ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສູນ CDC ກ່າວວ່າ ການຕິດ ເຊື້ອອີໂບລາ ຢູ່ໃນຖ້ຽວບິນ ແມ່ນຕ່ຳຫຼາຍ


ຂ່າວທີ່​ວ່າ ຄົນ​ປ່ວຍຍ້ອນ​ອີ​ໂບລາ​ຜູ້​ທີ 2 ​ໄດ້ເດີນທາງ​ໄປ​ນຳ
ຖ້ຽວບິນ ກ່ອນ​ໜ້າ ຖືກວິນິ​ດໄສວ່າ ຕິດ​ເຊື້ອໄວຣັສດັ່ງກ່າວ​ນັ້ນ
​ໄດ້​ເຮັດ​ໃຫ້ຫຼາຍໆ​ຄົນ ​ມີ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​
ການ​ເດີນທາງໆ​ອາກາດ.

ບັນດາ​ເຈົ້າໜ້າ​ທີ່​ ຈາກ​ສູນ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ
ສະຫະລັດ ຫຼື CDC ໄດ້ກ່າວມາ​ກ່ອນ​ແລ້ວ​ວ່າ ມີ “ອັດຕາ​ສ່ຽງ​ຕ່ຳຫຼາຍ” ທີ່​ວ່າບັນດາ​ຜູ້​
ໂດ​ຍສານ​ ຢູ່​ໃນ​ຖ້ຽວ​ບິນ​ດຽວ​ກັນກັບຄົນ​ປ່ວຍ ທີ່​ຈະ​ຕິດ​ແປດ​ພະຍາດ​ນັ້ນ ເນື່ອງ​ຈາກ​ວ່າ​
ອີ​ໂບລາແຜ່​ລາມ ​ໂດຍ​ການ​ສຳ​ພັດ ​ໂດຍ​ກົງ​ກັບ​ນ້ຳ​ແຫຼວ ຈາກ​ຮ່າງ​ກາຍ ຂອງ​ຄົນ​ປ່ວຍ
​ເຊັ່ນ ຮາກ ​ຫຼື ​ເລືອດ ​ແລະບໍ່​ແມ່ນ​ຜ່ານ​ອາກາດ ຄື​ກັບໄຂ້ຫວັດ.

​ເຖິງແມ່ນ​ວ່າ ມີຄວາມ​ສ່ຽງ​ຕ່ຳກໍ​ຕາມສູນ ສູນ CDC ​ກັບສາຍ​ການ​ບິນ ກໍກ່າວ​ວ່າ​ ເຂົາ​ເຈົ້າ
ກຳລັງ​ຕິດ​ຕໍ່​ຫາ​ຜູ້​ໂດຍສານ​ທັງ​ໝົດ 132 ຄົນ​ຜູ້​ທີ່ຢູ່​ຖ້ຽວ​ບິນ​ດຽວ​ກັນນັ້ນ.

ຄົນ​ປ່ວຍ​ຜູ້​ທີ 2 ນີ້ ​ແມ່ນ​ພະຍາບານຍິງ ຜູ້​ທີ່​ໄດ້​ຖືກ​ວິນິ​ດໄສ​ວ່າ ມີເຊື້ອ ອີ​ໂບລາ ເມື່ອຕົ້ນ
ອາທິດ​ນີ້. ນາງ​ໄດ້​ເຮັດ​ວຽກ​ກັບ​ທິມການ​ແພດ ​ໃນ​ນະຄອນ​ດາ​ລັສ ທີ່​ຮັກສາ​ປິ່ນປົວ​ຊາວ​
ໄລ​ບີ​ເຣຍ ທ້າວ Thomas Eric Duncan ​ທີ່​ໄດ້​ເສຍ​ຊີວິດ​ໄປຍ້ອນ​ອີ​ໂບລາ ​ໃນ​ວັນ​ທີ 8
ຕຸລາ.

ຜູ້ອຳນວຍການ CDC ດອກ​ເຕີ້ Tom Frieden ​ໄດ້ກ່າວວ່າ “ບໍ່​ໄດ້​ມີຄວາມ​ສ່ຽງໃດໆ
ເລີຍໃນ​ການ​ຕິດ​ແປດ​ຢູ່​ໃນຖ້ຽວບິນ”
ທີ່ທ້າວ Duncan ​ໄດ້​ຂີ່ຈາກ​ໄລ​ບີ​ເຣຍ ມາ​ຍັງ​
ສະຫະລັດ ຫຼາຍມື້​ກ່ອນ​ທີ່​ລາວ​ຖືກ​ສົ່ງ​ເຂົ້າຮັກສາ​ທີ່​ໂຮງໝໍ.

CDC ​ໄດ້​ໃຫ້ການ​ແນະນຳ​ສາຍ​ການ​ບິນ​ຕ່າງໆວ່າ ​ຢ່າ​ປ່ອຍ​ໃຫ້ພວກຜູ້​ໂດຍສານ ທີ່​ອາດ​
ມີ​ອາການຂອງອີ​ໂບລານັ້ນ ຂຶ້ນ​ເຮືອບິນ ​ແລະ ໃຫ້​ປະຕິບັດ​ຕາມ​ລະບຽບ​ການ​ຄວບ​ຄຸມ​
ຕ່າງໆ ຖ້າເຂົ້າ​ເຈົ້າ​ໄດ້​ສຳ​ພັດ​ກັບ​ຜູ້​ໃດ​ຜູ້​ນຶ່ງ​ ທີ່​ສົງ​ໄສ​ວ່າ​ໄດ້​ຕິດພະຍາດນີ້ ​ເຊັ່ນ​ວ່າໃຫ້ແຍກ​
ຜູ້​ໂດຍສານ​ອອກ ​ແລະ​ແຍກ​ຫ້ອງ​ນ້ຳໃຫ້​ພວກ​ເຂົາ​ເຈົ້າໃຊ້ໂດຍ​ສະ​ເພາະ.

US EBOLA CNPK
please wait
Embed

No media source currently available

0:00 0:02:42 0:00


News that a second Ebola patient took a flight just days before being diagnosed has left many to question the safety of air travel.

Officials from the U.S. Centers for Disease Control and Prevention (CDC) have said there is "very low risk" to any of the passengers who were on the flight, as Ebola spreads by direct contact with infected body fluids, like vomit or blood, and not through the air, like flu.

Despite the low risk, the agency and the airline say they are reaching out to all 132 passengers who were aboard.

That second patient is a nurse, who was diagnosed with Ebola earlier this week. She worked on the medical team in Dallas that treated Liberian Thomas Eric Duncan, who died on October 8.

CDC Director Tom Frieden said there was "zero risk of transmission on the flight," that Duncan took from Liberia to the United States days before being hospitalized.

The CDC has advised airlines to deny boarding people with possible symptoms of Ebola and to follow infection control procedures if they come into contact with someone suspected of being infected, such as separating the traveler and giving them an assigned lavatory.

XS
SM
MD
LG