ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດານັກເສດຖະສາດ ວ່າ ແບບແຜນການລົງທຶນຂອງຈີນ ໃນອາຟຣິກາ ກຳລັງໄດ້ຮັບການສະໜັບສະໜຸນ ຈາກມວນຊົນ


Economists: China Investment Model in Africa Gaining Public Support
please wait

No media source currently available

0:00 0:02:28 0:00

ບັນດານັກເສດຖະສາດ ກ່າວວ່າ ແບບແຜນການລົງທຶນຂອງຈີນ ຢູ່ໃນອາຟຣິກາ ກຳລັງໄດ້ຮັບການສະໜັບສະໜຸນ ຈາກມະຫາຊົນຫຼາຍຂຶ້ນ ເຖິງແມ່ນວ່າ ມັນ​ໄດ້​ສ້າງພາລະໜີ້ສິ້ນ ໃຫ້​ແກ່ຫຼາຍໆປະເທດ ກໍຕາມ. ອີງຕາມບັນດານັກຊ່ຽວຊານດ້ານເສດຖະກິດແລະພວກຄົນໃນທ້ອງຖິ່ນແລ້ວ ການລົງທຶນຂອງສະຫະລັດ ໃນ​ມູ​ນ​ຄ່າຫຼາຍພັນຕື້ໂດລາ​ຢູ່ອາຟຣິກາ ແມ່ນ​ສາ​ມາດມອງເຫັນແລະສົ່ງຜົນ ຕໍ່ຊີວິດການເປັນຢູ່ປະຈຳວັນ ຂອງປະຊາຊົນ ໄດ້ໜ້ອຍກວ່າ. ວິກ-ທໍເຣຍ ອາມຸນກາ ລາຍງານຈາກນະຄອນໄນໂຣບີ ຊຶ່ງ ໄຊຈະເລີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທຸລະກິດດ້ານອີເລັກໂທຣນິກຂອງທ່ານນາງ ແຄັດເທີເຣນ ກີອູຣາ ແມ່ນນຶ່ງໃນຫຼາຍພັນທຸລະກິດ ຢູ່ໃນປະເທດເຄັນຢາ ທີ່ຈຳໜ່າຍສິນຄ້າຕ່າງໆ ທັງຈາກຈີນແລະບັນດາປະເທດຕາເວັນຕົກ. ທ່ານນາງກີອູຣາ ກ່າວວ່າ ພວກຜະລິດຕະພັນຂອງຈີນ ແມ່ນຂາຍໄດ້ໄວທີ່ສຸດ.

ທ່ານນາງ ແຄັດເທີເຣນ ກີອູຣາ ເວົ້າວ່າ “ມີຄຸນນະພາບ ອັນດັບທີ 1 ຄຸນນະ ພາບອັນດັບທີ 2 ຈົນຮອດອັນດັບທີ 5. ສະນັ້ນ ມັນຂຶ້ນຢູ່ກັບວ່າ ລູກຄ້າຖາມຫາສິ່ງໃດ ເພາະວ່າ ພວກເຮົາຂາຍສິ່ງຂອງທີ່ລູກຄ້າຕ້ອງການ. ຖ້າມັນແມ່ນດອກໄຟ ໃນລາຄາ 30 ຊີລລິງສ໌ ຂ້າພະເຈົ້າມີອັນນັ້ນ ຖ້າມັນແມ່ນດອກໄຟລາຄາ 50 ຊີລລິງສ໌ ຂ້າພະເຈົ້າກະມີ.”

ດ້ານເຄື່ອງອີເລັກໂທຣນິກ ເປັນພາກສ່ວນຂອງເປົ້າໝາຍໃນການລົງທຶນໂດຍພວກບໍລິສັດຂອງຈີນໃນອາຟຣິກາ. ປະຊາຊົນໃນທ້ອງຖິ່ນ ກ່າວວ່າ ການລົງທຶນເຊັນນີ້ ແມ່ນມີຜົນໂດຍກົງຕໍ່ຊີວິດການເປັນຢູ່ປະຈຳວັນຂອງພວກເຂົາເຈົ້າ.

ພົນລະເມືອງຂອງໄນໂຣບີ ທ່ານໂຈເສັບ ກາມາວ ກ່າວເປັນພາສາສະວາຮີລີ ວ່າ “ພວກເຮົາເຫັນຜະລິດຕະພັນທີ່ຫຼາກຫຼາຍ ໃນຮ້ານຄ້າຕ່າງໆ ແມ່ນມາຈາກຈີນ. ພວກເຮົາໄດ້ຍິນ ໂຄງການຕ່າງໆຂອງລັດຖະບານ ກໍຍັງດຳເນີນການໂດຍຄົນຈີນ. ສະນັ້ນ ເຖິງແມ່ນວ່າ ອາເມຣິກາ ກຳລັງລົງທຶນຢູ່ ພວກເຮົາບໍ່ເຫັນພວກເຂົາຢູ່ພາກພື້ນເລີຍ. ພວກເຮົາໄດ້ຍິນວ່າ ອາເມຣິກາ ໄດ້ເຮັດອັນນີ້ແລະອັນນັ້ນ ແຕ່ພວກເຮົາບໍ່ເຫັນພວກເຂົາເຈົ້າ ຢູ່ໃນພື້ນຖານເລີຍ.”

ບັນດານັກເສດຖະສາດ ກ່າວວ່າ ແບບແຜນຂອງການລົງທຶນໂດຍບັນດາຕ່າງ ປະເທດ ເປັນກະແຈສຳຄັນ ໃນການແຂ່ງຂັນເພື່ອໃຫ້ມີອິດທິພົນຢູ່ອາຟຣິກາ.

ທ່ານວາໂຮໂຣ ເອັນໂດໂຮ ນັກເສດຖະສາດ ກ່າວເປັນພາສາອັງກິດວ່າ “ຈີນໄດ້ຕິດຕາມເງິນຂອງຕົນໃນປະເທດຕ່າງໆ ທີ່ຕົນໄດ້ລົງທຶນໃສ່ ບໍ່ຄືກັບຜູ້ໃຫ້ກູ້ຢືມອື່ນໆ ທີ່ເຂົາໄດ້ຕິດຕາມເບິ່ງໂຄງການທັງຫຼາຍຂອງເຂົາ ຮ່ວມກັບບັນດາວິສະວະກອນ ບ່າງເທື່ອ ແມ່ນກະທັງເຖິງຂັ້ນທີ່ວ່າ ເຂົາມີພວກພະນັກງານຂອງເຂົາເອງ. ສິ່ງທີ່ໄດ້ຮັບ ແມ່ນໝາກຜົນທີ່ສາມາດແນມເຫັນໄດ້.”

ໃນລະຫວ່າງການເດີນທາງຢ້ຽມຢາມສາມປະເທດໃນອາຟຣິກາ ເມື່ອອາທິດແລ້ວ ນີ້ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວວ່າ ປະເທດຂອງທ່ານກຳລັງລົງທຶນຢູ່ໃນທະວີບນີ້ ໂດຍປາສະຈາກ ການສ້າງໜີ້ສິນ ໃນລະດັບທີ່ບໍ່ສາມາດຊຳລະຄືນໄດ້.

ທ່ານວາໂຮໂຣ ໄດ້ກ່າວຕໍ່ວີໂອເອ ວ່າ ຄວາມແຕກຕ່າງກັນນັ້ນ ເປັນສິ່ງທີ່ສຳຄັນ.

ທ່ານວາໂຮໂຣ ອະທິບາຍວ່າ “ຖ້າເຈົ້າເບິ່ງພາບໂດຍລວມຂອງຮຸ້ນໜີ້ສິນ ແລະດ້ວຍເຫດນີ້ ຂ້າພະເຈົ້າໝາຍເຖິງໜີ້ອື່ນ ທີ່ເກີນກວ່າການກູ້ຢືມເພື່ອການຄ້າ, ຈີນມີໜີ້ດ້ານການຄ້າເປັນຕົ້ນຕໍ, ສ່ວນປະເທດຕາເວັນຕົກ ຍັງນຳໜ້າໃນແງ່ຂອງເງິນໂດລາໂຕຈິງ ຢູ່ໃນພາກພື້ນ ແລະກໍຍ້ອນວ່າ ຖ້າຫາກທ່ານລວມເອົາສະຖາບັນຕ່າງໆທີ່ອົງການກອງທຶນສາກົນ ຫຼື (IMF) ເປັນເຈົ້າຂອງ, ຈຳນວນທັງໝົດໃນການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍຂອງສະຖາບັນທັງຫຼາຍ ທ່ານກໍເຫັນວ່າ ມັນຍັງຢູ່ໃນຟາກຂອງປະເທດຕາເວັນຕົກຢູ່.”

ໃນການພະຍາຍາມສ້າງສາຍສຳພັນທີ່ເຂັ້ມແຂງກັບອາຟຣິກາ ທຳນຽບຂາວ ໄດ້ປະກາດວ່າ ຕົນຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດບັນດາຜູ້ນຳຂອງອາ ຟຣິກາ ໃນປີ 2022.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG