ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ອະ​ນາ​ຄົດຂອງ ຜູ້​ມີ​ຄວາມ​ໄຝ່​ຝັນ ຫຼື Dreamers ບໍ່​ແນ່ນອນ ໃນ​ຂະ​ນະ​ທີ່​ສານ​ສູງ​ສຸດ ຈະຕັດ​ສິນ ກ່ຽວ​ກັບ ໂຄງ​ການ DACA


Dreamers in Limbo as Supreme Court Prepares to Take Up DACA
please wait

No media source currently available

0:00 0:04:02 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ສານ​ສູງ​ສຸດ ສະ​ຫະ​ລັດ ຈະດຳ​ເນີນ​ຄະ​ດີ​ນຶ່ງ​ໃນ​ວັນ​ທີ 12 ພະ​ຈິກ​ມື້ນີ້ ທີ່​ອາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ອະ​ນາ​ຄົດ​ຂອງ​ປະ​ຊາ​ຊົນຫຼາຍ​ຮ້ອຍ​ພັນ​ຄົນ ທີ່​ຖືກ​ພາ​ເຂົ້າ​ມາ ສະ​ຫະ​ລັດ ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍ​ຢ່າງ​ຜິດ​ກົດ​ໝາຍ. ໂດຍ​ສະ​ເພາະ, ແພດ​ໝໍ​ທ່ານ​ນຶ່ງຜູ້​ທີ່​ກຳ​ລັງ​ຈະຈົບ​ການຝຶກ​ຫັດ​ຄວາມ​ຊຳ​ນານ​ຂອງ​ແພດ​ໃນ​ລັດ​ຄາ​ລິ​ຟໍ​ເນຍ ເຊິ່ງ​ໂຊກ​ຊະ​ຕາ​ຂອງ​ລາວ ອາດ​ຖືກ​ພິ​ຈາ​ລະ​ນາ ​ຕາມ​ຜົນ​ທີ່​ອອກ​ມາ​ຂອງ​ການ​ຕັດ​ສິນ​ຄະ​ດີ​ນັ້ນ. ນັກ​ຂ່າວ​ວີ​ໂອ​ເອ ວະ​ຣັງ​ຄະ​ນາ ຊົມ​ຊື່ນ ມີ​ລາຍ​ງານ​ຈາກ​ເມືອງ ແຊນ ແຟ​ຣນ​ຊິ​ສ​ໂກ ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.



ຄອບ​ຄົວ​ຂອງ​ທ່ານ ຈີ​ຣະ​ຢຸດ ລາດ​ທິ​ວົງສາ​ຄອນ ບໍ່​ໄດ້​ຍົກ​ຍ້າຍ​ຖິ່ນ​ຖານ​ມາ​ ສະ​ຫະ​ລັດ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຕອນ​ທີ່​ເພິ່ນ​ນຳ​ເອົາ​ລາວ​ມາ ສະ​ຫະ​ລັດ ຕັ້ງ​ແຕ່ຍັງ​ນ້ອຍ.

ຕອນນີ້​ລາວ​ກຳ​ລັງ​ຝຶກ​ງານ​ດ້ານ​ການ​ແພດ​ໃນ ອາ​ເມ​ຣິ​ກາ ພາຍ​ໃຕ້​ໂຄງ​ການ​ໃນ​ຍຸກ​ທ່ານ​ ໂອ​ບາ​ມາ ທີ່ເອີ້ນ​ວ່າ ໂຄງ​ການປົກປ້ອງຄຸ້ມຄອງເດັກນ້ອຍທີ່​ຖື​ກ​ພາ​ມາ​ສະ​ຫະ​ລັດ ຢ່າງ​ຜິດ​ກົດ​ໝາຍ ຫຼື DACA.

ໂຄງ​ການ DACA ໃຫ້​ການ​ປົ​ກ​ປ້ອງ​ທາງ​ກົດ​ໝາຍ ແລະ ​ການອະ​ນຸ​ຍາດ​ເຮັດ​ວຽກ​ໃຫ້​ປະ​ຊາ​ຊົນ​ລະ​ຫວ່າງ 700,000 ແລະ 800,000 ຄົນ​ຜູ້​ທີ່​ຖືກ​ພາ​ມາ ສະ​ຫະ​ລັດ ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍ​ຢ່າງ​ຜິດ​ກົດ​ໝາຍ.

ທ່ານ ຈີ​ຣະ​ຢຸດ ລາດ​ທິ​ວົງ​ສາ​ຄອນ ຜູ້​ໄດ້​ຮັບ​ໂຄງ​ການ DACA ກ່າວ​ວ່າ “ໂຄງ​ການ DACA ໄດ້​ເປີດ​ປະ​ຕູ​ໃຫ້​ຂ້າ​ພະ​ເຈົ້າ​ໃນ​ທິດ​ທາງ​ທີ່​ສຳ​ຄັນຫຼາຍ. ມັນ​ໄດ້​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ເປັນແພດ​ໝໍ.”

ແຕ່​ແຜນ​ການ​ຂອງ​ລາວ​ອາດ​ພັງ​ທະ​ລາຍ​ລົງ. ໃນ​ເດືອນ​ກັນ​ຍາ 2017, ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ສະ​ເໜີ​ຍົກ​ເລີກ​ໂຄງ​ການ DACA, ໂດຍ​ໂຕ້​ຖຽງ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ໂອ​ບາ​ມາ ໄດ້​ເຮັດ​ເກີນ​ຂອບ​ເຂດ ແລະ ອອກ​ກົດ​ໝາຍ​ພຽງ​ຜູ້​ດຽວ ກ່ຽວ​ກັບ ຄົນ​ເຂົ້າ​ເມືອງ.

ທ່ານ ເຈັ​ຟ ເຊັ​ສ​ເຊິນ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ຝ່າຍ​ບໍ​ລິ​ຫານ, ຜ່ານ​ໂຄງ​ການ DACA, ໄດ້​ຕັ້ງ​ໃຈ​ພະ​ຍາ​ຍາມ​ທີ່​ຈ​ະ​ບັນ​ລຸ ​ສິ່ງ​ທີ່​ສະ​ຖານ​ນິ​ຕິ​ບັນ​ຍັດ​ໄດ້​ປະ​ຕິ​ເສດ​ຢ່າງ​ສະ​ເພາະ​ເຈາະ​ຈົງ ​ເພື່ອ​ໃຫ້​ການ​ອະ​ນຸ​ມັດ​ ຍ້ອນ​ຫຼາຍ​ເຫດ​ຜົນ.”

ຫຼາຍ​ກວ່າ​ສອງ​ປີ​ຕໍ່​ມາ, ສານ​ສູງ​ສຸດ ສະ​ຫະ​ລັດ ຈະ​ພິ​ຈາ​ລະ​ນາ​ການ​ຟ້ອງ​ຮ້ອງ​ຮ່ວມ​ກັນ​ສາມ​ສະ​ບັບ ໃນ​ການ​ຕໍ່​ສູ້​ເພື່ອ​ເຮັດ​ໃຫ້​ໂຄງ​ການ DACA ບໍ່​ຖືກ​ແຕະ​ຕ້ອງ.

ທ່ານ ຈີ​ຣະ​ຢຸດ ກໍ​ແມ່ນ​ນຶ່ງ​ໃນ​ຜູ້​ຮ້ອງ​ທຸກ​ທີ່​ວ່າ​ນັ້ນ.

ທ່ານ ຈີ​ຣະ​ຢຸດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ມີ​ສິດ​ທິ​ພິ​ເສດ​ເພື່ອ​ຝຶກ​ຝົນ​ໃຫ້​ກາຍ​ເປັນ​ແພດ​ໝໍ, ອາ​ໄສ​ຢູ່​ໃນ ອາ​ເມ​ຣິ​ກາ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ມັນ​ດ້ວຍ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ຂ້າ​ພະ​ເຈົ້າ​ໄດ້​ອາ​ໄສ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຄອບ​ຄົວ ແລະ ໝູ່​ເພື່ອນ ຜູ້​ທີ່ບໍ່​ມີ​ເອ​ກະ​ສານ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ມັນ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຂ້າ​ພະ​ເຈົ້າ​ ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ເຂົາ​ເຈົ້າ​ໃນ​ການ​ຕໍ່​ສູ້​ເພື່ອ​ຮັກ​ສາ​ໂຄງ​ການ DACA ໄວ້​ຄື​ເກົ່າ.”

ວິ​ກິດ​ການ​ດ້ານ​ການ​ເງິນ​ເອ​ເຊຍ​ໃນ​ປີ 1997 ໄດ້​ເຮັດ​ໃຫ້​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ຄອບ​ຄົວ​ຂອງ​ລາວ​ລົ້ມ​ລະ​ລາຍ. ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ເດີນ​ທາງ​ມາ​ລັດ ຄາ​ລິ​ຟໍ​ເນຍ ດ້ວຍ​ວີ​ຊາ​ນັກ​ທ່ອງ​ທ່ຽວທີ່​ມີ​ກຳ​ນົດ 6 ເດືອນ, ໄດ້​ເຮັດ​ວຽກ​ຢູ່​ຮ້ານ​ອາ​ຫານ, ແລະ ຫຼັງ​ຈາກ​ນັ້ນ​ກໍໄດ້​ຢູ່​ກາຍ​ກຳ​ນົດ​ວີ​ຊາ​ຂອງ​ເຂົາ​ເຈົ້າ. ໃນ​ເດືອນ​ມີ​ນາ 1999, ຕອນນັ້ນ​ມີ​ອາ​ຍຸ 9 ປີ, ຜູ້​ຊາຍ​ໜຸ່ມ​ຄົນ​ດັ່ງ​ກ່າວ​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ພ້ອມ​ກັບ​ເອື້ອຍ​ຂອງ​ລາວ​ສອງ​ຄົນ.

ທ່ານ ຈີ​ຣະ​ຢຸດ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ພວກ​ເຮົາ​ຫ້າ​ຄົນ​ໄດ້​ລົມ​ກັນ​ຢູ່​ໃນ​ຫ້ອງ​ອາ​ພາດ​ເມັ້ນ​ນ້ອຍໆ. ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ພວກ​ເຮົາ​ຈະ​ບໍ່​ກັບ​ຄືນ​ໄປ ໄທ. ຂ້າ​ພະ​ເຈົ້າ​ຈື່​ໄດ້​ຕອນ​ທີ່​ຄິດ​ວ່າ, ແລ້ວ​ໝູ່​ຂອງ​ຂ້ອຍ​ເດ? ເຄື່ອງຫຼິ້ນ​ຂອງ​ຂ້ອຍ​ເດ?

ຄອບ​ຄົວ​ຂອງ​ທ່ານ ຈີ​ຣະ​ຢຸດ, ຜູ້​ທີ່​ໄດ້​ເອີ້ນ​ຊື່ຫຼິ້ນ​ຂອງ​ລາວ​ວ່າ “ນິວ,” ໄດ້ຫຼີກ​ລ່ຽງ​ການດຶງ​ດູດ​ຄວາມ​ສົນ​ໃຈຂອງ​ຜູ້​ຄົນ. ລາວ​ໄດ້​ຮຽນ​ໜັກ, ຮຽນ​ພາ​ສາ​ອັງ​ກິດ ແລະ ໄດ້​ຮຽນ​ລະ​ດັບ​ສູງ​ຢູ່ ​ມະ​ຫາ​ວິ​ທະ​ຍາ​ໄລ​ຊື່​ດັ່ງ​ຂອງ​ອາ​ເມ​ຣິ​ກາ ສອງ​ແຫ່ງ​ຄື ມະ​ຫາ​ວິ​ທະ​ຍາ​ໄລ UC Burkeley ແລະ ມະ​ຫາ​ວິ​ທະ​ຍາ​ໄລ ຮາ​ຫວາດ.

ໂຮງ​ຮຽນ​ແພດ​ສາດຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ຄາ​ລິ​ຟໍ​ເນຍ, ທີ່​ເມືອງ ແຊນ ແຟ​ຣນ​ຊິ​ສ​ໂກ ຫຼື UCSF ໄດ້​ຮັບ​ເອົາ​ລາວ​ໃນ​ປີ 2012, ນຶ່ງ​ເດືອນ​ກ່ອນ​ລັດ​ຖະ​ບານ​ທ່ານ ໂອ​ບາ​ມາ ໄດ້​ປະ​ກາດ​ໂຄງ​ການ DACA. ເດືອນ​ພຶ​ດ​ສະ​ພານີ້, ທ່ານ ຈີ​ຣະ​ຢຸດ ໄດ້​ກາຍ​ເປັນ​ນັກ​ສຶກ​ສາ​ແພດ​ສາດ​ຄົນ​ທຳ​ອິດ ຜູ້​ທີ່​ຢູ່​ໃນ​ປະ​ເທດ​ຢ່າງ​ຜິດ​ກົດ​ໝາຍ ​ທີ່​ໄດ້​ຮຽນ​ຈົບ​ໃນ​ປະ​ຫວັດ​ສາດ 155 ປີ​ຂອງ​ໂຮງ​ຮຽນ.

ດ​ຣ. ເລ ຄິມ​ເບີກ, ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຄາ​ລິ​ຟໍ​ເນຍ-ແຊນ​ ແຟ​ຣນ​ຊິ​ສ​ໂກ ໄດ້​ກ່າວ​ວ່າ “ອັນທີ່​ໄດ້​ເປັນ​ສິ່ງ​ທີ່​ງົດ​ງາມຫຼາຍ ແລະ ຊົງ​ພະ​ລັງ​ ກ່ຽວ​ກັບ ການ​ເດີນ​ທາງ​ຂອງ ນິວ ກໍ​ແມ່ນ ທຸກໆ​ບາດ​ກ້າວ​ຂອງວິ​ທີ​ທີ່​ລາວ​ໄດ້​ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ລາວນັ້ນ, ລາວຕ້ອງ​ໃຫ້​ແນ່​ໃຈ​ວ່າ ລາວ​ໄດ້​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ​ສິ່ງ​ກີດ​ຂວາງ​ຢ່າງ​ເປັນ​ລະ​ບົບ​ສຳ​ລັບ​ຄົນ​ອື່ນໆ ເພື່ອ​ເດີນ​ທາງ​ຕາມບາດ​ກ້າວ​ດຽວ​ກັນ ກັບ​ທີ່​ລາວ​ກຳ​ລັງ​ພະ​ຍາ​ຍາມ​ຕາມ​ຢູ່​ນັ້ນ.”

ການ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ ກ່ຽວ​ກັບ ໂຄງ​ການ DACA ​ຄາດ​ວ່າ​ຈະ​ແມ່ນ​ໃນ​ລະ​ດູຮ້ອນ​ປີ​ໜ້າ. ຖ້າ​ມັນ​ຖືກ​ຍົກ​ເລີກ, ລັດ​ຖະ​ສະ​ພາ​ອາ​ດ​ເອົາ​ມາດ​ຕະ​ການ​ດ້ວຍ​ການ​ຮັບ​ຜ່ານ​ການ​ປະ​ຕິ​ຮູບ​ຄົນ​ເຂົ້າ​ເມືອງ ຫຼື ຮ່າງກົດ​ໝາຍ DREAM ເຊິ່ງ​ຈະ​ໃຫ້​ສັນ​ຊາດ​ແກ່​ຜູ້​ຍົກ​ຍ້າຍຖິ່ນ​ຖານບາງ​ຄົນ​ທີ່​ມີ​ຄວາມ​ເໝາະ​ສົມ ຜູ້​ທີ່​ໄດ້​ມາ​ ສະ​ຫະ​ລັດ ຢ່າງ​ຜິດ​ກົດ​ໝາຍ. ແຕ່​ນັ້ນ​ແມ່ນ​ສິ່ງ​ທີ່​ລັດ​ຖະ​ບານ​ທ່ານ ບຸ​ຊ ຫຼື ໂອ​ບາ​ມາ ບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ​ດ້ວຍຄວາມ​ສຳ​ເລັດ.

The U.S. Supreme Court will take on a case November 12th that could impact the future of hundreds of thousands of people brought to the United States as children illegally. In particular, one doctor who is on track to finish his residency training in the state of California could have his fate determined by the outcome. VOA's Warangkana Chomchuen reports from San Francisco.

Jirayuth Latthivongskorn's parents did not legally immigrate to the United States when they brought him to the U.S. as a child.

He is now doing his medical training in America under the Obama-era program called Deferred Action for Childhood Arrivals, or DACA.

DACA granted legal protections and work authorization to between 700,000 and 800,000 people who were brought into the U.S. as children - illegally.

"DACA has opened doors for me in a significant way. It is allowing me to become a doctor."

But his plan could be in jeopardy. In September 2017, the Trump administration proposed canceling DACA, arguing President Obama had overreached and single-handedly legislated on immigration.

"The executive branch, through DACA, deliberately sought to achieve what the legislative branch specifically refused to authorize on multiple occasions."

More than two years later, the U.S. Supreme Court will hear three consolidated lawsuits fighting to keep DACA intact.

Latthivongsakorn is a plaintiff in one of them.

"I have the privilege to train to become a doctor, to live in America, but I didn't do it on my own. I've relied on the support from my family and friends who are undocumented. I believe it's my responsibility to join them in a fight to keep DACA."

The 1997 Asian financial crisis crushed his parents' real estate business. So they came to California on six-month tourist visas, found work in restaurants, and then overstayed their visas.In March 1999, then 9 years old, the young man arrived on a visit with two older siblings.

"I remember that five of us had a talk in our tiny apartment. My parents said we are not going to back to Thailand. I remember thinking, what about my friends? My toys?"


Latthivongsakorn's family, who calls him by the nickname "New," kept a low profile. He studied hard, learning English and went on to graduate from two prestigious American universities - UC Berkeley and Harvard University.

UCSF's School of Medicine accepted him in 2012, a month before the Obama administration announced DACA. This May, Latthivongsakorn became the first known medical student to graduate in the school's 155-year history who is in the country illegally.

"What has been so beautiful and powerful about New's journey is that every single step of the way that he has tried to reach his goals, he has made sure that he is systematically trying to reduce barriers for others to follow the same path that he is trying to follow."

The Supreme Court's decision on DACA is expected by next summer. If it is removed, Congress could take action by passing immigration reform or the DREAM Act, which would grant citizenship to some qualifying immigrants who came to the U-S illegally.But that's something neither the Bush nor Obama administration was able to accomplish.

XS
SM
MD
LG