ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການລະບາດ ຂອງອີໂບລາ ເທື່ອນີ້ ແມ່ນແຕກຕ່າງ ໄປຈາກ ເທື່ອກ່ອນໆ (ສະໄລດ໌/ວີດີໂອ)


ການລະບາດຂອງອີໂບລາ ຢູ່ໄລບີເຣຍ
ການລະບາດຂອງອີໂບລາ ຢູ່ໄລບີເຣຍ

ປະທານ ອົງການແພດບໍ່ມີພົມແດນ ຫລື Medecins Sans
Frontieres ກ່າວວ່າ ການລະບາດຂອງອີໂບລາແມ່ນມີລະ ດັບຄວາມຮ້າຍແຮງທີ່ແຕກຕ່າງກັນຢູ່ ໃນ 3 ປະເທດ.

Dr. Joanne Liu ກ່າວໃນມື້ວັນສຸກວານນີ້ວ່າ ສະຖານະການ
ແມ່ນມີຄວາມທຸ່ນທ່ຽງ ໃນລະດັບໃດ ລະດັບນຶ່ງແລ້ວ ຢູ່ໃນປະ
ເທດກີເນຍຂະນະທີ່ກຳລັງຜັນຂະຫຍາຍໄປສູ່ການຄວບຄຸມບໍ່
ໄດ້ ຢູ່ໃນຊີເອຣາເລອອນ ແລະໄລບີເລຍ.

Dr. Liu ເວົ້າວ່າ ບໍ່ຄືກັນກັບການລະບາດຄັ້ງຜ່ານໆມາ ທີ່ໃຊ້
ເວລາປະມານ 8 ອາທິດ ການຮັບມືໃນເທື່ອນີ້ແມ່ນຕ້ອງການ
ເວລາຫຼາຍໆເດືອນ ເພື່ອຊ່ອຍຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສດັ່ງກ່າວ. ທ່ານ ນາງກ່າວຕື່ມວ່າ ຄວາມແຕກຕ່າງອີກຢ່າງນຶ່ງ ກໍຄື ການລະບາດໃນເທື່ອນີ້ແມ່ນ ໄດ້ມີໄປ ເຖິງເຂດເທດສະບານຕ່າງໆ ແທນທີ່ຈະຈຳກັດຢູ່ແຕ່ພາຍໃນສອງສາມໝູ່ບ້ານ.

ປະທານ ອົງການແພດບໍ່ມີພົມແດນ ເວົ້າວ່າ ອີໂບລາໄດ້ທຳລາຍລະບົບຮັກສາສຸຂະພາບ ຢູ່ໃນຂົງເຂດຕ່າງໆທັງໝົດ ຂອງໄລບີເຣຍ ແລະຊີເອຣາເລອອນ ໂດຍບັງຄັບໃຫ້ສະຖານ ທີ່ການແພດຫລາຍໆແຫ່ງ ຕ້ອງໄດ້ອັດກິດຈະການລົງ.

ອົງການອະນາໄມໂລກ ກ່າວວ່າ ຈຳນວນຜູ້ທີ່ເສຍຊີວິດ ຍ້ອນອີໂບລາ ຢູ່ໃນເຂດພາກຕາ ເວັນຕົກຂອງອາຟຣິກາ ໄດ້ເພີ້ມຂຶ້ນເປັນ 1,145 ຄົນແລ້ວ.

ພະແນກການດັ່ງກ່າວ ຂອງສະຫະປະຊາຊາດ ກ່າວໃນມື້ວັນພຸດ ອາທິດນີ້ວ່າ ຕົນໄດ້ຮັບ ລາຍງານກ່ຽວກັບກໍລະນີໃໝ່ທີ່ມີການສົງໄສ ແລະໃຫ້ການຢືນຢັນກ່ຽວກັບເຊື້ອໄວຣັສດັ່ງ ກ່າວທັງໝົດ 152 ກໍລະນີ.

ໃນຖະແຫຼງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນມື້ວັນສຸກວານນີ້ອົງການອະນາໄມໂລກ ຍັງເວົ້າວ່າ ມີລາຍງານກ່ຽວກັບການເສຍຊີວິດຕື່ມອີກ 76 ກໍລະນີໃນໄລຍະດຽວກັນນີ້ຊຶ່ງ
ສ່ວນໃຫຍ່ແລ້ວແມ່ນມີຂຶ້ນຢູ່ໄລບີເຣຍ.

EBOLA CNPK
please wait
Embed

No media source currently available

0:00 0:01:51 0:00

ອົງການອະນາໄມໂລກກ່າວວ່າ ຈຳນວນທັງໝົດກ່ຽວກັບການຕິດເຊື້ອອີໂບລາໄດ້ເພີ້ມຂຶ້ນ ເປັນຫລາຍກວ່າ 2,100 ກໍລະນີ.

ຫົວໜ້າສະຫະພັນສະພາກາແດງນາໆຊາດ ທ່ານ Alhadj As Sy ກ່າວໃນມື້ວັນສຸກວານ
ນີ້ວ່າ ການລະບາດຂອງເຊື້ອອີໂບລາ ໄດ້ຂະຫຍາຍຄວາມສາມາດໃນການຮັບມືຂອງບັນ ດາອົງການບັນເທົາທຸກຕ່າງໆ ທີ່ເປັນພາຄີຂອງກາແດງ ອອກສູ່ລະດັບສຸດຂີດ.

ຄວາມຢ້ານກົວ ໃນຄວາມສ່ຽງທີ່ຈະຕິດພະຍາດດັ່ງກ່າວ ໄດ້ກໍ່ໃຫ້ເກີດຄື້ນຟອງຂອງການ ເຕືອນ ກ່ຽວກັບການເດີນທາງ ແລະການຈຳກັດຮັດແຄບຕ່າງໆ ຊຶ່ງໄດ້ພາໃຫ້ ມີການຍົກ ເລີກການຈັດພິທີແລະຖຽວບິນທີ່ມີການສົງໄສຈາກຂົງເຂດໂດຍບາງສາຍການບິນ.

ເວລານີ້ ຍັງບໍ່ສາມາດປິ່ນປົວ ຫຼືບໍ່ມີຢາວັກຊີນໃດໆຕໍ່ຕ້ານເຊື້ອອີໂບລາເທື່ອ ເຖິງແມ່ນວ່າ
ໃນອາທິດນີ້ ຄະນະກຳມະການຂອງອົງການອະນາໄມໂລກ ໄດ້ໃຫ້ການສະໜັບສະໜຸນຕໍ່ ແຜນການທີ່ຈະນຳໃຊ້ຢາ ທີ່ບໍ່ທັນມີການພິສູດ ໃຫ້ແກ່ພວກຄົນເຈັບ ເພື່ອຕໍ່ສູ້ ກັບເຊື້ອໄວ ຣັສດັ່ງກ່າວກໍຕາມ.

Ebola Hurts Economies in West Africa
please wait

No media source currently available

0:00 0:02:47 0:00

XS
SM
MD
LG