ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາສູບໄຟຟ້າ ເປັນໄພຂົ່ມຂູ່ຕໍ່ຄວາມກ້າວໜ້າ ໃນການຕໍ່ສູ້ຕ້ານການນຳໃຊ້ຢາສູບ ໃນທົ່ວໂລກ


ໃນພາບຖ່າຍເມື່ອວັນທີ 16 ກັນຍາ 2019 ສະແດງໃຫ້ເຫັນນ້ຳຢາລົດຊາດຕ່າງໆສຳລັບຢາສູບໄຟຟ້າທີ່ວາງສະແດງຢູ່ຮ້າຍຂາຍຜະລິດຕະພັນຢາສູບໄຟຟ້າ ຫຼື ເວບ (vape) ໃນລັດນິວຢອກ.
ໃນພາບຖ່າຍເມື່ອວັນທີ 16 ກັນຍາ 2019 ສະແດງໃຫ້ເຫັນນ້ຳຢາລົດຊາດຕ່າງໆສຳລັບຢາສູບໄຟຟ້າທີ່ວາງສະແດງຢູ່ຮ້າຍຂາຍຜະລິດຕະພັນຢາສູບໄຟຟ້າ ຫຼື ເວບ (vape) ໃນລັດນິວຢອກ.

ອົງການອະນາໄມໂລກຫຼື WHO ເຕືອນກ່ຽວກັບຜະລິດຕະພັນຢາສູບໄຟຟ້າຫຼື e-cigarettes ແລະອຸປະກອນເສບສານນິໂຄທີນຊະນິດໃໝ່ ແລະຢາສູບອື່ນໆເປັນໄພຂົ່ມຂູ່ຕໍ່ຄວາມກ້າວໜ້າໃນການຕໍ່ສູ້ຕ້ານການນຳໃຊ້ຢາສູບ ຢູ່ໃນທົ່ວໂລກ. ລີຊາ ສໄລນ໌ ລາຍງານມາໃຫ້ວີໂອເອ ຈາກນະຄອນເຈນີວາ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫຼາຍປະເທດກຳລັງໄດ້ຮັບຄວາມກ້າວໜ້າໃນການຮັບຮອງເອົາມາດຕະການຄວບຄຸມຢາສູບ ເພື່ອເຮັດໃຫ້ປະຊາກອນຂອງພວກເຂົາເຊົາສູບຢາ ຫຼື ຢັບຢັ້ງບໍ່ໃຫ້ພວກເຂົາເລີ້ມສູບຢາ.

ແຕ່ບົດລາຍງານສະບັບໃໝ່ຂອງອົງການ WHO ພົບວ່າ ພວກລັດຖະບານທັງຫຼາຍ ບໍ່ສາມາດສູ້ກັບອຸດສາຫະກຳຢາສູບໄດ້. ເປັນຄັ້ງທຳອິດທີ່ອົງການ WHO ນໍາສະເໜີຂໍ້ມູນໃໝ່ ກ່ຽວກັບລະບົບການນໍາສົ່ງແບບອີເລັກໂທຣນິກ ເຊັ່ນວ່າ ຢາສູບໄຟຟ້າ ແລະພວກຜະລິດຕະພັນຢາສູບທີ່ໃຊ້ຄວາມຮ້ອນ.

ຫົວໜ້າໂຄງການຄວບຄຸມຢາສູບຂອງອົງການ WHO ທ່ານວີນາຢາກ ປຣາຊາດ ບອກວີໂອເອ ວ່າ ອຸດສາຫະກຳຢາສູບ ກຳລັງໂຄສະນາຜະລິດຕະພັນເຫຼົ່ານີ້ແກ່ພວກເດັກນ້ອຍ ແລະເຍົາວະຊົນ. ທ່ານກ່າວວ່າ ຢາສູບໄຟຟ້າ ຊຶ່ງມີລົດຊາດຫຼາຍກວ່າ 15,000 ລົດທີ່ແຕກຕ່າງກັນ ກຳລັງຖືກສົ່ງເສີມໃຫ້ດຶງດູດຈິດໃຈພວກຊາວໜຸ່ມ ແລະເຮັດໃຫ້ພວກເຂົາຕິດມັນ.

ທ່ານປຣາຊາດ ເວົ້າວ່າ “ພຽງແຕ່ສາມປະເທດເທົ່ານັ້ນ ໄດ້ຫ້າມການໃຊ້ລົດຊາດ ແລະສ່ວນທີ່ເຫຼືອທັງໝົດນັ້ນ ບໍ່ໄດ້ຫ້າມ. ພ້ອມກັນນັ້ນ 42 ເປີເຊັນຂອງປະເທດທັງຫຼາຍ ພຽງຫ້າມບໍ່ໃຫ້ຂາຍແກ່ພວກເຍົາວະຊົນ ສະນັ້ນ ພວກເດັກນ້ອຍກໍສາມາດຊື້ຢາສູບໄດ້….ພວກເດັກນ້ອຍຜູ້ທີ່ເລີ້ມສູບຢາໄຟຟ້າ ແມ່ນມັກຈະກາຍເປັນຜູ້ສູບຢາເປັນປະຈຳ ເຖິງສອງເທົ່າ. ອັນນັ້ນ ເປັນ ອັນຕະລາຍ. ມັນສ່ຽງຕໍ່ການເຮັດໃຫ້ຢາສູບເປັນເລື້ອງທຳມະດາໃນສັງຄົມ.”

ອົງການ WHO ລາຍງານວ່າ ອັດຕາສ່ວນຂອງພວກຄົນທີ່ສູບຢາ ໄດ້ຫລຸດລົງຢູ່ໃນຫຼາຍປະເທດໂດຍສ່ວນໃຫຍ່. ເຖິງຢ່າງນັ້ນກໍຕາມ ຈຳນວນຂອງພວກຄົນທີ່ສູບຢາທັງໝົດ ຍັງຄົງສູງຢູ່ຊ່ຳເກົ່າ ເນື່ອງຈາກການເພີ້ມຂຶ້ນຂອງປະຊາກອນ. ອົງການດ້ານສຸຂະພາບຂອງສະຫະປະຊາຊາດ ກະປະມານວ່າ ຈຳນວນຂອງພວກສູບຢາໃນປັດຈຸບັນນີ້ ມີຢູ່ໜຶ່ງພັນລ້ານຄົນ. ອົງການນີ້ ກ່າວຕື່ມວ່າ ແປດລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ຍ້ອນການເຈັບປ່ວຍທີ່ພົວພັນກັບການສູບຢາ.

ທ່ານປຣາຊາດ ກ່າວວ່າ ຫຼາຍກວ່າ 80 ເປີເຊັນຂອງພວກຜູ້ສູບຢາ ດຳລົງຊີວິດຢູ່ໃນປະເທດທີ່ກຳລັງພັດທະນາ. ທ່ານກ່າວວ່າ ອຸດສາຫະກຳຢາສູບກຳລັງສູ້ຊົນເພື່ອບໍ່ໃຫ້ປະເທດທັງຫຼາຍ ຮັບຮອງເອົາກົດລະບຽບການຄຸ້ມຄອງຕໍ່ການນຳໃຊ້ອັນທີ່ເອີ້ນວ່າ ພວກຜະລິດຕະພັນທີ່ບໍ່ມີຄວັນ.

ທ່ານປຣາຊາດ ເວົ້າອີກວ່າ “ຄວາມທ້າທາຍທີ່ໃຫຍ່ທີ່ສຸດຂອງປັດຈຸບັນນີ້ ກໍຄືອຸດສາຫະກຳຢາສູບ ນຳຜະລິດຕະພັນໃໝ່ໆອອກມາເປັນປະຈຳຢູ່ເລື້ອຍໆ ໂດຍກ່າວອ້າງວ່າ ມັນສະອາດກວ່າເກົ່າ ປອດໄພກວ່າເກົ່າ ເປັນອັນຕະລາຍໜ້ອຍ ແລະເຮັດໃຫ້ລັດຖະບານທັງຫຼາຍ ຢູ່ພາຍໃຕ້ການກົດດັນຢ່າງໜັກໜ່ວງ.

ມີຫລັກຖານທີ່ຈຳກັດວ່າ ເຄື່ອງອີເລັກໂທຣນິກທັງຫຼາຍນັ້ນ ມີປະສິດທິພາບໃນການເຮັດໃຫ້ພວກຄົນເຊົາສູບຢາ. ອົງການ WHO ແນະນໍາໃຫ້ໃຊ້ວິທີແບບແຜນການປິດປົ່ວທຳມະດາ ໃນການຢຸດເຊົາສູບຢານັ້ນ. ອົງການນີ້ ຍັງແນະນຳລັດຖະບານທັງຫຼາຍໃຫ້ຈັດຕັ້ງປະຕິບັດລະບຽບການຕ່າງໆ ເພື່ອຢຸດຢັ້ງພວກທີ່ບໍ່ສູບຢາບໍ່ໃຫ້ເລີ້ມສູບເລີຍ.

ອົງການ WHO ກ່າວວ່າ ມາດຕະການຄວບຄຸມຢາສູບ ແບບທໍາມະດາສາ ມາດມີປະສິດທິຜົນໃນການປົກປ້ອງຊາວໜຸ່ມ ຈາກການໃຊ້ຢາສູບອີເລັກໂທຣນິກ ທີ່ເປັນອັນຕະລາຍ. ສິ່ງເຫລົ່ານີ້ ປະກອບດ້ວຍ ການຂຶ້ນພາສີ, ຮູບພາບເຕືອນກ່ຽວກັບສຸຂະພາບ ແລະການຫ້າມ ທັງໃນການໂຄສະນາ, ການສົ່ງເສີມ ແລະການອຸປະຖຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG