ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍ​ລິສັດໄຟຟ້າລາວ ເລີ້ມເກັບຄ່າໄຟຟ້າ ເປັນເງິນຕາຕ່າງປະເທດ ຈາກສຳນັກງານອົງການ ແລະບໍລິສັດຕ່າງປະເທດ ເພື່ອຊຳລະໜີ້ສິນຕ່າງປະເທດ


ສຳນັກງານໃຫຍ່ ຂອງບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ທີ່ ນະຄອນຫຼວງ ວຽງຈັນ, ສປປ ລາວ, ວັນທີ 22 ກໍລະກົດ 2022.
ສຳນັກງານໃຫຍ່ ຂອງບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ທີ່ ນະຄອນຫຼວງ ວຽງຈັນ, ສປປ ລາວ, ວັນທີ 22 ກໍລະກົດ 2022.

ຂະນະທີ່ເງິນກີບອ່ອນຄ່າລົງນັບມື້ ລັດວິສາຫະກິດໄຟຟ້າລາວ ທີ່ມີໜີ້ສິນກວມເອົາພາກສ່ວນໃຫຍ່ຂອງໜີ້ສິນສາທາລະນະຂອງປະເທດນັ້ນ ປາກົດວ່າ ໄດ້ເລີ້ມເກັບຄ່າໄຟຟ້າເປັນເງິນຕາຕ່າງປະເທດສໍາລັບ ສໍານັກງານອົງການ ແລະ ບໍລິສັດລົງທຶນຂອງຕ່າງປະເທດ ແລະປັບຂຶ້ນຄ່າໄຟຟ້າສໍາລັບທຸລະກິດ ໃນພາກ ອຸດສາຫະກໍາຂອງຄົນລາວ, ນັກຂ່າວຂອງພວກເຮົາ ມີລາຍລະອຽດເລື້ອງນີ້ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເນື່ອງຈາກເງິນກີບລາວອ່ອນຄ່າລົງນັບມື້ ທ່າມກາງການຂາດແຄນເງິນຕາຕ່າງ ປະເທດຂອງລັດຖະບານລາວ, ລັດວິສາຫະກິດໄຟຟ້າລາວ ຫລື EDL ທີ່ມີໜີ້ ກວມເອົາພາກສ່ວນໃຫຍ່ຂອງໜີ້ສິນສາທາລະນະຂອງປະເທດນັ້ນ ປາກົດວ່າ ໄດ້ເລີ້ມປະຕິບັດຕາມແຜນດັດປັບອັດຕາຄ່າໄຟຟ້າໃໝ່ແລ້ວ ເພື່ອໃຫ້ມີສະກຸນ ເງິນຕ່າງປະເທດໄປຊຳລະຄ່າກະແສໄຟຟ້າທີ່ຊື້ມາຈາກເຂື່ອນໄຟຟ້າຕ່າງໆ ທີ່ລົງທຶນໂດຍບໍລິສັດຕ່າງປະເທດ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງ EDL ກ່າວວ່າ:

“ລັດຖະບານ ຫລືຄັງເງິນແຫ່ງຊາດຂາດເຂີນເງິນຕາແລ້ວຢາກໃຫ້ຫົວໜ່ວຍກຸ່ມທຸລະກິດທີ່ຕ່າງປະເທດລົງທຶນ ໂດຍສະເພາະແມ່ນຂະແໜງພະລັງງານ, ຂະແໜງບໍ່ແຮ່ ຫລືຂະແໜງໃດກະແລ້ວແຕ່ ທີ່ເປັນຂອງຕ່າງປະເທດໃຫ້ຊໍາລະເປັນເງິນຕາຕ່າງ ປະເທດ ໂດຍສະເພາະເງິນໂດລາກະເອົາ ເງິນຢວນກະເອົາ ເງິນບາດໄທກະເອົາຊັ້ນນະ ກຸ່ມມາແຕ່ໄທກະຊໍາລະເປັນເງິນໄທ ກຸ່ມມາແຕ່ຈີນກະຊໍາລະເປັນເງິນຈີນ ມາແຕ່ທາງຢູໂຣບກະຊໍາລະເປັນເງິນໂດລາຊັ້ນນະ ແລ້ວແຕ່ສັນຍາໂຄງການ ກະຍັງບໍ່ທັນຮູ້ມັນຫາກະມີຄໍາສັ່ງຫວ່າງເດືອນແລ້ວນີ້ເນາະ ຄືຢູ່ກົມໄທເຮົານີ້ທີ່ເຂົາຊໍາລະໃນໂຄງການອັນນັ້ນອັນນີ້ໃຫ້ແກ່ຄະນະຊີ້ນໍາລົງເຮັດວຽກ ກະແມ່ນເປັນເງິນໂດລາໄດ໋ ເພາະວ່າພວກເຮົາມີບັນຊີເງິນບາດ ເງິນໂດລາ ຫລືວ່າບັນຊີເງິນຢວນຊັ້ນນະ”

ນີ້ຖືວ່າເປັນສ່ວນນຶ່ງຂອງແຜນການຂອງຄະນະປະຕິຮູບຂອງ EDL ທີ່ແບ່ງເປັນ 2 ໄລຍະຄື ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບຮອບດ້ານ. ສິ່ງທໍາອິດໃນການປະຕິຮູບໄລຍະເລັ່ງດ່ວນນັ້ນ ກໍແມ່ນການປັບປຸງໂຄງສ້າງແລະ ລາຄາໄຟຟ້າທີ່ນຳໃຊ້ມາແຕ່ ປີ 2012 ຄືນໃໝ່ ແຕ່ຍົກເວັ້ນປະເພດທີ່ຢູ່ອາໄສ. ໃນນັ້ນ ໄດ້ຈັດແບ່ງການເກັບເງິນ ອອກເປັນ 8 ປະເພດດັ່ງນີ້: 1) ປະ ເພດສະຖານທູດ ແລະ ອົງການຈັດຕັ້ງສາກົນກວມເອົາ 0.1 ເປີເຊັນ; 2) ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວ ກວມເອົາ 9 ເປີເຊັນ; 3) ປະເພດທຸລະກິດສຶກສາ ແລະ ກິລາກວມເອົາ 0.3 ເປີເຊັນ; 4) ປະເພດທຸລະກິດບັນເທີງກວມເອົາ 0.1 ເປີເຊັນ; 5) ປະເພດສໍານັກງານລັດ 3.3 ເປີເຊັນ; 6) ປະເພດກະສິກໍາ 0.6 ເປີເຊັນ; 7) ປະເພດອຸດສາຫະກຳກວມເອົາ 30.7 ເປີເຊັນ, 8) ປະເພດທາງລົດໄຟ 0.6 ເປີເຊັນ. ພິເສດກໍຄື ປະເພດທຸລະກິດຂຸດຄົ້ນຊັບສິນດີຈິຕອລ ກວມເອົາ 30.2 ເປີເຊັນ ຊຶ່ງມີຜູ້ຊົມໃຊ້ 10 ກວ່າຫົວໜ່ວຍ ທີ່ມີການກໍານົດລາຄາໄຟຟ້າຕ່າງຫາກ ເນື່ອງຈາກເປັນໂຄງການທົດລອງຂອງລັດຖະບານ.

ສ່ວນໃນພາກຜະລິດອຸດສາຫະກໍານັ້ນ ກໍປາກົດວ່າ ຈະປັບຂຶ້ນລາຄາເຊັ່ນກັນ ແຕ່ຍັງເກັບເປັນເງິນກີບເໝືອນເດີມ ດັ່ງທີ່ນັກທຸລະະກິດທ່ານນຶ່ງເລົ່າ ສູ່ຟັງວ່າ:

ບ້ານເຮົາກະເກັບເປັນເງິນກີບຄືເກົ່າຫັ້ນແຫລະຕ່າງແຕ່ວ່າຈະເປັນໄດ້ຍິນຂ່າວ ວ່າ ການຜະລິດອຸດສະຫະກໍາຊິແມ່ນໂຮງຈັກໂຮງງານແມ່ນ ລາຄາໃໝ່ມັນລົງເຜີຍແຜ່ບໍ່ໄດ້ດອກມັນເປັນເປັນຕຣາ ຢູ່ບ້ານເຮົາກະເງິນກີບເປັນໄປບໍ່ໄດ້ດອກຊິໄປເກັບເງິນຕຣາ”.

ຄວາມມຸ້ງຫວັງອັນສູງຂອງລາວ ຢາກເປັນໝໍ້ໄຟແຫ່ງເອເຊຍນັ້ນ ໄດ້ມີສ່ວນເຮັດ ໃຫ້ລາວ ເປັນໜີ້ຕ່າງປະເທດເພີ້ມຂຶ້ນ. ໜີ້ສາທາລະນະຂອງລາວເພີ້ມຂຶ້ນຢ່າງ ໄວວາ ນັບແຕ່ປີ 2019 ເປັນຕົ້ນມາ. ໃນບົດຕິດຕາມປະເມີນຜົນທາງເສດຖະກິດ ຂອງ ສປປ ລາວ (Lao PDR Economic Monitor) ເດືອນພຶດສະພາຜ່ານມາ, ທະນາຄານໂລກລາຍງານວ່າ ໂດຍທີ່ມີໜີ້ສາທາລະນະກວມເອົາຫຼາຍກວ່າ 110 ເປີເຊັນ ຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP ໃນປີ 2022 ລາວມີຄວາມຫຍຸ້ງຍາກໃນການຈ່າຍໜີ້ທັງໃນໄລຍະຍາວ ແລະໄລຍະສັ້ນ ຕະຫລອດທັງ ການຊໍາລະຄ່າໃຊ້ຈ່າຍຕ່າງໆ ໃນປັດຈຸບັນ. ໃນນັ້ນ

ໜີ້ສໍາລັບຂະແໜງພະລັງງານໄຟຟ້າ ແມ່ນກວມເອົາ 37 ເປີເຊັນ ຊຶ່ງເປັນພາກສ່ວນໃຫຍ່ທີ່ສຸດຂອງໜີ້ລວມຂອງປະເທດ ໃນປີ 2021. ແລະອັດຕາເງິນທີ່ລາວຕ້ອງໄດ້ແບ່ງໄປໃຊ້ໜີ້ຄືນໃນແຕ່ລະປີແມ່ນເພີ້ມຂຶ້ນຈາກ 35 ເປີເຊັນ ຫາ 61 ເປີເຊັນຂອງລາຍຮັບທັງໝົດ ທີ່ລັດຖະບານລາວ ສາມາດເກັບໄດ້. ພ້ອມກັນນັ້ນ ການທີ່ເງິນກີບຂອງລາວ ອ່ອນຄ່າລົງທຸກມື້ ບວກກັບການເພີ້ມຂຶ້ນຂອງລາຄາສິນຄ້າໃນໂລກ ເຮັດໃຫ້ມີໄພເງິນເຟີ້ສູງເຖິງ 40 ເປີເຊັນ ໃນເດືອເມສາຜ່ານມາ.

ສະນັ້ນ ການປະຕິບັດການດັດປັບການເກັບຄ່າໄຟຟ້າແບບໃໝ່ຂອງບໍລິສັດ EDL ນີ້ ປາກົດວ່າ ເປັນຄວາມພະຍາຍາມຂອງລັດຖະບານລາວ ໃນການເກັບລາຍຮັບພາຍໃນເພີ້ມຂຶ້ນ ເພື່ອຈະມີເງິນໃຊ້ໜີ້ນັກລົງທຶນຕ່າງປະເທດ ໃນການສ້າງເຂື່ອນ ແລະສາຍສົ່ງໄຟຟ້າ ຫລືບໍ່ຢ່າງໜ້ອຍ ກໍຊ່ວຍຢັບຢັ້ງການເພີ້ມຂຶ້ນຂອງໜີ້ສາທາລະນະຂອງປະເທດ.

ວີດີໂອ ກ່ຽວກັບລາຍງານ
please wait

No media source currently available

0:00 0:02:47 0:00
XS
SM
MD
LG