ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລັກລອບຄ້າຢາເສບຕິດໃນລາວ ຍັງສືບຕໍ່ເພີ້ມຂຶ້ນ ເຖິງແມ່ນວ່າ ຈະມີການ ຈັບກຸມ ແລະຢຶດຢາເສບຕິດໄດ້ຢ່າງຫຼວງຫຼາຍກໍຕາມ


ປ້າຍໂຄສະນາ ການຕໍ່ຕ້ານຄ້າຢາເສບຕິດ ເນັ້ນໜັກເຖິງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງ
ປ້າຍໂຄສະນາ ການຕໍ່ຕ້ານຄ້າຢາເສບຕິດ ເນັ້ນໜັກເຖິງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງ

ການຄ້າຢາເສບຕິດໃນລາວທີ່ມີການເຊື່ອມຕໍ່ກັບເຄືອຂ່າຍອົງການກໍ່ອາດຊະຍາກໍາຂ້າມຊາດນັ້ນ ຍັງສືບຕໍ່ເພີ້ມຂຶ້ນ ເຖິງແມ່ນວ່າ ຈະມີການຈັບກຸມ ແລະຢຶດຢາເສບຕິດໄດ້ຢ່າງຫລວງຫຼາຍໃນໄລ​ຍະສອງສາມປີຜ່ານມານີ້ກໍຕາມ ດ້ວຍເຫດໃດ ຈຶ່ງເປັນເຊັ່ນນັ້ນ ໄຊ​ຈະ​ເລີນ​ສຸກ​ ມີ​ລາຍ​ງານ ​ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນຫາການລັກລອບຄ້າແລະເສບຢາເສບຕິດໃນລາວ ສືບຕໍ່ເພີ້ມຂຶ້ນຫລາຍເປັນ ພິເສດໃນໄລຍະສອງສາມປີຜ່ານມານີ້ ເຖິງແມ່ນວ່າ ຈະມີການຈັບກຸມຜູ້ຂົນສົ່ງ ແລະຢຶດຢາບ້າ ແລະະຢາໄອສ໌ ໄດ້ເພີ້ມຂຶ້ນຢູ່ກໍຕາມ. ການລັກລອບຄ້າຢາປະ ເພດນີ້ ໄດ້ແຜ່ລາມອອກຢ່າງວ່ອງໄວ ໃນຊຸມຊົນ ທັງນີ້ ກໍເພາະວ່າ ບໍ່ສາມາດ ຈັບກຸມຜູ້ຜະລິດ ຫລືຫົວໜ້າຄ້າຢາເສບຕິດລາຍໃຫຍ່ໄດ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງທີ່ຄວບຄຸມສູນບໍາບັດຜູ້ຕິດຢາເສບຕິດ ໃນນະຄອນຫລວງວຽງຈັນໃຫ້ຄໍາເຫັນວ່າ:

“ໂອ້ຍ ມັນຊິໝົດໄດ້ຈັ່ງໃດ? ມັນແຜ່ຕະຫລອດຢູ່. ປາບຈັ່ງໃດກະບໍ່ໝົດດອກ. ກະແນວວ່າ ເຮົາຈັບໄດ້ແຕ່ປາຍມັນເນາະ ແຕ່ບ່ອນມັນເອົາມາ ຈັບບໍ່ໄດ້. ຜູ້ຂາຍເພີ້ມຂຶ້ນ. ຈາກຜູ້ເສບ ກາຍເປັນຜູ້ຂາຍ ມັນຂະຫຍາຍໄປເລື້ອຍໆ ຈັ່ງຊີ້ນະ. ຜູ້ຜະລິດ ເຮົາຈັບບໍ່ໄດ້ ເຮົາຈັບໄດ້ແຕ່ບ່ອນຂົນສົ່ງມານີ້, ຜູ້ເອົາສິນຄ້າມານີ້ ຜູ້ຄ້າແທ້ ເຮົາເອົາບໍ່ໄດ້ ມັນຈັບບໍ່ໄດ້ໝົດຈັກເທື່ອດອກ. ຈັບໄດ້ຜູ້ນີ້ ຜູ້ໃໝ່ກະມາ ຕະຫລອດ. ງົບປະມານຊິມາທຸ້ມໃສ່ໂຕນີ້ ເຂົາກະມີຫນ້ອຍ ວ່າຊັ້ນຊະ. ຄັນທຸ້ມງົບປະມານແນ່ແມ້ຫັ້ນ ກະລຽບລ້ອຍໂລດແຫລະ ໃນແຕ່ລະແຂວງແມ້ ສົມໝຸດວ່າ ເອົ໋າເງິນຕື້ນຶ່ງເດີ້ປີນີ້ ໃຫ້ສຸມໃສ່ວຽກງານຢາເສບຕິດໜີ້ ໂອ້ຍຢ້ານວ່າມື້ລະຈັກລາຍບຸຫັ້ນ.”

ສ່ວນທ່ານພົນເອກ ວິໄລ ຫລ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ຊຶ່ງຫາກໍ່ຂຶ້ນ​ເປັນຮອງນາຍົກລັດຖະມົນຕີນໍາອີກ ໃນເດືອນແລ້ວນີ້ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໂດຍໃຫ້ຄໍາ ໝັ້ນສັນຍາວ່າ ຈະປາບປາມຜູ້ຢູ່ເບື້ອງຫຼັງ ຂອງເຄືອຂ່າຍການຄ້າ ທີ່ຜິດກົດໝາຍນີ້ສຸດຂີດ ຖ້າມີຂໍ້ມູນຂອງຜູ້ກະທໍາຜິດແທ້ ຊຶ່ງໃນຄໍາຖະແຫລງຕອນນຶ່ງ ທ່ານເວົ້າວ່າ:

“ມາເຖິງປັດຈຸບັນນີ້ ພວກເຮົາແກ້ ອົງກອນສືບສວນສອບສວນ ພວກເຮົາປັບປຸງຍົກລະດັບ. ສ່ວນທີ່ພົວພັນເຖິງການຄ້າ ການຂາຍເນາະ ການຢູ່ເບື້ອງໜ້າເບື້ອງຫລັງ ການບໍ່ມີຄວາມເປັນທໍາ ວ່າຕັ້ງແຕ່ພວກເຮົາຮູ້ປະຕິບັດວິໄນໝົດດຽວນີ້. ບໍ່ຈົ່ງຈັກຄົນ ຊັ້ນສູງຈັ່ງໃດກະຢ່າມັນ ຂອງມັນເຮັດຜິດ ເດັດຂາດເຮັດແນວນັ້ນ ຕ່າງແຕ່ວ່າພວກເຮົາບໍ່ເຫັນ ຖ້າເຫັນກະຂໍໃຫ້ເອົາຂໍ້ມູນມາໃຫ້ ຄືໄດ້ເວົ້ານໍາກັນເມື່ອກ່ອນຢັ້ງຢືນນໍາທ່ານ.”

ທາງດ້ານອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ຄວບ​ຄຸມ​ອາ​ຊະ​ຍາ​ກຳແລະຢາ​ເສບ​ຕິດ (UNODC) ລາຍງານເມື່ອມໍ່ໆມານີ້ວ່າ ມີການຢຶດ​ຢາບ້າ ຫລື metham​phetamine ແລະ ຢາ​ໄອ​ຊ໌ ໄດ້ເກືອບຮອດ 172 ໂຕນ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນປີ 2021. ໃນນັ້ນ ມີຢາບ້າ ຫລາຍກວ່າ 1 ຕື້ເມັດ ຊຶ່ງ ເປັນຈໍານວນທີ່ເພີ້ມຂຶ້ນ 7 ເທົ່າ ເມື່ອທຽບໃສ່ 10 ປີ ກ່ອນໜ້ານີ້ ທີ່ມີພຽງແຕ່ 143 ລ້ານເມັດເທົ່ານັ້ນ. ທ່ານເຈເຣມີ ດັກກລາສ (Jeremy Douglas) ຜູ້​ແທນ​ຫ້ອງການຢາ​ເສບ​ຕິດ​ໃນ​ເອ​ເຊຍ​ຕ​າ​ເວັນ​ອອກ​ສຽງ​ໃຕ້ຂອງ UNODC ​ກ່າວວ່າ ເກີນກວ່າ 90 ເປີ​ເຊັນ​ຂອງຢາເສບຕິດ ທີ່ຢຶດໄດ້ນັ້ນ ແມ່ນມາ​ຈາກ​ເຂດ​ສາມ​ຫຼ່ຽມ​ຄຳ ທີ່​ເປັນ​ເຂດ​ຊາຍ​ແດນລະ​ຫວ່າງມຽນ​ມາ-ລາວ-ໄທນັ້ນ. ລາຍງານນີ້ເວົ້າ ອີກວ່າ ສປປ ລາວ ທີ່ມີສະພາບພູມີສາດ ເອື້ອອໍານວຍແກ່ການຂົນສົ່ງຢາທີ່ຜິດກົດໝາຍປະເພດນີ້ ໄດ້ມີບົດບາດເພີ້ມຂຶ້ນ ໃນການເປັນຈຸດຜ່ານຂອງເສັ້ນທາງລໍາລຽງຢາເສບຕິດ ຈາກເຂດນີ້ ເຂົ້າໄປຫາໄທ ແລະພາກສ່ວນອື່ນຂອງຂົງເຂດແມ່ນໍ້າຂອງ ແລະເອເຊຍປາຊີຟິກ.

ສະພາບການນີ້ ແມ່ນຫລຸດຜ່ອນລົງໄດ້ຍາກ ສ່ວນນຶ່ງ ກໍແມ່ນສືບເນື່ອງມາຈາກການຂາດຄວາມຮັບຜິດຊອບ ແລະການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ກ່ຽວຂ້ອງ, ອີງຕາມ UNDOC ປະຈໍາຂົງເຂດເອເຊຍຕາເວັນອອກສຽງໃຕ້. ການສໍາຫລວດໃນປີ 2019 ຂອງຫ້ອງການນີ້ ພົບວ່າ ການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ປະຈໍາຊາຍແດນ ແລະເຈົ້າໜ້າທີ່ຂັ້ນສູງຈໍານວນນຶ່ງ ມີບົດບາດສໍາຄັນ ໃນເລື້ອງການກໍ່ອາດຊະຍາກໍາຂ້າມຊາດ ໂດຍສະເພາະແມ່ນຢາເສບຕິດ.

ພ້ອມກັນນັ້ນ ພະນັກງານຂັ້ນສູງຂອງລັດຖະະບານໃນແຂວງຈໍາປາສັກ ກໍບອກວ່າ:

“ມັນກະບໍ່ຮູ້ ເຮົາກະບໍ່ຈັກຊິວ່າ ໂຕນີ້ໜີ້ໜະ. ມັນຫລາຍ. ປາບປາມຈັ່ງໃດມັນກະບໍ່ໝົດນີ້ແຫລະ. ກະມີ ມັນກະມີການຮູ້ເຫັນເປັນໃຈກັບບາງສ່ວນ ພວກທີ່ຢູ່ນອກແຖວຫັ້ນແຫລະ.”

ສະຫລຸບແລ້ວ ການຄ້າຢາເສບຕິດໃນລາວ ທີ່ມີການເຊື່ອມຕໍ່ກັບອົງການກໍ່ອາດ ຊະຍາກໍາຂ້າມຊາດນັ້ນ ຍັງສືບຕໍ່ເພີ້ມຂຶ້ນ ເຖິງແມ່ນວ່າ ຈະມີການຈັບກຸມ ແລະຢຶດຢາເສບຕິດໄດ້ຢ່າງຫລວງຫລາຍ ໃນໄລ​ຍະສອງສາມປີຜ່ານມານີ້ກໍຕາມ. ທັງນີ້ ກໍເພາະວ່າ ການຄ້າຢາທີ່ຜິດກົດໝາຍນີ້ ແຜ່ອອກຢ່າງຫລວງຫລາຍ ໃນຊຸມຊົນທີ່ເສບຢາເສບຕິດ ຂະນະທີ່ລັດຖະບານລາວ ມີງົບປະມານຈໍາກັດບວກກັບສະພາບສໍ້ລາດບັງຫລວງ ຂອງເຈົ້າໜ້າທີ່ກ່ຽວຂ້ອງຈໍານວນນຶ່ງ ຍັງສືບຕໍ່ມີຢູ່.

XS
SM
MD
LG