ສານແຫ່ງນຶ່ງຢູ່ເນເທິແລນໃນວັນພະຫັດວານນີ້ ໄດ້ຕັດສິນລັບຫຼັງຜູ້ຊາຍສາມຄົນ ໃນບົດບາດການສັງຫານໝູ່ຂອງພວກເຂົາ ທີ່ໄດ້ຍິງຖ້ຽວບິນ MH17 ຂອງສາຍການບິນມາເລເຊຍຕົກ ຢູ່ພາກຕາເວັນອອກຂອງຢູເຄຣນ ໃນປີ 2014 ທີ່ໄດ້ສັງຫານຜູ້ໂດຍສານ 298 ຄົນ ພ້ອມດ້ວຍຈຸບິນ ໃນເຮືອບິນລຳດັ່ງກ່າວ.
ຜູ້ຊາຍສາມຄົນມີຊາວຣັດເຊຍສອງຄົນແລະຢູເຄຣນນຶ່ງຄົນ ໄດ້ຖືກຕັດສິນລົງໂທດຈຳຄຸກຕະຫລອດຊີວິດ. ປັດຈຸບັນນີ້ຄິດວ່າເຂົາເຈົ້າຢູ່ໃນຣັດເຊຍ ຫລືສູ້ລົບຄຽງບ່າຄຽງໄຫລ່ ກັບກຳລັງຮຸກຮານ ຂອງຣັດເຊຍ ຢູ່ໃນຢູເຄຣນ.
ເຮືອບິນໂບອິງ 777 ໄດ້ເດີນທາງຈາກນະຄອນອາມສະເຕີດາມ ໄປກົວລາລຳເປີ ເວລາຖືກຍິງຕົກ ໃນວັນທີ 17 ເດືອນກໍລະກົດ 2014 ໃນຕອນຕົ້ນຂອງສົງຄາມລະຫວ່າງພວກກະບົດ ທີ່ໜູນຫລັງໂດຍຣັດເຊຍ ແລະກຳລັງຢູເຄຣນຢູ່ໃນຂົງເຂດ ດອນບັສ ທາງພາກຕາເວັນອອກຂອງຢູເຄຣນ.
ສົບຂອງຜູ້ໂດຍສານ ແລະຈຸບິນໄດ້ກະຈັດກະຈາຍຢູ່ຕາມຊາກຫັກພັງໃນທົ່ງດອກຕາເວັນ ຢູ່ອ້ອມແອ້ມ ຮຣາໂບບ ທີ່ເປັນໝູ່ບ້ານນ້ອຍໆ ໃກ້ກັບຊາຍແດນຂອງຣັດເຊຍ.
ບັນດາຜູ້ເຄາະຮ້າຍສ່ວນໃຫຍ່ເປັນຊາວເນເທີແລນ ທີ່ມາຈາກ 17 ປະເທດ. ຮວມຢູ່ໃນນັ້ນ ມີພວກເດັກນ້ອຍ 80 ຄົນ.
ຊິ້ນສ່ວນລູກສອນໄຟເຮັດຢູ່ໃນຣັດເຊຍທີ່ຍິງໃສ່ເຮືອບິນ ໄດ້ຖືກຄົ້ນພົບດ້ວຍຄວາມຍາກລຳບາກ ໂດຍບັນດາຜູ້ສືບສວນສາກົນ. ບັນດາໄອຍະການກ່າວວ່າ ລູກສອນໄຟໄດ້ຍິງຈາກດິນແດນທີ່ຄວບຄຸມໂດຍພວກກະບົດ.
ການດຳເນີນຄະດີໄດ້ເລີ້ມໃນເດືອນມີນາ 2020. ສາມຄົນໄດ້ພົບເຫັນວ່າມີຄວາມຜິດໃນການສັງຫານໝູ່ ໂດຍນຳເອົາລະບົບລູກສອນໄຟ Buk ຈາກຣັດເຊຍ ເພື່ອມາຍິງເຮືອບິນ ທ້າວອິກໍຣ ເກີຣກິນ ອະດີດພັນເອກຂອງໜ່ວຍຮັກສາຄວາມປອດໄພສະຫະພັນຣັດເຊຍຫລື FSB ຜູ້ຮອງຂອງລາວ ທ້າວເຊີເກ ດຸຍບິນສະກີ ແລະຄົນສັນຊາດຢູເຄຣນ ທ້າວເລໂອນິດ ກາເຈັນໂກ.
ຜູ້ພິພາກສາ ທ່ານຮັນດຣິກ ສະຕິນຮູອິສ ໄດ້ປະກາດການຕັດສິນຢູ່ສານໃກ້ກັບສະໜາມບິນຊີໂປລ ຂອງອາມສະເຕີດາມ.
A court in the Netherlands on Thursday convicted three men in absentia of mass murder for their role in the downing of Malaysia Airlines Flight MH17, which crashed in eastern Ukraine in 2014, killing all 298 passengers and crew on board.
The three men, two Russians and one Ukrainian, were given life sentences. They are currently thought to be in Russia or fighting alongside invading Russian forces in Ukraine.
The Boeing 777 was traveling from Amsterdam to Kuala Lumpur when it was shot down on July 17, 2014, in the early months of the war between Russian-backed rebels and Ukrainian forces in the Donbas region of eastern Ukraine.
The bodies of the passengers and crew were strewn alongside the smoldering wreckage in the sunflower fields around the tiny village of Hrabove, close to the Russian border.
The victims, mostly Dutch, were from 17 countries. They included 80 children.
Fragments of the Russian-made missile that struck the plane were painstakingly recovered by international investigators. Prosecutors said the missile was fired from rebel-held territory.
The trial began in March 2020. Three individuals were found guilty of mass murder by procuring the Buk missile launcher from Russia to shoot down the plane: Igor Girkin, a former colonel in the Russian Federal Security Service, or FSB; his deputy, Sergey Dubinskiy; and Ukrainian national Leonid Kharchenko.
The presiding judge, Hendrik Steenhuis, announced the verdict at the court close to Amsterdam’s Schipol airport.