ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢາເສບຕິດ ຍັງສືບຕໍ່ຫລັ່ງໄຫລໄປທົ່ວ ເຂດເອເຊຍຕາເວັນອອກສຽງໃຕ້ ເຖິງແມ່ນ ຫົວໜ້າແກັ່ງຄ້າຢາ ຈະຖືກຈັບແລ້ວກໍຕາມ


ຢາເສບຕິດຍັງສືບຕໍ່ຫລັ່ງໄຫລຢູ່ໃນທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້ ເຖິງແມ່ນວ່າTse Chi Lop ຈະຖືກຈັບແລ້ວກໍຕາມ

ການຈັບກຸມຜູ້ຊາຍຄົນນຶ່ງທີ່ທາງການຕ້ອງການຕົວຫລາຍທີ່ສຸດໃນຂົງ ເຂດເອເຊຍ ໃນເດືອນແລ້ວນີ້ ຄືທ້າວ ເຊ ຈີ ລົບ (Tse Chi Lop) ອາດຈະເຮັດໃຫ້ການຊື້ຊາຍຢາເສບຕິດທີ່ມີມູນຄ່າຫຼາຍຕື້ໂດລາ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລຸດລົງໄດ້. ແຕ່ວ່າໂດຍທີ່ມີການສ້າງລາຍໄດ້ຢ່າງຫລວງຫລາຍ ແລ້ວ, ຜະລິດຕະພັນຕົ້ນຕໍຂອງກຸ່ມຄ້າຢາເສບຕິດ ກໍຄືຢາບ້າ ຫລື metham-phetamine ຍັງຄົງຫລັ່ງໄຫຼໄປມາຢູ່ ແລະໄທກໍຢູ່ໃນແຖວໜ້າ ເພື່ອສະກັດກັ້ນກະແສຂອງການຫລັ່ງໄຫລດັ່ງກ່າວ. ວີຈິດຕຣາ ດວງດີ (Vijitra Duangdee) ມີລາຍງານມາໃຫ້ວີໂອເອ, ຈາກບາງກອກ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂດຍທີ່ເປັນສິ່ງເສບຕິດສູງ ແລະມີລາຄາຖືກຫລາຍທີ່ສຸດກວ່າແຕ່ກ່ອນ, ປະລິມານຢາບ້າຫລື methamphetamine ແລະເຮໂຣອີນໃນຈໍານວນຫຼວງຫລາຍຢ່າງເປັນປະຫວັດການກຳລັງຫຼັ່ງໄຫຼອອກມາຈາກຫ້ອງທົດລອງທັງຫລາຍຂອງເຂດສາມຫລ່ຽມຄຳ ເຊິ່ງກວມເອົາເຂດຊາຍແດນຈອດກັນລະຫວ່າງລາວ, ມຽນມາ ແລະໄທ.

ບັນດານັກຄ້າຢາເສບຕິດໃນຂົງເຂດເອເຊຍມີລາຍໄດ້ເຖິງ 70 ຕື້ໂດລາຕໍ່ປີ ໃນການລັກລອບຄ້າຂາຍສິນຄ້າທີ່ຜິດກົດໝາຍ. ປະເທດໄທແມ່ນປະຕູໄປສູ່ຕະຫຼາດຢາເສບຕິດທີ່ໃຫຍ່ທີ່ສຸດໃນອອສເຕຣເລຍແລະຍີ່ປຸ່ນ. ຕຳຫຼວດໄທກຳລັງດຳເນີນ ການຍຶດເອົາຢາເສບຕິດທີ່ຫຼວງຫລາຍຢ່າງເປັນປະຫວັດການໂດຍສະເພາະແມ່ນ ຢາບ້າ ຫລື meth ຊຶ່ງເປັນສານເຄມີໃສໆ ທີ່ມີປະສິດທິພາບສູງນັ້ນ.

ບໍ່ເໝືອນກັນກັບບັນດາຄູ່ພາຄີຂອງພວກເຂົາໃນຂົງເຂດອາເມຣິກາລາຕິນ ບັນດານັກຄ້າຢາເສບຕິດທີ່ມີອິດທິພົນ ຢູ່ໃນຂົງເຂດເອເຊຍ ໄດ້ຫລີກລ້ຽງການເປັນຈຸດສົນໃຈຂອງຄົນທົ່ວໄປ.

ແຕ່ວ່າໃນເດືອນມັງກອນຜ່ານມາ ຕຳຫຼວດຂອງເນເທີແລີ ໄດ້ຈັບທ້າວ ເຊ ຈີ ລົບ (Tse Chi Lop) ທີ່ນະຄອນອາມສະເຕີດາມ (Amsterdam). ລາວໄດ້ຖືກຂະໜານນາມວ່າ ເປັນ 'ແອລ ຈາໂປ (El Chapo)' ຂອງເອເຊຍຊຶ່ງເປັນ ຊື່ທີ່ເອີ້ນຕາມນັກຄ້າຢາເສບຕິດ ຊາວເມັກຊິໂກ. ບັນດາເຈົ້າໜ້າທີ່ຫວັງວ່າ ການຈັບຕົວທ້າວ ເຊ ຈີ ລົບ (Tse Chi Lop) ຈະເປີດເຜີຍໃຫ້ຮູ້ຄວາມລັບ ຂອງການຄ້າທີ່ຄອບງໍາໂດຍອົງການລຶກລັບ ທີ່ຮູ້ກັນໃນນາມວ່າ "ສາມກໍ (Sam Gor)" ຫຼື "ບໍລິສັດ" ນັ້ນໄດ້.

ທ່ານ ເຈເຣມມີ ດັກກລາສ (Jeremy Douglas) ຈາກຫ້ອງການຢາເສບຕິດ ແລະອາຊະຍາກຳຂອງອົງການສະຫະປະຊາຊາດກ່າວວ່າ:
“ສາມກໍ (Sam Gor) ຂ້ອນຂ້າງວ່າ ຈະເປັນກຸ່ມທີ່ໃຫຍ່ທີ່ສຸດທີ່ປະດິດສ້າງການປ່ຽນແປງທີ່ພວກເຮົາໄດ້ເຫັນຢູ່ໃນການຄ້າຢາເສບຕິດ ໃນຂົງເຂດເອເຊຍຕາເວັນອອກ ແລະຕາເວັນອອກສຽງໃຕ້ນີ້ອອກມາ. ໃນຂົງເຂດເອເຊຍ, ອອສເຕຣເລຍ ແລະນິວຊີແລນໃນໄລຍະເວລາຫົກ, ເຈັດ ປີຜ່ານມານີ້ ແມ່ນເປັນບ່ອນທີ່ມີການຖີບຕົວສູງຂຶ້ນຢ່າງໃຫຍ່ຫຼວງຂອງຢາບ້າເມັດໃສໆ ທີ່ກະທົບໃສ່ຂົງເຂດດັ່ງກ່າວ. ຢູ່ເບື້ອງຫລັງຂອງການຖີບຕົວສູງຂຶ້ນນັ້ນ ແມ່ນອົງການທີ່ມີການຄວບຄຸມຢ່າງເຂັ້ມງວດ ແລະດີ ທີ່ປະຕິບັດງານແບບທີ່ພວກເຮົາບໍ່ເຄີຍເຫັນມາກ່ອນ, ໂດຍພື້ນຖານແລ້ວ ແມ່ນ ເປັນເຄືອຂ່າຍທຸລະກິດ ທີ່ນຳເອົາທັກສະຫລາຍແບບ ທີ່ແຕກຕ່າງກັນມາເຮັດວຽກ ຮ່ວມກັນ.”

ໝາຍເລກສອງຂອງກຸ່ມສາມກໍ, ທ້າວ ລີ ຈຸນ ສຸກ (Lee Chun Chuk), ທີ່ເຫັນຢູ່ໃນຮູບຂອງຕຳຫຼວດທີ່ຖ່າຍໃນໄລຍະສາມທົດສະວັດນີ້ ຖືກຈັບຢູ່ໃນເຂດໃຈກາງບາງກອກ 4 ເດືອນ ກ່ອນນາຍຂອງລາວຈະຖືກຈັບ.

ລາວກຳລັງຕໍ່ສູ້ ໃຫ້ຖືກສົ່ງກັບໄປອອສເຕຣເລຍ ໃນຂໍ້ຫາຄ້າຢາເສບຕິດ.

ທ່ານ ມົນຕຣີ ຢິ້ມແຢ້ມ (Montree Yimyam), ກຳມາທິການຈາກຫ້ອງການສະກັດກັ້ນຢາເສບຕິດກ່າວເປັນພາສາໄທວ່າ:
“ເມື່ອຫົວໜ້າແກັ້ງຖືກຈັບ ທັງ ລີ ຈຸນ ສຸກ (Lee Chun Chuk) ແລະ ເຊ ຈີ ລົບ (Tse Chi Lop) ແລ້ວກໍ ແມ່ນມີການລົບກວນໃນລະດັບນຶ່ງຕໍ່ການຂົນສົ່ງຢາເສບຕິດຂະໜາດໃຫຍ່ ໄປຍັງປະເທດອອສເຕຣເລຍ. ແຕ່ມັນກໍຈະເປັນການຊົ່ວຄາວເທົ່ານັ້ນ. ລັກສະນະຂອງການຄ້າຂາຍຢາເສບຕິດ ກໍຄືເມື່ອຫົວຂອງມັນຖືກຕັດອອກ, ມັນກໍຈະມີຜູ້ໃດຜູ້ນຶ່ງຂຶ້ນມາແທນທີ່ ເປັນອັນດັບນຶ່ງຢູ່ສະເໝີ. "

ສຳລັບຕຳຫຼວດຢາເສບຕິດຂອງໄທແລ້ວນັ້ນກໍໝາຍຄວາມວ່າ ວຽກງານນີ້ແມ່ນບໍ່ສິ້ນສຸດຈັກເທື່ອ.

ແຕ່ວ່າອົງການຈັດຕັ້ງນັ້ນກໍຍັງປັບຕົວໄວອີກດ້ວຍ - ຫັນປ່ຽນຢາບ້າຫລື meth, ການແບ່ງປັນຜົນກຳໄລກັບແກັ່ງຢາເສບຕິດສາກົນ ແລະການຟອກເງິນຜ່ານກາ ສິໂນ, ການເຮັດຕຶກຄອນໂດ ແລະເງິນຕາດິຈິຕອລ ຫລືເງິນທາງອິນເຕີແນັດ.

ທ່ານ ດັກກລາສ ກ່າວເພີ້ມອີກວ່າ:
“ຄວາມແຕກຕ່າງຂອງກຸ່ມສາມກໍ ເກືອບຄ້າຍຄືກັນກັບຮູບແບບທຸລະກິດທີ່ ຖືກ ຢຸດສະງັກ. ຈະເວົ້າອີກຢ່າງນຶ່ງ ພວກເຂົາເຮັດວຽກນໍາກັນ ຢູ່ທົ່ວທຸກກຸ່ມ, ການເຊື່ອມໂຍງກັນກັບເຄືອຂ່າຍຂອງກຸ່ມຕ່າງໆ ທີ່ມີຜົນປະໂຫຍດຮ່ວມກັນ ໃນການສ້າງລາຍໄດ້ໃຫ້ຫຼາຍ. ສະນັ້ນ, ພວກເຂົາໄດ້ນຳເອົາທັກສະທີ່ແຕກຕ່າງກັນແລະ ຜົນປະໂຫຍດມທັງໝົດເຫລົ່ານີ້ມາໂຮມເຂົ້າກັນ.”

ປະເທດໄທຄິດໄລ່ຄ່າການສູນເສຍມະນຸດຈາກການຄ້າຢາເສບຕິດ ຢູ່ໃນເລື້ອງ ການຕິດຢາ ແລະດ້ານອາດຊະຍາກຳ. ທ້າວ ອັກຄະຣະເສດ ສະແວງຊິນນະວົງ (Akkraset Chawengchinnawong), ຜູ້ທີ່ເຄີຍຕິດຢາບ້າ ທີ່ດໍາເນີນກຸ່ມການປິ່ນປົວຜູ້ຕິດຢາຕອນນຶ່ງ ຢູ່ໃນບາງກອກ ກ່າວວ່າ ການສະໜອງໃຫ້ເກີນຄວາມຕ້ອງການ ກໍາລັງເຮັດໃຫ້ລາຄາຢາ ຢູ່ຕາມຖະໜົນຫຼຸດລົງ.

ທ້າວອັກຄະຣະເສດກ່າວເພີ້ມອີກວ່າ:
“ໃນໄລຍະຜ່ານມາຢາໄອ ມັນຄືຢາສໍາລັບຄົນທີ່ພໍຈະມີກໍາລັງຊັບ, ມີຖານະທາງສັງຄົມສູງ. ດຽວນີ້, ຍ້ອນລາຄາມັນຖືກ, ມັນຈຶ່ງມາເຖິງຄົນລະດັບກາງ ແລະລະດັບຕໍ່າກວ່ານັ້ນໄດ້.”

ການຕິດຢາບ້າຂອງທ້າວອັກຄະຣະເສດ ເຮັດໃຫ້ລາວຕິດໜີ້ ແລະກໍ່ອາດຊະຍາກຳ ແລະເຮັດໃຫ້ລາວສູນເສຍສາຍສຳພັນກັບຄົນຮັກໄປ. ລາວມີຂໍ້ຄວາມທີ່ໜັກ ແໜ້ນສົ່ງໄປຫາຜູ້ທີ່ກຳລັງພະຍາຍາມຈະຕິດຢາເສບຕິວ່າ. "ຖ້າທ່ານບໍ່ໄດ້ຕິດມັນນັ້ນຖືວ່າ ເປັນຂອງຂວັນຈາກພະເຈົ້າ ...ສະນັ້ນຈົ່ງ ຮັກສາພອນນີ້ໄວ້."

ອ່ານຂ່າວນີ້ເປັນພາສາອັງກິດຢູ່ຂ້າງລຸ່ມ

Last month’s arrest of one of Asia’s most wanted men - Tse Chi Lop - may have dented Southeast Asia’s multibillion dollar drug trade. But with major money to be made, the cartel’s main product—methamphetamine -- keeps flowing and Thailand is on the front line to stem that flow. For VOA, Vijitra Duangdee reports from Bangkok

Highly addictive and cheaper than ever, record amounts of methamphetamines and heroin are pouring out of the narcotics laboratories of the Golden Triangle, which straddles the borders of Laos, Myanmar and Thailand.

Asia’s drug lords make up to $70 billion a year trafficking tons of their illicit cargo. Thailand is a gateway to the biggest drug market of Australia and Japan. Thai police are making record seizures, especially of the highly potent hallucinogen crystal meth.

Unlike their Latin American counterparts, Asia’s drug barons shun the limelight.

But in January Dutch police arrested Tse Chi Lop in Amsterdam. He is dubbed Asia’s ‘El Chapo’, after the Mexican drug lord. Officials hope Tse Chi Lop’s capture will break open the secrets of a trade dominated by a shadowy syndicate known as “Sam Gor” or “The Company.”

Jeremy Douglas, United Nations Office on Drugs and Crime:
“Sam Gor is likely the largest group that engineers the shifts we’ve seen in the drug trade in East and Southeast. Asia, Australia and New Zealand over the past half-dozen years where there’s been this massive surge of crystal meth hitting the region. Behind that surge was a very tight, well-controlled organization that functioned in the way that we haven’t seen before, essentially as a business network bringing together different skill sets.”

Sam Gor’s number two, Lee Chun Chuk - seen here in police photos taken over three decades - was arrested in downtown Bangkok four months before his boss.

He is fighting extradition to Australia on drug charges.

Montree Yimyam, Commissioner, Narcotics Suppression Bureau:
“When gang leaders Lee Chun Chuk and Tse Chi Lop were arrested there was a level of disruption to the transport of large shipments of drugs to Australia. But it will only be temporary. Characteristics of the drug trade are when the heads are cut off, there’ ll always be someone rising to the top spot.”

For Thailand’s drug police that means the work never stops.

But the syndicates, also adapt fast – turning out meth, splitting profits with international gangs and laundering cash through casinos, condos and cryptocurrency.

Jeremy Douglas, United Nations Office on Drugs and Crime:
“Sam Gor’s difference is almost like a disruptive business model. They’ve in a sense worked across groups, networking together different groups with the same common interest in making a lot of money. So, they brought together all these different skills and interests.”

Thailand counts the human cost of drug trade in addiction and crime. Akkraset Chawengchinnawong, a former crystal meth addict who runs a therapy group session in Bangkok says oversupply is driving down street prices.

Akkraset Chawengchinnawong, Former Addict:
“In the past ice was used by people with money, higher social status. Now, due to its cheap price, it’s reaching the middle class and below.”

Akkraset’s meth addiction sunk him into debt and crime and cost him relationships. He has a stark message for those toying with trying the drug.
“If you haven’t done it, that’s a gift from God… cherish it.”

XS
SM
MD
LG