ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ສິບ​ປະ​ເທດ​ລົງ​ທະ​ບຽນ​ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ສັນ​ຕິ​ພາບ ຢູ​ເຄ​ຣນ


ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌ ແລະ ປະ​ທາ​ນາ​ທິ​ບໍ​ດີ ສວິດ​ເຊີ​ແລນ ທ່ານ​ນາງ ວີ​ໂອ​ລາ ແອມ​ເຮີດ ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ, 15 ພຶດ​ສະ​ພາ 2024.
ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌ ແລະ ປະ​ທາ​ນາ​ທິ​ບໍ​ດີ ສວິດ​ເຊີ​ແລນ ທ່ານ​ນາງ ວີ​ໂອ​ລາ ແອມ​ເຮີດ ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ, 15 ພຶດ​ສະ​ພາ 2024.

ກອງ​ປະ​ຊຸມ​ສຸດຍອດຢູ່ ສວິດ​ເຊີ​ແລນ ຫວັງ​ວ່າ​ ຈະ​ປູ​ທາງ​ໃຫ້​ຂະ​ບວນ​ການ​ສັນ​ຕິ​ພາບ​ໃນ ຢູ​ເຄ​ຣນ ໄດ້​ດຶງ​ດູດ​ເອົາ​ຄະ​ນະ​ຜູ້​ແທນ​ຈາກຫຼາຍກວ່າ​ 50 ປະ​ເທດ, ອີງ​ຕາມ​ການ​ກ່າວ​ຂອງ​ປະ​ທານ​າ​ທິ​ບໍ​ດີສວິດ​ເຊີ​ແລນ ທ່ານ​ນາງ ວີ​ໂອ​ລາ ແອມ​ເຮີດ ໃນ​ວັນ​ພຸດ​ວານນີ້.

ລັດ​ຖະ​ບານ ສວິ​ສ ທີ່​ເປັນ​ກາງ ​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ຊັກ​ຊວນ​ການ​ເຂົ້າ​ຮ່ວມ​ຈາກ​ຫຼາຍ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ໂລກຢ່າງຫຼວງຫຼາຍ​, ແລະ ​ບັດ​ເຊີນ 160 ໃບ ​ແມ່ນ​ໄດ້​ຖືກ​ສົ່ງ​ອອກ​ໄປເຊື້ອເຊີນບັນດາປະເທດຕ່າງໆ, ອີງຕາມການກ່າວຂອງ ທ່ານ​ນາງ ແອມເຮີດ ຢູ່ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌ ຫຼັງ​ຈາກ​ການ​ພົບ​ປະ​ກັນ​ຂອງ​ທັງ​ສອງ​ທ່ານ​ໃນ​ນະ​ຄອນຫຼວງເບີ​ລິນ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ສວິດ​ເຊີ​ແລນ ຢາກ​ຊັກ​ຊວນບັນດາປະເທດ​ຈາກ​ໂລກ​ໃຕ້​ທີ່ບໍ່​ມີ​ອຳ​ນາດ ພ້ອມ​ກັບ ຈີນ ໃຫ້​ລົງ​ຖະ​ບຽນຫຼາຍ​ກວ່າ​ເກົ່າ.

ທ່ານ​ນາງ ແອມ​ເຮີດ ​ກ່າວ​ວ່າ “ວຽກ​ງານນີ້​ ແມ່ນ​ກຳ​ລັງ​ດຳ​ເນີນ​ໄປ​ດ້ວຍ​ຄວາມວ່ອງ​ໄວຢ່າງ​ເຕັມ​ທີ່.

ບັນ​ດາ​ປະ​ເທດ​ໃນ ອາ​ເມ​ຣິ​ກາ​ໃຕ້, ອາ​ຟ​ຣິ​ກາ ແລະ ຂົງເຂດ​ຕາ​ເວັນ​ອອກ​ກາງ ແມ່ນ​ລວມ​ຜູ້ທີ່​ໄດ້​ຢືນ​ຢັນ​ວ່າ​ຈະ​ເຂົ້າ​ຮ່ວມ, ອີງ​ຕາມ ​ທ່ານ​ນາງ ແອມ​ເຮີດ ຜູ້​ທີ່​ໄດ້​ຕົກ​ລົງ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ​ວ່າ​ ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ.

ຣັດ​ເຊຍ, ເຊິ່ງ​ໄດ້​ບຸກ​ລຸກ ຢູ​ເຄ​ຣນ ດົນ​ກວ່າ 2 ປີ​ມາ​ແລ້ວ, ແມ່ນບໍ່​ໄດ້​ຖືກ​ເຊື້ອ​ເຊີນ. ບັນ​ດາ​ນັກ​ການ​ທູດ ແລະ ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເວົ້າ​ວ່າ​ ການ​ເຈ​ລະ​ຈາ​ດັ່ງ​ກ່າວທີ່​ມີ​ກຳ​ນົດ​ຈະ​ຖືກ​ຈັດ​ຂຶ້ນ​ໃກ້​ກັບ​ເມືອງ ລູ​ເຊີນຂອງສວິດ​ເຊີ​ແລນນັ້ນ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ຈະ​ເພັ່ງ​ເລັງ​ໃສ່​ວິ​ທີ​ທີ່​ຈະຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ການ​ບຸກ​ລຸກ​ຂອງ ມົ​ສ​ກູ.

ປະ​ມານ​ເຄິ່ງ​ນຶ່ງ​ຂອງ​ປະ​ເທດ​ທີ່​ວ່າ​ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ ບໍ່​ແມ່ນ​ປະ​ເທດ​ໃນ ຢູ​ໂຣບ, ແລະ ລາຍ​ຊື່​ຂອງ​ຜູ້​ເຂົ້າ​ຮ່ວມ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະມີການ​ປ່ຽນ​ແປງ​ຕະຫຼອດ​ຈົນ​ຮອດ​ນາ​ທີ​ສຸດ​ທ້າຍ, ອີງ​ຕາມ​ການ​ກ່າວ​ຂອງ​ ທ່ານ​ນາງ ແອມ​ເຮີດ.

ທ່ານ ເຊ​ເລັນ​ສ​ກີ, ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ໃນ​ເວັບ​ໄຊ້​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ, ໄດ້​ກ່າວ​ວ່າ ​ບັນ​ດາ​ຜູ້​ນຳ​ຈາກ​ປະ​ເທດ ຈໍ​ເຈຍ, ລິກ​ເທັນ​ສ​ໄຕ​ນ໌ ແລະ ມາ​ລາ​ວີ ໄດ້​ກ່າວ​ຕໍ່​ທ່ານ​ວ່າ ​ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດດັ່ງກ່າວມານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG