ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ວິ​ສາ​ຫະກິດ ​ໄຟຟ້າ​ລາວ ​ຈະ​ຈ່າຍ ​ເງິນ​ປັນ​ຜົນ ​ໃນ​ມູນ​ຄ່າ​ລວມ 208 ຕື້​ກີບ


ການເຊັນສັນຍາຮ່ວມມືກັນລະຫວ່າງບໍລິສັດ EDL ແລະ ບໍລິສັດພະລັງງານເກົາຫລີ
ການເຊັນສັນຍາຮ່ວມມືກັນລະຫວ່າງບໍລິສັດ EDL ແລະ ບໍລິສັດພະລັງງານເກົາຫລີ
ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (EDL Gen) ຊຶ່ງ​ເປັນ​ບໍ​ລິ​ສັດ​ລູກ​ຂອງ​ລັດ​ວິ​ສາ​ຫະກິດ ​ໄຟຟ້າ​ລາວ (EDL) ທີ່​ຈັດ​ທະບຽນ​ໃນ​ຕະຫຼາດ​ຫຼັກຊັບ​ແຫ່ງ​ຊາດ​ລາວ​ນັ້ນ ​ໄດ້​ລາຍງານ​ວ່າ​ທາງ​ບໍລິສັດ​ຈະ​ຊໍາລະ​ເງິນ​ປັນ​ຜົນ​ງວດ​ທີ 1 ປະ​ຈໍາປີ 2012 ​ໃຫ້​ກັບ​ບັນດາ ຜູ້​ຖື​ຮຸ້ນ​ທັງ​ໝົດ​ໃນ​ທ້າຍ​ເດືອນ​ສິງຫາ​ນີ້ ​ໂດຍ​ຈະ​ມີ​ມູນ​ຄ່າ​ລວມ​ເຖິງ 208 ຕື້​ກີບ ຫຼື ຫຼາຍ​ກວ່າ 26 ລ້ານ​ໂດ​ລາ.

ເງິນ​ປັນ​ຜົນ​ມູນ​ຄ່າ​ດັ່ງກ່າວ​ນີ້ ຄິ​ດ​ເປັນ 50% ຂອງ​ຜົນ​ກໍາ​ໄລ​ທັງ​
ໝົດ ທີ່ EDL Gen ​ໄດ້​ຮັບ​ຈາກ​ຜົນ​ປະກອບ​ການ​ໃນ​ຊ່ວງ 6 ​
ເດືອນ​ຕົ້ນ​ປີ​ 2012 ນີ້ ຊຶ່ງຈະ​ເຮັດ​ໃຫ້​ບັນດາ​ຜູ້​ຖື​ຮຸ້ນ​ໄດ້​ຮັບ​ເງິນ
​ປັນ​ຜົນ​ໃນ​ອັດຕາ 170 ກີບ​ຕໍ່​ຮຸ້ນ ​ໂດຍ​ຜູ້​ຖື​ຮຸ້ນລາຍ​ໃຫຍ່​ທີ່​ຄິດ​
ເປັນ​ສັດສ່ວນ 75% ຂອງ​ຮຸ້ນ​ທັງ​ໝົດ​ກໍ​ຄື EDL ນັ້ນ​ເອງ ສ່ວນ
​ອີກ 25%​ ທີ່​ເຫຼືອ​ນັ້ນ ກໍ​ເປັນ​ການ​ຖື​ຮຸ້ນ​ໂດຍ​ກຸ່ມ​ບໍລິສັດຣາດຊະ
ບຸ​ລີ​ຈາກ​ໄທ ທະນາຄານ​ກຸງ​ໄທ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ​ແລະ ບໍລິສັດ​ຮຸ້ນ​ສ່ວນ​ຈາກ​ສິງ​ຄະ​ໂປ ​ຕາ​ມລໍາດັບ.



ພ້ອມ​ກັນ​ນີ້ EDL​ Gen ຍັງ​ລາຍ​ງານ​ດ້ວຍ​ວ່າ​ໃນ​ຕະຫຼອດ​ປີ 2012 ນີ້ ຈະ​ສາ​ມາດ​ສ້າງຜົນ​ກໍາ​ໄລ​ໄດ້​ໃນ​ມູນ​ຄ່າ​ບໍ່​ໜ້ອຍ​ກວ່າ 105 ລ້ານ​ໂດ​ລາ ຫຼື​ເພີ່ມ​ຈາກ​ປີ 2011 ​ເຖິງ 48% ຊຶ່ງ​ໝາຍ​ຄວາມ​ວ່າ​ເງິນ​ປັນ​ຜົນ​ໃນ​ປີ​ນີ້​ຈະ​ສູງ​ກວ່າ​ປີຜ່ານມາ​ຢ່າງ​ ແນ່ນອນ ​ໂດຍໃນ​ປີ​ທີ່​ຜ່ານ​ມາ​ກໍ​ປາກົດ​ວ່າ​ບັນດາ​ຜູ້​ຖື​ຮຸ້ນ​ໃນ EDL Gen ​ໄດ້​ຮັບ​ເງິນ​ປັນ​ຜົນ ລວມ​ເຖິງ 498 ກີບ​ຕໍ່​ຮຸ້ນ ຈາກ​ຈໍານວນ​ຮຸ້ນ​ທັງ​ໝົດ 867 ລ້ານ​ຮຸ້ນ.

ທາງ​ດ້ານ​ທ່ານ ຄໍາ​ມະນີ ອິນ​ທິລາດ ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ພະລັງງານ ແລະ​ບໍ່​ແຮ່ ກໍ​ໃຫ້ການ​ຢືນຢັນ​ວ່າ EDL ຍັງ​ໄດ້​ປະກອບສ່ວນ​ຢ່າງ​ສໍາ ຄັນ​ເຂົ້າ​ໃນ​ການ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ​ ຂອງ​ປະຊາຊົນ​ລາວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້ ​ເນັ້ນ​ຢໍ້າວ່າ:

“ລັດ ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ໄດ້​ຕັ້ງໜ້າ​ເຂົ້າຮ່ວມ​ໃນ​ຂະ​ບວນການ​ພັດທະນາ​ຊົນນະ ບົດ ການ​ສ້າງ​ບ້ານ​ແລະ​ກຸ່ມ​ບ້ານ​ພັດທະນາ ​ແລະ​ການ​ແກ້​ໄຂ​ຄວາມທຸກ​ຈົນ​ຂອງ ປະຊາຊົນ​ບັນດາ​ເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຊຶ່ງ​ໄຟຟ້າ​ລາວ​ໄດ້​ປະກອບສ່ວນ​ອັນ ສໍາຄັນ​ເຮັດ​ໃຫ້​ຈໍານວນ​ຄອບຄົວ​ທີ່​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຫລຸດ​ລົງ​ຍັງ​ ເຫຼືອ​ພຽງ​ແຕ່ 20.4% ​ໃນ​ປີ​ນີ້.”



​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ EDL ​ໄດ້​ວາງ​ເປົ້າໝາຍ​ໄວ້​ວ່າ​ຈະ
​ຂະຫຍາຍ​ແນວ ສາຍ​ສົ່ງ​ກະ​ແສ​ໄຟຟຟ້າ​ໄປ​ຍັງ​ເຂດ​ຊົນນະບົດ​ໃຫ້​
ໄດ້​ຫຼາຍ​ຂຶ້ນ ​ເພື່ອ​ໃຫ້​ສາມາດ​ຕອບ​ສະໜອງ​ການ​ຊົມ​ໃຊ້​ຂອງ​ປະ
ຊາຊົນ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 85% ​ແລະ 90% ຂອງຈໍານວນ​ຄົວ​
ເຮືອນ​ທັງ​ໝົດ​ໃນ​ປີ 2015 ​ແລະ​ປີ 2020 ຕາມ​ລໍາດັບ ທັງ​ຍັງຈະ
​ເພີ່ມ ຄວາມ​ອາດ​ສາມາດ​ໃນ​ການ​ສົ່ງ​ອອກ​ພະລັງງານ​ໄຟຟ້າໄປ​
ຕ່າງປະ​ເທດ​ໃຫ້​ຫຼາຍ​ຂຶ້ນ ຢ່າງ​ຕໍ່​ເນື່ອງ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຕ້ອງ
​ເພີ່ມ​ການ​ຜະລິດ​ພະລັງງານ​ໄຟຟ້າ​ໃຫ້​ໄດ້​ອີກ​ເຖິງ 3,856 ​ເມກາ ​ວັດ​ໃນ​ປີ 2015.

​ການ​ທີ່​ຈະ​ເຮັດ​ໃຫ້​ສາມາ​ດບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທໍາ​ນັ້ນ EDL ກໍ​ຄາດ​ວ່າ​ຈະ​ຕ້ອ​ງໃຊ້​ເງິນ​ລົງທຶນ​ຄິດ​ເປັນ​ມູນ​ຄ່າ​ລວມປະມານ 24,650 ລ້ານ​ໂດ​ລາ ​ແລະ​ຄາດ​ວ່າ EDL ຈະ​ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ລົງທຶນ​ໄດ້​ໃນ​ມູນຄ່າ​ລວມປະ​ມານ 1,452 ລ້ານ​ໂດ​ລາ ຫຼື​ບໍ່​ເຖິງ 6% ຂອງ​ຄວາມ​ຕ້ອງການ ​ເງິນ​ທຶນ​ທັງ​ໝົດເທົ່າ​ນັ້ນ ດ້ວຍ​ເຫດ​ນີ້​ຈຶ່ງ​ເຮັດ​ໃຫ້​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ກູ້​ຢືມ​ແລະ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເປັນ​ດ້ານ​ຫຼັກ​ນັ້ນ​ເອງ.

ໃນ​ປັດຈຸບັນ​ນີ້ ຢູ່​ໃນ​ປະ​ເທດ​ລາວ​ມີ​ເຂື່ອນ​ທີ່​ສ້າງ​ສໍ​າ​ເລັດ​ແລ້ວ​ກໍ​ໄດ້​ທໍາ​ການ​ຜະລິດ​ກະ​ແສ​ໄຟ ຟ້າ ​ແລ້ວ​ຈໍານວນ​ທັງ​ໝົດ 14 ​ໂຄງການ ຊຶ່ງ​ມີ​ກໍາລັງ​ຕິດ​ຕັ້ງ​ລວມກັນ 2,542 ​ເມກ​າ​ວັດ ຫາກ​ແຕ່​ໃນ​ຈໍານວນ 14 ​ໂຄງ​ການ​ເຂື່ອນ​ດັ່ງກ່າວກໍ ​ເປັນ​ເຂື່ອນ​ທີ່ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ EDL ຈໍານວນ 9 ​ໂຄງການ ທີ່​ມີ​ກໍາລັງຕິດ​ຕັ້ງລວມພຽງ 385 ​ເມກ​າ​ວັດ​ເທົ່າ​ນັ້ນ.
XS
SM
MD
LG