ວິກິດການນໍ້າຖ້ວມຢູ່ໃນອອສເຕຣເລຍແມ່ນຍັງຄົງດໍາເນີນຢູ່ຕໍ່ໄປໂດຍມີປະຊາກອນ 85 ພັນກວ່າຄົນ ທີ່ໄດ້ຢູ່ພາຍໃຕ້ຄໍາສັ່ງ ໃຫ້ຍົກຍ້າຍ ຫຼືໄດ້ຮັບຄໍາເຕືອນອື່ນໆ. ຊຸມຊົນຕ່າງໆທົ່ວທັງລັດນິວເຊົາເວລ ຍັງຄົງຕື່ນໂຕສູງ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ເຮືອນຂອງປະຊາຊົນຢູ່ໃກ້ກັບນະຄອນຊິດນີຫຼາຍພັນຫຼັງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງກວ້າງຂວາງ, ໃນປີນີ້ ບາງຄົນແມ່ນໄດ້ຮັບຜົນກະທົບເປັນເທື່ອທີສາມແລ້ວ, ສົ່ງຜົນໃຫ້ປະຊາຊົນຕ້ອງປະເຊີນກັບຄວາມບໍ່ແນ່ນອນ ໃນອະນາ ຄົດ.
ລະບົບຂອງພາຍຸທີ່ຮຸນແຮງ ທີ່ໄດ້ກະທົບໃສ່ພາກສ່ວນຕ່າງໆຂອງເມືອງໃຫຍ່ທີ່ສຸດຂອງອອສເຕຣເລຍແມ່ນເຄື່ອນໂຕອອກໄປແລ້ວ, ແຕ່ແມ່ນໍ້າຕ່າງໆ ຍັງຄົງຢູ່ໃນລະດັບທີ່ຢູ່ເໜືອຂີດອັນຕະລາຍ ອັນໄດ້ເຮັດໃຫ້ຕ້ອງມີການຍົກຍ້າຍຫຼາຍຂຶ້ນ.
ໃນບາງພື້ນທີ່ ມີລະດັບນໍ້າຝົນທີ່ສູງເຖິງ 700 ມີລີແມັດ ນັບແຕ່ມື້ວັນອາທິດເປັນ ຕົ້ນມາ. ຢູ່ບໍລິເວນເຂດຮ່ອມພູ ຮັນເຕີ (Hunter Valley) ທີ່ຢູ່ທາງທິດເໜືອຂອງນະຄອນຊິດນີ, ແມ່ນໍ້າຕ່າງໆຢູ່ໃນລະດັບທີ່ສູງທີ່ສຸດ ນັບແຕ່ພວກເຂົາເຈົ້າເຄີຍໄດ້ບັນທຶກມາແຕ່ປີ 1952.
ລັດຖະມົນຕີຄຸ້ມຄອງເຫດການສຸກເສີນຂອງລັດນິວເຊົາເວລ ທ່ານສເຕັບ ຄຸກ (Steph Cooke) ກ່າວຢູ່ການຖະແຫຼງຂ່າວໃນມື້ວັນພຸດແລ້ວນີ້ວ່າ ສະຖານະການຍັງຄົງຢູ່ໃນຂັ້ນອັນຕະລາຍ, ເຊິ່ງທ່ານໄດ້ກ່າວວ່າ:
“ປັດຈຸບັນ ພວກເຮົາໄດ້ກ້າວເຂົ້າສູ່ມື້ທີ 5 ຂອງເຫດການສຸກເສີນຄັ້ງຫຼ້າສຸດນີ້ ແລະເຫດການສຸກເສີນດັ່ງກ່າວແມ່ນຍັງໄກຫຼາຍສໍາລັບຊຸມຊົນຕ່າງໆທົ່ວນະຄອນຊິດນີ ແລະເນື່ອງຈາກສະຖານະການຂອງສະພາບອາກາດ ຍັງຄົງເຄື່ອນທີ່ຜ່ານເຂົ້າໄປທາງທິດເໜືອຂອງຂົງເຂດຮ່ອມພູ ຮັນເຕີ, ຊາຍຝັ່ງທາງພາກກາງ ແລະທາງທິດກາງຂອງຊາຍຝັ່ງບໍລິເວນພາກເໜືອ, ດັ່ງນັ້ນ ຫຼາຍຄົນຈຶ່ງບໍ່ສາມາດນອນຫຼັບແບບເຕັມອິ່ມໄດ້ໃນຕອງກາງຄືນ.”
ກຸ່ມປົກປ້ອງສະພາບແວດລ້ອມກ່າວວ່າ ພາວະໂລກຮ້ອນ ໄດ້ເຮັດໃຫ້ສະຖານະການນໍ້າຖ້ວມຢູ່ໃນອອສເຕຣເລຍ ຮ້າຍແຮງຂຶ້ນນັບມື້.
ແຕ່ ສາດສະດາຈານ ແອນດີ ພິດຕ໌ແມນ (Andy Pittman), ຜູ້ອໍານວຍການສູນກາງຮັບມືກັບອາກາດຮຸນແຮງຂອງສະພາຄົ້ນຄວ້າແຫ່ງອອສເຕຣເລຍ ກ່າວຕໍ່ບໍລິສັດອອກອາກາດຂອງອອສເຕຣເລຍວ່າ ອຸນຫະພູມທີ່ຮ້ອນຂຶ້ນຍັງບໍ່ສາມາດ ເຊື່ອມຕໍ່ໄພພິບັດໃດນຶ່ງໄດ້, ເຊິ່ງ ທ່ານພິດຕ໌ແມນ ກ່າວວ່າ:
“ຄວາມສ່ຽງຂອງເຫດການຮຸນແຮງທັງຫຼາຍ ແມ່ນເພີ້ມຂຶ້ນເລື້ອຍໆ ເນື່ອງຈາກການປ່ຽນແປງທາງສະພາບອາກາດ, ເຫດການສະເພາະທີ່ພວກເຮົາໄດ້ເຫັນນັ້ນ ເກີດຈາກການປ່ຽນແປງທາງສະພາບອາກາດຫຼືບໍ່ ແມ່ນຍາກທີ່ຈະສຶກສາ ຄົ້ນ ຄວ້າໄດ້.”
ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານິສ ກໍາລັງລົງກວດກາເບິ່ງສະພາບນໍ້າຖ້ວມ ໂດຍກະທົບໃສ່ບາງຂົງເຂດຂອງນະຄອນຊິດນີ, ໃນຂະນະທີ່ລັດຖະບານກາງ ຮຽກຮ້ອງໃຫ້ກອງກໍາລັງທະຫານຫຼາຍຮ້ອຍຄົນເຂົ້າມາຊ່ວຍໃນການທໍາຄວາມສະອາດຄັ້ງໃຫຍ່ນີ້.
ເຈົ້າໜ້າທີ່ເຕືອນວ່າ ວິກິດການນໍ້າຖ້ວມນີ້ ສາມາດຂະຫຍາຍໄປຈົນເຖິງຕົ້ນອາທິດໜ້າ.
ເຮືອບັນທຸກສິນຄ້າທີ່ຈັກຕາຍ ແລະລ່ອງລອຍໄປມາຢູ່ກາງທະເລ ໄດ້ເຂົ້າໄປຈອດຢູ່ບໍລິເວນກ້ອນຫິນແລະຖິ້ມສະໝໍຈອດເຮືອຢູ່ນອກຊາຍຝັ່ງໃກ້ກັບນະຄອນຊິດນີ. ສາຍເຄໂບຂະໜາດໃຫຍ່ຂອງເຮືອລາກດຶງນຶ່ງໃນສາມລໍາໄດ້ຂາດອອກຢ່າງແຮງແລ້ວຟົ້ງໄປໃນທະເລທີ່ມີຄື້ນສູງເຖິງ 11 ແມັດ.
ເຈົ້າໜ້າທີ່ຄວາມປອດໄພທາງທະເລຂອງອອສເຕຣເລຍ ຕ້ອງການຢາກຍ້າຍເຮືອ MV Portland Bay ອອກໄປສູ່ນ່ານນໍ້າທີ່ປອດໄພ, ແຕ່ ເນື່ອງຈາກສະຖານະການຫຍຸ້ງຍາກ ອາດຈະເຮັດໃຫ້ພາລະກິດໃນການປະຕິບັດງານດັ່ງ ກ່າວນັ້ນ ຫຼ້າຊ້າອອກໄປ.