ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍ້ອນລັດວິສາຫະກິດໄຟຟ້າລາວມີພາລະໜີ້ສິນທີ່ສູງຫລາຍ ຈຶ່ງເຮັດໃຫ້ປັບຫລຸດຄ່າໄຟຟ້າລົງໄດ້ພຽງເລັກໜ້ອຍ


ການຕິດຕັ້ງສາຍໄຟຟ້າຢູ່ໃນເຂດຊົນນະບົດ
ການຕິດຕັ້ງສາຍໄຟຟ້າຢູ່ໃນເຂດຊົນນະບົດ

ການທີ່ລັດວິສາຫະກິດໄຟຟ້າລາວ ມີພາລະໜີ້ສິນໃນອັດຕາສູງ ຈຶ່ງເຮັດໃຫ້ສາມາດປັບຫລຸດຄ່າໄຟຟ້າເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃຫ້ປະຊາຊົນໄດ້ພຽງເລັກໜ້ອຍ.

ທ່ານຈັນທະບູນ ສຸກອະລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ (EDL) ຖະແຫລງວ່າ ການທີ່ EDL ຍັງມີພາລະໜີ້ສິນເງິນກູ້ທັງພາຍໃນ ແລະຕ່າງປະເທດໃນອັດຕາທີ່ສູງໃນປັດຈຸບັນນີ້ ໄດ້ເປັນຜົນເຮັດໃຫ້ມີເງື່ອນໄຂ ແລະຄວາມອາດສາມາດຢ່າງຈໍາກັດໃນການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ເປັນການຫລຸດຜ່ອນບັນຫາຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍສະເພາະໃນສະພາວະທີ່ເກີດການລະບາດຂອງເຊື້ອໄວຣັສໂຄວິດ-19 ເຊິ່ງລັດຖະບານລາວກໍ່ໄດ້ມີການອອກມາດຕະການຕ່າງໆເພື່ອທີ່ຈະຊ່ວຍຫລຸດຜ່ອນຜົນກະທົບດັ່ງກ່າວ,​ໂດຍໃນນີ້ກໍ່ລວມເຖິງການປັບຫລຸດຄ່າໄຟຟ້າດ້ວຍນັ້ນ ຫາກແຕ່ EDL ກໍ່ສາມາດປັບຫລຸດຄ່າໄຟຟ້າລົງໄດ້ພຽງ 3 ເປີເຊັນ ເທົ່ານັ້ນ ເຊິ່ງຖືເປັນການປັບຫລຸດຄ່າໄຟຟ້າທີ່ຕໍ່າ ແລະບໍ່ໄດ້ຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍໃຫ້ກັບປະຊາຊົນອີກດ້ວຍ ດັ່ງທີ່ທ່ານ ຈັນທະບູນ ໄດ້ຢັ້ງຢືນວ່າ:

“ໄຟຟ້າລາວນີ້ ບໍ່ໄດ້ຢູ່ໃນເງື່ອນໄຂທີ່ຈະຕ້ອງຫລຸດ ເພາະວ່າເລື່ອງການເງິນຂອງໄຟຟ້າລາວນີ້ກະມີບັນຫາຢູ່ແລ້ວ ແຕ່ວ່າເພື່ອໃຫ້ເຫັນໄດ້ເຖິງການປະກອບ ສ່ວນຕໍ່ສັງຄົມໃນນາມທີ່ໄຟຟ້າລາວກໍ່ແມ່ນບໍລິສັດ 100 ເປີເຊັນ, ສະນັ້ນກໍ່ໄດ້ມີການສະເໜີຂຶ້ນໄປຫາພາກສ່ວນທີ່ກ່ຽວຂ້ອງຂອງເບື້ອງລັດຖະບານໃຫ້ເພິ່ນພິຈາລະນາວ່າເຮົາໄດ້ສໍ່ານີ້ ກະຫລາຍຄົນກະເວົ້າຖືກຫັ້ນລະວ່າຫລຸດສໍ່ານີ້ຊື້ເຝີກະຍັງບໍ່ໄດ້ ກະຖືກຕ້ອງລະເນາະ ຕ່າງແຕ່ວ່າຄັນເຮົາຊິຫລຸດກວ່ານີ້ ເຮົາເອງກໍ່ຢູ່ໃນສະພາບຕິດໜີ້ໝູ່ຫລາຍຢູ່.”

ທັ້ງນີ້ ໂດຍ EDL ມີໜີ້ສິນເກີນກວ່າ 2,000 ລ້ານໂດລາ ສ່ວນການກໍາໜົດອັດຕາຄ່າໄຟຟ້າໃນປັດຈຸບັນຈະພິຈາລະນາຈາກຕົ້ນທຶນການຜະລິດທີ່ເປັນຈິງ ເພາະໂຄງການເຂື່ອນໄຟຟ້າສ່ວນໃຫຍ່ໃນລາວເປັນການລົງທຶນຂອງບໍລິສັດຕ່າງຊາດທີ່ຫວັງຜົນປະໂຫຍດຈາກການລົງທຶນເປັນຫລັກ ໂດຍເມື່ອປະກອບກັບລັດຖະບານລາວກໍ່ບໍ່ມີເງິນລົງທຶນດ້ວຍແລ້ວ ຈຶ່ງບໍ່ສາມາດທີ່ຈະໃຊ້ອໍານາດເຂົ້າແຊກແຊງທາງທຸລະກິດເພື່ອກໍາໜົດອັດຕາຄ່າຊົມໃຊ້ໄຟຟ້າທີ່ຜະລິດຈາກໂຄງ ການເຂື່ອນໄຟຟ້າຕ່າງໆ ເຊິ່ງລົງທຶນໂດຍບັນດາບໍລິສັດເອກະຊົນຈາກຕ່າງປະ ເທດໄດ້ແຕ່ຢ່າງໃດ.

ທັ້ງນີ້ ລັດຖະບານລາວໄດ້ມອບໝາຍໃຫ້ລັດວິສາຫະກິດໄຟຟ້າລາວ (EDL) ເປັນພາກສ່ວນຮັບຜິດຊອບດໍາເນີນການສຶກສາ ແລະເກັບກໍາຂໍ້ມູນຢ່າງຮອບ ດ້ານ ເພື່ອປະກອບໃນການພິຈາລະນາກ່ຽວກັບການປັບປຸງຄ່າໄຟຟ້າໃຫ້ສອດ ຄ່ອງກັບສະພາບຕົວຈິງສໍາລັບໃນໄລຍະປີ 2021-2025 ໂດຍໄດ້ມີການພິຈາລະນາພາຍໃຕ້ຫລັກການທີ່ເປັນການສົ່ງເສີມເພື່ອເພີ້ມຜົນຜະລິດກະສິກໍາ ແລະສິນຄ້າໃນລາວເປັນສໍາຄັນ ຫາກແຕ່ວ່າໃນຂະນະດຽວກັນກໍ່ຈະຕ້ອງພິຈາ ລະນາ ແລະໃຫ້ຄວາມສໍາຄັນກັບການກໍ່ສ້າງເຂື່ອນທີ່ຈະຕ້ອງນໍາໃຊ້ເງິນທຶນຈໍານວນຫລາຍທີ່ສ່ວນໃຫຍ່ເປັນການລົງທຶນຂອງຕ່າງຊາດດ້ວຍນັ້ນ.

ທັ້ງນີ້ ໂດຍໄດ້ມີການສະເໜີໃຫ້ພິຈາລະນາໃນ 7 ທາງເລືອກດ້ວຍກັນກໍ່ຄືການຈັດແບ່ງຜູ້ຊົມໃຊ້ໄຟຟ້າອອກເປັນຫົກປະເພດທີ່ມີຄ່າໄຟຟ້າແຕກຕ່າງກັນ, ການຈັດແບ່ງເປັນ 2 ປະເພດຄື: 355 ກີບກັບ 710 ກີບຕໍ່ກິໂລວັດຕໍ່ 1 ຊົ່ວໂມງ (kwh), ສໍາຫລັບຜູ້ທີ່ຊົມໃຊ້ໄຟຟ້າຕໍ່າກວ່າຫລືຫລາຍກວ່າ 150 ກິໂລວັດຕໍ່ຊົ່ວໂມງຕໍ່ເດືອນ. ການຈັດແບ່ງເປັນ 3 ອັດຕາຄື 355 ກີບ, 532.5 ກີບ ແລະ 710 ກີບຕໍ່ກິໂລວັດຕໍ່ຊົ່ວໂມງ ສໍາລັບຜູ້ທີ່ຊົມໃຊ້ໄຟຟ້າຕໍ່າກວ່າ 100 ກິໂລວັດຕໍ່ຊົ່ວໂມງ, ຕໍ່າກວ່າ ແລະເກີນກວ່າ 200 ກິໂລວັດຕໍ່ຊົ່ວໂມງຕໍ່ເດືອນ. ການຈັດແບ່ງເປັນ 3 ກຸ່ມທີ່ຊົມໃຊ້ໄຟຟ້າບໍ່ເກີນ 200 ກິໂລວັດຕໍ່ຊົ່ວໂມງ, 500 ກິໂລວັດຕໍ່ຊົ່ວໂມງ ແລະເກີນກວ່າ 500 ກິໂລວັດຕໍ່ຊົ່ວໂມງຕໍ່ເດືອນ ເຊິ່ງຈະຄິດຄ່າໄຟຟ້າທີ່ອັດຕາ 420 ກີບ, 630 ກີບ ແລະ 830 ກີບຕໍ່ກິໂລວັດຕໍ່ຊົ່ວໂມງ ການຈັດແບ່ງເປັນປະເພດທີ່ຢູ່ອາໄສ 6 ກຸ່ມທີ່ມີຄ່າໄຟຟ້າໃນອັດຕາດຽວກັນ ການຈັດແບ່ງເປັນປະເພດທີ່ຢູ່ອາໄສ 6 ກຸ່ມທີ່ໃຫ້ມີການຫລຸດຄ່າໄຟຟ້າລົງ 5 ເປີເຊັນ ແລະການຈັດແບ່ງແບບປະສົມປະສານ ຄືຜູ້ຊົມໃຊ້ໄຟຟ້າຕໍ່າກວ່າ 500 ກິໂລວັດຕໍ່ຊົ່ວໂມງຕໍ່ເດືອນ ຄິດລາຄາ 355 ກີບຕໍ່ກິໂລວັດຕໍ່ຊົ່ວໂມງ ແລະ 880 ກີບຕໍ່ກິໂລວັດຕໍ່ຊົ່ວໂມງ ສໍາລັບຜູ້ທີ່ຊົມໃຊ້ໄຟຟ້າເກີນກວ່າ 500 ກິໂລວັດຕໍ່ຊົ່ວໂມງໃນແຕ່ລະເດືອນ.

ແຕ່ຢ່າງໃດກໍ່ຕາມ ຄ່າໄຟຟ້າໃນລາວສູງກ່ວາໃນຫວຽດນາມ ແລະໄທ 34 ເປີ ເຊັນ ກັບ 26 ເປີເຊັນຕາມລໍາດັບກໍ່ຄືໃນຂະນະທີ່ຄ່າໄຟຟ້າໃນຫວຽດນາມ ແລະໄທຢູ່ທີ່ອັດຕາສະເລ່ຍ 7.24 ເຊັນສະຫະລັດ ແລະ 8.07 ເຊັນສະຫະລັດຕໍ່ກິໂລວັດຕໍ່ຊົ່ວໂມງນັ້ນ ປະຊາຊົນລາວພັດຕ້ອງແບກຮັບຄ່າໄຟຟ້າໃນອັດຕາສະເລ່ຍເຖິງ 11 ເຊັນສະຫະລັດຕໍ່ກິໂລວັດຕໍ່ຊົ່ວໂມງ ເຖິງແມ່ນວ່າລາວຈະເປັນປະເທດທີ່ຜະລິດພະລັງງານໄຟຟ້າກໍ່ຕາມ ແຕ່ເນື່ອງຈາກວ່າເຂື່ອນໄຟຟ້າສ່ວນໃຫຍ່ເປັນການລົງທຶນຂອງຕ່າງຊາດຈຶ່ງເຮັດໃຫ້ 85 ເປີເຊັນຂອງໄຟຟ້າທີ່ຜະລິດໄດ້ທັງໝົດໃນລາວຈະຕ້ອງສົ່ງອອກໄປຕ່າງປະເທດຕາມສັນຍາສໍາປະທານທີ່ລັດຖະບານລາວໄດ້ອະນຸຍາດໃຫ້ຕ່າງຊາດນັ້ນເອງ.

XS
SM
MD
LG