ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ການລໍາລຽງຢາເສບຕິດ ເຂົ້າມາລາວ ປາກົດວ່າ ເພີ້ມຂຶ້ນຫຼາຍເປັນພິເສດ ໃນຊ່ວງການລະບາດຂອງໂຄວິດ-19 ຢູ່ນີ້


ຢາບ້າທີ່ທາງການລາວ ສາມາດຍຶດມາໄດ້ ຈາກຂະບວນການຄ້າຢາເສບຕິດຂ້າມຊາດ.
ຢາບ້າທີ່ທາງການລາວ ສາມາດຍຶດມາໄດ້ ຈາກຂະບວນການຄ້າຢາເສບຕິດຂ້າມຊາດ.

ຂະນະທີ່ເຂດສາມຫຼ່ຽມຄຳຍັງເປັນແຫຼ່ງຜະລິດຢາບ້າທີ່ໃຫຍ່ທີ່ສຸດຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ນີ້, ປາກົດວ່າ ປະລິມານຢາທີ່ວ່ານີ້ ເຂົ້າມາ ລາວເພື່ອສົ່ງໄປຫາປະເທດເພື່ອນບ້ານ ແລະສົ່ງຕໍ່ໄປຕະຫຼາດອື່ນໃນຂົງເຂດເອ ເຊຍປາຊີຟິກ ເພີ້ມຂຶ້ນເປັນພິເສດ ໃນໄລຍະສອງປີຜ່ານມານີ້ ເມື່ອທາງການຈີນ ດໍາເນີນມາດຕະການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ ຢູ່ຕາມຊາຍແດນ ໃນ ແຂວງຢູນນານ ແລະມີສະພາບວຸ້ນວາຍ ຢູ່ເຂດພາກເໜືອຂອງມຽນມາ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ ກ່ຽວ ກັບເລື້ອງນີ້ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.

ການທີ່ລາວມີຊາຍແດນຕິດກັບທຸກປະເທດໃນເຂດແມ່ນໍ້າຂອງ ເຮັດໃຫ້ປະເທດນີ້ ມີລັກສະນະທີ່ອໍານວຍຄວາມສະດວກເປັນພິເສດແກ່ການລັກລອບຄ້າຢາເສບຕິດຢູ່ສາມຫຼ່ຽມຄຳ ທີ່ມີປະຫວັດອັນຍາວນານໃນເລື້ອງເປັນແຫລ່ງຜະລິດຢາເສບຕິດທີ່ສຳຄັນ. ໃນເມື່ອກ່ອນ ມີການຂົນສົ່ງຢາເສບຕິດອອກຈາກພາກເໜືອຂອງມຽນມາ ທີ່ເປັນສູນທີ່ຜະລິດຢາເສບຕິບ ແຕ່ໃນໄລຍະສອງປີຜ່ານມານີ້ ໄດ້ມີການປ່ຽນແປງເສັ້ນທາງການຄ້າຢານີ້ ຢ່າງຫລວງຫລາຍ ຊຶ່ງເຮັດໃຫ້ປະລິມານການຄ້າຢາເສບຕິດເຂົ້າມາລາວ ແລ້ວ​ສົ່ງ​ຕໍ່ໄປຫາ ໄທແລະຫວຽດນາມ ເພື່ອຊົມ​ໃຊ້ພາຍໃນປະເທດເຫລົ່ານັ້ນ ແລະສົ່ງຕໍ່ໄປຂາຍຕະຫຼາດອື່ນໃນຂົງເຂດເອເຊຍປາຊີຟິກຫຼາຍຂຶ້ນ, ອີງຕາມນັກຊ່ຽວຊານສາກົນ.

ທ່ານເຈີເຣມີ ດັກກລາສ (Jeremy Douglas) ຜູ້ຕາງໜ້າຂອງອົງການວ່າດ້ວຍຢາເສບຕິດ ແລະອາດຊະຍາກໍາຂອງສະຫະປະຊາຊາດ ຫລື UNODC ປະຈໍາຂົງເຂດເອເຊຍຕາເວັນອອກສຽງໃຕ້ກ່າວຢູ່ໃນບົດຂຽນຂອງທ່ານ ທີ່ພິມເຜີຍແຜ່ໂດຍ BBC ຂອງອັງກິດ ເມື່ອມໍ່ໆມານີ້ເວົ້າວ່າ ການ​ສະໜອງ​ຢາ​ເສບ ​ຕິດຈາກ​ສາມ​ຫຼ່ຽມ​ຄໍາ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ໃນ​ຊຸມ​ເດືອນທ້າຍປີ 2021 ຜ່ານ​ມານີ້ ຊຶ່ງສ່ວນນຶ່ງແມ່ນເປັນຍ້ອນ​ຄວາມ​ບໍ່​ສະຫງົບ​ຢູ່​ໃນລັດສານຂອງ​ມຽນມາ ​ທີ່ມີ​ຊາຍ​ແດນ​ຕິດ​ກັບ​ຈີນ, ລາວແລະ​ໄທ. ທ່ານກ່າວວ່າ ສະນັ້ນ "ປະເທດເພື່ອນບ້ານແລະເຂດກວ້າງກວ່ານັ້ນ ແມ່ນຖືກຖ້ວມລົ້ນໄປດ້ວຍຢາ methamphetamine ຫລືຢາບ້າ". ທ່ານກ່າວອີກວ່າ “ມາດຕະການປ້ອງກັນພະຍາດໂຄວິດທີ່ເຂັ້ມງວດ ແລະການຮັກສາຄວາມປອດໄພຢູ່ຊາຍແດນຈີນ ໃນແຂວງ ຢູນນານກັບມຽນມາ ກໍປາກົດວ່າ ເຮັດໃຫ້ມີການລັກລອບຂົນສົ່ງ ຢາປະເພດນີ້ ໄປທາງຕາເວັນອອກຂອງມຽນມາ ໂດຍເຂົ້າໄປໃນລາວເພີ້ມຂຶ້ນ. ຂໍ້​ຈຳກັດ​ຊາຍ ​ແດນ​ໃໝ່​ຂອງ​ປັກ​ກິ່ງ​ ໄດ້​ບັງ​ຄັບ​ໃຫ້​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ມຽນມາ​ ປ່ຽນ​ເສັ້ນທາງ​ການ​ຄ້າ​ມະນຸດ ​ແລະ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ພາກ​ພື້ນ. ຈີນ​ບໍ່​ໄດ້​ເປີດ​ເຜີຍ​ສະຖິຕິ​ການ​ຢຶດ​ຢາ​ເສບ​ຕິດ​ຂອງ​ຕົນ​ເອງ, ​ແຕ່​ເບິ່ງ​ຄື​ວ່າ​ຢາ​ເສບ​ຕິດ​ທີ່​ຜິດ​ກົດໝາຍ​ ​ໄດ້​ໄຫຼ​ອອກ​ຈາກ​ມຽນມາ​ ແລະ​ໄປ​ສູ່​ສ່ວນອື່ນຂອງເຂດ​ສາມຫຼ່ຽມຄຳ ​ເຊັ່ນລາວນັ້ນ ຫຼາຍຂຶ້ນ​ກວ່າ​ເກົ່າ.”

ສ່ວນກົນລະຍຸດໃນການຂົນສົ່ງ ທີ່ພວກລັກລອບຄ້າຢາເສບຕິດໃຊ້ ເພື່ອເອົາຢານີ້ ເຂົ້າມາລາວນັ້ນ ແມ່ນມີຫລາຍແບບ ເພື່ອໃຫ້ເລັດລອດສາຍຕາ ຂອງເຈົ້າໜ້າທີ່ ແລະການລັກລອບນີ້ ກໍມີເພີ້ມຂຶ້ນເລື້ອຍໆໃນໄລຍະນີ້ ດັ່ງທີ່ປະຊາຊົນທ່ານນຶ່ງໃນ ເຂດເມືອງຈັນທະບຸລີ ທີ່ຮູ້ກ່ຽວກັບເລື້ອງນີ້ ເລົ່າສູ່ຟັງວ່າ:

“ມາແຕ່ບໍ່ແກ້ວ ມາແຕ່ຫລວງນໍ້າທາ ມາແຕ່ເມືອງຂວາພຸ້ນແຫລະ ເອີ ໜັກແຫລະ, ເຮັດຄືກັນ ມື້ກ່ອນເຂົາກະຈັບໄດ້ຫລາຍຄົນ ເຂົາຈັບຢູ່ເຂດໃນເມືອງນີ້ແຫລະ ມີເບາະແສເຂົາກະຈັບ ເຂົາມານໍາຈັບ ຕາມຈັບກັນຢູ່. ແຮ່ງຈັບພັດແຮ່ງມາຫລາຍ ພວກສົ່ງເຄື່ອງນີ້ ພວກສົ່ງເຄື່ອງທາງອອນໄລນ໌ ພວກຂົນອັນນັ້ນນະ ສົ່ງເຄື່ອງກັບລົດໄວ, ຂົນສົ່ງອີ່ຫຍັງນີ້ ແນວຂົນສົ່ງເຂົາບໍ່ກວດ ເຂົາບໍ່ຮູ້ຈັກມີແຕ່ຂົນຂຶ້ນຂົນຂຶ້ນໃສ່ລ໊ອກ ຄືປາແດກໜີ້ເດີ ແນວເໝັນໆ ແນວເໜົ່າ ເອົາແບບໜັກ ໜັກເຂົາກະໜໍ່າໂລດແຫລະ”

ນອກນັ້ນ ກໍຍັງມີການຊຸກເຊື່ອງຢູ່ໃນລົດຂົນສົ່ງລັງເບຍເປົ່າອີກ ດັ່ງກໍລະນີ ການຂົນສົ່ງຢາເສບຕິດທີ່ຢຶດໄດ້ເມື່ອວັນທີ 27 ຕຸລາຜ່ານມາ ທີ່ເມືອງຫ້ວຍຊາຍ ຊຶ່ງມີຢາບ້າ 55 ລ້ານ 6 ແສນກວ່າເມັດ ແລະໜັກຫລາຍກວ່າ 5 ໂຕນ.ທ່ານດັກກລາສ ກ່າວກ່ຽວກັບກໍລະນີນີ້ວ່າ “ເປັນການຢຶດຢາບ້າ ໃນປະລິມານຫລາຍທີ່ສຸດໃນປະຫວັດສາດ ຂອງຂົງເຂດເອເຊຍຕາເວັນອອກ ແລະຕາເວັນອອກສຽງໃຕ້.”

ສ່ວນທາງການລາວນັ້ນ ດັ່ງທີ່ຊົງລິດ ໂພນເງິນ, ນັກຂ່າວວີໂອເອ ໄດ້ສະເໜີໄປໃນອາທິດແລ້ວນີ້ວ່າ ການລັກລອບຂົນສົ່ງຢາເສບຕິດ ໃນຊ່ວງ 6 ເດືອນທ້າຍປີ 2021 ໄດ້ເພີ້ມຂຶ້ນເຖິງ 4 ເທົ່າ ທຽບໃສ່ໃນຊ່ວງຕົ້ນປີ 2021 ໂດຍສະເພາະແມ່ນໃນຊ່ວງເດືອນສິງຫາ ຫາເດືອນຕຸລາ 2021 ນັ້ນຖືເປັນໄລຍະທີ່ຈັບຜູ້ຕ້ອງ ຫາ ແລະຢຶດຢາເສບຕິດໄດ້ຫຼາຍທີ່ສຸດ ກໍຄື ສາມາດມ້າງທໍາລາຍເຄືອຂ່າຍ ຂະ ບວນການຄ້າຢາເສບຕິດໄດ້ 1,106 ກໍລະນີ, ຈັບກຸມຜູ້ຕ້ອງຫາໄດ້ 1,562 ຄົນ ໃນນີ້ ເປັນຊາວຕ່າງຊາດ 42 ຄົນ ທັງຊາວຫວຽດນາມ ຊາວຈີນ ແລະຊາວໄທ ພ້ອມທັງຢຶດຢາບ້າໄດ້ຫຼາຍກວ່າ 100 ລ້ານເມັດ ຢາໄອຊ໌ 1,593 ກິໂລກຣາມ ສານເຄມີ ເກີນກວ່າ 25 ໂຕນ ຍານພາຫະນະ ອາວຸດ ແລະອຸປະກອນສື່ສານທັນສະໄໝ ຫຼາຍກວ່າ 4,890 ລາຍການ.

ເມື່ອຖາມເຖິງແຫລ່ງທີ່ມາຂອງຢາເສບຕິດນັ້ນ ເຈົ້າໜ້າທີ່ຄວບຄຸມຢາເສບຕິດໃນເຂດນະຄອນຫລວງວຽງຈັນ ກໍບອກວ່າ:

ທ່ານກ່າວວ່າ “ບ່ອນຜະລິດເຮົາກະບໍ່ແນ່ໃຈ ເພາະວ່າດຽວນີ້ມັນກະຄືທາງສາຍເໜືອຈັບມາຕະຫລອດ ຢູ່ບໍ່ແກ້ວສ່ວນຫລາຍ ແຕ່ເກົ່າມັນກະມາແຕ່ພະມ້າພຸ້ນແຫລະ ສາມຫລ່ຽມທອງຄໍາ ອາດຈະມີຜະລິດຢູ່ບ້ານເຮົາ ອາດຈະມີ ແຕ່ອາດຈະມີຈໍານວນໜ້ອຍ ມັນເປັນເລື້ອງລະອຽດອ່ອນແນບນຽນ ຜ່ານມາກະເຄີຍແກ້ໄຂຢູ່ ແຕ່ວ່າມັນກະເຮັດໄດ້ ໃນຈໍານວນໜ້ອຍດຽວ.”

ແຕ່ຢ່າງໃດກໍຕາມ ທາງການລາວກໍໄດ້ພະຍາຍາມປາບປາມຢູ່ ແຕ່ກໍເປັນເລື້ອງຫຍຸ້ງຍາກຫລາຍທີ່ຈະກໍາຈັດມັນໄດ້ ດັ່ງທີ່ເຈົ້າໜ້າທີ່ປາບປາມຢາເສບຕິດທ່ານນຶ່ງເວົ້າວ່າ:

“ໂອ້ມັນກະຍາກເພີ່ນກະສຸມໃສ່ຢູ່ເດທາງຂັ້ນເທິງ ຈັດເປັນວາລະແຫ່ງຊາດ ເວົ້າເລື້ອງຢາເສດຕິດສຸມໃສ່ແກ້ໄຂ, ເຂົາກະລົງທາບທາມສຸມໃສ່ແກ້ໄຂ ມັນຍາກເລື້ອງນີ້ເຂົ້າເຮືອນໃດ ມັນຫຍຸ້ງເຮືອນນັ້ນ ເລື້ອງຢາເສບຕິດກະມິແຕ່ ສືກສາອົບຮົມລູກຫລານຂອງຕົນເອງບໍ່ໃຫ້ເຂົ້າໄປມົ້ວ ຫ່າງໄກກັບຢາເສບຕິດ ເພີ່ນກໍາລັງສຸມໃສ່ການແກ້ໄຂ ກະເບິ່ງຕົວຈິງຫັ້ນລະໃນສັງຄົມ ເຊັ່ນອາດມາຈາກການສືບທອດຈາກພໍ່ ຈາກແມ່ສູ່ລູກ ສູ່ເຕົ້າ ມັນກະເຄື່ອນໄຫວຢູ່ບ້ານເຮົາ.”

ສະພາບການທີ່ກ່າວມາຂ້າງເທິງນີ້ ສະແດງໃຫ້ເຫັນວ່າ ຂະນະທີ່ການລະບາດ ຂອງໂຄວິດ-19 ແລະ ຄວາມວຸຸ້ນວາຍໃນພາກເໜືອຂອງມຽນມາ ຊຶ່ງເຮັດໃຫ້ທາງການຈີນ ປະຕິດບັດການກວດກາຕາມຊາຍແດນເຂັ້ມງວດຂຶ້ນຍັງສືບຕໍ່ມີນີ້ພາກຕາເວັນຕົກສຽງເໜືອຂອງລາວ ຍັງຄົງຈະເປັນເສັ້ນທາງທີ່ພວກຄ້າຢາເສບຕິດຂ້າມຊາດ ໃຊ້ເປັນເສັ້ນທາງລໍາລຽງຢາເສບຕິດນັບມື້ນັບເພີ້ມຂຶ້ນ ເຖິງແມ່ນຈະມີການຢຶດເອົາຢາເສບຕິດ ແລະປາບປາມຂອງທາງການລາວຢູ່ເລື້ອຍມາກໍຕາມ.

Video related to drug trafficking in Laos on the rise during covid-19 outbread
please wait

No media source currently available

0:00 0:03:03 0:00
ລິງໂດຍກົງ

XS
SM
MD
LG