ໃນປີ 2014 ເຊື້ອໄວຣັສອີໂບລາໄດ້ເລີ້ມລະບາດຢູ່ໃນເຂດ
ອາຟຣິກາຕາເວັນຕົກ. ການລະບາດຂອງພະຍາດດັ່ງກ່າວນີ້
ແມ່ນ ຍັງສືບຕໍ່ເປັນວິກິດການດ້ານມະນຸດສະທຳ ທີ່ມີສັດສ່ວນ
ອັນໃຫຍ່ຫຼວງທີ່ສຸດ. ຫຼາຍກວ່າ 18,000 ຄົນໄດ້ຕິດເຊື້ອໄວຣັສນີ້
ແລະ ມາຮອດປັດຈຸບັນ ມັນໄດ້ເອົາຊີວິດ ປະມານ 7,000 ຄົນ
ໄປແລ້ວ. ຜູ້ສື່ຂ່າວວີໂອເອ Carol Pearson ມີລາຍງານກ່ຽວ
ກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ.
ມັນເລີ້ມຕົ້ນຂຶ້ນແບບງຽບໆ ຢູ່ໃນເຂດທີ່ຫ່າງໄກສອກຫລີກແຫ່ງໜຶ່ງ ໃນປະເທດກີນີ ເມື່ອທ້າຍປີ 2013. ເຊື້ອໄວຣັສອີໂບລາ ຫລັງຈາກນັ້ນກໍໄດ້ລະບາດຢ່າງບໍ່ຢຸດຢັ້ງໄປທົ່ວປະເທດ
ກີນີ ໄລບີເຣຍ ແລະ ຊີແອຣາ ເລອອນ. ນອກນັ້ນ ມັນຍັງແຜ່ລາມເຂົ້າໄປໃນປະເທດໄນຈີເຣຍ ແລະ ມາລີ ຊຶ່ງໄດ້ເອົາຊີວິດຂອງບັນດາທ່ານໝໍ ແພດຜູ້ຮັກສາຄົນປ່ວຍ ແລະ ຫຼາຍກວ່ານຶ່ງສ່ວນສາມ ຂອງບັນດາຜູ້ຕິດເຊື້ອພະຍາດນີ້. ໃນລະຍະທີ່ມີການລະບາດຂອງອີໂບລາເກີດຂຶ້ນ ຢ່າງກວ້າງຂວາງນັ້ນ ມັນໄດ້ປະປ່ອຍໄວ້ ແຕ່ຄວາມເປັນກຳພ້າ ກຳພອຍ ໃຫ້ແກ່ພວກເດັກນ້ອຍ ຫຼາຍພັນຄົນ.
ບໍ່ເຄີຍມີການລະບາດທີ່ຮ້າຍແຮງ ຄືກັນກັບການລະບາດຂອງພະຍາດອີໂບລາໃນເທື່ອນີ້.
ດຣ. Tom Kenyon ຫົວໜ້າພະແນກສູນສຸຂະພາບໂລກ ຂອງສູນກາງຄວບຄຸມ ແລະ
ປ້ອງກັນພະຍາດຂອງສະຫະລັດ ຫຼື CDC ກ່າວວ່າ ການລະບາດ ໃນເຂດອື່ນໆ ຂອງ
ອາຟຣິການັ້ນ ແມ່ນສາມາດຄວບຄຸມໄດ້ ຢ່າງງ່າຍດາຍກວ່ານີ້.
ດຣ. Kenyon ເວົ້າວ່າ “ປະຊາຊົນຢູ່ທ້ອງຖິ່ນ ຮູ້ວ່າ ມັນແມ່ນ
ພະຍາດອີໂບລາ ແລະ ໄດ້ເອົາມາດຕະການຕ່າງໆ ເພື່ອ
ຢຸດຢັ້ງມັນ. ພວກເຂົາເຈົ້າ ຢຸດສຳຜັດກັບຕົນໂຕຂອງຄົນ
ປ່ວຍ. ພວກເຂົາເຈົ້າ ຢຸດສຳຜັດກັບສົບຂອງພວກທີ່ຕາຍ
ແລະໄດ້ຝັງພວກເຂົ້າເຈົ້າ ຢ່າງປອດໄພ. ພວກເຂົາເຈົ້າ
ລ້າງມືຂອງເຂົາເຈົ້າ ດ້ວຍນ້ຳປະສົມຢາຂ້າເຊື້ອພະຍາດ
ແລະ ຫລີກເວັ້ນການສຳຜັດກັນ. ອັນນັ້ນ ຈະຢຸດການ
ລະບາດໄດ້.”
ແຕ່ຢູ່ທີ່ເຂດອາຟຣິກາຕາເວັນຕົກ ແມ່ນກະທັງ ບັນດາທ່ານໝໍ
ເອງກໍຍັງຕິດພະຍາດ ໂດຍລືມປ້ອງກັນໂຕເອງ.
ຜູ້ຊາຍຄົນໜຶ່ງ ໃຊ້ໂທລະໂຄ່ງ ປະກາດໃນພາສາທ້ອງຖິ່ນ.
ດຣ. Leisha Nolan ແມ່ນນັກສືບສວນກ່ຽວກັບພະຍາດ ຢູ່ທີ່ CDC. ດຣ. Nolan ກ່າວ
ວ່າ ສົງຄາມໄດ້ເຮັດໃຫ້ຄົນທັງຫຼາຍ ຢ້ານກົວພວກ ຄົນພາຍນອກ ແລະ ບໍ່ຍິນຍອມທີ່ຈະ
ເຮັດວຽກກັບພວກເຂົາເຈົ້າ ຫຼື ປ່ຽນແປງພຶດຕິກຳຕ່າງໆຂອງຕົນ ທີ່ຈະເຮັດໃຫ້ພະຍາດ
ດັ່ງກ່າວ ແຜ່ລະບາດອອກໄປ.
ດຣ. Nolan ເວົ້າວ່າ “ມັນມີຄວາມເຊື່ອກັນ ຢ່າງກວ້າງຂວາງວ່າ ມັນເປັນຄຳສາບ
ທີ່ແມ່ມົດໄດ້ນຳອອກມາ ແລະ ກໍ່ໃຫ້ເກີດສິ່ງຕ່າງໆ ຕໍ່ພວກຄົນເຫຼົ່ານັ້ນ.”
ບໍ່ຄືກັບບໍລິເວນຫ່າງໄກສອກຫລີກຂອງອາຟຣິກາກາງ ພວກຄົນຢູ່ໃນເຂດອາຟຣິກາ
ຕາເວັນຕົກ ເດີນທາງຂ້າມຊາຍແດນໄປມາຢ່າງອິດສະລະ ແລະ ຈາກເຂດຊົນນະບົດ
ໄປສູ່ເມືອງຕ່າງໆ ທີ່ມີປະຊາຊົນອາໄສຢູ່ ຢ່າງໜາແໜ້ນ. ດຣ. Nolan ກ່າວວ່າ ອັນນັ້ນ
ມັນເຮັດໃຫ້ຍາກ ທີ່ຈະຄວບຄຸມເຊື້ອໄວຣັສໄວ້ໄດ້.
ດຣ. Nolan ເວົ້າວ່າ “ການເຄື່ອນຍ້າຍ ແມ່ນເປັນບັນຫາ
ໃຫຍ່ຕົວຈິງໃນການລະບາດຄັ້ງນີ້ ທີ່ພວກຄົນເຫຼົ່ານັ້ນ ຍັງ
ສືບຕໍ່ເຄື່ອນຍ້າຍ ແລະສືບຕໍ່ແຜ່ກະຈາຍເຊື້ອພະຍາດໃສ່
ພົນລະເມືອງຈຸໃໝ່ ໃຫ້ຕິດແປດນັ້ນ.”
ໃນທ້າຍເດືອນມີນາຜ່ານມາ ອົງການແພດບໍ່ມີພົມແດນ ໄດ້ເຕືອນ
ເຖິງການລະບາດ ຂອງພະຍາດອີໂບລາ ແມ່ນບໍ່ສາມາດຄວບຄຸມ
ໄດ້. ໃນເດືອນສິງຫາ ອົງການອະນາໄມໂລກ ຫຼື WHO ເອີ້ນການ
ລະບາດນັ້ນ ວ່າເປັນພາວະສຸກເສີນ ໃນດ້ານສາທາລະນະສຸກ
ຂອງນາໆຊາດ. ການຊ່ວຍເຫຼືອ ໃນທີ່ສຸດ ກໍເລີ້ມໄປເຖິງ. ກອງທັບ
ສະຫະລັດ ໄດ້ສົ່ງກຳລັງທະຫານເກືອບ 3,000 ຄົນ ໄປກໍ່ສ້າງສູນ
ປິ່ນປົວຕ່າງໆ ໃນໄລບີເຣຍ. ບັນດາປະເທດອື່ນໆ ແລະອົງການ
ຕ່າງໆ ແມ່ນກະທັງສ່ວນບຸກຄົນ ກໍໄດ້ສົ່ງການຊ່ວຍເຫຼືອໄປໃຫ້.
ຕົກມາເຖິງກາງເດືອນທັນວາ ຫົວໜ້າອົງການ WHO ດຣ. Margaret Chan ກ່າວວ່າ ມີ
ຮ່ອງຮອຍຂອງຄວາມຫວັງ ຢູ່ໃນບາງ ເຂດ ແຕ່ພ້ອມກັນນັ້ນ ກໍມີການລະບາດໃໝ່ເກີດຂຶ້ນ ຢູ່ໃນເຂດອື່ນໆ ໂດຍສະເພາະແລ້ວ ຢູ່ປະເທດຊີແອຣາ ເລອອນ.
ດຣ. Chan ເວົ້າວ່າ “ພວກເຮົາ ຕ້ອງໄດ້ສືບຕໍ່ ເຝົ້າລະວັງຢູ່ສະເໝີ. ຄວາມເພິ່ງພໍ
ໃຈນັ້ນ ເປັນສັດຕູຂອງພວກເຮົາ ແລະເພື່ອຈະເຮັດ ໃຫ້ມັນໄປສູ່ຈຸດສູນນັ້ນ ພວກ
ເຮົາຕ້ອງໄດ້ປະສົບຄວາມສຳເລັດ ໃນການຫຼຸດຜ່ອນມັນລົງ ແຕ່ພວກເຮົາຕ້ອງ
ສືບຕໍ່ ທຳງານຫຼາຍຂຶ້ນຕື່ມ ເພື່ອໃຫ້ໄປເຖິງຈຸດສູນນັ້ນ.”
ເຖິງແມ່ນມີການປິ່ນປົວພະຍາດອີໂບລາ ທີ່ມີທ່າແຮງເປັນໄປໄດ້ຢ່າງວ່ອງໄວ ແລະການ
ສັກຢາວັກຊີນປ້ອງກັນ ກໍຈິງແຕ່ການປິ່ນປົວແຕ່ຫົວທີ ແລະການຮັກສາຂັ້ນພື້ນຖານຕ່າງໆ ເຫຼົ່ານັ້ນ ຍັງຄົງເປັນຄວາມຫວັງ ທີ່ດີທີ່ສຸດ ສຳຫລັບການລອດຊີວິດໄດ້.
ເບິ່ງວີດີໂອ ລາຍງານກ່ຽວກັບ ພະຍາດອີໂບລາ ພາກພາສາລາວ
In 2014, the Ebola virus erupted in West Africa. The epicdemic was, and still remains, a humanitarian crisis of epic proportion. More then 18,000 people contracted the virus, and so far, it has killed about 7,000 people. VOA Carol Pearson has this report.
It began quietly in rural Guinea in the last days of 2013. The Ebola virus then raged through Guinea, Liberia and Sierra Leone. It made a forays into Nigeria and Mali, killing doctors and caregivers and more than a third of those it infected. In its wake, Ebola left behind thousands of orphans.
There has never been an Ebola epidemic like this one.
Dr. Tom Kenyon heads the Center for Global Health at the Centers for Disease Control and Prevention, the CDC. He says outbreaks in other parts of Africa have been much more easily contained.
Dr. Kenyon says, "the local public knows it is Ebola and takes measures to stop it. They stop touching sick people. They stop touching dead bodies and bury them safely. They wash their hands with bleach solutions and don't touch one another. That will stop the outbreak."
But in West Africa , even doctors were caught off guard.
(Man with megaphone in local language)
Dr. Leisha Nolan is a disease detective at the CDC. She says wars left people fearful of outsiders and unwilling to work with them or to change practices that spread the disease.
Dr. Nolan says, "there's lots of belief that it's a curse, that a witch came and caused these things to happen to people."
Unlike the remote areas of Central Africa, people in West Africa travel freely across borders and from rural areas to populated cities. Dr. Nolan says that makes it hard to contain the virus.
Dr. Nolan says, "movement is actually a big problem in this outbreak in that people continue to move and continue to expose new populations to the infection."
In late March, Doctors Without Borders warned the Ebola epidemic was out of control. In August, the World Health Organization called it an international public health emergency. Aid finally started arriving. The U.S. military sent nearly 3,000 troops to build treatment centers in Liberia. Other countries and organizations--even individuals--also sent aid.
By mid-December, WHO chief Dr. Margaret Chan said there were signs of hope in some areas, as well as new outbreaks in others, especially Sierra Leone.
Dr. Chan says, "we mus maintain our vigilance. Complacency would be our enemy, and, in order to get it to zero, we have been successful in bending the curve a bit, but we need to continue, to do more, to get to zero."
Despite fast-tracking potential Ebola treatments and vaccines, early treatment and basic care remain the best hope for survival.