍ ຊຶ່ງມີສາເຫດສຳຄັນມາຈາກການມີພາລະໜີ້ສິນສູງ ທີ່ສົມທົບດ້ວຍການຂາດທຶນຈາກການດຳເນີນທຸລະກິດຢ່າງຕໍ່ເນື່ອງ ເພາະການບໍລິຫານງານມີປະສິດທິພາບຕ່ຳ ແລະເຮັດໃຫ້ EDL ມີພາລະໜີ້ສິນເກີນກວ່າ 2,000 ລ້ານໂດລາ ຊຶ່ງຈະຕ້ອງມີການປັບຂຶ້ນຄ່າຊົມໃຊ້ໄຟຟ້າເທົ່ານັ້ນ ຈຶ່ງຈະຫລຸດຜ່ອນບັນຫາຂາດສະພາບຄ່ອງທາງການເງິນ ແລະບັນຫາຂາດທຶນໄດ້ຢ່າງເປັນຮູບປະທຳ ລວມເຖິງການເຈລະຈາກັບບັນດາຜູ້ລົງທຶນໃນໂຄງການເຂື່ອນຕ່າງໆ ເພື່ອຂໍໃຫ້ຍອມຮັບການຊຳລະລາຄາໄຟຟ້າດ້ວຍເງິນກີບ ໃນສັດສ່ວນບໍ່ໜ້ອຍກວ່າ 30 ເປີເຊັນຂອງມູນຄ່າທັງໝົດ ທີ່ EDL ຊື້ຈາກທຸກໂຄງການເຂື່ອນຕ່າງໆ ຊຶ່ງລວມເຖິງໂຄງການທີ່ກຳລັງກໍ່ ສ້າງ ແລະໂຄງການທີ່ຈະລົງທຶນໃນໄລຍະຕໍ່ໄປດ້ວຍ.

ແຕ່ຢ່າງໃດກໍຕາມ EDL ໄດ້ຈັດຕັ້ງບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈຳ ກັດ (EDL-GEN) ຂຶ້ນເພື່ອລະດົມເງິນທຶນທັງພາຍໃນ ແລະຕ່າງປະເທດ ເມື່ອທ້າຍປີ 2010 ອັນເປັນແນວທາງນຶ່ງຂອງການແກ້ງບັນຫາດ້ານໜີ້ສິນດັ່ງກ່າວ ລວມເຖິງການປັບປຸງການບໍລິຫານ ໃຫ້ຄ່ອງຕົວຫຼາຍຂຶ້ນ ຊຶ່ງຜ່ານມາ EDL-GEN ໄດ້ລະດົມທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດໄທເຖິງ 34,052 ລ້ານບາດ ໃນນີ້ໄດ້ຄົບກຳນົດ ແລະຊຳລະຄືນແລ້ວ 5,030 ລ້ານບາດໃນປີ 2021 ທີ່ຜ່ານມາ.

ສຳລັບແຫລ່ງຜະລິດໄຟຟ້າ 90 ແຫ່ງໃນລາວ ກໍມີພຽງແຕ່ 10 ແຫ່ງ ທີ່ເປັນຂອງ EDL-GEN ສ່ວນນອກນັ້ນ ເປັນການລົງທຶນຂອງຕ່າງຊາດ ແລະກຳລັງກໍ່ສ້າງ 12 ໂຄງການຈະແລ້ວສຳເລັດໃນປີ 2022 ອັນຈະເຮັດໃຫ້ລາວ ມີແຫລ່ງຜະລິດໄຟຟ້າກວ່າ 100 ແຫ່ງ ມີກຳລັງຕິດຕັ້ງລວມ 13,000 ເມກະວັດ ຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ 85 ເປີເຊັນ ຈະສົ່ງອອກໄປຕ່າງປະເທດເປັນຫລັກ.

ທັງນີ້ ໂດຍລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວເພີ້ມຂຶ້ນຈາກ 9,000 ເປັນ 10,500 ເມກາວັດ ພາຍໃນປີ 2035 ໃນໂອກາດທີ່ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ໄດ້ເດີນທາງໄປຢ້ຽມຢາມປະເທດໄທ ຢ່າງເປັນທາງການ ໃນວັນທີ 1-2 ມິຖຸນາ 2022 ອັນເປັນພາກສ່ວນນຶ່ງຂອງການຮ່ວມມືໃນຖານະຮຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕ ແລະການພັດ ທະນາຢ່າງຍືນຍົງ.

ໃນປັດຈຸບັນ ລາວມີແຫລ່ງຜະລິດໄຟຟ້າ 90 ແຫ່ງ ມີກຳລັງຕິດຕັ້ງລວມເກືອບເຖິງ 11,000 ເມກາວັດ ໃນນີ້ 72 ເປີເຊັນ ເປັນພະລັງງານໄຟຟ້າທີ່ສົ່ງອອກ ໄປຕ່າງປະເທດ ແລະ 28 ເປີເຊັນຕອບສະໜອງການຊົມໃຊ້ພາຍໃນປະເທດ ໂດຍໃນເຂດຕົວເມືອງ ເຂດເທດສະບານ ແລະເຂດນະຄອນນັ້ນ ໄດ້ຮັບການຕອບສະໜອງພະລັງງານໄຟຟ້າຢ່າງຄົບຖ້ວນທັັງ 100 ເປີເຊັນ ແລະ 93 ເປີເຊັນຂອງຈຳນວນບ້ານທັງໝົດ ກໍໄດ້ຊົມໃຊ້ໄຟຟ້າແລ້ວ ຈຶ່ງຍັງເຫຼືອພຽງ 7 ເປີເຊັນຂອງບ້ານທັງໝົດໃນລາວ ທີ່ຈະໄດ້ຊົມໃຊ້ໄຟຟ້າຢ່າງຄົບຖ້ວນພາຍໃນປີ 2025.

XS
SM
MD
LG