ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຮ່າງ​ຂໍ້​ຕົກ​ລົງ​ຂັ້ນ​ສຸດ​ທ້າຍ ກອງ​ປະ​ຊຸມ​ສຸດຍອດອາ​ກາດ COP28 ​​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ

​ປະ​ທານກອງ​ປະ​ຊຸມ​ ສູນ​ລະ​ຕ່ານ ອາ​ລ​-ຈາ​ເບີ້ ກ່າວ​ຕໍ່​ກອງ​ປະ​ຊຸມສຸດຍອດ COP28 ຂອງ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ດູ​ໄບ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ເມື່ອ​ວັນ​ທີ 11 ທັນ​ວາ 2023.

ອົງ​ການ​ຮັບ​ຜິດ​ຊອບ​ເລື້ອງ​ອາ​ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ ​ໄດ້ພິມ​ຮ່າງ​ຂອງ​ອັນ​ທີ່​ມີ​ກຳ​ນົດ​ວ່າ ​ຈະ​ເປັນ​ຂໍ້​ຕົກ​ລົງ​ຂັ້ນ​ສຸ​ດ​ທ້າຍ ຂອງກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບອາ​ກາດ COP28 ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ອັງ​ຄານມື້ນີ້.

ພວກ​ນັກ​ເຄື່ອນ​ໄຫວ​ໄດ້​ກ່າວ​ປະ​ນາມ​ຕໍ່​ຮ່າງ​ຂໍ້​ຕົກ​ລົງ​ນັ້ນ​ວ່າ ປ່ຽນ​ແປງ​ໄປ​ຈາກ​ພາ​ສາ​ທີ່​ຄາດ​ກັນ​ໄວ້​ກ່ອນ​ໜ້ານີ້ ແລະ​ບໍ່​ໄດ້​ບັນ​ຈຸ​ມາດ​ຕະ​ການ​ຕ່າງໆ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ໂລກ​ຮ້ອນ ທີ່​ພວກ​ນັກ​ວິ​ທະ​ຍາ​ສາດ​ໄດ້​ຖິ້ມ​ໂທດ​ໃສ່​ ລະ​ດັບ​ນ້ຳ​ທະ​ເລ​ທີ່​ສູງ​ຂຶ້ນ ໄພ​ແຫ້ງ​ແລ້ງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ແລະ​ທ່າ​ອຽງ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຫຼາຍໆ​ຮ້ອຍ​ລ້ານ​ຄົນ ຢູ່​ໃນ​ທົ່ວ​ໂລກ.

ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຖື​ປ້າຍ​ຕໍ່​ຕ້ານ​ການ​ໃຊ້​ເຊື້ອ​ໄຟ​ຟອ​ສ​ເຊີ​ລ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ອາ​ກາດ COP28 ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນະ​ຄອນ​ດູ​ໄບ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ເມື່ອ​ວັນ​ທີ 11 ທັນ​ວາ 2023.

ໂດຍ​ສະ​ເພາະ​ແລ້ວ ພວກ​ນັກ​ເຄື່ອນ​ໄຫວ​ແມ່ນ​ບໍ່​ພໍ​ໃຈ​ກ່ຽວ​ກັບ​ຮ່​າງ​ຂໍ້​ຕົກ​ລົງ​ທີ່​ຂຽນ​ຂຶ້ນ​ໂດຍ​ປະ​ທານ​ອົງ​ການ COP28 ທີ່​ດຳ​ເນີນ​ງານ​ໂດຍ​ຄະ​ນະ​ບໍ​ລິ​ຫານ​ບໍ​ລິ​ສັດ​ນ້ຳ​ມັນ​ຂ​ອງ​ເອ​ເມີ​ເຣັ​ສ ທີ່​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ຫຼ​ດ​ລົງ​ເປັນ​ໄລ​ຍະໆ​ໃນ​ການ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມາ​ຈາກ​ຊາກ​ພືດ​ແລະ​ສັດ​ດຶກ​ດຳ​ບັນ ​ຫຼືເຊື້ອ​ໄຟ​ຟອ​ສ​ເຊີ​ລ ຊຶ່ງ​ເປັນ​ສິ່ງ​ທີ່​ໄດ້​ມີ​ການ​ຮ້ອງ​ຂໍ ​ຂອງ 100 ກວ່າ​ປະ​ເທດ.

ໃນ​ການ​ກ່າວ​ເຖິງ​ເຊື້ອ​ໄຟ​ຟອ​ສ​ເຊີ​ລນັ້ນ ຮ່າງ​ຂໍ້​ຕົກ​ລົງ​ເວົ້າ​ວ່າ ປະ​ເທດ​ຕ່າງໆ​ຕ້ອງ​ໄດ້​ພົວ​ພັນ ໃນ​ການ “ຄ່ອຍໆ​ຫຼຸດ​ລົງ​ໃນ​ການ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ​ເຊື້ອ​ໄຟ​ຟອ​ສ​ເຊີ​ລ​ທີ່​ບໍ່​ມີ​ປະ​ສິດ​ທິ​ພາບ ທີ່​ຊຸກ​ຍູ້​ໃຫ້​ມີ​ການ​ສິ້ນ​ເປືອງ​ໃນ​ການ​ນຳ​ໃຊ້ ແລະ​ບໍ່​ໄດ້​ແກ້​ໄຂ​ການ​ຂາດ​ແຄນ​ພະ​ລັງ​ງານ ຫຼື​ເພື່ອ​ການ​ຫັນ​ປ່ຽນ ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ປະ​ທານ​ຂອງ COP28 ມອງ​ເບິ່ງວ່າ ຮ່າງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ເປັນ​ຄວາມ​ສຳ​ເລັດ ໂດຍ​ເອີ້ນ​ມັນ​ວ່າ ເປັນ “ບາດ​ກ້າວ​ໄປ​ໜ້າ​ທີ່​ສຳ​ຄັນ.”

​ອ່​່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG