ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕີ​ມໍ​ຕາ​ເວັນ​ອອກ ຫວັງ​​ຈະໄດ້ເຂົ້າ​ເປັນ​ສະ​ມາ​ຊິ​ກ​​ຂອງອາ​ຊຽນ ພາຍ​ໃຕ້​ການ​ເປັນ​ປະ​ທານ ​ຂອງ ອິນ​ໂດ​ເນ​ເຊຍ ໃນປີ​ໜ້າ​


ປະທານາທິບໍດີ ຕີມໍຕາເວັນອອກ ທ່ານໂຮເຊ ຣາໂມສ ຮໍຕາ (Jose Ramos Horta) ຊ້າຍ ສົນ​ທະ​ນາ​ກັບ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກ ວິ​ໂດ​ໂດ (Joko Widodo) ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິບ​ໍ​ດີ ​ທີ່ໂບ​ກໍ​ ປະ​ເທດ​ອິນ​ໂດ​ເນ​ເຊຍ ວັນ​ທີ 19 ກໍ​ລະ​ກົດ 2022
ປະທານາທິບໍດີ ຕີມໍຕາເວັນອອກ ທ່ານໂຮເຊ ຣາໂມສ ຮໍຕາ (Jose Ramos Horta) ຊ້າຍ ສົນ​ທະ​ນາ​ກັບ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກ ວິ​ໂດ​ໂດ (Joko Widodo) ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິບ​ໍ​ດີ ​ທີ່ໂບ​ກໍ​ ປະ​ເທດ​ອິນ​ໂດ​ເນ​ເຊຍ ວັນ​ທີ 19 ກໍ​ລະ​ກົດ 2022

ປະທານາທິບໍດີ ຕີມໍຕາເວັນອອກ ທ່ານໂຮເຊ ຣາໂມສ ຮໍຕາ (Jose Ramos Horta) ກ່າວໃນວັນອັງຄານວານນີ້ ລະຫວ່າງການຢ້ຽມຢາມອິນໂດເນເຊຍ ວ່າ ທ່ານມີຄວາມຫວັງທີ່ຈະເພີ້ມຄວາມສຳພັນທາງດ້ານການຄ້າ ລະຫວ່າງບັນດາປະເທດ ແລະສິ້ນສຸດການດຳເນີນຄວາມພະຍາຍາມທີ່ມີມາເປັນເວລາຍາວນຫລາຍ ທົດສະວັດ ເພື່ອເຂົ້າຮ່ວມສະມາຄົມບັນດາປະເທດຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊຽນ ໃນປີໜ້ານີ້.

ທ່ານຣາໂມສ ຮໍຕາ ໄດ້ພົບປະກັບຄູ່ຕຳແໜ່ງ ທ່ານໂຈໂກ ວີໂດໂດ (Joko Widodo) ໃນການຢ້ຽມຢາມປະເທດອິນໂດເນເຊຍ ຊຶ່ງເປັນເພື່ອນບ້ານ ເປັນເທື່ອທຳອິດ ນັບແຕ່ທ່ານໄດ້ຖືກເລືອກໃນເດືອນເມສາ ໃຫ້ເຂົ້າຮັບຕຳແໜ່ງປະທານາທິບໍດີເທື່ອທີສອງຂອງປະເທດດັ່ງກ່າວ..

ທ່ານເຄີຍຮັບໜ້າທີ່ເປັນປະທານາທິບໍດີຕີມໍຕາເວັນອອກ ທີ່ຮູ້ກັນອີກຊື່ນຶ່ງວ່າ ຕີມໍ ແລສເຕ (Timor Leste) ລະຫວ່າງປີ 2007 ຫາ 2012.

“ຕີມໍ ແລສເຕ ແມ່ນສ່ວນນຶ່ງຂອງເອເຊຍຕາເວັນອອກສຽງໃຕ້ໄດ້ສຳເລັດຂໍ້ບັງຄັບ ຫລາຍຢ່າງທີ່ຈຳເປັນຕ້ອງໄດ້ເຮັດ ເພື່ອປະຕິບັດເສດຖະກິດ ແລະປະຊາທິປະໄຕ ທີ່ຈະເປັນສະມາຊິກທີ່ໃຫ້ດອກອອກຜົນຂອງອາຊຽນ” ນັ້ນຄືຄຳເວົ້າຂອງທ່ານທີ່ໄດ້ກ່າວ ໂດຍໃຫ້ຂໍ້ສັງເກດວ່າ ປະເທດໜຸ່ມນ້ອຍຂອງທ່ານສາມາດເຂົ້າຮ່ວມກຸ່ມ ເວລາອິນໂດເນເຊຍ ເຂົ້າຮັບໜ້າທີ່ເປັນປະທານໃນປີໜ້ານີ້.

ຕີມໍ ຕາເວັນອອກ ຊຶ່ງໄດ້ຂໍຮ້ອງເຂົ້າເປັນສະມາຊິກອາຊຽນ ໃນປີ 2011 ປັດຈຸບັນນີ້ຢູ່ໃນຖານະເປັນຜູ້ສັງເກດການ.

ໃນການຖະແຫຼງຢູ່ທຳນຽບປະທານາທິບໍດີ ທີ່ເມືອງໂບກໍ ທາງພາກໃຕ້ຂອງນະຄອນຫຼວງຈາກາຕານັ້ນ ປະທານາທິບໍດີອິນໂດເນເຊຍກ່າວວ່າ ປະເທດຂອງທ່ານໄດ້ລົງທຶນ 818 ລ້ານໂດລາສະຫະລັດ ໃນຕີມໍຕາເວັນອອກ ໂດຍສະເພາະດ້ານພະລັງງານ ທະນາຄານ ແລະທຸລະກິດໂທລະຄົມມະນາຄົມຕ່າງໆ.

ທ່ານວິໂດໂດ ຜູ້ທີ່ຮູ້ກັນດີໃນຊື່ ໂຈໂກວີ (Jokowi) ກ່າວວ່າ “ພວກເຮົາໄດ້ຕົກລົງທີ່ຈະເພີ້ມການຄ້າ ລະຫວ່າງສອງປະເທດ.”

East Timor President Jose Ramos-Horta said Tuesday durina visit to Indonesia that he hoped to boost trade ties between the countries and seal a decades-long bid by his nation to join the Association of Southeast Asian Nations (ASEAN) next year.

Ramos-Horta met his counterpart Joko Widodo on his first state visit to neighboring Indonesia since he was elected in April for a second stint as president.

He previously served as president of East Timor, which is also known as Timor Leste, between 2007 and 2012.

"Timor Leste as part of Southeast Asia has fulfilled many of the requirements necessary for a functioning economy and democracy so ... will be a productive member of ASEAN," he said, noting he hoped his young country could join the group when Indonesia takes over the presidency next year.

East Timor, which applied for ASEAN membership in 2011, currently holds observer status.

Speaking at the presidential palace in Bogor, south of Jakarta, the Indonesian president said his country had invested $818 million in East Timor, mainly in energy, banking and communication businesses.

"We've agreed to increase trade between both countries," said Widodo, who is widely known as Jokowi.

XS
SM
MD
LG