ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜີ້​ສິນ ລັດວິສາຫະກິດ ໄຟຟ້າລາວ ເພີ້ມ​ຂຶ້ນ ຍ້ອນ ​​​ຢືມ​ເງິນ ມາລົງ​ທຶ​ນ ​ຈາກ​ຕ່າງປະ​ເທດ ແຕ່ບໍ່ ສາ​ມາດ​ ເກັບ​ຄ່າ​ ໄຟ​ຟ້າໄດ້ ຕາມເປົ້າ​ໝາຍ


ສະ​ຖາ​ນີ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ຢູ່​ເຂດ​ຊົນ​ນະ​ບົດ​ແຫ່ງ​ນຶ່ງ​ໃນ​ລາວ
ສະ​ຖາ​ນີ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ຢູ່​ເຂດ​ຊົນ​ນະ​ບົດ​ແຫ່ງ​ນຶ່ງ​ໃນ​ລາວ

ລັດວິສາຫະກິດໄຟຟ້າລາວ (EDL) ປະ​ເຊີນ​ກັບ​ບັນ​ຫາ​ໜີ້​ສິນ​ຫລາຍ​ຂຶ້ນ ໂດຍ​ມີ
​ສາ​ເຫດ​ມາ​ຈາກ​ການ​ກູ້​ຢືມ​ເງິນ ທຶນ​ຈາກ​ຕ່າງ​ປະ​ເທດ ແລະ​ການ​ຈັດ​ເກັບ​ຄ່າ​ຊົມ​
ໃຊ້​ໄຟ​ຟ້າ ຈາກ​ໜ່ວຍ​ງານ​ຂອງ​ລັດ ບໍ່​ໄດ້​ຕາມ​ເປົ້າ​ໝາຍ.

ທ່ານ ສົມ​ຈັນ ພິ​ລາ​ລົມ ຮອງ​ຫົວ​ໜ້າ​ຝ່າຍ​ປະ​ຕິ​ບັດ​ການ​ໄຟ​ຟ້າ ໃນ​ເຂດ​ນະ​ຄອນ​ຫລວງ
ວຽງ​ຈັນ ໃຫ້​ການ​ຢືນ​ຢັນ​ວ່າ ໃນ​ປັດ​ຈະ​ບັນ​ນີ້ ອຳ​ນາດ​ການ​ປົກ​ຄອງ​ເຂດນະ​ຄອນ​
ຫລວງວຽງ​ຈັນ ຍັງ​ຕິດ​ຄ້າງ​ການ​ຊຳ​ລະ​ຄ່າ​ພະ​ລັງ​ງານ​ໄຟ​ຟ້າ ໃນ​ມູນ​ຄ່າ​ລວມ ເກີນ
ກວ່າ 40 ຕື້​ກີບ ໂດຍ​ເປັນ​ຄ່າ​ພະ​ລັງ​ງານ​ໃນ​ສ່ວນ​ຂອງ​ໄຟ​ເຍືອງ​ທາງ ທັງ​ລະ​ບົບ​ທີ່​
ຕິດ​ຕັ້ງທົ່ວ​ເຂດ ນະ​ຄອນ​ຫລວງວຽງ​ຈັນ ຊຶ່ງ​ການ​ທີ່ບໍ່​ມີ​ງົບ​ປະ​ມານ​ສຳ​ລັບ​ສຳ​ລະ​ຄ່າ
​ຊົມ​ໃຊ້​ໄຟ​ຟ້າດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ເກີດ​ແນວ​ຄິດ ທີ່​ຈະ​ຂໍ​ການ​ປະ​ກອບ​ສ່ວນ​ຈາກປະ
​ຊາ​ຊົນ​ໃນ​ເຂດ ນະ​ຄອນ​ຫລວງວຽງ​ຈັນ ດ້ວຍ​ການ​ຈັດ​ເກັບ​ເພີ້ມ​ເຂົ້າ ໃນ​ຄ່າ​ຊົມ​ໃຊ້​
ພະ​ລັງ​ງານໄຟ​ຟ້າ ລາຍ​ເດືອນ​ຂອງ​ແຕ່​ລະ​ຄົວ​ເຮືອນ ຫາກ​ແຕ່​ວ່າ ການ​ທີ່​ຈະ​ສາ​
ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ດັ່ງ​ກ່າວ​ໄດ້​ນັ້ນ ກໍ​ຈະ​ຕ້ອງ​ຜ່ານ​ການ​ຮັບ​ຮອງ
ຈາກສະ​ພາ​ແຫ່ງ​ຊາດ​ລາວ ຢ່າງ​ເປັນ​ທາງ​ການ ເສຍ​ກ່ອນ ດັ່ງ​ທີ່​ທ່ານ​ສົມ​ຈັນ ໄດ້​
ໃຫ້​ການ​ຢືນ​ຢັນ​ວ່າ

ກ່ຽວ​ກັບ​ເລື້ອງ​ໜີ້​ສິນ 40 ຕື້​ກີບ​ນີ້ ກະ​ແມ່ນ​ໄດ້​ຄົ້ນ​ຄວ້າ​ຫາ​ວິ​ທີ​ທາງ​ອອກ​ຫລາຍ​ວິ​ທີເຮັດ
​ຈັ່ງ​ໃດ ໃຫ້​ໜີ້ ມັນ​ໜ້ອຍ​ລົງ ດັ່ງ​ນັ້ນ ກະ​ໄດ້​ມີ​ຄຳ​ສະ​ເໜີ​ໂຕ​ນຶ່ງ ເນາະ ເພື່ອ​ໃຫ້​ຂັ້ນ​ເທິງ
ຊີ້​ນຳ​ກ່ຽວ​ກັບ​ເລື້ອງ​ຈະ​ເອົາ ໜ່ວຍ​ລະ 2 ຫລື 3 ພັນ​ກີບ​ເຂົ້າ​ໃນ​ບິນ​ໄຟ​ຟ້າ​ໄດ້​ບໍ່? ຕໍ່​
ຄຳ​ຖາມນີ້ ຖື​ວ່າ ຄະ​ນະ​ພວກ​ເຮົາ​ກະ​ໄດ້​ຍິນ​ດີ​ເອົາ​ເຂົ້າ ແຕ່​ວ່າບໍ່​ທັນ​ໄດ້​ຖືກ​ຈັດ​ຕັ້ງ​ປະ
​ຕິ​ບັດ ຍ້ອນ​ວ່າ ຈະຈັດ​ຕັ້ງ​ປະຕິ​ບັດ​ໄດ້ ກໍ​ຕໍ່​ເມື່ອ​ວ່າ ຕ້ອງ​ໄດ້​ຜ່ານ​ລັດ​ຖະ​ບານ. ລັດ​ຖະ
​ບານ​ຕ້ອງ​ສະ​ເໜີ ໄປ​ຫາ​ສະ​ພາ​ແຫ່ງ​ຊາດ ເພື່ອ​ຈະ​ອອກ​ອະ​ນຸ​ມັດ ວ່າ​ໃຫ້​ຈັດ​ຕັ້ງ​ປະ​
ຕິ​ບັດ.

ພະ​ນັກ​ງານ​ໄຟ​ຟ້າ​ລາວ ກຳ​ລັງ​ດຳ​ເນີນ​ການ​ຕິດ​ຕັ້ງ ອຸ​ປະ​ກອນ​ເພື່ອ​ຂະ​ຫຍາຍ​ຕາ​ໜ່າງ​ໄຟ​ຟ້າ​ໄປ​ຍັງ​ເຂດ​ຊົນ​ນະ​ບົດ
ພະ​ນັກ​ງານ​ໄຟ​ຟ້າ​ລາວ ກຳ​ລັງ​ດຳ​ເນີນ​ການ​ຕິດ​ຕັ້ງ ອຸ​ປະ​ກອນ​ເພື່ອ​ຂະ​ຫຍາຍ​ຕາ​ໜ່າງ​ໄຟ​ຟ້າ​ໄປ​ຍັງ​ເຂດ​ຊົນ​ນະ​ບົດ

ທາງ​ດ້ານ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່
ຍອມ ຮັບວ່າ ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວນີ້ ຖື​ເປັນ​ປັດ​ໄຈ​ຊ້ຳເຕີມ ໃຫ້ລັດວິສາຫະກິດ
ໄຟຟ້າ ລາວ (EDL) ທີ່ກຳລັງປະເຊີນກັບບັນຫາໜີ້ສິນເພີ່ມສູງຂຶ້ນນັບມື້ ເພາະ​ບໍ​ລິ​ສັດ​ດັ່ງ​
ກ່າວ ກູ້ຢືນເງິນທຶນຈາກຕ່າງປະເທດ ເພື່ອນຳມາໃຊ້ເຂົ້າໃນການພັດທະນາແຫຼ່ງຜະລິດ
ພະລັງງານໄຟຟ້າ ແລະ ການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໃນນປະເທດ ຊຶ່ງ
​ເມື່ອ​ສົມ​ທັບກັບການຈັດເກັບຄ່າຊົມໃຊ້ໄຟຟ້າບໍ່ໄດ້ຕາມເປົ້າໝາຍນັ້ນ ກໍເປັນອີກບັນຫາ
ນຶ່ງທີ່ສຳຄັນ ໂດຍສະເພາະແມ່ນຄ່າຊົມໃຊ້ໄຟຟ້າໃນພາກລັດຖະບານນັ້ນ ຖືເປັນພາກ
ສ່ວນທີ່ຈັດເກັບຄ່າຊົມໃຊ້ໄຟຟ້າບໍ່ໄດ້ຫຼາຍທີ່ສຸດ ເນື່ອງ​ຈາກ​ການຈັດເກັບ​ລາຍ​ຮັບ​ຂອງ
​ລັດ​ຖະ​ບານບໍ່ໄດ້ຕາມເປົ້າໝາຍນັ້ນເອງ.

ທັງ​ນີ້ການຊົມໃຊ້ພະລັງງານໄຟຟ້າໃນລາວໄດ້​ເພີ້ມ​ຂຶ້ນ​ຈາກ 989 ເມກະວັດ ເປັນ 1,180
ເມກະວັດໃນປີ 2015-2016 ແລະ ເພີ້ມ​ຂຶ້ນເປັນ 1,157 ມາ​ກະ​ວັດໃນປີ 2017 ຊຶ່ງ​ເປັນ​
ອັດ​ຕາການ​ເພີ້ມ​ຂຶ້ນເຖິງ 33 ເປີເຊັນ ເມື່ອທຽບໃສ່ປີ 2016. ສ່ວນ​ໃນ​ປີ 2018 ການຊົມ
ໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເກີນກວ່າ 2,100 ເມ​ກະ​ວັດ​ແລ້ວ ພາຍ​ໃຕ້​ສະ​ພາບ​ການ​
ດັ່ງກ່າວ ກໍ​ເຮັດ​ໃຫ້​ຄາດ​ໝາຍ​ໄດ້​ວ່າ ການຊົມໃຊ້ໄຟຟ້າໃນ ລາວ ຈະ​ເພີ້ມ​ຂຶ້ນເປັນ 2,862
ເມກະວັດໃນປີ 2020 ແລະ 7,200 ເມກະວັດໃນປີ 2030 ຕາມ​ລຳ​ດັບ.

ໂດຍໃນປັດຈຸບັນນີ້ ລາວ ມີຕາໜ່າງສາຍສົ່ງກະແສໄຟຟ້າໄປເຖິງປະຊາຊົນແລ້ວ 1 ລ້ານ
ກວ່າ ຄົວເຮືອນ ຄິດເປັນ 90 ເປີເຊັນຂອງຄົວເຮືອນທັງໝົດ ຈຶ່ງຍັງເຫຼືອອີກ 122,800
ກວ່າຄົວເຮືອນ ທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໄປໃຫ້ເຖິງຕາມ​ເປົ້າ
​ໝາຍ ໃນປີ 2020 ແຕ່​ການ​ທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທຳ
ນັ້ນ ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ເພາະຈະ​ຕ້ອງ​ໄດ້​ໃຊ້​ເງິນ​ທຶນ​ຢ່າງ​ຫລວງ​ຫລາຍ ໃນ​ຂະ​ນະ​ທີ່
EDL ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໜີ້​ສິນເພີ້ມ​ຂຶ້ນ​ຢ່າງຕໍ່​ເນື່ອງນັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລາວຈະມີເຂື່ອນໄຟຟ້າເຖິງ 100 ໂຄງການ ທີ່ມີກຳລັງຕິດຕັ້ງລວມ
ຫຼາຍກວ່າ 13,000 ເມກະວັດ ສາມາດຜະລິດກະແສໄຟຟ້າໄດ້ 67,000 ລ້ານກິໂລວັດ/
ໂມງ/ປີ ພາຍ​ໃນ​ປີ 2021. ໃນນີ້ ກໍເປັນແຫລ່ງຜະລິດພະລັງງານໄຟຟ້າ ທີ່ມີຢູ່ແລ້ວ 46
ໂຄງການ ມີກຳລັງຕິດຕັ້ງ 6,444 ເມກະວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້ເຖິງ
35,000 ລ້ານກິໂລວັດ/ໂມງ. ສ່ວນ 54 ໂຄງການທີ່ກຳລັງກໍ່ສ້າງໃນ​ປັດ​ຈະ​ບັນ​ນີ້ ມີກຳ
ລັງຕິດຕັ້ງລວມ 6,618 ເມກະວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ 32,000 ລ້ານ
ກິໂລວັດ/ໂມງ.

XS
SM
MD
LG