ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຫັນປ່ຽນ ຂີ້ເຫຍື້ອ ໃຫ້ກາຍເປັນ ພະລັງງານເຊື້ອໄຟ ຊີວະພາບ (ວີດີໂອ)


Eagerly-awaited Technology Transforms Garbage into Fuel
please wait

No media source currently available

0:00 0:02:34 0:00

ນຶ່ງ​ໃນ​ບັນດາ​ເທັກ​ໂນ​ໂລ​ຈີທີ່​ຜູ້​ຄົນ​ລໍຄອຍ​ມາ​ຢ່າງ​ກະຕືລື​ລົ້ນ ຫຼາຍທີ່​ສຸດ​ໃນ​ພະລັງງານ​ໝຸນ​ວຽນ​ນັ້ນ ຄາດ​ວ່າ ຈະ​ກາຍມາ ເປັນພະລັງງານ ກະແສຫຼັກ ​ໃນ​ປີ​ນີ້.

ນຶ່ງ​ໃນ​ບັນດາ​ເທັກ​ໂນ​ໂລ​ຈີທີ່​ຜູ້​ຄົນ​ລໍຄອຍ​ມາ​ຢ່າງ​ກະຕືລື​ລົ້ນ
ຫຼາຍທີ່​ສຸດ​ໃນ​ພະລັງງານ​ໝຸນ​ວຽນ​ນັ້ນ ຄາດ​ວ່າ ຈະ​ກາຍມາ
ເປັນພະລັງງານກະແສຫລັກ ​ໃນ​ປີ​ນີ້. ​ເທັກ​ໂນ​ໂລ​ຈີ​ດັ່ງກ່າວ
ຈະ​ຫັນປ່ຽນ​ແກນ​ໝາກສາລີ ​ເຟືອງ​ເຂົ້າເ​ບລ່ ແລະແມ່ນກະ
ທັງ​ຂີ້​ເຫຍື້ອ​ ໃຫ້ເປັນ​ນ້ຳມັນ​ເຊື້ອ​ໄຟ. ສິງ​ ຈະ​ນຳ​ເອົາ​ລາຍ
​ງານເລື້ອງ​ນີ້ ຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອມາສະ​ເໜີ​ທ່ານ​ຕໍ່​ໄປ.

ທ່ານ Randy Garrett ຜູ້​ຈັດການ​ໂຮງງານທົດລອງໝູນ
ໃຊ້​ຂີ້​ເຫຍື້ອ Fiberight ກ່າວວ່າເວລາ​ລົດ​ບັນທຸກ​ຂີ້​ເຫຍື້ອ
​ໄປ​ຖິ້ມ​ຂີ້ເຫຍື້ອໃໝ່ໆ​ ທີ່​ໂຮງງານ Fiberight ​ໃນ​ພາກ​ໃຕ້​
ຂອງ​ລັດ​ Virginia ນັ້ນອັນ​ທີ່​ເລີ້ມ​ຕົ້ນ​ດ້ວຍ​ຜັກເນົ່າເປື່ອຍ
ເສດເຈ້ຍ​ກະດາດແຂງ​ແລະ​ຂີ້​ເຫຍື້ອ​ປະ​ເພດ​ອື່ນໆນັ້ນແມ່ນ​
ໄດ້​ກາຍ​ເປັນ​ສິ່ງ​ທີ່​ມີ​ລາຄາ​ຫຼາຍ​ຂຶ້ນ.

ທ່ານ Randy Garrett ກ່າວ​ວ່າ “ອັນ​ທີ່​ພວກ​ເຮົາ​ກຳລັງ​ເຮັດ​ຢູ່​ນີ້ແມ່ນ ຮັບ​
ເອົາ​ຂີ້​ເຫຍື້ອ ​ທີ່​ຈະຖືກສົ່ງໄປຍັງ​ບ່ອນ​ຖິ້ມ​ຂີ້​ເຫຍື້ອ ​ເຄິ່ງນຶ່ງໃນ​ຈຳນວນ
ວັດຖຸ​ເຫຼົ່າ​ນີ້​ ຈະຖືກ​ແປ​ຮູບ​ໃຫ້ເປັນ​ນ້ຳມັນ​ເຊື້ອ​ໄຟ​ຊີວະ​ພາບ ​ເຊັ່ນ ນ້ຳ
ມັນ ethanol ເປັນຕົ້ນ.”


ນ້ຳມັນ ethanol ​ແມ່ນ​ມີປະລິ​ມານ 10 ​ເປີ​ເຊັນ​ ຢູ່ໃນນ້ຳມັນເຊື້ອ​ໄຟ ​ທີ່​ໃຊ້​ກັນ​ຢູ່​ໃນສະຫະລັດ.

ນ້ຳມັນ ethanol ​ເກືອບ​ທັງ​ໝົດ​ແມ່ນ​ຜະຫລິດ​ມາ​ຈາກ​ໝາກສາລີ ທີ່​ພາ ໃຫ້ເກີດ​
ມີການ​ແຂ່ງຂັນ​ກັນ ​ລະຫວ່າງ ການ​ເອົາ​ໝາກສາລີ ​ມາ​ເປັນອາ ຫານແລະ​ການ​ຜະລິດເປັນ​ນ້ຳມັນ​ເຊື້ອ​ໄຟ ທີ່​ພວກ​ຕຳ​ໜິຕິຕຽນ ກ່າວ​ວ່າ ເຮັດ​ໃຫ້​ຄ່າ​ອາຫານ​ປະ
​ເພດ​ພວກ​ໝາກສາລີ​ແພງ​ຂຶ້ນ​ນັ້ນ.

​ແຕ່​ບໍ່​ເປັນ​ແນວ​ນັ້ນ ທີ່​ບໍລິສັດ Fiberight ບ່ອນ​ທີ່​ເຂົາ​ເຈົ້າເອົາ​ຂີ້​ເຫຍື້ອ​ເທ​ໃສ່​ໝໍ້
ຫຼື​ເຄື່ອງຫຸງ​ຕົ້ມ ທີ່ໃຊ້ແຮງກົດດັນຂະໜາດ​ໃຫຍ່​.

ທ່ານ Randy Garrett ກ່າວ​ວ່າ" ການ​ກະທຳ​ເຊັ່ນ​ນີ້ ​ເປັນການ​ແປ​ຮູບ​ພວກ
ໜັງສືພິມ​ເກົ່າ ເສດ​ກະດາດ​ແຂງ ​ເປືອກ​ໝາກກ້ວຍ ​ແລະ​ເສດ​ຜັກ​ອື່ນໆ
ໃຫ້ເປັນເຍື່ອເປື່ອຍ​ເຂົ້າກັນແລະ​ສິ່ງ​ນີ້​ແມ່ນສິ່ງ​ທີ່​ພວກ​ເຮົາຕ້ອງການ ສຳ
ລັບນຳມາແປ​ຮູບ​ໃຫ້​ເປັນນ້ຳມັນ
ເຊື້ອ​ໄຟ​ຊີວະພາບ.”


ກອງ​ເຍື່ອທີ່​ເປັນ​ອາຍ​ຂຶ້ນ ທີ່ຫາກໍ​ນຳອອກ​ມາ​ຈາກ​ໝໍ້​ອົບ​ດັ່ງກ່າວສ່ວນ​ໃຫຍ່ແລ້ວ
ແມ່ນເປັນສານ cellulose.

ພາຍ​ໃຕ້ສະພາບ​ການ​ທີ່​ຖືກຕ້ອງ ສານ cellulose ​ສາມາດແປ​ຮູບ​ເປັນ​ນ້ຳຕານ
​ກໍ​ໄດ້ ຊຶ່ງ​ສາມາດ​ປ່ຽນ​ເປັນ ethanol ​ໄດ້.

​ໃນ​ປີ​ນີ້ ມີ​ໂຮງງານ​ຫຼື​ບໍລິສັດອື່ນໆ​ອີກ​ຫຼາຍ​ແຫ່ງ ຄາດ​ວ່າຈະ​ເລີ້ມ​ຜະລິດ Ethanol ​ຈາກສານ cellulose ​ໃນ​ລຳ​ຕົ້ນ​ໝາກສາລີ ຈາກ​ເຟືອງ​ຕົ້ນ​ເຂົ້າ​ເບ​ລ່ ​ແລະ​ຕົ້ນ​
ໄມ້​ນ້ອຍ​ອື່ນໆ.

ການ​ຫັນປ່ຽນ​ທີ່ີວ່າ​ນີ້​ ໄດ້​ໃຊ້​ເວລາ​ມາ​ເປັນ​ເວລາ​ດົນ​ນານແລ້ວ.

ຊຶ່ງ​ມື້​ໃດ​ມື້​ນຶ່ງ​ພວກ​ເຮົາ​ຈະ​ໃຊ້​ນ້ຳມັນ​ດັ່ງກ່າວ ​ໃ​ສ່ລົດຂອງພວກ​ເຮົາ​.”

​ເມື່ອ​ເຮົາຫວນ​ກັບ​ຄືນ​ໄປ​ຫາ​ປີ 2007 ອະດີດ​ປະທານາທິບໍ​ດີ George W. Bush
​ໄດ້​ລົງ​ນາມ​ໃນ​ກົດໝາຍ​ສະບັບ​ນຶ່ງ ທີ່​ບັງຄັບ​ ໃຫ້​ເພີ້​ມປະລິ ມານຂອງ ethanol​ ໃສ່​
ໃນ​ນ້ຳມັນ​ເຊື້ອ​ໄຟໃນ​ສະຫະລັດ.

​ເປົ້າ​ໝາຍ​ນຶ່ງ​ຂອງ​ການ​ກະທຳ​ເຊັ່ນ​ນັ້ນ ແມ່ນ​ເພື່ອ​ຊຸກຍູ້ໃນ​ການ​ຊອກ​ຫາ​ແຫຼ່ງພະລັງ
ງານ​ໃໝ່.

ທ່ານ Bush ກ່າວ​ວ່າ “ພວກ​ເຮົາ​ພັດທະນາ​ເທັກ​ໂນ​ໂລ​ຈີ​ໃໝ່ຕ່າງໆ ທີ່ ຈະ​
ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ຜະຫລິດ ethanol ຈາກ​ເສດ​ໄມ້ ຈາກ​ຫຍ້າ ຫຼື​
ສິ່ງ​ເສດ​ເຫຼືອ​ຕ່າງໆ ທາງດ້ານການ​ກະ​ເສດ​ນັ້ນ.”


​ແລະ​ພະລັງງານ​ທີ່​ຜະລິດ​ອອກ​ມາ​ຈາກ​ຕົ້ນ​ໄມ້​ນ້ອຍ ຈະ​ຜະລິດ​ແກັ​ສ​ເຮືອນ​ແກ້ວ​
ຂຶ້ນ​ສູ່​ບັນຍາກາ​ດໜ້ອຍ​ກວ່າ ທີ່​ນ້ຳມັນ ​petroleum ຜະລິດ​ຂຶ້ນນັ້ນ.

ທ່ານນາງ Madhu Khanna ນັກ​ເສດຖະສາດ​ດ້ານ​ກະສິກຳ​ຈາກ​ມະ ຫາວິທະຍາ​
ໄລ​ລັດ Illinois ກ່າວ​ວ່າ ​ແຕ່​ການ​ຜະລິດ ethanol ຈາກ​ສານ cellulose ນັ້ນ​ແມ່ນ​ຍາກ​ກວ່າ​ທີ່​ຄາດ​ຫວັງ​ໄວ້.

ທ່ານນາງ Madhu Khanna ກ່າວ​ວ່າ “ພວກ​ເຮົາ​ຮູ້ຈັກ​ເຮັດ​ຢູ່​ໃນ​ຫ້ອງ​ຄົ້ນ ຄວ້າ​ທົດ​ລອງ ​ແຕ່​ບັນຫາ​ທີ່​ສຳຄັນ ​ແມ່ນ​ການ​ເຮັດສືບ​ຕໍ່​ໄປຄືໃຫ້ກຸ້ມທຶນ​ໃນ​ການ​
ດຳ​ເນີນ​ການ​ຢ່າງ​ຂະໜານ​ໃຫຍ່.”


ການ​ຜະຫລິດ ethanol ຈາກສານ cellulose ​ໄດ້​ຊັກ​ຊ້າ​ມາເປັນເວ ລາ​ດົນນານ
ແລ້ວ ຈາກ​ການ​ຄາດ​ຫວັງ​ໄວ້ ​ໃນ​ຂະນະ​ທີ່​ບັນດາ​ບໍລິສັດ​ຕ່າງໆ​ໄດ້​ດຳ​ເນີນ​ການ​ທາງ​ດ້ານ​ເທັກ​ນິກນັ້ນ.

ປີ​ນີ້​ເປັນ​ປີຫົ​ວລ້ຽວຫົວ​ຕໍ່.

​ແຕ່​ທ່ານນາງ Khanna ກ່າວ​ວ່າ ພວກ​ລົດ​ລາ​ຂອງ​ພວກ​ເຮົາ ອາດ​ຈະ​ກຳນົດ​ວ່າ ອຸດສາຫະກຳ​ຈະ​ສາມາດ​ເຕີບ​ໂຕ​ຂຶ້ນ​ໄດ້​ຫຼາຍ​ປານ​ໃດ ຊຶ່ງ ທ່ານ Khanna ກ່າວ​ວ່າ “​ເຖິງ​ແມ່ນ​ພວກ​ເຮົາ​ສາມາດ​ເລີ້ມ​ຜະລິດຢ່າງ ​ມີ​ປະສິດທິ​ຜົນ​ໃນ​ເລື່ອງລາຄາແລ້ວກໍ​ຕາມ​ແຕ່​ພວກ​ເຮົາ​ຈະຕ້ອງ​ສາມາດ ​ໃຊ້​ໄດ້ເຊັ່ນ​ກັນ.

ມີ​ລົດ​ພຽງ​ບໍ່​ເທົ່າ​ໃດຍີ່ຫໍ້ເທົ່ານັ້ນ ທີ່​ສາມາດ​ໃຊ້ນ້ຳມັນ​ເຊື້ອ​ໄຟ​ປົນ​ເຊື້ອ ethanol ​ໃນ​ລະດັບ​ສູງ​ໄດ້.

​ໃນ​ຂະນະ​ທີ່​ບໍ່​ມີ​ລົດ​ແບບ​ນີ້ ​ແລ່ນ​ຢູ່​ຕາມ​ຖະໜົນ​ຫົນທາງ​ ເປັນຈຳນວນຫຼວງຫລາຍແລ້ວ ນ້ຳມັນທີ່ຜະລິດຈາກຂີ້ເຫຍື້ອນີ້ ຈະໄປຂາຍຢູ່ໃສ.
XS
SM
MD
LG