ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຕິດຢາເສບຕິດ ສືບຕໍ່ສູງຂຶ້ນນັບມື້ ຂະນະທີ່ ການຄ້າຢາເສບຕິດ ໃນຂົງເຂດລຸ່ມ ແມ່ນໍ້າຂອງເພີ້ມສູງຂຶ້ນ


ສູນບຳບັດພວກຕິດຢາເສາເສບຕິດ ແຫ່ງນຶ່ງໃນລາວ
ສູນບຳບັດພວກຕິດຢາເສາເສບຕິດ ແຫ່ງນຶ່ງໃນລາວ

ການເສບຢາເສບຕິດໃນລາວຍັງສືບຕໍ່ເພີ້ມຂຶ້ນ ຂະນະທີ່ມີການຜະລິດ ແລະເຄືອຂ່າຍຂອງການຄ້າຢາເສບຕິດຂ້າມຊາດ ມີທ່າອ່ຽງເພີ້ມຂຶ້ນ ແລະການສໍ້ລາດບັງຫລວງຂອງເຈົ້າໜ້າທີ່ ໃນເຂດຊາຍແດນຢູ່ສາມຫລ່ຽມຄໍາ ຍັງເປັນບັນ ຫາທີ່ແກ້ໄຂໄດ້ຍາກຢູ່ ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້ຈາກນັກຂ່າວຂອງພວກເຮົາ ມາສະະເໜີທ່ານ ໃນອັນດັບຕໍ່ໄປ.

ການໃຊ້ເສບຢາເສບຕິດໃນລາວຍັງສືບຕໍ່ເພີ້ມຂຶ້ນ ຂະນະທີ່ການຫລັ່ງໄຫລຂອງ ຢາເສບຕິດ ຈາກເຂດສາມຫລ່ຽມຄໍາ ທີ່ເປັນເຂດຊາຍແດນຈອດກັນ ລະຫວ່າງ ສາມປະເທດ, ລາວ, ໄທ ແລະມຽນມາ ຢູ່ພາກຕາເວັນຕົກສຽງເໜືອຂອງລາວ ເຂົ້າມາປະເທດ ແລະຜ່ານໄປປະເທດອື່ນ ຍັງມີທ່າອ່ຽງເພີ້ມຂຶ້ນຫລາຍຢູ່ ດັ່ງທີ່ອະດີດເຈົ້າໜ້າທີ່ອະວຸໂສ ທ່ານນຶ່ງກ່າວຕໍ່ພວກເຮົາວ່າ:

ເຂົາຜະລິດມາແຕ່ເໜືອພຸ້ນແຫລະ ຢານີ້ມາແຕ່ເໜືອເດ ມາແຕ່ພະມ້າ ມາແຕ່ບໍ່ແກ້ວເດ ມາໄທ ແລ້ວຂ້າມມາ ມາທາງບໍ່ແກ້ວພຸ້ນ ເຫັນບໍ່ເຂົາຈຶ່ງໄດ້ຫລາຍ ມາ ມາພັກຢູ່ວຽງຈັນ ແລ້ວມາແຕກອອກ ໄປຫວຽດນາມ, ມາທາງໃຕ້, ໄປໄທ ຈໍານວນນຶ່ງ ໄປຂະເໝນແດ່ ແຕ່ມັນມາພັກຢູ່ຫັ້ນ ວຽງຈັນຫັ້ນ ນັກຄ້າຂາຍລາຍໃຫຍ່ມັນຢູ່ຫັ້ນ

ສ່ວນເຈົ້າໜ້າທີ່ລັດຖະບານບາງຄົນ ກໍບອກວ່າ ການປາບປາມຢາເສບຕິດ ໃນລາວ ເປັນບັນຫາທີ່ແກ້ໄຂໄດ້ຍາກ ຍ້ອນວ່າ ພວກຄ້າຢາເສບຕິດ ເຂົາມີໄຫວພິກດີ ໃນການລັກລອບຂົນສົ່ງຢາເຂົ້າມາໃນປະເທດ ດັ່ງທີ່ເຈົ້າໜ້າທີ່ລັດຖະບານ ທ່ານນຶ່ງໃຫ້ຄໍາເຫັນວ່າ:

ທຸກສິ່ງທຸກຢ່າງກໍ່ພໍພໍກັນ ເພາະວ່າ ສັງເກດເບິ່ງປາບ ບາງເທື່ອປາບຫລາຍໆລ້ານເມັດສຸດທ້າຍກະຍັງຄືເກົ່າ ກະຈັບໄດ້ຄືເກົ່າ ເປັນຫຍັງຄືບໍ່ໝົດຈັກເທື່ອ ຄືວ່າທໍາລາຍກໍກະທໍາລາຍ ແມ່ນຫຍັງມັນຄືບໍ່ໝົດຈັກເທື່ອ ໂອ່ມັນກະຍາກຢູ່ໄດ໋ ອັນນຶ່ງກະພວກຂີ້ລັກ ອັນໜຶ່ງພວກມັນຢູ່ບ່ອນມຶດ ອັນນຶ່ງພວກເຮົາຢູ່ບ່ອນແຈ້ງ ເພິ່ນກະເຄັ່ງຄັດ ອັນດ້າມເມັດນຶ່ງຊິໄປຈັບ ມັນກະຊິບໍ່ເປັນບໍ?”.

ສ່ວນນັກຊ່ຽວຊານສາກົນ ເຊັ່ນ ທ່ານເຈີເຣີມີ ດັກກລາສ (Jeremy Douglas), ຜູ້ຕາງໜ້າຫ້ອງການວ່າດ້ວຍຢາເສບຕິດແລະອາຊະຍາກໍາຂອງອົງການສະຫະປະຊາຊາດ ປະຈໍາຂົງເຂດເອຍປາຊີຟິກ ກ່າວເມື່ອມໍ່ໆມານີ້ວ່າ ການລັກ ລອບຄ້າຢາເສບຕິດໃນເຂດສາມຫລ່ຽມຄໍານັ້ນ ເປັນຕ່ອງໂສ້ກັນ ນັບແຕ່ແຫລ່ງ ຜະລິດໄປຈົນຮອດຕະຫລາດປາຍທາງ ໂດຍມີການສໍ້ລາດບັງຫລວງ ຫລື ຮັບສິນບົນຂອງເຈົ້າໜ້າທີ່ກ່ຽວຂ້ອງນໍາ. ທ່ານກ່າວອີກວ່າ ການສໍ້ລາດມີການກໍ່ຕົວ ຢູ່ໃນການຄ້າຢາເສບຕິດນັ້ນ ຢູ່ແລ້ວ. “ຍົກຕົວຢ່າງເຊັ່ນ ການທີ່ຈະເອົາເຮໂຣອິນ ຈາກຫ້ອງທົດລອງ ຢູ່ລັດສານ ທີ່ຢູ່ທາງເໜືອຂອງມຽນມາ ເຂົ້າໄປໃນໄທ ມັນຈະຕ້ອງມີການຕົກລົງກັນ ເລື້ອງຈ່າຍເງິນລ່ວງໜ້າກ່ອນ ຢູ່ທີ່ຊາຍແດນໄທ ບ່ອນທີ່ລາຄາຢານີ້ເພີ້ມຂຶ້ນ ເມື່ອຄິດໄລ່ເປັນກິໂລກຣາມ. ຖ້າຫາກວ່າ ເຈົ້າໜ້າທີ່ທີ່ຖືກມອບໝາຍໃຫ້ຕ້ານຢາເສບຕິດຢູ່ຊາຍແດນໄທ ບໍ່ປະສົບຜົນສໍາເລັດໃນການກວດກາຢາເສບຕິດ ກໍເຂົ້າໄປໄທໄດ້ ແລະໃນຂະນະດຽວກັນມັນກໍຈະມີແນວໂນ້ມທີ່ມີການຕິດພັນກັບການສໍ້ລາດບັງຫລວງຢູ່ເຂດຊາຍແດນຢູ່ສະເໝີ,” ນັ້ນຄືຄໍາເວົ້າຂອງທ່ານ ທີ່ກ່າວເມື່ອມໍ່ໆມານີ້ ຕໍ່ອົງ​ການ​ຂ່າວອາລຈາຊີຣາ Aljazeera ທີ່ຕັ້ງຢູ່ປະເທດກາຕາ.

ພ້ອມກັນນັ້ນ ອະດີດເຈົ້າໜ້າອະວຸໂສຂອງລັດຖະບານ ທີ່ກ່າວມາຂ້າງເທິງນັ້ນ ກໍໃຫ້ຄໍາເຫັນວ່າ ຄວນມີຄວາມເຂັ້ມງວດໃນການປະຕິບັດກົດໝາຍ ຢູ່ໃນລາວ ເພີ້ມຂຶ້ນ ຊຶ່ງທ່ານກ່າວດັ່ງນີ້:

ຜູ້ຄ້າຂາຍຕ້ອງດໍາເນີນຄະດີລະເຮີຍ ຕາມກຣາມ ຜູ້ເສບຖືວ່າເອົາໄປດັດສ້າງ ດັດສ້າງແຕ່ຫົກເດືອນ ຫາສອງປີຕາມເຮົາກໍານົດຢູ່ໃນລະບຽບ”.

ສ່ວນຢູ່ໃນໄທນັ້ນ ດັ່ງທີ່ວີໂອເອ ໄດ້ລາຍງານໄປອາທິດແລ້ວນີ້ວ່າ ໄດ້ມີການໃຊ້ຢາບ້າ ເພີ້ມຂຶ້ນປະມານ 30 ເປີເຊັນ ຫາ 40 ເປີເຊັນ​ໃນປີກາຍນີ້ ຂະນະທີ່​ມີການຜະລິດຢາບ້າທີ່ຜິດກົດໝາຍ​ເພີ້ມ​ຂຶ້ນ ຢູ່​ໃນ​ມຽນ​ມາ ທີ່​ເປັນບ່ອນສົ່ງ​ອອກຢາດັ່ງ​ກ່າວ ເຂົ້າ​ໄປໃນຂົງ​ເຂດໃນລາຄາທີ່ຖືກກວ່າ. ລາຍງານນີ້ບອກວ່າ ໄດ້ມີການໃຊ້ຢາບ້າເພີ້ມຂຶ້ນໃນສອງສາມປີຜ່ານມານີ້ ເມື່ອລາຄາຢາບ້າຫລຸດລົງຢ່າງຫຼວງຫລາຍ, ອີງຕາມເຈົ້າໜ້າທີ່ດ້ານວິຊາການທ່ານນຶ່ງ ຂອງມູນນິທິຣັກໄທ ຊຶ່ງເປັນອົງການເພື່ອການກຸສົນທີ່ພະຍາຍາມຫລຸດຜ່ອນການໃຊ້ຢາເສບຕິດໃນໄທ.

ສະຫລຸບແລ້ວ ໃນເມື່ອລາຄາຢາເສບຕິດ ເຊັ່ນຢາບ້າ ຫລຸດລົງມັນກໍເຮັດໃຫ້ຄົນ ທົ່ວໄປສາມາດຊື້ໄດ້ຫລາຍຂຶ້ນໃນປະເທດໄທ ທີ່ເປັນປະເທດທີ່ມີຊາຍແດນຕິດ ກັບລາວ ແຕ່ເໜືອຕະຫລອດໃຕ້ ມາບວກໃສ່ການລັກລອບຄ້າຢາເສບຕິດມີລັກ ສະນະຕ່ອງໂສ້ຂ້າມຊາດ ນັບແຕ່ແຫລ່ງຜະລິດ ໄປຈົນຮອດຕະຫລາດປາຍທາງໂດຍມີການສໍ້ລາດບັງຫລວງຂອງເຈົ້າໜ້າທີ່ກ່ຽວຂ້ອງນໍາ ມັນກໍອາດເປັນໄປໄດ້ຫລາຍທີ່ສຸດ ທີ່ຈະພາໃຫ້ມີການໃຊ້ ແລະຄ້າຢາເສບຕິດໃນລາວ ແລະຜ່ານລາວ ສືບຕໍ່ມີທ່າອ່ຽງເພີ້ມຂຶ້ນ ແລະແກ້ໄຂໄດ້ຍາກ.

XS
SM
MD
LG