ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຖາ​ນີ ວິທະຍຸຫລາຍ 10 ແຫ່ງ ໄດ້ຢຸດການ ອອກອາກາດ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ​ ທີ່​ປົກ​ຄອງ​ໂດຍ​ກຸ່ມ​ຕາ​ລີ​ບານ


ນັກ​ຮຽນ​ເຂົ້າ​ຮຽນ​ຢູ່​ໃນ​ຫ້ອງ​ຮຽນ​ອອກ​ອາ​ກາດທີ່​ສະ​ຖາ​ນີ​ວິ​ທະ​ຍຸ Begum ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 28 ພະ​ຈິກ, 2021. ປະ​ມານ 34 ເປີ​ເຊັນ​ຂອງ​ສະ​ຖາ​ນີ​ທັງ​ໝົດໄດ້​ປິດ​ລົງ​ຫລັງ​ຈາກ​ກຸ່ມ​ຕາ​ລີ​ບານກັບ​ຄືນ​ມາ​ກຳ​ອຳ​ນາດ​ໃນ​ປີ 2021.
ນັກ​ຮຽນ​ເຂົ້າ​ຮຽນ​ຢູ່​ໃນ​ຫ້ອງ​ຮຽນ​ອອກ​ອາ​ກາດທີ່​ສະ​ຖາ​ນີ​ວິ​ທະ​ຍຸ Begum ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 28 ພະ​ຈິກ, 2021. ປະ​ມານ 34 ເປີ​ເຊັນ​ຂອງ​ສະ​ຖາ​ນີ​ທັງ​ໝົດໄດ້​ປິດ​ລົງ​ຫລັງ​ຈາກ​ກຸ່ມ​ຕາ​ລີ​ບານກັບ​ຄືນ​ມາ​ກຳ​ອຳ​ນາດ​ໃນ​ປີ 2021.

​ມີ​ລາຍ​ງານ​ວ່າ ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ ​ແລະ​ຂໍ້​ຈຳກັດ​ດ້ານ​ສື່​ມວນ​ຊົນ​ທີ່​ເກີດມາຈາກການ​ກັບ​ຄືນ​ມາ​ກຳ​ອຳນາດ​ຂອງ​ກຸ່ມ​ຕາ​ລີ​ບານ ​ໃນ​ອັຟກາ​ນິສຖານ​ປີ 2021 ​ໄດ້​ບັງຄັບ​ໃຫ້​ປະມານ 34 ເປີ​ເຊັນ ຂອງ​ສະຖານີ​ວິທະຍຸ​ໃນ​ປະ​ເທດປິດ​ລົງ, ​ເຮັດ​ໃຫ້​ຜູ້​ຊາຍ ​ແລະ​ແມ່ຍິງ​ຫລາຍ​ຮ້ອຍ​ຄົນ​ຫວ່າງ​ງານ.

ສະຫະພັນ​ນັກ​ຂ່າວ​ອິດ​ສະ​ຫລະ​ຂອງ​ອັຟກາ​ນິສຖານ ຫລື AIJU, ຜູ້​ຕິດຕາມ​ກວດກາ​ສື່​ມວນ​ຊົນ​ທ້ອງ​ຖິ່ນ ​ທີ່​ມີ​ສຳນັກງານ​ຕັ້ງຢູ່​ນະຄອນຫຼວງ​ກາ​ບູລ ​ເປີດ​ເຜີຍ​ຕົວ​ເລກ​ດັ່ງກ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອເປັນ​ການ​ລະນຶກ​ເຖິງວັນ​ວິທະຍຸ​ໂລກ.

ປະທານຂອງ AIJU, ທ່ານຮູ​ຈາ​ຕຸ​ລາ ມູ​ຈາ​ດີ​ດີ (Hujatullah Mujadidi) ກ່າວຕໍ່ວີ ໂອເອວ່າ ວິທະຍຸ 345 ຊ່ອງ ທີ່ໄດ້ດຳເນີນງານຢູ່ໃນປະເທດ ກ່ອນກຸ່ມຕາລີບານຍຶດ ຄອງປະ​ເທດໃນເດືອນສິງຫາປີ 2021 ນັ້ນ ໄດ້ຈ້າງພະ​ນັກງານເກືອບຮອດ 5,000 ຄົນ, ຊຶ່ງ​ໃນ​ນັ້ນ 25 ເປີ​ເຊັນ ແມ່ນແມ່ຍິງ.

ແຕ່ຕັ້ງແຕ່ນັ້ນມາ ວິ​ທະ​ຍຸ 117 ສະຖານີ ໄດ້ຢຸດການອອກອາກາດ ຍ້ອນບັນຫາເສດ ຖະກິດ, ອີງ​ຕາມທ່ານ ມູ​ຈາ​ດີ​ດີ (Mujadidi) ຊຶ່ງ​ທ່ານກ່າວເພີ້ມ​ອີກວ່າ ມີຫລາຍ ກວ່າ 1,900 ຄົນ, ຊຶ່ງຫຼາຍກວ່າເຄິ່ງນຶ່ງໃນ​ນັ້ນ ແມ່ນ​ແມ່ຍິງໄດ້ສູນເສຍວຽກເຮັດ ງານທຳ.

ສະຖານີວິ​ທະ​ຍຸ 228 ແຫ່ງທີ່ຍັງເຫຼືອ ຈ້າງພະ​ນັກ​ງານຫຼາຍກວ່າ 1,800 ຄົນ, ຊຶ່ງໃນ ນັ້ນມີແມ່ຍິງປະ​ມານ 40 ຄົນ.

ການລົງໂທດຂອງນາໆຊາດ ຕໍ່ພວກຜູ້ນຳຂອງກຸ່ມຕາລີບານ ແລະການງົດ ການ ຊ່ວຍເຫລືອດ້ານການເງິນ ເຮັດໃຫ້ບັນຫາເສດຖະກິດເລິກເຊິ່ງຂຶ້ນ ຢູ່ໃນປະເທດທີ່ເພິ່ງ ພາການຊ່ວຍເຫລືອເປັນສ່ວນໃຫຍ່, ຊຶ່ງ​ເຮັດ​ໃຫ້ສິ່ງທ້າທາຍຕໍ່ອຸດສາຫະກໍາສື່ມວນຊົນ ອັຟການິສຖານເພີ້ມ​ທະ​ວີ​ຂຶ້ນ.

ພະ​ນັກ​ງານ​ສື່​ສາ​ນ​ຂ​ອງ​ອັ​ຟ​ກາ​ນິ​ສ​ຖານ ເຮັດ​ວຽກ​ຢູ່​ຫ້ອງ​ສົ່ງຢູ່​ໃນ​ສະ​ຖາ​ນີ​ວິ​ທະ​ຍຸ​ທ້ອງ​ຖິ່ນ Hamisha Baharໃນ​ເມືອງ Jalalabad, ວັນ​ທີ 11 ທັນ​ວາ, 2021.
ພະ​ນັກ​ງານ​ສື່​ສາ​ນ​ຂ​ອງ​ອັ​ຟ​ກາ​ນິ​ສ​ຖານ ເຮັດ​ວຽກ​ຢູ່​ຫ້ອງ​ສົ່ງຢູ່​ໃນ​ສະ​ຖາ​ນີ​ວິ​ທະ​ຍຸ​ທ້ອງ​ຖິ່ນ Hamisha Baharໃນ​ເມືອງ Jalalabad, ວັນ​ທີ 11 ທັນ​ວາ, 2021.

ພວກຕຳ​ໜິກ່າວວ່າ ການເພີ່ມທະວີການກວດກາ ແລະການລະເມີດທີ່ຖືກກ່າວຫາ ຕໍ່ ພວກນັກຂ່າວໂດຍ​ເຈົ້າ​ໜ້າ​ທີ່ຕາລີບານ ໄດ້ບ່ອນທຳລາຍສື່ມວນຊົນເສລີຂອງອັຟກາ ນິສຖານຢ່າງຮ້າຍແຮງ.

ຫ້ອງ​ການ​ຊ່ວຍ​ເຫຼືອ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ອັຟກາ​ນິສຖານ ​ລາຍ​ງານ​ໃນ​ເດືອນ​ພະຈິກຜ່ານ​ມາ​ວ່າ ມີ​ນັກ​ຂ່າວ​ຫລາຍ​ກວ່າ 200 ຄົນ​ ຕ້ອງ​ທົນ​ທຸກຕໍ່ “ການ​ຈັບ​ກຸມ, ການ​ກະທຳ​ຕໍ່​ແບບ​ບໍ່​ດີ, ການ​ຂົ່ມຂູ່, ​ແລະຂູ່ເຂັນ” ນັບ​ຕັ້ງ​ແຕ່​ກຸ່ມ​ຕາ​ລີ​ບານ​ໄດ້​ຍຶດ​ເອົາ​ກັບປະ​ເທດ​ຄືນ​ມາ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG