ໄທກັບມຽນມາ ກຳລັງທຳງານຮ່ວມກັນ ກ່ຽວກັບແຜນການອັນ
ໃຫຍ່ໂຕ ເພື່ອສົ່ງເສີມການຄ້າ ແລະດຶງດູດເອົາທຸລະກິດ ໃຫ້ໄປ
ຕັ້ງຢູ່ເລາະຕາມເຂດຊາຍແດນທາງບົກອັນຍາວລະຫວ່າງກັນນັ້ນ.
ເງິນຄຳທີ່ຫລັ່ງໄຫລເຂົ້າໄປ ກໍາລັງຫລໍ່ຫລອມໃໝ່ ຂົງເຂດດັ່ງ
ກ່າວ ທີ່ໄດ້ປະສົບກັບບັນຫາຂັດແຍ້ງລະຫວ່າງຊົນເຜົ່າມາເປັນ
ເວລາດົນນານ. ຜູ້ສື່ຂ່າວວີໂອເອ Steve Sandford ມີລາຍ
ງານ ມາຈາກເມືອງແມ່ສອດ ທາງພາກເໜືອຂອງໄທ ຕິດກັບ
ຊາຍແດນມຽນມາ ຊຶ່ງດາຣາຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້
ຢູ່ໃນພາກເໜືອຂອງໄທ ບ່ອນທີ່ແມ່ນ້ຳເມີຍ ເປັນຊາຍແດນລະຫວ່າງໄທກັບມຽນມານັ້ນ
ບັນດານັກເສດຖະສາດ ປະເມີນວ່າ ການຄ້າຢູ່ດ່ານຂ້າມຊາຍແດນທີ່ສຳຄັນ ແມ່ສອດນັ້ນ
ໄດ້ມີມູນຄ່າ ຫລາຍກ່ວາ 1 ຕື້ດອນລ່າ ໃນປີກາຍນີ້.
ດ້ວຍການທີ່ເສດຖະກິດຂອງໄທໄດ້ຢຸດສະງັກລົງ ລຸນຫລັງການກໍ່ລັດຖະປະຫານເມື່ອປີ
ກາຍນີ້ ອຳນາດປົກຄອງທະຫານໄທຈຶ່ງຫັນມາເພ່ງເລັງໃສ່ ການຊຸກຍູ້ສົ່ງເສີມການຂະ
ຫຍາຍໂຕຂອງເສດຖະກິດ ດ້ວຍໂຄງການພັດທະນາສ້າງສາຕ່າງໆ ແລະການເຮັດຂໍ້ຕົກ
ລົງໄຂເຂດການຄ້າເສລີ ເພື່ອເພີ້ມທະວີການຄ້າຂ້າມຊາຍແດນ.
ຢູ່ທີ່ແມ່ສອດນີ້ ກຳລັງມີການກໍ່ສ້າງຂົວຂ້າມແມ່ນ້ຳເມີຍແຫ່ງທີສອງ ສຳຫລັບການສັນຈອນ
ຂອງລົດຂົນສົ່ງຂະໜາດໜັກ ຊຶ່ງພວກສະໜັບສະໜຸນຫວັງວ່າ ຈະສາມາດເພີ້ມທະວີການ
ຄ້າໃນເມືອງນີ້ຂຶ້ນເປັນສອງເທົ່າຕົວ ໂດຍໄວ.
ໃນຂະນະດຽວກັນ ກໍກຳລັງມີການດຳເນີນຄວາມພະຍາຍາມ ຢູ່ໃນດິນແດນທີ່ເປັນກາງ
ຂອງໄທ ເພື່ອຫາທາງແກ້ໄຂການຂັດແຍ້ງກັນທີ່ມີມາເປັນເວລາດົນນານ ລະຫວ່າງພວກ
ກອງທັບຂອງກຸ່ມກະບົດຕ່າງໆ ກັບ ກອງທັບມຽນມານັ້ນ.
ຜູ້ບັນຊາການກອງພົນທະຫານລາບທີ 4 ຂອງໄທ ນາຍພົນ ນົບພອນ ເຣີງຈັນ ເຫັນວ່າ
ການລົງທຶນ ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຈລະຈາ ເປັນກ້ອນຫິນສຳຫລັບ
ຢຽບ ເພື່ອກ້າວໄປສູ່ສັນຕິພາບ ອັນຖາວອນ.
ນາຍພົນ ນົບພອນ ເວົ້າວ່າ “ເສດຖະກິດທີ່ຮຸ່ງເຮືອງຂຶ້ນ ແມ່ນຈະສາມາດຊ່ວຍ
ແກ້ໄຂ ບັນຫາຕ່າງໆກັບພວກຊົນເຜົ່າທັງຫລາຍ. ນີ້ແມ່ນເຄື່ອງມືເພື່ອເລັ່ງລັດ
ການເຈລະຈາໃຫ້ດຳເນີນໄປໄວຂຶ້ນ. ພວກເຮົາເປີດເຂດເສດຖະກິດພິເສດຂຶ້ນ
ເພື່ອຊ່ວຍໃຫ້ການຄ້າຂ້າມຊາຍແດນງ່າຍຂຶ້ນ ສຳຫລັບທັງສອງປະເທດ ເປີດ
ເສດຖະກິດໂລກເພື່ອປະໂຫຍດ ຂອງທຸກໆຄົນ.”
ນອກນັ້ນແລ້ວ ຍັງມີການນຳໃຊ້ສິນນ້ຳໃຈຕ່າງໆ ເຊັ່ນການຜ່ອນຜັນດ້ານພາສີ ແລະອອກ
ໃບອະນຸຍາດເຮັດວຽກໃຫ້ໂດຍໄວ ເພື່ອດຶງດູດເອົາທຸລະກິດໄປຍັງເຂດຊາຍແດນ.
ແລະງານວາງສະແດງສິນຄ້າບັ້ນໜຶ່ງເມື່ອໄວໆມານີ້ ທີ່ຈັດຂຶ້ນເພື່ອສົ່ງເສີມຄວາມສາມາດ
ບົ່ມຊ້ອນຂອງບໍລິສັດສົ່ງອອກນັ້ນ ກໍໄດ້ດຶງດູດເອົາຜູ້ນຳທຸລະກິດຊົນເຜົ່າຫລາຍໆຄົນ ເຊັ່ນ
Soe Thein ເລຂາທິການ ສະພາການຄ້າລັດກະຫລ່ຽງ..
ທ່ານ Soe Thein ເວົ້າວ່າ “ພວກເຮົາໄດ້ຮັບສັນຕິພາບ ຢູ່ໃນເຂດຂອງພວກ
ເຮົາແລ້ວ ເມື່ອບໍ່ນານມານີ້. ຂົງເຂດຂອງພວກເຮົາແມ່ນຈະເລີ້ມພັດທະນາ
ແລ້ວບັດນີ້ ເພາະວ່າພວກເຮົາມີຊັບພະຍາກອນມະນຸດ ແລະຊັບພະຍາກອນ
ທຳມະຊາດ ຢ່າງພຽງພໍແລ້ວ. ເພາະສະນັ້ນ ພວກເຮົາຈຶ່ງຈຳເປັນທີ່ຈະຕ້ອງ
ດຳເນີນຄວາມພະຍາຍາມຫລາຍຍິ່ງຂຶ້ນອີກ ໄປສູ່ການພັດທະນາຂົງເຂດ.”
ເຖິງແມ່ນໄດ້ມີການລົງທຶນໃສ່ເສດຖະກິດໃນຂົງເຂດກໍຕາມ ແຕ່ກໍຍັງມີອົບພະຍົບກະຫລ່ຽງ
ຫລາຍກ່ວາ 1 ແສນ 2 ໝື່ນຄົນ ທີ່ທົນທຸກທໍລະມານຢູ່ໃນສູນອົບພະຍົບ 9 ແຫ່ງ ໃນເຂດ
ຊາຍແດນ ໂດຍທີ່ບໍ່ມີດິນດອນ ທີ່ຈະໃຫ້ເຂົາເຈົ້າກັບຄືນເມືອຫາ ຢູ່ໃນມຽນມານັ້ນເລີຍ.
ອົບພະຍົບບາງຄົນ ແມ່ນໄດ້ສູນເສຍດິນດອນບ້ານເຮືອນຂອງເຂົາເຈົ້າໄປດົນແລ້ວ ເຊັ່ນ
ຊາຍຄົນນີ້ ທີ່ໄດ້ຫລົບໜີມາຈາກລັດກະຫລ່ຽງ ເມື່ອ 30 ປີມາແລ້ວ ແລະບໍ່ຍອມບອກຊື່
ຂອງລາວ ເວົ້າວ່າ ລາວໄດ້ຍິນຂ່າວມາວ່າ ກຳລັງທະຫານບ້ານກະຫລ່ຽງ ທີ່ບັດນີ້ເຂົ້າ
ຮ່ວມເປັນພັນທະມິດກັບລັດຖະບານແລ້ວນັ້ນ ໄດ້ຂາຍດິນດອນຂອງລາວ ໃຫ້ນັກທຸລະ
ກິດ ມຽນມາໄປແລ້ວ.
ເວລານີ້ ລາວສາມາດກັບຄືນໄປເບິ່ງບ້ານເຮືອນເກົ່າຂອງລາວໄດ້ ຈາກແຜນທີ່ໃນ Google ເທົ່ານັ້ນ.
ລາວເວົ້າເປັນພາສາກະຫລ່ຽງວ່າ “ຖ້າພວກເຮົາກັບຄືນເມືອ ລາຄາທີ່ດິນກໍຈະ
ຕ້ອງແພງຂຶ້ນ ເພາະວ່າມັນຢູ່ໃກ້ກັບຊາຍແດນ ແລະເຂດພັດທະນານຳ.
ພວກເຮົາຄິດວ່າ ພວກເຮົາຄົງຈະບໍ່ສາມາດຊຶ້ມັນຄືນມາໄດ້ດອກ. ສະນັ້ນ
ພວກເຮົາກໍຕ້ອງໄດ້ຊອກຫາບ່ອນໃໝ່ ທີ່ພວກເຮົາສາມາດຢູ່ໄດ້.”
ພ້ອມກັບການລົງທຶນໃໝ່ເຫລົ່ານັ້ນ ທຸລະກິດກໍແມ່ນຈະເລີນຮຸ່ງເຮືອງ ສຳຫລັບບາງຄົນ
ຢູ່ໃນມຽນມາ ແຕ່ບໍ່ແມ່ນສຳຫລັບໝົດທຸກຄົນ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບ ອົບພະຍົບມຽນມາ ໃນເຂດຊາຍແດນໄທ: