ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດລາວໃນປີ 2020 ຕົກລົງເຖິງ -2.5 ເປີເຊັນ ຊຶ່ງເປັນການຕິດລົບຄັ້ງທໍາອິດ ນັບຕັ້ງແຕ່ປີ 1986 ມາ


ຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການຜະລິດອຸດສາຫະກໍາຢູ່ໃນນິຄົມເສດຖະກິດ ແລະ ການຄ້າພິເສດໃນນະຄອນຫລວງວຽງຈັນ
ຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການຜະລິດອຸດສາຫະກໍາຢູ່ໃນນິຄົມເສດຖະກິດ ແລະ ການຄ້າພິເສດໃນນະຄອນຫລວງວຽງຈັນ

ເສດຖະກິດຂອງລາວໃນປີ 2020 ໄດ້ຕົກຕໍ່າລົງ 2.5 ເປີເຊັນ ເມື່ອທຽບໃສ່ປີ 2019 ໂດຍຖືເປັນການຕິດລົບ ຄັ້ງທໍາອິດ ນັບຕັ້ງແຕ່ປີ 1986 ເປັນຕົ້ນມາ, ເຊິ່ງເປັນຍ້ອນຜົນກະທົບຈາກການລະບາດຂອງການລະບາດຂອງ ພະຍາດໂຄວິດ-19, ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາຈາກບາງກອກ.

ທະນາຄານພັດທະນາອາຊີ (ADB) ໄດ້ສະເໜີລາຍງານເມື່ອບໍ່ດົນມານີ້ວ່າການຂະຫຍາຍຕົວທາງເສດຖະກິດໃນລາວໃນປີ 2020 ທີ່ຜ່ານມາໄດ້ປັບຕົວຫຼຸດລົງ ຫຼື ຕິດລົບລົງເຖິງ 2.5 ເປີເຊັນ ເມື່ອທຽບໃສ່ປີ 2019 ແລະຖືເປັນການກະທົບທາງລົບຄັ້ງທໍາອິດຂອງເສດຖະກິດລາວ ໃນໄລຍະເວລາຫຼາຍກວ່າ 3 ທົດສະວັດ ນັບແຕ່ປີ 1986 ເປັນຕົ້ນມານີ້. ໂດຍມີສາເຫດສໍາຄັນມາຈາກການລະບາດຂອງພະຍາດ ໂຄວິດ-19 ຕະຫຼອດປີ 2020 ເລື້ອຍມາ ຈົນເຖິງປັດຈຸບັນ ເຊິ່ງໄດ້ເຮັດໃຫ້ຂະແໜງກະສິກຳຂະຫຍາຍຕົວພຽງແຕ່ 1.9 ເປີເຊັນຈາກເປົ້າໝາຍ ທີ່ວາງໄວ້ເຖິງ 2.5 ເປີເຊັນ, ສ່ວນຂະແໜງອຸດສາຫະກຳ ໄດ້ຂະຫຍາຍຕົວພຽງແຕ່ 1.4 ເປີເຊັນ ແລະ ພາກບໍລິການ-ທ່ອງທ່ຽວນັ້ນ ກໍ່ຕິດລົບເຖິງ 5.5 ເປີເຊັນ ເພາະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຫລຸດລົງຫຼາຍກວ່າ 80 ເປີເຊັນ ເມື່ອທຽບໃສ່ປີ 2019.

ຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຂະແໜງເສດຖະກິດຂອງລາວ
ຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຂະແໜງເສດຖະກິດຂອງລາວ

ສ່ວນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ການຢືນຢັນຕໍ່ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ເມື່ອທ້າຍເດືອນກັນຍາ 2020 ທີ່ຜ່ານມາວ່າ ເສດຖະ ກິດຂອງ ລາວ ໃນປີ 2020 ຈະບໍ່ຕົກຕໍ່າເຖິງຂະໜາດຕິດລົບຢ່າງແນ່ນອນ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄວຣັສ COVID-19 ຢ່າງໜັກໜ່ວງກໍຕາມ ຫາກແຕ່ດ້ວຍການທີ່ລາວຍັງມີເງື່ອນໄຂພາຍໃນທີ່ແຂງແກ່ນ ທັງໃນດ້ານການຜະລິດສິນຄ້າ ແລະ ສະບຽບອາຫານ ເພື່ອຕອບສະໜອງການບໍລິໂພກພາຍໃນປະເທດໄດ້ຢ່າງພຽງພໍນັ້ນ ກໍຍ່ອມຖືເປັນຈຸດແຂງຂອງລາວ ສະນັ້ນຈຶ່ງບໍ່ຄວນຕື່ນຕົກໃຈກັບສະພາບການໃນປັດຈຸບັນນີ້ຈົນເກີນໄປ ດັ່ງທີ່ທ່ານ ທອງລຸນໄດ້ຖະແຫຼງເນັ້ນຢໍ້າວ່າ:
ພວກເຮົາຈະບໍ່ເອົາເສດຖະກິດມະຫາພາກຂອງປະເທດຂອງພວກເຮົານີ້ດິ່ງລົງເຫວເດັດຂາດ ຢ່າຕົກອົກຕົກໃຈເກີນໄປ ພວກເຮົາຍັງມີທ່າແຮງຫຼາຍສິ່ງຫຼາຍຢ່າງ ພວກເຮົາຈະສາມາດຟື້ນຟູເສດຖະ ກິດຂອງປະເທດເຮົາ ຈຸດພິເສດຂອງປະເທດເຮົາມັນບໍ່ຄືກັບປະເທດອື່ນ ບໍ່ຄວນຢ້ານວ່າພວກເຮົາຂາດແຄນສະບຽບອາຫານຈົນວ່າປະໃຫ້ຄົນຕາຍຫິວ ບໍ່ສາມາດເປັນໄປໄດ້ ເປົ້າໝາຍຂອງພວກເຮົາແມ່ນກຸ້ມຕົນເອງ ພວກເຮົາຕ້ອງບໍ່ໃຫ້ຂາດແຄນສະບຽງອາຫານ.

ກ່ອນໜ້ານີ້ ລັດຖະບານລາວໄດ້ວາງຄາດໝາຍການເຕີບໂຕ GDP ຂອງປີ 2020 ໄວ້ທີ່ອັດຕາສະເລ່ຍ 6.5 ເປີເຊັນ ເພື່ອຈະເຮັດໃຫ້ GDP ມີມູນຄ່າລວມເຖິງ 117,780 ຕື້ກີບ ສາມາດຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ລະດັບ 2,733 ໂດລາ ຕໍ່ຄົນ ຕໍ່ປີ ແຕ່ວ່າຍ້ອນຜົນກະທົບຈາກລະບາດຂອງໂຄວິດ-19 ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້ຢ່າງແນ່ນອນ.

ທາງດ້ານສະພາອຸດສາຫະກຳ ແລະ ການຄ້າຂອງສະຫະພາບຢູໂຣບ (EU) ປະຈຳ ລາວ ຄາດ ໝາຍວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນຂອງໜ່ວຍທຸລະກິດທັງໝົດໃນລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ອັນຈະເຮັດໃຫ້ໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນສຳລັບໃຊ້ຊຳລະໜີ້ເງິນກູ້ ແລະ ດອກເບ້ຍໃຫ້ທະນາຄານ.

ສ່ວນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ກໍປະເມີນວ່າພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ຈະມີການເລີກຈ້າງພະນັກງານຫຼາຍກວ່າ 9 ໝື່ນຄົນໃນ 3 ເດືອນທ້າຍປີ 2020 ນີ້ ສອດຄ່ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາວ ທີ່ຄາດການວ່າພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ຈະສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ ເນື່ອງຈາກວ່າບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາລາວ ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາ. ສ່ວນກະຊວງແຜນການແລະການລົງທຶນໄດ້ປະເມີນວ່າ ຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເກີດການສູນເສຍທາງເສດຖະກິດ ລາວ ໃນຕະຫຼອດປີ 2020 ນີ້ ຄິດເປັນມູນຄ່າລວມເຖິງ 7,000 ຕື້ກີບ ທັງຍັງກະທົບຕໍ່ວິສາຫະກິດເຖິງ 128,690 ລາຍ ໂດຍໃນນີ້ 97 ເປີເຊັນ ກໍຄືວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ຫລື SME.

ທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຖະແຫຼງຍອມຮັບວ່າ ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວ ຢ່າງຮຸນແຮງທີ່ສຸດ ນັບແຕ່ມີການສ້າງຕັ້ງ ສປປ ລາວ ຢ່າງເປັນທາງການໃນປີທ້າຍ 1975 ເປັນຕົ້ນມາ. ໂດຍຜົນກະທົບທີ່ເກີດຂຶ້ນຢ່າງກວ້າງຂວາງໃນເວລານີ້ກໍຄືສະພາວະການຂາດທຶນຂອງບັນດາຫົວໜ່ວຍທຸລະກິດໃນທົ່ວປະເທດຕໍ່ເນື່ອງດ້ວຍການເລີກຈ້າງແຮງງານ ແລະ ການຕົກຕໍ່າທາງດ້ານລາຍຮັບຂອງລັດຖະບານລາວ ຊຶ່ງຄາດວ່າຈະຕ້ອງໃຊ້ເວລາເກີນກວ່າ 2 ປີ ເພື່ອການຟື້ນຟູໃຫ້ກັບຄືນສູ່ສະພາວະປົກກະຕິ ໂດຍສະເພາະການຟື້ນຟູໃນພາກບໍລິການ ແລະ ທ່ອງທ່ຽວນັ້ນຈະຕ້ອງໃຊ້ເວລາຍາວນານທີ່ສຸດ. ສ່ວນທະນາຄານແຫ່ງ ຊາດລາວ ລາຍງານວ່າ ມີລູກໜີ້ທະນາຄານ 4,918 ລາຍ ຂໍເລື່ອນການຊໍາລະໜີ້ ແລະດອກເບ້ຍຄືນໃຫ້ທະນາຄານກວ່າ 13,000 ຕື້ກີບ ຫລື ເກີນກວ່າ 1,440 ລ້ານ ໂດລາ.

XS
SM
MD
LG