ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດວິສາຫະກິດໄຟຟ້າ ລາວ ປະເຊີນກັບບັນຫາ ຂາດສະພາບຄ່ອງຕົວ ທາງການເງິນ ຢ່າງຮຸນແຮງ


ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າ ລາວ, ໃນນະຄອນຫຼວງ ວຽງຈັນ.
ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າ ລາວ, ໃນນະຄອນຫຼວງ ວຽງຈັນ.

ການທີ່ລັດວິສາຫະກິດໄຟຟ້າ ລາວ ມີໜີ້ສິນໃນລະດັບທີ່ສູງກວ່າ 2,000 ລ້ານໂດລາ ທັງຍັງຂາດທຶນເພີ່ມຂຶ້ນນັບມື້ດ້ວຍນັ້ນ ໄດ້ສົ່ງເຮັດໃຫ້ຕ້ອງປະເຊີນກັບບັນຫາຂາດສະພາບຄ່ອງຕົວທາງການເງິນຢ່າງຮຸນແຮງ.

ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າລັດວິສາຫະກິດໄຟຟ້າ ລາວ (EDL) ກຳລັງປະເຊີນກັບບັນຫາຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງໃນປັດຈຸບັນໂດຍມີສາເຫດສຳຄັນມາຈາກການມີໜີ້ສິນໃນລະດັບສູງທີ່ສົມທົບດ້ວຍການຂາດທຶນຈາກການດຳເນີນທຸລະກິດຢ່າງຕໍ່ເນື່ອງ ເພາະວ່າການບໍລິຫານ ແລະ ການຈັດການທາງທຸລະກິດທີ່ມີປະສິດທິພາບຕໍ່າ ໂດຍສະເພາະແມ່ນການຈັດທຳສັນຍາຊື້ຂາຍພະລັງງານໄຟຟ້າທັງພາຍໃນ ແລະ ຕ່າງປະເທດນັ້ນ ຍັງມີຂໍ້ບົກຜ່ອງໃນການກຳນົດລາຄາກະແສໄຟຟ້າທີ່ເໝາະສົມ ຈຶ່ງເຮັດໃຫ້ EDL ຕ້ອງສູນເສຍຜົນປະໂຫຍດທາງທຸລະກິດຢູ່ເລື້ອຍມາ ດັ່ງທີ່ທ່ານ ດາວວົງ ໄດ້ໃຫ້ການຢືນຢັນວ່າ

“ລັດວິສາຫະກິດຂາດສະພາບຄ່ອງດ້ານການເງິນ ເນື່ອງຈາກມີໜີ້ສິນເກີນລາຍຮັບ ຊຶ່ງສາເຫດແຜ່ນເນື່ອງມາຈາກລັດວິສາຫະກິດໄຟຟ້າ ລາວ ມີສັນຍາຊື້ຂາຍໄຟຟ້າແບບຜູກມັດກັບຜູ້ພັດທະນາເຂື່ອນໄຟຟ້າຫຼາຍໂຄງການ ຊຶ່ງຍັງບໍ່ຮັດກຸມພຽງພໍ ເຮັດໃຫ້ຕ້ອງຮັບພາລະຄ່າໃຊ້ຈ່າຍໃນກໍລະນີມີພະລັງງານເຫຼືອ ໂດຍບໍ່ຈຳເປັນ ອັນທີ 2 ລາຄາສົ່ງອອກສ່ວນຫຼາຍແມ່ນຕໍ່າກວ່າລາຄາຮັບຊື້ຈາກແຫຼ່ງຜະລິດ ການຮັບຊື້ໄຟຈາກແຫຼ່ງຜະລິດບໍ່ສອດຄ່ອງກັບຄວາມຕ້ອງການຍ້ອນແຫຼ່ງຜະລິດສ່ວນໃຫຍ່ເປັນເຂື່ອນໄຟຟ້າທີ່ບໍ່ມີອ່າງເກັບນໍ້າ ເຮັດໃຫ້ລະດູຝົນມີພະລັງງານເຫຼືອ ແຕ່ໃນລະດູແລ້ວງບໍ່ພຽງພໍກັບຄວາມຕ້ອງການ.”

ສ່ວນທ່ານ ຈັນທະບູນ ສຸກອະລຸນ ຜູ້ອຳນວຍການໃຫຍ່ EDL ຖະແຫຼງວ່າໃນປັດຈຸບັນ EDL ມີພາລະໜີ້ສິນເງິນກູ້ທັງພາຍໃນ ແລະ ຕ່າງປະເທດຄິດເປັນມູນຄ່າລວມຫຼາຍກວ່າ 2,000 ລ້ານໂດລາ ຈຶ່ງເຮັດໃຫ້ມີເງື່ອນໄຂ ແລະ ຄວາມອາດສາມາດຢ່າງຈຳກັດໃນການຈັດຕັ້ງປະຕິບັດມາດຕະການ ທີ່ເປັນການຫຼຸດຜ່ອນບັນຫາຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລາວ ທີ່ເກີດຈາກການລະບາດໄວຣັສໂຄວິດ-19 ຊຶ່ງໃນນີ້ກໍລວມເຖິງການປັບຫຼຸດຄ່າໄຟຟ້າທີ່ EDL ສາມາດປັບຫຼຸດໄດ້ພຽງ 3 ເປີເຊັນເທົ່ານັ້ນ ຈຶ່ງບໍ່ໄດ້ມີຜົນຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ກັບປະຊາຊົນ ລາວ ແຕ່ຢ່າງໃດ ດັ່ງທີ່ທ່ານ ຈັນທະບູນ ໄດ້ຢືນຢັນວ່າ

“ໄຟຟ້າ ລາວ ນີ້ ບໍ່ໄດ້ຢູ່ໃນເງື່ອນໄຂທີ່ຈະຕ້ອງຫຼຸດ ເພາະວ່າເລື່ອງການເງິນຂອງໄຟຟ້າ ລາວ ນີ້ກະມີບັນຫາຢູ່ແລ້ວ ແຕ່ວ່າເພື່ອໃຫ້ເຫັນໄດ້ເຖິງການປະກອບສ່ວນຕໍ່ສັງຄົມໃນນາມທີ່ໄຟຟ້າ ລາວ ກໍແມ່ນບໍລິສັດລັດ 100 ເປີເຊັນ ສະນັ້ນກໍໄດ້ມີການສະເໜີຊື້ໄປຫາພາກສ່ວນທີ່ກ່ຽວຂ້ອງຂອງເບື້ອງລັດຖະບານ ໃຫ້ເພິ່ນພິຈາລະນາວ່າເຮົາໄດ້ຊໍ່ານີ້ ກະຫຼາຍຄົນກະເວົ້າຖືກຫັ້ນແຫຼະວ່າຫຼຸດຊໍ່ານີ້ ຊື້ເຝີກະຍັງບໍ່ໄດ້ກະຖືກຕ້ອງລະເນາະ ຕ່າງແຕ່ວ່າຄັນເຮົາສິຫຼຸດກວ່ານີ້ ເຮົາເອງກໍຢູ່ໃນສະພາບຕິດໜີ້ໝູ່ຫຼາຍຢູ່.”

ທັງນີ້ການກຳນົດອັດຕາຄ່າໄຟຟ້າໃນ ລາວ ຈະພິຈາລະນາຈາກຕົ້ນທຶນການຜະລິດທີ່ເປັນຈິງ ເພາະ ວ່າໂຄງການເຂື່ອນໄຟຟ້າສ່ວນໃຫຍ່ໃນ ລາວ ເປັນການລົງທຶນຂອງບໍລິສັດຕ່າງຊາດທີ່ມຸ່ງຜົນປະ ໂຫຍດຈາກການລົງທຶນເປັນດ້ານຫຼັກ ເມື່ອສົມທົບກັບລັດຖະບານ ລາວ ກໍບໍ່ມີເງິນລົງທຶນດ້ວຍແລ້ວ ຈຶ່ງບໍ່ສາມາດທີ່ຈະໃຊ້ອຳນາດເຂົ້າແຊກແຊງທາງທຸລະກິດເພື່ອກຳນົດຄ່າໄຟຟ້າທີ່ຜະລິດໂດຍບັນ ດາໂຄງການເຂື່ອນໄຟຟ້າທີ່ບໍລິສັດຕ່າງຊາດເປັນຜູ້ລົງທຶນໄດ້ເລີຍ.

ແຕ່ຢ່າງໃດກໍຕາມ EDL ໄດ້ສ້າງຕັ້ງບໍລິສັດຜະລິດໄຟຟ້າ ລາວ (ມະຫາຊົນ) ຈຳກັດ (EDL-GEN) ຂຶ້ນເພື່ອລະດົມເງິນທຶນທັງພາຍໃນ ແລະ ຕ່າງປະເທດເມື່ອທ້າຍປີ 2010 ອັນເປັນແນວທາງນຶ່ງຂອງການແກ້ບັນຫາດ້ານໜີ້ສິນດັ່ງກ່າວ ລວມເຖິງການປັບປຸງການບໍລິຫານງານໃຫ້ຄ່ອງຕົວຫຼາຍຂຶ້ນ ຊຶ່ງຜ່ານມາ EDL-GEN ໄດ້ລະດົມທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດ ໄທ ເຖິງ 3 ໝື່ນລ້ານບາດ.

ປັດຈຸບັນ ໃນ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ 81 ແຫ່ງຊຶ່ງໃນນີ້ 10 ແຫ່ງເປັນຂອງ EDL-GEN ໂດຍທັງ 81 ແຫ່ງມີກຳລັງຕິດຕັ້ງລວມ 10,328 ເມກະວັດ ທີ່ສາມາດຜະລິດໄຟຟ້າໄດ້ລວມ ກັນ 53,640 ລ້ານກິໂລວັດ/ໂມງຕໍ່ປີ ແລະ ກຳລັງດຳເນີນການກໍ່ສ້າງເຂື່ອນອີກ 19 ໂຄງການທີ່ມີກຳນົດແລ້ວສຳເລັດໃນທ້າຍປີ 2021 ນີ້ ຊຶ່ງຈະເຮັດໃຫ້ ລາວ ມີແຫຼ່ງຜະລິດໄຟຟ້າເຖິງ 100 ແຫ່ງ ມີກຳລັງຕິດຕັ້ງລວມເຖິງ 13,000 ເມກະວັດ ຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ 85 ເປີເຊັນຈະສົ່ງອອກໄປຕ່າງປະເທດທີ່ຄາດວ່າຈະມີມູນຄ່າລວມເຖິງ 2,000 ລ້ານໂດລາໃນປີ 2021 ແລະ 2,980 ລ້ານໂດລາໃນປີ 2022.

XS
SM
MD
LG