ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ຝັ່ງທະເລ ພາກຕາເວັນອອກ ຂອງ ສຫລ ຖືກຖະຫຼົ່ມ ດ້ວຍພາຍຸ ທີ່ນຳເອົາ ຝົນ ຫິມະ ແລະລົມແຮງ ມາພ້ອມ


ພະນັກງານມ້ຽນຖະໜົນຫົນທາງ ທ້າວເດວິດ ບຣອດລີ (ຊ້າຍ) ແລະທ້າວເຈມສ໌ ອົກກິເມ ກຳລັງເກັບມ້ຽນຕົ້ນໄມ້ທີ່ຫັກ.

ພາຍຸນໍອິສ​ເຕີ ​ໄດ້​ພັດຖະຫລົ່ມເຂດ​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ດ້ວຍ
ລົມທີ່ມີຄວາມ​ແຮງຂະໜາດ​ເຮີຣິ​ເຄນ ທີ່ພາໃຫ້ຫິມະ​ ​ແລະ​ຝົນຕົກ​ໜັກ ທີ່ໄດ້ເປັນ​ຜົນ​ກະ
ທົບ​ຕໍ່ປະຊາຊົນ ແຕ່ລັດເມນ ​ໄປ​ຫາ​ລັດ​ນ​ອດ ຄາ​ໂຣ​ໄລນາ.

ຕຳ​ຫລວດ​ກ່າວ​ວ່າ ຫ້າ​ຄົນ​ໄດ້​ເສ​ຍຊີ​ວິດ ​ຈາກ​ຕົ້ນ​ໄມ້​ ຫຼື​ງ່າໄມ້ຫັກທັບ ຮວມທັງ​ເດັກນ້ອບ
ຜູ້​ຊາຍ​ອາຍຸ 6 ປີ ຢູ່​ໃນລັດ​ເວີ​ຈີ​ເນຍ ​ແລະ​ເດັກນ້ອບຜູ້​ຊາຍ​ອີກ​ຄົນ​ນຶ່ງອາຍຸ 11 ປີຢູ່​ທີ່​ລັດ​ນິວຢອກ. ການ​ເສຍ​ຊີວິດ​ຄົນ​ອື່ນໆ ​ໄດ້​ມີ​ຂຶ້ນ​ຢູ່​ໃນ​ລັດ​ເວີ​ຈີ​ເນຍ ​ແມຣີ​ແລນ ​ແລະ​ໂຣດ
ອາຍແລນ.

ສາຍ​ການ​ບິນ​ໄດ້​ຍົກເລີກຖ້ຽວບິນ ​ຫລາຍ​ກວ່າ 2,800 ຖ້ຽ​ວ ສ່ວນ​ໃຫຍ່​ຢູ່ເຂດ ນະຄອນ
​ນິວຢອກ ​ແລະ​ລັດຖະບານ​ກາງ​ປິດ​ຫ້ອງການ ​ໃນນະຄອນຫຼວງ​ວໍ​ຊິງ​ຕັນ. ລົດ​ໄຟແ​ອມ
ແທຣັກ ​ໄດ້​ຢຸດບໍລິການ​ລົດ​ໄຟ​ທັງ​ໝົດ​ລະຫວ່າງນະຄອນ​ບອ​ສ​ຕັນ ​ແລະ​ວໍ​ຊິງ​ຕັນ ​ແລະ
​ລົດ​ໄຟອີກ​ຈຳນວນ​ນຶ່ງຢູ່​ພາກ​ໃຕ້ວໍ​ຊິງຕັນ ​ເພາະວ່າ​ມີ​ລົມ​ແຮງ ຕົ້ນ​ໄມ້​ຫັກ ​ແລະ​ບາງ
ເຂດມີ​ນໍ້າ​ຖ້ວມ.

​ເຂດແຄມຝັ່ງທະເລກ້ຳຕາ​ເວັນ​ອອກ ​ໄດ້​ມີ​ປະສົບກັບ​ພັດ​ແຮງ​ ກາຍ 80 ​ກິໂລ​ແມັດ​ຕໍ່​ຊົ່ວ
​ໂມງ ແລະລາຍ​ງານ​ຈາກ​ເຄບ ຄອດ ລັດແ​ມັ​ສຊາ​ຈູ​ແຊສແຈ້ງວ່າ ​ມີລົມແຮງເກືອບ​ເຖິງ
145 ກິ​ໂລ​ແ​ມັດ​ຕໍ່ໍຊົ່ວ​ໂມງ.

ອົງການພະຍາກອນ​ອາກາດ​ແຫ່ງ​ຊາດຂອງສະຫະລັດ ​ໄດ້​ເຕືອນ​ວ່າ ການ​ເດີ​ນທາງ
ແມ່ນ​ເປັນ​ອັນ​ຕະລາຍ ​ໂດຍ​ສະ​ເພາະ​ພວກລົດ​ຂົນ​ສົ່ງ ​ແລະ​ລົດໂດຍສານ
ຕ່າງໆ.

ຊາວບ້ານ ກຳລັງພາກັນຍ່າງຕາມຖະໜົນ ທ່າມກາງຫິມະຕົກ ລະຫວ່າງເກີດພາຍຸ ທີ່ເມືອງມາເປີລ ລັດເພັນຊີນເວເນຍ.
ຊາວບ້ານ ກຳລັງພາກັນຍ່າງຕາມຖະໜົນ ທ່າມກາງຫິມະຕົກ ລະຫວ່າງເກີດພາຍຸ ທີ່ເມືອງມາເປີລ ລັດເພັນຊີນເວເນຍ.

ນໍ້າ​ທະ​ເລ​ໄດ້ໄຫລເຂົ້າ​ມາຖ້ວມ ​ຢູ່ຕາມ​ຖະໜົນ​ແຄມ​ຝັ່ງ​ໃນ​ນະຄອນ​ບອ​ສ​ຕັນ ຊຶ່ງ​ໄດ້​ບັນທຶກລະດັບ​ຄວາມ​ສູງ​ສຸດຂອງ​ຟອງ​ທະເລເປັນປະຫວັດການ ນັບ​ແຕ່ໄດ້ ເລີ້ມບັນ
ທຶກ​ມາ​ໃນປີ 1928 ຢູ່ໃນລະດັບ 4.45 ​ແມັດ. ປະຊາຊົນໄດ້​ພາກັນ​ຍົກ​ຍ້າຍ​ຈາກເຂດ
ແຄມຝັ່ງທະເລໃນເມືອງດັ່ງກ່າວ.​

ຄວາມແຮງຂອງລົມພາຍຸ ເຮັດໃຫ້ຕົ້ນໄມ້ລົ້ມ ຢູ່ນະຄອນຫຼວງ ວໍຊິງຕັນ..
ຄວາມແຮງຂອງລົມພາຍຸ ເຮັດໃຫ້ຕົ້ນໄມ້ລົ້ມ ຢູ່ນະຄອນຫຼວງ ວໍຊິງຕັນ..

ຜູ້​ປົກຄອງ​ລັດ​ແມັດຊາ​ຈູແຊັສ ທ່ານ​ຊາ​ລີ ​ເບເ​ກີ ​ໄດ້​ຮ້ອງ​ສັ່ງໃຫ້ກຳລັງ​ຮັກສາ​ດິນ​ແດນ ​ໄປຮັບມືກັບ​ພາຍຸນີ້.

ນອກນັ້ນ ພາຍຸ​ຍັງ​ໄດ້​ເຮັດໃຫ້​ໄຟຟ້າ​ມອດ​ຫລາຍ​ກວ່າ 1 ລ້ານ 6 ​ແສນຫລັງຄາ​ເຮືອນ
​ແລະ​ທຸລະ​ກິດ​ ແຕ່ລັດເມນ ​ໄປ​ຫາ​ລັດ​ນອດຄາ​ໂຣ​ໄລ​ນາ ​ແລະ​ໄປ​ທາງ​ຕາ​ເວັນ​ຕົກ​ຫາ​
ລັດ​ມີ​ຊີ​ແກນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG