ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຄ້າ ແລະ ການ​ຜະ​ລິດ​ຢາ​ເສບ​ຕິດ​ຢູ່​ເຂດ​ສາມຫຼ່ຽມ​ຄຳ ເພີ່ມ​ຂຶ້ນ​ເກີນກວ່າ 7 ເທົ່າ​ ໃນ​ປີ 2021 ທຽບ​ໃສ່​ປີ 2020


ເຈົ້າ​ໜ້າ​ທີ່​ຕຳຫຼວດ ເຝົ້າ​ຍາມ​ຖົງ​ຢາ​ບ້າ​ໃນ​ລະ​ຫວ່າງ​ພິ​ທີ​ທຳ​ລາຍ​ຢາ​ເສບ​ຕິດ​ໃນ​ຈັ​ງ​ຫວັດ ອະ​ຢຸດ​ທະ​ຍາ, ທາງ​ພາກ​ເໜືອ​ຂອງ ບາງກອກ, ປະ​ເທດ ໄທ. 26 ມິ​ຖຸ​ນາ, 2015.
ເຈົ້າ​ໜ້າ​ທີ່​ຕຳຫຼວດ ເຝົ້າ​ຍາມ​ຖົງ​ຢາ​ບ້າ​ໃນ​ລະ​ຫວ່າງ​ພິ​ທີ​ທຳ​ລາຍ​ຢາ​ເສບ​ຕິດ​ໃນ​ຈັ​ງ​ຫວັດ ອະ​ຢຸດ​ທະ​ຍາ, ທາງ​ພາກ​ເໜືອ​ຂອງ ບາງກອກ, ປະ​ເທດ ໄທ. 26 ມິ​ຖຸ​ນາ, 2015.

ການ​ຄ້າ ແລະ ການ​ຜະ​ລິດ​ຢາ​ເສບ​ຕິດ​ຢູ່​ເຂດ​ສາມຫຼ່ຽມ​ຄຳ ຫຼື ເຂດ​ຊາຍ​ແດນ​ລະ​ຫວ່າງ​ມຽນ​ມາ-ລາວ-ໄທ ເພີ່ມ​ຂຶ້ນ​ເກີນກວ່າ 7 ເທົ່າ​ໃນ​ປີ 2021 ທຽບ​ໃສ່​ປີ 2020 ໂດຍ​ຍຶດ​ຢາ​ບ້າ ແລະ ຢາໄອ​ຊ໌ ໄດ້​ເກີນກວ່າ 171 ໂຕນ.

ດ​ຣ. ເຈ​ເຣ​ມີ ດັກ​ກ​ລາ​ສ ຜູ້​ແທນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຄວບ​ຄຸມ​ອາ​ຊະ​ຍາ​ກຳ ແລະ ຢາ​ເສບ​ຕິດ (UNODC) ຖະ​ແຫຼງວ່າ​ການ​ຮ່ວມ​ມື​ເພື່ອ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ເອ​ເຊຍ​ຕ​າ​ເວັນ​ອອກ​ສຽງ​ໃຕ້​ໃນ​ຕະຫຼອດ​ປີ 2021 ສາ​ມາດ​ຍຶດ​ຢາ​ບ້າ​ ແລະ ຢາ​ໄອ​ຊ໌ ໄດ້ຫຼາຍກວ່າ 171.5 ໂຕນ​ໂດຍ​ໃນ​ນີ້​ເກີນກວ່າ 90 ເປີ​ເຊັນ​ເປັນ​ຢາ​ເສ​ບ​ຕິດ​ທີ່​ຍຶດ​ໄດ້​ຈາກ​ເຂດ​ສາມ​ຫຼ່ຽມ​ຄຳ ທີ່​ເປັນ​ເຂດ​ຊາຍ​ແດນລະ​ຫວ່າງ ມຽນ​ມາ-ລາວ-ໄທ ນັ້ນ​ທັງ​ຍັງ​ເປັນ​ການ​ຍຶ​ດ​ຢາ​ເສ​ບ​ຕິດ​ທີ່​ເພີ່ມ​ຂຶ້ນ​ເກີນກວ່າ 7 ເທົ່າ​ຕົວ ເມື່ອ​ທຽບ​ໃສ່​ປີ 2020 ອີກ​ດ້ວຍ.

ສ່​ວນ​ທ່ານ ສົມ​ສັກ ເທບ​ສຸ​ທິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ ໄທ ຖະ​ແຫຼງວ່າ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ ຈີນ, ມຽນ​ມາ, ລາວ, ໄທ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ​ນັ້ນ​ສາ​ມາດ​ຈັບ​ຜູ້​ຕ້ອງ​ຫາ ແລະ ຍຶດ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ ແຕ່​ວ່າ​ການ​ຄ້າ​ຢາ​ເສບ​ຕິດ​ກໍ​ຍັງ​ບໍ່​ເບົາ​ບາງ​ລົງ ໂດຍ​ສະ​ເພາະ​ແມ່ນ​ຢາ​ບ້າ ແລະ ຢາ​ໄອ​ຊ໌​ນັ້ນ ກໍ​ຄື​ຢາ​ເສບ​ຕິດ​ທີ່​ມີ​ການ​ຜະ​ລິດຫຼາຍ​ທີ່​ສຸດ​ໃນ​ເຂດ​ສາມຫຼ່ຽມ​ຄຳ​ທີ່ UNODC ປະ​ເມີນ​ວ່າ​ມີ​ມູນ​ຄ່າ​ລະ​ຫວ່າງ 7 ໝື່ນ​ລ້ານ​ໂດ​ລາ ຫາ 1 ແສນ​ລ້ານ​ຕໍ່​ປີ.

ທັງ​ນີ້​ປະ​ເທດ ລາວ ຖືກ​ໃຊ້​ເປັນ​ທາງ​ຜ່ານ​ຂອງ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມຫຼ່ຽມ​ຄຳ​ໄປ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ຂຶ້ນ ສ່ວນ​ຢາ​ເສ​ບ​ຕິດ​ທີ່​ຍຶດ​ໄດ້​ໃນ​ແຕ່​ລະ​ຄັ້ງ​ກໍ​ປະ​ລິ​ມານ​ເພີ່ມ​ຂຶ້​ນ່​ຢາງຫຼວງຫຼາຍ ຊຶ່ງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຜ່ານ​ລາວ​ໄປ​ຕ່າງ​ປ​ະ​ເທດ​ນັ້ນ ກໍ​ຄື​ຂະ​ບວນ​ການ​ຂ້າມ​ຊາດ​ຂະ​ໜາດ​ໃຫຍ່​ທີ່​ມີ​ເຄືອ​ຂ່າຍ​ຢ່າງກວ້າງ​ຂວາງ​ໃນ​ລາວ ແລະ ປະ​ເທດ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ໂດຍ​ຈາ​ກ​ການ​ຮ່ວມ​ລາດ​ຕະ​ເວນ​ໃນ​ແນວ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ທາງ​ການ​ຕຳຫຼວດ ຈີນ, ມຽນ​ມາ, ລາວ, ໄທ​ໃນ​ຕະຫຼອດ​ປີ 2021 ທີ່​ຜ່ານ​ມາ ສາ​ມາດ​ຈັບ​ກຸມ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ​ໄດ້​ເຖິງ 8,325 ກໍ​ລະ​ນີ ຄວບ​ຄຸມ​ຕົວ​ຜູ້​ຕ້ອງ​ຫາ​ໄດ້ 8,043 ຄົນ ແລະ ຍຶດ​ຢາ​ເສບ​ຕິດ​ໄດ້ຫຼາຍກວ່າ 35 ໂຕນ. ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ​ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ກັບ ໄທ ໄດ້​ຕົກ​ລົງ​ຮ່ວມ​ມື​ເພື່ອ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ ແລະ ອາ​ຊະ​ຍາ​ກຳ​ທຸກ​ຮູບ​ແບບ​ໃນ​ຕະຫຼອດ​ແນວ​ເຂດ​ຕິດ​ຕໍ່​ຊາຍ​ແດນ ລະ​ຫວ່າງ​ກັນ​ໃຫ້ຫຼາຍ​ຂຶ້ນ ດັ່ງ​ທີ່​ພົນ​ເອກ ປ​ຣະ​ຢຸດ ຈັນ​ໂອ​ຊາ ນ​າ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຖະ​ແຫຼງ​ຢືນ​ຢັນ​ວ່າ

“ດ້ານ​ຄວາມ​ໝັ້ນ​ຄົງ ໄທ ແລະ ສ​ປ​ປ ລາວ ຈະ​ເພີ່ມ​ຄວາມ​ເຂັ້ມ​ງວດ​ເຂົ້າ​ໃນ​ການ​ລາດ​ຕະ​ເວນ​ຕາມ​ແລວ​ຊາຍ​ແດນ ເພື່ອ​ປ້ອງ​ກັນ​ກາ​ນ​ລັກ​ລອບ​ຂ້າມ​ແດນ​ຜິດ​ກົດ​ໝາຍ ແລະ ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ ແລະ ປາ​ບ​ປາມ​ຢາ​ເສ​ບ​ຕິດ ຂ້າ​ພະ​ເຈົ້າ​ກໍ​ໄດ້​ແຈ້ງ​ຄວາມ​ພ້ອມ​ຂອງ ໄທ ທີ່​ຈະ​ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ໃນ​ການ​ຂະ​ຫຍາ​ຍ​ຜົນ​ການ​ຈັບ​ກຸມ ແລະ ການມອບ​ອຸ​ປະ​ກອນ​ສືບ​ສວນ​ສອບ​ສວນ​ທີ່​ທັນ​ສະ​ໄໝ ນອກ​ຈາກນີ້​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ແກ້​ໄຂ​ບັນ​ຫາ​ແກັ່ງ Call Center ແລະ ບັນ​ຫາ​ການ​ຄ້າ​ມະ​ນຸດ​ຢ່າງ​ເຕັມ​ທີ່​ເພື່ອບໍ່​ໃຫ້​ປະ​ຊາ​ຊົນ​ຂອງ​ເຮົາ​ຕ້ອງ​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ​ຈາກ​ການ​ກະ​ທຳ​ຂອງ​ມິດ​ສາ​ຊີບ ແລະ ເຮົາ​ເຫັນ​ພ້ອມ​ທີ່​ຈະ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ໃນ​ດ້ານ​ສື່ມວນ​ຊົນ ເພື່ອ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ອັນ​ດີ​ລະ​ຫວ່າງ​ປະ​ຊາ​ຊົນ​ທັງ 2 ຝ່າຍ.”

ສ່ວນ​ພົນ​ຕີ ຄຳ​ກິ່ງ ຜຸຍຫຼ້າ​ມະ​ນີ​ວົງ ຫົວ​ໜ້າ​ກົມ​ໃຫຍ່​ຕຳຫຼວດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ກໍ​ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ​ໄດ້​ມີ​ການ​ຂຶ້ນ​ບັນ​ຊີ​ລາຍ​ຊື່​ນັກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ​ຕົວ​ໃນ​ໄລ​ຍະ​ຕໍ່​ໄປ​ນີ້​ຈຳ​ນວນ 2,299 ຄົນ ໃນ​ນີ້​ກໍ​ລວມ​ເຖິງ 1,996 ຄົນ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ກັບ 196 ຄົນ​ທີ່​ພົ້ນ​ໂທດ​ແລ້ວ ແຕ່​ກໍ​ຍັງ​ສືບ​ຕໍ່​ການ​ຄ້າ​ຢາ​ເສບ​ຕິດ ແລະ 7 ຄົນ​ທີ່ຫຼົບ​ໜີ​ຈາກ​ສະ​ຖານ​ທີ່​ຄຸມ​ຂັງ​ທັງ​ຍັງ​ໄດ້​ມີ​ການ​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ​ເພີ່ມ​ຂຶ້ນ​ອີກ​ເຖິງ 100 ຄົນ​ທີ່​ເປັນ​ຜົນ​ຈາກ​ການ​ສືບ​ສວນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ພົບ​ດ້ວຍ​ວ່າ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຄ​ຕິດ​ຂ້າມ​ຊາດ​ໄດ້​ນຳ​ໃຊ້ 13 ພື້ນ​ທີ່​ໃນ​ລາວ ສຳ​ລັບ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຢາ​ເສບ​ຕິດ ແລະ ສານ​ເຄ​ມີ​ຢູ່​ຊາຍ​ແດນ​ຕິດ​ຕໍ່​ກັບ​ປະ​ເທດ​ເພື່ອນ​ບ້ານ.

ທັງ​ນີ້​ໂດ​ຍ​ສະ​ເພາະ​ໃນ​ຊ່ວງ​ເດືອນ​ກັນຍາ-ທັນ​ວາ 2021 ຖື​ເປັນ​ໄລ​ຍະ​ທີ່​ຈັບ​ຜູ້​ຕ້ອງ​ຫາ ແລະ ຍຶດ​ຢາ​ເສບ​ຕິດ​ໄດ້ຫຼາຍ​ທີ່​ສຸດ​ກໍ​ຄື​ສາ​ມາດ​ມ້າງ​ທຳ​ລາຍ​ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້ 2,884 ຄັ້ງ​ຈັບ​ກຸມ​ຜູ້​ຕ້ອງ​ຫາ​ໄດ້ 3,989 ຄົນ ໃນ​ນີ້​ເປັນ​ຜູ້​ຕ້ອງ​ຫາ​ຊາວ ຫວຽດ​ນາມ, ຈີນ ແລະ ໄທ​ເກືອບ 100 ຄົນ​ພ້ອມ​ທັງ​ຍຶດ​ຢາ​ບ້າ​ໄດ້ຫຼາຍກວ່າ 125 ລ້ານ​ເມັດ, ຢາ​ໄອ​ຊ໌​ເກີນກວ່າ 2,521 ກິ​ໂລກ​ຣາມ, ສານ​ເຄ​ມີ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ຢາ​ເສບ​ຕິດ​ເກີນກວ່າ 35 ໂຕນ, ຍານ​ພາ​ຫະ​ນະ, ອາ​ວຸດ​ປືນ ແລະ ອຸ​ປະ​ກອນ​ສື່​ສາ​ນ​ທັນ​ສະ​ໄໝຫຼາຍກວ່າ 25,000 ລາຍ​ການ. ສ່ວນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ເຂດ​ນະ​ຄອນຫຼວງວຽງ​ຈັນ​ໃນ​ຊ່ວງ​ເດືອນ​ກັນ​ຍາ-ທັນ​ວາ 2021 ນັ້ນ​ກໍ​ເປັນ​ໄລ​ຍະ​ທີ່​ຈັບ​ຜູ້​ຕ້ອງ​ຫາ ແລະ ຍຶດ​ຢາ​ເສບ​ຕິດ​ໄດ້ຫຼາຍ​ທີ່​ສຸດ ກໍ​ຄື​ສາ​ມາດ​ມ້າງ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ໄດ້ 1,909 ກໍ​ລະ​ນີ​, ຈັບ​ຜູ້​ຕ້ອງ​ຫາ 2,982 ຄົນ, ຍຶດ​ຢາ​ບ້າ​ໄດ້​ກວ່າ 190 ລ້ານ​ເມັດ, ຢາ​ໄອ​ຊ໌ກວ່າ 3 ໂຕນ, ສານ​ເຄ​ມີກວ່າ 45 ໂຕນ ແລະ ຍຶດ​ຊັບ​ຂອງ​ຜູ້​ຕ້ອງ​ຫາ​ໄດ້ຫຼາຍກວ່າ 150 ລ້ານ​ບາດ.

XS
SM
MD
LG