ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຄົນສາ​ມາດໃຊ້​ເທັກ​ໂນ​ໂລ​ຈີ​ ​ທັນ​ສະ​ໄໝ ເຂົ້າ​ໃນ​ວຽກ​ງານ ກະ​ສິ​ກຳ​ໄດ້​ແລ້ວ


ໂຣບອດ Cozmo ຂອງ​ນາງ​ແອງ​ກີທີ່​ໃຊ້​ໃນ​ການ​ໄຂ​ລະ​ຫັດວາງ​ສະ​ແດງ​ຢູ່ໃນ​ງານ​ວາງ CES International ຢູ່ນະ​ຄອນ Las Vegas ລັດ​ເນ​ວະ​ດາ, ວັນ​ທີ 10 ມັງ​ກອນ 2018
ໂຣບອດ Cozmo ຂອງ​ນາງ​ແອງ​ກີທີ່​ໃຊ້​ໃນ​ການ​ໄຂ​ລະ​ຫັດວາງ​ສະ​ແດງ​ຢູ່ໃນ​ງານ​ວາງ CES International ຢູ່ນະ​ຄອນ Las Vegas ລັດ​ເນ​ວະ​ດາ, ວັນ​ທີ 10 ມັງ​ກອນ 2018

ຂະ​ແໜງກະ​ສິ​ກຳ​ຂອງອັງ​ກິດ​ໄດ້​ກາຍ​ເປັນຂະ​ແໜງການທີ່​ໃຊ້​ເທັກ​ໂນ​ໂລ​ຈີ​ສູງ. ພວກ​ຊາວ​ນາ ຊາວ​ສວນເມື່ອມໍ່ໆ​ມານີ້ໄດ້​ທົດ​ລອງ​ເທັກ​ໂນ​ໂລ​ຈີ​ທີ່​ທັນ​ສະ​ໄໝ ເຊັ່ນການ​ໃຊ້ຫຸ່ນ​ຍົນ ເພື່ອເຝົ້າເດີ່ນຟາມ​ລ້ຽງ​ສັດ ແລະງົວ​ຄວາຍທີ່​ມີ​ເຄື່ອງຈັບ​ສັນ​ຍານ​ຂອງອຸ​ປະ​ກອນສື່​ສາ​ນ​ໄຮ້ສາຍ ທີ່​ສາ​ມາດ​ເຊື່ອ​ມ​ຕໍ່​ກັບ​ຟາມໄດ້ໄວ​ກວ່າ ​ການ​ເຊື່ອມ​ຕໍ່​ໃສ່​ກັບ​ໂປ​ຣ​ແກມ ຫລື ແອັ​ປ​ທີ່​ທ່ານມັກນັ້ນໄດ້. ຂໍ້​ຄວາມນີ້​ ກໍາ​ລັງ​ສົ່ງມາ​ນຳລາຍ​ງານ​ຂອງ Arash Arabasadi, ນັກ​ຂ່າວ​ວີ​ໂອ​ເອ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ເຮັດໄຮ່ ເຮັດສວນ ຫາ​ກໍໄດ້​ຮັບ​ການ​ປັບ​ປຸງ​ໃຫ້ທັນ​ສະ​ໄໝ​ຂຶ້ນ. ເຄື່ອງ​ຈັກ​ໃຫຍ່ໆ
ແລະ​ໜັກ ໄດ້​ຖືກ​ຫລຸດ​ຂະ​ໜາດ​ລົງມາ​ເທົ່າ​ກັບ​ຂະ​ໜາດ​ຂອງ​ສັດ​ລ້ຽງ​ຢູ່​ໃນ​ບ້ານເຮືອນ
ຂອງ​ຄົນ.

ຂະ​ນະ​ທີ່​ຢູ່​ທີ່ນີ້, ຢູ່​ໃນ​ສູນຄົ້ນ​ຄວ້າກ່ຽວ​ກັບ​ວຽກກະ​ສິ​ກຳ​ໃນ​ອັງ​ກິດນີ້ ງົວທີ່​ເຊີ້​ຊ້າ​ໂຕນີ້
ບອກເຄື່ອງ​ຈັກ​ໃຫ້​ຮູ້​ວ່າ ມັນ​ຮອດ​ເວ​ລາ​ຮີດ​ນ້ຳ​ນົ​ມແລ້ວ.

ທ່ານ ດັນ​ແຄນ ຟັອບ​ສ໌ (Duncan Forbes), ຜູ້​ຈັດ​ການ​ໂຄງ​ການຂອງສູນ​ຄົ້ນ​ຄວ້າ Agri-EPI ກ່າວ​ວ່າ: "​ພວກ​ມັນ​ມີ​ປອກ​ຄໍທີ່​ມີເຄື່ອງ​ເຣ​ດາຈັບ​ສັນ​ຍານອິນ​ເຕີ​ແນັດ​ຢູ່​ກ້ອງ​ຄາງ​ຂອງ​ພວກ​ມັນ ຊຶ່ງ​ເປັນ​ເຄື່ອງ​ທີ່ຄວບ​ຄຸມ​ປະ​ຕູ ແລະ​ສິ່ງ​ອື່ນໆ ທີ່​ເຮັດ​ໃຫ້​ພວກ​ມັນ​ສາ​ມາດ ເຂົ້າ​ເຖິງ​ຫຸ່ນ​ຍົນ ຫລື ໂຣບອດ​ໄດ້. ຈາກນັ້ນຫຸ່ນ​ຍົນ​ກໍຮູ້​ຈັກດີ ແມ່ນບໍ່. ‘ຂ້ອຍ​ຮູ້​ຈັກ​ງົວ​ໂຕນີ້. ຂ້ອຍ​ຮູ້​ວ່າຫົວ​ນົມ​ຂອງ​ມັນ​ຢູ່​ໃສ​'."

ນອກ​ຈາກວຽກ​ຮີດ​ນົມ​ງົວ​ແລ້ວ ພວກ​ນັກ​ຄົ້ນ​ຄວ້າ ຍັງສາ​ມາດ​ທີ່​ຈະຮູ້​ຈຸດ​ທີ່​ພວກ​ມັນ​ຢູ່ ແລະ​ສຸ​ຂະ​ພາບ​ຂອງ​ງົວ​ຄວາຍທັງ​ຫລາຍ ໂດຍ​ການ​ຕິດ​ຕາມ​ເບິ່ງ​ການ​ເຄື່ອນ​ໄຫວທາງ​ຮ່າງ​ກາຍ​ຂອງ​ມັນ.

ທັງ​ໝົດ​ນີ້ເປັນ​ໄປໄດ້ ກໍ​ຍ້ອນມີ​ເຄືອ​ຂ່າຍອິນ​ເຕີ​ແນັດລະ​ບົບ 5G ທີ່​ພວກ​ເຮົາ​ສ່ວນ​ໃຫຍ່ ບໍ່​ມີ ​ຢູ່​ໃນ​ໂທ​ລະ​ສັບ​ມື​ຖື​ຂອງ​ພວກ​ເຮົາ.

ທ່ານ ນິກ ຄ​ຣິ​ສ​ໂຊສ໌ (Nick Chrissos), ອຳ​ນວຍ​ການ​ດ້ານການ​ປະ​ດິດ​ສ້າງ​ໃໝ່ຂອງ​ບໍ​ລິ​ສັດ Cisco EMEAR ໃຫ້​ຄຳ​ເຫັນ​ວ່າ: “ຄວາມ​ສາ​ມາດ​ທີ່​ຈະ​ມີ​ການ​ເຊື່ອມ​ຕໍ່ ​ຢູ່​ທຸກ​ຫົນທຸກ​ແຫ່ງ ໝາຍ​ຄວາມ​ວ່າ ພວກ​ເຮົາ​ມີ​ສັດ​ຢູ່​ທົ່ວ​ທຸກ​ບ່ອນ. ພວກ​ມັນ​ບໍ່​ຈຳ​ເປັນ​ຕ້ອງ​ຖືກ​ກັກ​ໃຫ້​ຢູ່​ແຕ່​ໃນ​ຂອບ​ເຂດຟາມ​ລ້ຽງ​ສັດ​ເທົ່າ​ນັ້ນ."

ທ່ານ ຄ​ຣິ​ສ​ໂຊສ໌ ຍັງ​ເວົ້າ​ອີກວ່າ ເທັກ​ໂນ​ໂລ​ຈີຂອງ​ເຄື່ອງ​ສື່​ສານ​ໄຮ້​ສາຍ ທີ່​ກຳ​ລັງ​ປາ​ກົດ​ຂຶ້ນ​ມານີ້ ໝາຍ​ຄວາມ​ວ່າ ມີຂະ​ໜາດ​ຄວາມ​ຖີ່​ຂອງ​ສັນ​ຍາ​ນການສື່​ສານເພີ້ມ​ຂຶ້ນ ແລະ​ມີເຄື່ອງ​ຈັບ​ສັນ​ຍາ​ນທີ່​ສະ​ຫລາດ​ຫລາຍ​ຂຶ້ນ ທີ່​ສົ່ງ​ຂໍ້​ມູນ​ຈາກ​ບ່ອນ​ນຶ່ງໄປຫາ​ອີກບ່ອນ​ນຶ່ງ ​ທີ່​ໃນ​ເມື່ອ​ກ່ອນ​ອິນ​ເຕີ​ແນັດ​ບໍ່​ໄປ​ເຖິງນັ້ນ ໄດ້​ຫລາຍ​ຂຶ້ນ.

ທ່ານ ຄ​ຣິ​ສ​ໂຊສ໌ ກ່າວ​ດັ່ງ​ນີ້: "ດຽວນີ້​ພວກ​ເຮົາ​ມີ​ລະ​ບົບການ​ເກັບ​ກຳ​ຂໍ້​ມູນທີ່​ຢູ່​ຫ່າງ​ໄກ​ຈາກ​ບ່ອນ​ທີ່​ເຄື່ອງ​ຈັບ​ສັນ​ຍານຢູ່ນັ້ນ ຫລາຍ​ກວ່າ​ເກົ່າ​ຫລາຍ. ນັ້ນ​ຄື​ສິ່ງ​ທີ່​ອິນ​ເຕີ​ແນັດລະ​ບົບ 5G ສາ​ມາດ​ເຮັດ​ໃຫ້​ແກ່​ການ​ເຮັດ​ຟາມ​ຕ່າງໆ​ໄດ້. ມັນ​ສາ​ມາດ​ທີ່​ຈະປ່ອຍໃຫ້​ອຳ​ນາດ​ທີ່​ພວກ​ເຮົາ​ມີຢູ່​ທຸກ​ຫົນ​ທຸກ​ແຫ່ງ​ໃນ​ຟາມນີ້….ທຸ​ກ​ຫົນ​ທຸກ​ແຫ່ງ​ໃນ​ອັງ​ກິດ ທຸກ​ຫົນ ທຸກ​ແຫ່ງ​ໃນ​ທົ່ວ​ໂລກ ເກີດ​ຜົນຢ່າງ​ແຮງ​ອີ່​ຫລີ."

ຢູ່​ຟາມ​ລ້ຽງ​ສັດ​ອີກ​ແຫ່ງ​ນຶ່ງ​ໃນ​ອັງ​ກິດ, ບໍ​ລິ​ສັດ​ຜະ​ລິດ​ຫຸ່​ນ​ຍົນ​ຂະ​ໜາດ​ນ້ອຍ ຫລື Small Robot Company ຫາ​ວິ​ທີ​ປ່ຽນ​ແບບ​ແຜນ​ເຮັດ​ທຸ​ລະ​ກິດໂດຍ​ການ​ຂາຍບໍ​ລິ​ການ​ດ້ານ​ການ​ເຮັດສວນໃຫ້​ເປັນ​ການ​ບໍ​ລິ​ການ​ທີ່ມີ​ການຄວບ​ຄຸມດ້ວຍ​ຕົວ​ເອງ​ຂອງ​ຫຸ່​ນ​ຍົນ.

​ທ່ານ ໂຣ​ບິນ ແຈັກ​ສັນ (Robin Jackson), ວິ​ສະ​ວະ​ກອນຈາກບ​ບໍ​ລິ​ສັດ Small Robot Company ອະ​ທິ​ບາຍ​ວ່າ: "ທອມ (Tom) ເປັນ​ຫຸ່ນ​ຍົນ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຟາມ….. ຖ່າຍ​ເອົາ​ຮູບຂອງ​ພືດ​ຜົນ​ຫລາຍ​ຮ້ອຍ​ພັນ​ອັນ ເພື່ອ​ໃຫ້​ເຫັນ​ສິ່ງ​ທີ່​ ແມ່ນ​ແຕ່ນັກຊ່ຽວ​ຊານ​ດ້ານ​ການ ກະ​ເສດ​ກໍອາດ​ຈະ​ບໍ່​ສາ​ມາດຊອກເຫັນ​ໄດ້ ເວັ້ນ​ເສຍ​ແຕ່​ວ່າຈະທຳການ​ສິ້ງ​ຊອມ ຕິດ​ຕາມ​ເບິ່ງຢ່າງລະມັດ​ລະ​ວັງ​ ແລະເອົາ​ໃຈ​ໃສ່ແທ້ໆ​ນັ້ນ."

ພວກນັກ​ວິ​ສະ​ວະ​ກອນເວົ້າ​ວ່າຫຸ່​ນ​ຍົນທອມ (Tom) ສາ​ມາດ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ ຕໍ່​ຕົ້ນ​ໄມ້​ທຸກ​ຕົ້ນຢູ່​ທົ່ງຂອງ​ຟາມ​ໂດຍ​ການ​ໃຊ້​ລະບົບ GPS ທີ່​ຈັບ​ພາບ​ໄດ້​ໃ​ກ້​ເຖິງ 2 ຊັງ​ຕີ​ແມັດ. ຈົ່ງ​ສົມ​ທຽບ​ການ​ເຮັດ​ເຊັ່ນນັ້ນ ໃສ່​ກັບ​ໂທ​ລະ​ສັບ​ຂອງ​ທ່ານທີ່​ອາດສ​າ​ມາດຖ່າຍ​ຮູບ​ໄດ້​ຢ່າງ​ຊັດ​ເຈນ​ຢູ່​ໃກ້​ປະ​ມານ 2 ແມັດນັ້ນ​ເບິ່ງ.

​ຜູ້​ຮ່ວມກໍ່​ຕັ້ງ​ບໍ​ລິ​ສັດດັ່ງ​ກ່າວ​ເວົ້າ​ວ່າ ຈຸດ​ປະ​ສົງ​ຂອງຄວາມ​ຄິດນີ້ ​ກໍ​ຄື​ພວກ​ຊາວ​ນາ ຊາວ​ສວນ​ບໍ່​ຕ້ອງ​ໄປ​ເຮັດ​ວຽກຢູ່​ທົ່ງ​ໄຮ່​ທົ່ງ​ນາອີກ.

ທ່ານ ເບນ ສະ​ກັອດ ໂຣ​ບິນ​ສັນ (Ben Scott Robinson), ຜູ້ກໍ່​ຕັ້ງ​ຮ່ວມ​ຂອງ ບໍ​ລິ​ສັດ Small Robot Company ບອກວ່າ: "ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ ພວກ​ເຮົາ​ປ່ອຍ​ໃຫ້​ຊາວ​ນາ ຊາວ​ສວນໄດ້​ສຸມ​ຈິດ​ສຸມ​ໃຈ ໃສ່​ການ​ຫາ​ວິ​ທີ​ເຮັດ​ໃຫ້​ກິດ​ຈະການ​ເຮັດໄຮ່​ເຮັດ​ນາຂອງ​ພວກເຂົາ​ເຈົ້າ​ໃຫ້ ມີ​ຜົນ​ສຳ​ເລັດ ແລະ​ມີ​ຜົນ​ກຳ​ໄລ."

ມັນ​ອາດ​ຈະ​ພາ​ໃຫ້​ມີ​ອະ​ນາ​ຄົດ​ທີ່​ມີ​ຕົ້ນ​ໄມ້​ໃບ​ຕອກ​ຂຽວ​ສະ​ອຸ່ມ​ຫລາຍ​ຂຶ້ນ. ບໍລິ​ສັດ ໄດ້​ອ້າງ​ອີງ​ເຖິງ​ການ​ສຶກ​ສາ​ຄົ້ນ​ຄວ້າ​ເມື່ອມໍ່ໆ​ມານີ້ ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ ຮາບ​ເປີ ອາ​ດາມ​ສ໌ (Harper Adams) ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຄວບ​ຄຸມ​ຕົນ​ເອງ​ຂອງ​ເຄື່ອງ​ຈັກ ສາ​ມາດ​ເຮັດ​ໃຫ້​ຜົນ​ກະ​ທົບຂອງການ​ເຮັດວຽກ​ງານ​ກະ​ສິ​ກຳໃນ​ດ້ານລະ​ບົບ​ນິ​ເວດຫລຸດ​ລົງ​ໄດ້​ຫລາຍ​ເຖິງ 95 ເປີ​ເຊັນ.

ເບິ່​ງວີດິ​ໂອ​ກ່ຽວ​ກັບຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ຂ້າງ​ລຸ່ມນີ້

British agriculture is going high-tech. Farmers recently tested cutting-edge technology like robots that autonomously tend fields and wireless cattle that may connect faster to the farm than you to your favorite app.

Farming just got an upgrade. Big, heavy machinery shrinks to the size of a household pet.

While here, at an agricultural research center in England, the humble bovine ((cow)) tells a machine it is milking time.

Duncan Forbes, Project Manager, Agri-EPI Centre
"They have a collar with a transponder underneath their chin, which is the one that controls the gates and so on that gives them access to the robot. The robot then knows, Right. I know this cow. I know where its teats are.'"

Aside from custom milk-jobs, researchers can keep tabs on the whereabouts and wellbeing of cattle by monitoring physical activity.

It is all made possible by the 5G networks most of us still do not have on our phones.
Nick Chrissos, Director of Innovation, Cisco EMEAR:
"The ability to have ubiquitous connectivity means that we can have the animals everywhere. They don't have to be confined within the boundaries of the farm."

Nick Chrissos from Cisco says emerging wireless technology means increased bandwidth and smarter sensors relaying more data from places the internet once didn't reach.

Nick Chrissos, Director of Innovation, Cisco EMEAR:
"We can now have a much more intelligent system much further away from where the sensors are. That's what 5G can do for farming. (It) really can unleash the power we have on this farm everywhere… everywhere in the UK… everywhere around the world."

At another farm in England, the Small Robot Company looks to change the business model by selling farming as an automated service.

Robin Jackson, Engineer, Small Robot Company:
"Tom is the robot that will live on the farm… take hundreds of thousands of photos of the crops to see things that even an expert agronomist may not be able to pick up on without very serious, careful detective work."

Engineers say Tom can do that for every plant in the field with a GPS that's accurate to two centimeters. Compare that to your phone, which may be accurate to about two meters.

The company's co-founder says the idea is to remove farmers from the field.

Ben Scott Robinson, Co-Founder, Small Robot Company:
"By doing that we're freeing the farmer up to really concentrate on making their farm a successful and profitable business."

It may even lead to a greener future. The company cites recent studies by Harper Adams University showing that automation can help reduce agriculture's ecological impact by as much as 95 percent.

XS
SM
MD
LG